ຂ່າວລະບຸວ່າ: ຍອດມູນຄ່າການນຳເຂົ້າ-ສົ່ງອອກສິນຄ້າລະຫວ່າງຈີນກັບອາຊຽນໃນໄລຍະເດືອນມັງກອນຫາເດືອນກໍລະກົດປີ 2024 ບັນລຸ 3,920 ຕື້ຢວນ, ເທົ່າກັບ 546,6 ຕື້ໂດລາ, ເພີ່ມຂຶ້ນ 10,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ໃນນັ້ນ, ຍອດມູນຄ່າການສົ່ງອອກຈາກຈີນ ໄປ ອາຊຽນ ບັນລຸ 2.360 ຕື້ຢວນ (ປະມານ 329 ຕື້ໂດລາ), ເພີ່ມຂຶ້ນ 13,7%, ໃນທາງກົງກັນຂ້າມ, ມູນຄ່າການສົ່ງອອກຈາກອາຊຽນ ບັນລຸ 1.560 ຕື້ຢວນ (ປະມານ 217,5 ຕື້ໂດລາ) ເພີ່ມຂຶ້ນ 5,9%.
ໂຕເລກທີ່ກ່າວມາຂ້າງເທິງນີ້ສະແດງໃຫ້ເຫັນຄວາມເປັນໄປໄດ້ທີ່ຈີນແລະອາຊຽນຈະສືບຕໍ່ເປັນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງກັນແລະກັນໃນປີ 2024, ຫຼັງຈາກການຮັກສາທ່າທີນີ້ເປັນເວລາ 4 ປີລຽນຕິດ.
ຄໍາເຫັນ