ອັດຕະປືເລັ່ງສ້າງຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງຂຶ້ນ

ອັດຕະປືເລັ່ງສ້າງຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງຂຶ້ນ
ໂດຍ:ວັນໄຊ ຕະວິນຍານ
ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ໃນໄລຍະ 2 ປີເຄິ່ງຜ່ານມາ ຕໍ່ແຜນງານການພັດທະນາຊັບພະຍາກອນມະນຸດຂອງແຂວງອັດຕະປື ແມ່ນມີຫຼາຍດ້ານປະສົບຜົນສໍາເລັດ ແລະ ມີບາງດ້ານຍັງພົບຂໍ້ຫຍຸ້ງຍາກ.ສະນັ້ນ, ໃນການຈັດຕັ້ງປະຕິບັດແຜນພັດທະນາຊັບພະຍາກອນມະນຸດເພື່ອໃຫ້ສາມາດຕອບສະໜອງຄວາມຕ້ອງການຂອງພັດທະນາໃນໄລຍະໃໝ່ແຕ່ນີ້ ຫາກອງປະຊຸມທ້າຍສະໄໝ (2023-2025)ແຂວງອັດຕະປືເລັ່ງໃສ່ປະຕິບັດບາງຄາດໝາຍສູ້ຊົນໃນຂະແໜງສາທາລະນະສຸກ ສືບຕໍ່ຈັດຕັ້ງປະຕິບັດ 11 ຕົວຊີ້ວັດ ໃຫ້ບັນລຸຕາມແຜນຄື: ອັດຕາເດັກລຸ່ມ 5 ປີນໍ້າໜັກຫຼຸດມາດຖານ ໃຫ້ໄດ້ 17%,ອັດຕາເດັກລຸ່ມ 5 ປີ ລວງສູງບໍ່ໄດ້ມາດຖານ 28%,ອັດຕາການຕາຍຂອງເດັກລຸ່ມ 1 ປີ: 20/1.000 ຂອງເດັກເກີດມີຊີວິດ,ອັດຕາການຕາຍຂອງເດັກລຸ່ມ 5 ປີ: 30/1.000 ຂອງເດັກເກີດມີຊີວິດ,ອັດຕາສ່ວນການຕາຍຂອງແມ່: 150/100.000 ຂອງເດັກເກີດມີຊີວິດ,ອັດຕາການເກີດລູກມີແພດຊ່ວຍ 61%,ອັດຕາການໃຫ້ວັກຊິນກັນພະຍາດ 95%,ອັດຕາຊົມໃຊ້ນໍ້າສະອາດ90%, ອັດຕາຊົມໃຊ້ວິດຖ່າຍ85%, ອັດຕາປົກຄຸມປະກັນສຸຂະພາບທົ່ວປວງຊົນ100%, ຮັບຮອງ ແລະ ປະກາດເປັນບ້ານສາທາລະນະສຸກແບບຢ່າງ85%.
ສໍາລັບຂະແໜງສຶກສາທິການ ແລະ ກິລາ ແຂວງຈະສູ້ຊົນຈັດຕັ້ງປະຕິບັດ 15 ຕົວຊີ້ວັດ ໃຫ້ບັນລຸຕາມແຜນຄື:ອັດຕາເຂົ້າຮຽນຂອງເດັກ 5 ປີ ໃນຊັ້ນການສຶກສາກ່ອນໄວຮຽນ ໃຫ້ສູງກ່ວາ 82%,ອັດຕານັກຮຽນເຂົ້າໃໝ່ ປ.1 ໃຫ້ສູງກ່ວາ 99%,ອັດຕານັກຮຽນເຂົ້າໃໝ່ລວມ ປ.5 ໃຫ້ສູງກ່ວາ 96%,ອັດຕາປະລະການຮຽນຂອງນັກຮຽນ ປ.1 ໃຫ້ຫຼຸດລົງຕໍ່າກວ່າ 3,6%,ອັດຕາປະລະການຮຽນຂອງນັກຮຽນຊັ້ນປະຖົມ ຫຼຸດລົງຕໍ່າກ່ວາ 2,6%,ອັດຕາຈົບຊັ້ນປະຖົມ ໃຫ້ໄດ້ 76%,ອັດຕາເລື່ອນຊັ້ນ ປ.5 ຂຶ້ນ ມ.1 ໃຫ້ໄດ້ 88%,ດັດສະນີຄວາມສະເໝີພາບ ຍິງ-ຊາຍ ໃນອັດຕາເລື່ອນຊັ້ນ ປ.5 ຂຶ້ນ ມ.1 ໃຫ້ບັນລຸ (0,97-1,03),ອັດຕາເຂົ້າຮຽນໃໝ່ລວມຊັ້ນ ມ.4 ໃຫ້ໄດ້ 85%,ອັດຕາປະລະການຮຽນຂອງນັກຮຽນຊັ້ນມັດທະຍົມຕອນຕົ້ນ ບໍ່ເກີນ 8,4%,ປະຊາກອນໜຸ່ມ ແລະ ຜູ້ປະລະການຮຽນ ໃຫ້ໄດ້ບໍາລຸງຜ່ານການສຶກສານອກໂຮງຮຽນ ແລະ ຝຶກອົບ ຮົມວິຊາຊີບ ຫຼາຍກ່ວາ 1.057 ຄົນ,ຄູສອນຊັ້ນປະຖົມ ແລະ ມັດທະຍົມສຶກສາ ໄດ້ຮັບການຝືກອົບຮົມ ບໍ່ຫຼຸດ 144 ຄົນ,ສົ່ງເສີມໃຫ້ນັກສຶກສາ ທີ່ສະໝັກເຂົ້າຮຽນມະຫາວິທະຍາໄລ ໄດ້ຮຽນໃນສາຍວິທະຍາສາດທຳມະຊາດ, ເຕັກໂນໂລຊີ, ວິສາວະກຳ ແລະ ວິທະຍາສາດ ໃຫ້ໄດ້ຫຼາຍກ່ວາ 50,3%,ນັກຮຽນທີ່ຮຽນຈົບມັດທະຍົມຕອນຕົ້ນ ໄດ້ເຂົ້າຮຽນຕໍ່ໃນສາຍອາຊີວະສຶກສາ ແລະ ອົບຮົມວິຊາຊີບ ບໍ່ໃຫ້ຫຼຸດ 3,3%,ສົ່ງເສີມມວນຊົນທຸກເພດ, ທຸກໄວ ເຂົ້າຮ່ວມຫັດກາຍຍະບໍລິຫານ, ການອອກກຳລັງກາຍ ແລະ ການຫຼິ້ນກິລາເພື່ອສຸຂະພາບ ແລະ ເຂົ້າຮ່ວມການສ້າງຂະບວນການເຄື່ອນໄຫວຈັດກິດຈະກຳແຂ່ງຂັນກິລາຕ່າງໆ ໃຫ້ໄດ້ 22%.ສ່ວນຂະແໜງແຮງງານແຂວງໄດ້ສຸມໃສ່ຝຶກອົບຮົມ ແລະ ພັດທະນາສີມືແຮງງານ ໃຫ້ໄດ້ 9.428 ຄົນ,ຈັດຫາວຽກເຮັດງານທໍາ ຢູ່ພາຍໃນ ແລະ ຕ່າງປະເທດ ໃຫ້ໄດ້ 2.950 ຄົນ.
ວຽກຈຸດສຸມໃນນີ້ຫາທ້າຍສະໄໝກອງປະຊຸມ ແຂວງອັດຕະປືຈະເລັ່ງໃສ່ ຍົກລະດັບຄວາມຮູ້ ຄວາມຊຳນານງານດ້ານວິຊາສະເພາະ ການປິ່ນປົວ ແລະ ປັບປຸງໂຮງໝໍ, ຂະຫຍາຍການບໍລິການສຸຂະພາບແມ່ ແລະ ເດັກໃຫ້ທົ່ວເຖິງຂະຫຍາຍຫ້ອງກຽມປະຖົມ-ມັດທະຍົມ, ຍົກລະດັບຄູ-ອາຈານ, ປັບປຸງຫຼັກສູດການຮຽນ-ການສອນ ແລະ ຍົກລະດັບຄຸນນະພາບການສຶກສາແຕ່ຂັ້ນກ່ອນໄວຮຽນຂຶ້ນໄປ,ສຸມໃສ່ພັດທະນາສີມືແຮງງານ ແລະ ປັບປຸງຕາໜ່າງການບໍລິການຈັດຫາງານ ຢ່າງເປັນລະບົບ,ສຸມງົບປະມານປະຕິບັດໂຄງການບຸລິມະສິດຄື: ໂຄງການກໍ່ສ້າງຕຶກປິ່ນປົວແຍກປ່ຽວ ຜູ້ຕິດພະຍາດໂຄວິດ ແລະ ຫ້ອງວິເຄາະ ໂຮງໝໍແຂວງ,ໂຄງການກໍ່ສ້າງໂຮງໝໍເມືອງສະໜາມໄຊ,ໂຄງການເຂົ້າເຖິງການບໍລິການສຸຂະພາບ ແລະ ໂພຊະນາການ,ໂຄງການ ກໍ່ສ້າງ-ສ້ອມແປງໂຮງຮຽນ, ຫ້ອງການຄູ ຕາມຈຸດສຸມຕ່າງໆໃນທົ່ວແຂວງ,ໂຄງການກໍ່ສ້າງໂຮງຮຽນກິນນອນຊົນເຜົ່າ, ຫໍພັກຍິງ-ຊາຍ,ໂຄງການ ກໍ່ສ້າງພື້ນຖານໂຄງລ່າງສູນພັດທະນາສີມືແຮງງານ ແລະ ໂຄງການພັດທະນາສີມືແຮງງານໃຫ້ກຸ່ມປົ້າໝາຍ ແລະ ຜູ້ວ່າງງານ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ເພີ່ມເຕີມ