ອັດຕະປື ສະຫຼຸບຜົນງານກວດກາ 5 ປີ ແລະ ວາງທິດທາງ ຕໍ່ໜ້າ

ອັດຕະປື ສະຫຼຸບຜົນງານກວດກາ 5 ປີ ແລະ ວາງທິດທາງ ຕໍ່ໜ້າ

ອັດຕະປື ສະຫຼຸບຜົນງານກວດກາ 5 ປີ ແລະ ວາງທິດທາງ ຕໍ່ໜ້າ
ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານກວດກາທົ່ວແຂວງອັດຕະປື ໄລຍະ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ (2026-2030) ຈັດຂຶ້ນໃນວັນທີ 22 ກັນຍາ 2026 ທີ່ຫໍປະຊຸມໃຫຍ່ແຂວງ, ພາຍໃຕ້ຄຳຂວັນ “ເພີ່ມທະວີວຽກງານຕິດຕາມ, ກວດກາພັກ-ລັດ, ຕ້ານ ແລະ ແກ້ໄຂການສໍ້ລາດບັງຫຼວງ ທັນສະໄໝ ແລະ ເຂັ້ມງວດ ເພື່ອການພັດທະນາ”, ໂດຍມີ ສະຫາຍ ບຸນເຖິງ ດວງສະຫວັນກຳມະການສູນກາງພັກເລຂາຄະນະພັກແຂວງປະທານສະພາປະຊາຊົນແຂວງອັດຕະປື, ເຂົ້າຮ່ວມເປັນປະທານ, ມີຄະນະພັກ, ຄະນະນໍາຂອງແຂວງ, ເມືອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ອດຕະປ ສະຫບຜນງານກວດກາ 5 ປ ແລະ ວາງທດທາງ ຕໜາ - image 1
 

ສະຫາຍ ສຸວັນສີ ແກ້ວວິເສີດປະທານຄະນະກວດກາພັກແຂວງປະທານອົງການກວດກາລັດຫົວໜ້າຕ້ານການສໍ້ລາດບັງຫຼວງແຂວງອັດຕະປືໄດ້ຜ່ານຮ່າງບົດສະຫຼຸບຕີລາຄາຜົນງານກວດກາໄລຍະ 5 ປີຜ່ານມາ, ໂດຍຍົກໃຫ້ເຫັນຕະຫຼອດໄລຍະ 2021-2025, ວຽກງານກວດກາຂອງແຂວງ ໄດ້ສຸມໃສ່ຫຼາຍຂົງເຂດສຳຄັນ. ໃນນີ້ ປີ 2024, ແຂວງໄດ້ຮັບຮອງແຜນການລົງທຶນຂອງລັດ 201 ໂຄງການ, ມູນຄ່າ 1,586.07 ຕື້ກີບ ແລະ ໄດ້ສະເໜີສະພາປະຊາຊົນແຂວງອອກມະຕິຍົກເລີກ 9 ໂຄງການທີ່ບໍ່ໄດ້ຈັດຕັ້ງປະຕິບັດ, ມູນຄ່າ 47.22 ຕື້ກີບ;ສຳລັບການກວດກາກອງທຶນປະກັນສຸຂະພາບແຫ່ງຊາດ ໄລຍະ 2017-2023, ພົບຄວາມຜິດດ່ຽງດ້ານເອກະສານລາຍຮັບຫຼາຍກວ່າ 21.85 ຕື້ກີບ, ພາຍຫຼັງກວດກາລາຍຮັບ-ລາຍຈ່າຍຕົວຈິງ ພົບວ່າຍັງສາມາດຕອບສະໜອງລາຍຈ່າຍ ແລະ ມີເງິນສ່ວນເຫຼືອພຽງພໍ; ດ້ານການກວດກາການຊົດເຊີຍຈາກເຫດການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກພັງ, ໄດ້ຕິດຕາມການຄຸ້ມຄອງເງິນບໍລິຈາກ ແລະ ເງິນຊົດເຊີຍ ລວມມູນຄ່າ 1,032.07 ຕື້ກີບ ແລະ 32.46 ລ້ານໂດລາ. ພ້ອມນັ້ນ ໄດ້ຕິດຕາມການຈັດສັນເຮືອນຊົ່ວຄາວ 450 ຫຼັງ, ເຮືອນຖາວອນ 700 ຫຼັງ ແລະ ກວດກາ 200 ໂຄງການຟື້ນຟູພື້ນຖານໂຄງລ່າງ. ຈາກການກວດກາຍັງສາມາດເກັບກູ້ເງິນຈາກວຽກງານຄ້າງປະຕິບັດ ມອບຄືນງົບປະມານໄດ້ 415.7 ລ້ານກີບ. ຂະນະດຽວກັນ, ການກວດກາກອງທຶນບູລະນະຮັກສາທາງຫຼວງ ໄລຍະ 2020-2023 ພົບວ່າມີລາຍຮັບລວມ 27.39 ຕື້ກີບ ແລະ ພົບຂໍ້ຂາດຕົກບົກຜ່ອງບາງປະການດ້ານສັນຍາ ແລະ ການຈັດຊື້-ຈັດຈ້າງ.

ອດຕະປ ສະຫບຜນງານກວດກາ 5 ປ ແລະ ວາງທດທາງ ຕໜາ - image 2
 

ສຳລັບວຽກງານຕ້ານ ແລະ ດຳເນີນຄະດີສໍ້ລາດບັງຫຼວງ, ໃນໄລຍະ 2021-2025 ໄດ້ດຳເນີນຄະດີ 3 ເລື່ອງ ແລະ ມີພະນັກງານຖືກຈັບຕົວ 17 ຄົນ, ໃນນັ້ນ ເປັນເພດຍິງ 6 ຄົນ. ສະເພາະຄະດີໃຫຍ່ໃນປີ 2024-2025 ທີ່ກ່ຽວພັນກັບພະນັກງານ 24 ຄົນ ແລະ ຜູ້ກ່ຽວຂ້ອງລວມ 38 ຄົນ, ສາມາດເກັບກູ້ຊັບສິນຄືນໄດ້ 19.98 ຕື້ກວ່າກີບ 59,400 ບາດ ແລະ 57,000 ໂດລາ, ອາຍັດດິນ 91 ຕອນ, ຍຶດລົດ 14 ຄັນ ແລະ ຊັບສິນອື່ນໆ.

ສະຫາຍ ສູວັນສີ ແກ້ວວິເສີດ ໄດ້ລາຍງານໃຫ້ຮູ້ອີກວ່າ: ໃນ 5 ປີຕໍ່ໜ້າ(2026-2030) ແຂວງອັດຕະປື ໄດ້ກຳນົດ 5 ວຽກງານຈຸດສຸມ ຄື: ເພີ່ມທະວີວຽກງານຕິດຕາມ ແລະ ກວດກາພາຍໃນພັກ ໂດຍສຸມໃສ່ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ແລະ ມະຕິ XII ຂອງອົງຄະນະພັກແຂວງ, ເພີ່ມທະວີການກວດກາການຄຸ້ມຄອງບໍລິຫານລັດ ໂດຍເນັ້ນໃສ່ໂຄງການລົງທຶນ, ການຄຸ້ມຄອງງົບປະມານ, ຊັບພະຍາກອນທຳມະຊາດ, ການແກ້ໄຂການລັກລອບຂຸດຄົ້ນແຮ່ຄຳຕົກຂ້ອນ ແລະ ເປີດຊ່ອງທາງໃຫ້ປະຊາຊົນມີສ່ວນຮ່ວມສະໜອງຂໍ້ມູນ, ສືບຕໍ່ຕ້ານ ແລະ ແກ້ໄຂການສໍ້ລາດບັງຫຼວງ ໂດຍດຳເນີນຄະດີຕາມລະບຽບ, ເພີ່ມທະວີການຂຶ້ນບັນຊີຊັບສິນຂອງພະນັກງານ ແລະ ສົ່ງເສີມການນຳເນື້ອໃນຕ້ານການສໍ້ລາດບັງຫຼວງເຂົ້າໃນການສຶກສາ, ຍົກລະດັບກົງຈັກ ແລະ ພະນັກງານກວດກາ ໃຫ້ມີຄວາມເປັນມືອາຊີບ, ມີຈັນຍາບັນ ແລະ ຮອງຮັບການຫັນເປັນທັນສະໄໝ ໂດຍພັດທະນາລະບົບຈັດເກັບຂໍ້ມູນແບບລວມສູນດ້ວຍເຕັກໂນໂລຊີ, ຍົກສູງຄວາມຮັບຜິດຊອບຂອງຄະນະພັກແຕ່ລະຂັ້ນ ໂດຍຖືເອົາວຽກງານກວດກາເປັນກົນໄກສຳຄັນໃນການບໍລິຫານ ແລະ ເປັນໜ້າທີ່ຮັບຜິດຊອບຂອງຜູ້ນຳແຕ່ລະຂັ້ນ.

ກອງປະຊຸມຄັ້ງນີ້ ເປັນໂອກາດໃຫ້ຂະແໜງກວດກາທົ່ວແຂວງໄດ້ສະຫຼຸບຜົນງານ, ທົບທວນບັນດາຂໍ້ຄົງຄ້າງ ແລະ ກຳນົດທິດທາງວຽກງານໃນ 5 ປີຕໍ່ໜ້າ ເພື່ອໃຫ້ວຽກງານຕິດຕາມ, ກວດກາ ແລະ ຕ້ານການສໍ້ລາດບັງຫຼວງ ມີຄວາມເຂັ້ມງວດ, ທັນສະໄໝ ແລະ ປະສິດທິຜົນຍິ່ງຂຶ້ນ.

ຂ່າວ: ສິວີໄລ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ພະນັກງານຫຼັກແຫຼ່ງ ອົງການໄອຍະການປະຊາຊົນ ຍົກລະດັບວຽກງານໂຄສະນາ - ປາຖະກະຖາ

ພະນັກງານຫຼັກແຫຼ່ງ ອົງການໄອຍະການປະຊາຊົນ ຍົກລະດັບວຽກງານໂຄສະນາ - ປາຖະກະຖາ

ພິທີເປີດຝຶກອົບຮົມຄວາມຮູ້ພື້ນຖານວຽກງານໂຄສະນາ-ປາຖະກະຖາໃຫ້ແກ່ພະນັກງານຫຼັກແຫຼ່ງຂອງອົງການໄອຍະການປະຊາຊົນສູງສຸດ, ອົງການໄອຍະການທະຫານຂັ້ນສູງ, ອົງການໄອຍະການປະຊາຊົນພາກກາງ ແລະ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 16 ພະຈິກນີ້ ທີ່ອົງການໄອຍະການປະຊາຊົນພາກກາງ, ໂດຍການປະທານຂອງ ທ່ານ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ; ມີທ່ານ ບົວໄລ ພານຸວົງ ຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ມີຄະນະພັກ, ຄະນະນໍາ, ພະນັກງານຫຼັກ ແຫຼ່ງຂັ້ນກົມ, ຫ້ອງການ, ສະຖາບັນຄົ້ນຄ້ວາ ແລະ ຝຶກອົບຮົມໄອຍະການ ອົງການໄອຍະການປະຊາ ຊົນສູງສຸດ, ອົງການໄອຍະການທະຫານຂັ້ນສູງ, ອົງການໄອຍະການປະຊາຊົນພາກກາງ ແລະ ອົງການໄອຍະການປະຊາຊົນນະຄອນຫຼວງ ເຂົ້າຮ່ວມ 40 ​ສະຫາຍ.
ອັດຕະປື ສະຫຼຸບແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ ພ້ອມກຳນົດທິດທາງຕໍ່​ໜ້າ

ອັດຕະປື ສະຫຼຸບແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ ພ້ອມກຳນົດທິດທາງຕໍ່​ໜ້າ

ຄະນະຈັດຕັ້ງ ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະ 5 ປີ (2021-2025), ພ້ອມທັງວາງທິດທາງການສ້າງແຜນກຳນົດພະນັກງານໄລຍະ 5 ປີ (2026-2030), ໃນ​ວັນ​ທີ 16 ພະ​ຈິກ​ນີ້, ໂດຍເປັນກຽດເຂົ້າ ຮ່ວມຂອງ ທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີຄະນະນຳຄະນະຈັດຕັ້ງແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງການ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ.
ເມືອງສາລະວັນ ເປີດຂະ​ບວນການຜະລິດລະດູແລ້ງ ສົກປີ 2026 - 2027

ເມືອງສາລະວັນ ເປີດຂະ​ບວນການຜະລິດລະດູແລ້ງ ສົກປີ 2026 - 2027

ຫ້ອງການກະສິກໍາ ແລະ ສິ່ງແວດລ້ອມ ເມືອງສາລະວັນ ແຂວງ​ສາ​ລະ​ວັນຮ່ວມກັບຕາແສງບຶງໄຊ ຈັດພິທີເປີດຂະ​ບວນການຜະລິດລະດູແລ້ງ ສົກປີ 2026 – 2027, ໃນວັນທີ 13ພະຈິກຜ່ານ​ມາ, ທີ່ໂຄງການຊົນລະປະທານຝາຍນໍ້າລົ້ນ ບ້ານໜອງໜໍ້ ຕາແສງບຶງໄຊ,ໂດຍມີ ທ່ານ ສະໄໝ ໂພທິສານ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ບຸນສາ ຄ່ຽມມະນີຂັນໄຊ ປະທານຄະນະກຳມະການປົກຄອງເມືອງສາລະວັນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ສະຫວັນນະເຂດ ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດ

ສະຫວັນນະເຂດ ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດ

ແຂວງສະຫວັນນະເຂດ ຈັດກອງປະຊຸມສະຫຼຸບວຽກງານ ກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງ ໄລຍະ 5 ປີ (2022-2026) ແລະ ວາງທິດທາງແຜນການໃນ 5 ປີຕໍ່ໜ້າ ໃນວັນທີ 13 ພະຈິກ 2026 ໂດຍການເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງສະຫວັນນະເຂດ,ມີພະແນກການ-ກົມກອງອ້ອມຂ້າງແຂວງ, ບັນດາເມືອງ-ນະຄອນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄະນະກວດກາພັກ ແຂວງສາລະວັນ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ຄະນະກວດກາພັກ ແຂວງສາລະວັນ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ຄະນະກວດກາພັກອົງການກວດກາລັດ ແຂວງສາລະວັນ ດຳເນີນກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ,ໃນວັນທີ 12ພະຈິກຜ່ານ​ມາ,ທີ່ຫ້ອງປະຊຸມຂອງຕົນໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີ ທ່ານ ສົມສັກ ທົງຄໍາຫານ ຄະນະປະຈຳພັກແຂວງ, ປະທານຄະນະກວດກາພັກອົງການກວດກາລັດແຂວງ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງ;ມີພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ເມືອງໝື່ນ ທໍາລາຍສິນຄ້າໝົດອາຍຸ-ເຊື່ອມຄຸນນະພາບ

ເມືອງໝື່ນ ທໍາລາຍສິນຄ້າໝົດອາຍຸ-ເຊື່ອມຄຸນນະພາບ

ຫ້ອງການອຸດສະຫະກໍາ ແລະ ການຄ້າ ເມືອງໝື່ນ ແຂວງວຽງຈັນ ໄດ້ຈັດພິທີທໍາລາຍສິນຄ້າເຊື່ອມຄຸນນະພາບ, ໝົດອາຍຸ ແລະ ນໍາເຂົ້າບໍ່ຖືກຕ້ອງ ໃນ​ວັນ​ທີ 13 ພະ​ຈິກ​ນີ້ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສຸພິດ ອິນທະໂພທອງ ຮອງປະທານຄະນະກໍາມະການປົກຄອງເມືອງ, ມີຄະນະສະເພາະກິດຕ້ານສະກັດກັ້ນການຄ້າຂາຍເຖື່ອນ-ຄ້າຂາຍນອກລະບົບຂັ້ນເມືອງ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ເມືອງໂຂງ ສະຫຼອງ ວັນຊົນລະປະທານ ພ້ອມເປີດຂະບວນການຜະລິດລະດູແລ້ງ

ເມືອງໂຂງ ສະຫຼອງ ວັນຊົນລະປະທານ ພ້ອມເປີດຂະບວນການຜະລິດລະດູແລ້ງ

ເມືອງໂຂງ ແຂວງຈຳປາສັກ ໄດ້ຈັດພິທີສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ (ວັນທີ 3 ພະຈິກ 2026) ແລະ ວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ (ວັນທີ 11 ພະຈິກ 2026), ພ້ອມ​ທັງ​ເປີດ​ຂະ​ບວນ​ການ​ຜະ​ລິດ​ລະ​ດູ​ແລ້ງສົກ​ປີ 2026-2027, ໃນ​ວັນ​ທີ 13 ພະ​ຈິກ​ນີ້ທີ່ ບ້ານ​ຫ້ວຍຕາ​ແສງດອນ​ໂຂງ, ໂດຍ​ມີທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ຈັນທະນົງສິນ ຈັນທະພິມ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ມີພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ໄຊ​ສົມ​ບູນສຳເລັດກອງປະຊຸມວຽກງານກວດກາ ທົ່ວແຂວງ

ໄຊ​ສົມ​ບູນສຳເລັດກອງປະຊຸມວຽກງານກວດກາ ທົ່ວແຂວງ

ກອງປະຊຸມ ສະຫຼຸບຕີລາຄາວຽກງານກວດກາ ທົ່ວແຂວງໄຊສົມບູນ 5 ປີ (2021-2025) ແລະວາງທິດທາງແຜນການ 5 ປີ (2026-2030) ໄດ້ປິດ​ລົງໃນວັນທີ 12 ພະຈິກຜ່ານ​ມາ, ທີ່ສະໂມສອນຂອງແຂວງ ໂດຍການເປັນທານຂອງ ສະຫາຍ ວັນໄຊ ພອງສະຫວັນກຳມະການກົມການເມືອງສູນກາງພັກປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີສະຫາຍ ພອຍຄໍາ ຮຸ່ງບຸນຍວງກຳມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຕີລາຄາການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ຕີລາຄາການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ໃນລະຫວ່າງວັນທີ 12-13 ພະຈິກນີ້, ພະແນກວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ແຂວງອັດ ຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງໄລຍະປີ 2021-2025 ແລະ ສ້າງແຜນກຳນົດພະນັກງານຊຸດໃໝ່ ໄລຍະປີ 2026-2030 ຂຶ້ນທີ່ຫ້ອງປະຊຸມຂອງພະແນກ, ເປັນກຽດເຂົ້າຮ່ວມຂອງທ່ານ ຄອນສະຫງ່າ ພິມມະສອນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີທ່ານ ບຸນປອນ ອ່ອນໄຊວຽງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ວທ ແຂວງ, ມີທ່ານ ສົມຫວັງ ນາມສີນາ ກຳມະການພັກແຂວງ ຮອງປະທານກວດກາພັກ-ອົງການກວດກາລັດແຂວງ ພ້ອມດ້ວຍຄະນະພະແນກ, ຄະນະຮັບຜິດຊອບວຽກງານຈັດຕັ້ງຂັ້ນແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງການ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ອົງການໄອຍະການປະຊາຊົນ ຍົກສູງຄຸນນະພາບການດໍາເນີນຄະດີຕາມຂະບວນຍຸຕິທຳ

ອົງການໄອຍະການປະຊາຊົນ ຍົກສູງຄຸນນະພາບການດໍາເນີນຄະດີຕາມຂະບວນຍຸຕິທຳ

ວັນທີ 11 ພະຈິກຜ່ານມາ, ທີ່ ອົງການໄອຍະການປະຊາຊົນແຂວງຄຳມ່ວນ ໄດ້ຈັດພິທີເປີດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງ ວຽກງານການດໍາເນີນຄະດີຕາມຂະບວນຍຸຕິທໍາ ໃຫ້ພະນັກງານອົງການໄອຍະການປະຊາຊົນ, ອົງການສືບສວນ-ສອບສວນ ແລະ ພາກສ່ວນທີ່ກ່ຽວຂ້ອງພາຍໃນແຂວງຄໍາມ່ວນ, ບໍລິຄໍາໄຊ ແລະ ແຂວງສະຫວັນນະເຂດ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ພອນທິບ ສາວະລີ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີຫົວໜ້າອົງການໄອຍະການປະຊາຊົນແຂວງຄໍາມ່ວນ, ຄະນະຮັບຜິດຊອບຊຸດຝຶກອົບຮົມ, ວິທະຍາກອນ ທີ່ມາຈາກອົງການໄອຍະການປະຊາຊົນສູງສຸດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ