ອາຊີ-ໂປຕາສ ສາກົນ ແລະ ລັດຖະບານລາວ ລົງນາມຮ່ວມມືໂຄງການພະລັງງານແບບປະສົມ

ອາຊີ-ໂປຕາສ ສາກົນ ແລະ ລັດຖະບານລາວ ລົງນາມຮ່ວມມືໂຄງການພະລັງງານແບບປະສົມ
ໂດຍ :ຍຸພິນທອງ
ບໍລິສັດອາຊີ-ໂປຕາສ ສາກົນ ແລະ ກະຊວງແຜນການ ແລະ ການລົງທຶນສປປລາວ ໄດ້ຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈເພື່ອສຶກສາສໍາຫຼວດຄວາມເປັນໄປໄດ້ໃນການພັດທະນາ ໂຄງການໄຟຟ້າພະລັງງານຄູ່ຖ່ານຫີນແລະຊີວະມວນ ຂະໜາດ 300 ເມກາວັດ ແລະ ໂຄງການໄຟຟ້າພະລັງງານແສງຕາເວັນ ຂະໜາດ 30 ເມກາວັດເມື່ອບໍ່ດົນຜ່ານມາ ທີ່ນະຄອນຫຼວງວຽງຈັນ,ຊຶ່ງໂຄງການນີ້ເປັນນິມິດໝາຍຂອງການຈັດຕັ້ງປະຕິບັດໂຄງການຮັບປະກັນຄວາມໝັ້ນຄົງດ້ານພະລັງງານທີ່ສໍາຄັນຢ່າງເປັນທາງການໂດຍພາຍໃຕ້ຄວາມເອົາໃຈໃສ່ຂອງ ລັດຖະບານ ແລະ ວິສາຫະກິດເພື່ອຊຸກຍູ້ນິຄົມອຸດສາຫະກໍາໝູນວຽນອັດສະລິຍະອາຊີ-ໂປຕາສ ສາກົນຢູ່ແຂວງຄໍາມ່ວນ.
ອີງຕາມບົດບັນທຶກສະບັບນີ້, ບໍລິສັດຈະສ້າງໂຄງການພະລັງງານໄຟຟ້າແບບປະສົມຄົບວົງຈອນດຽວທີ່ປະກອບດ້ວຍຕາໜ່າງການໂຫຼດ, ການຈັດເກັບພະລັງງານທີ່ສະອາດ, ກາກບອນຕໍ່າ ແລະ ເປັນມິດກັບສິ່ງແວດລ້ອມຢູ່ໃນນິຄົມອຸດສາຫະກຳໝູນວຽນອັດສະລິຍະອາຊີ-ໂປຕາສ ສາກົນຢູ່ແຂວງຄໍາມ່ວນ ສປປ ລາວ,ເພື່ອສະໜອງພະລັງງານໄຟຟ້າແລະພະລັງງານຄວາມຮ້ອນ ທີ່ໜ້າເຊື່ອຖື, ມີຄວາມສະຖຽນ ແລະ ຢ່າງພຽງພໍໃຫ້ແກ່ການພັດທະນາອຸດສາຫະກຳທ້ອງຖິ່ນ.ນອກນີ້, ຍັງເປັນມາດຕະການທີ່ເຂັ້ມແຂງເພື່ອເສີມຂະຫຍາຍການສະໜອງໄຟຟ້າຢູ່ພາກກາງຂອງລາວຢ່າງມີປະສິດທິຜົນ ແລະ ເສີມຂະຫຍາຍຂໍ້ໄດ້ປຽບໃນການພັດທະນາຂອງລາວ.
ຕາງໜ້າສອງຝ່າຍລົງນາມໃນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ເດດສັກດາ ມະນີຄໍາ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງຄຳມ່ວນ  ແລະ ທ່ານ Ai Yongjunຮອງຜູ້ອໍານວຍການໃຫຍ່ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈຳກັດ ,ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄໍາມ່ວນ ພ້ອມດ້ວຍບັນດາການນໍາຂັ້ນສູງຈາກພາກສ່ວນກ່ຽວຂ້ອງຂອງລັດຖະບານ; ທ່ານ Tong Yonghengຮອງຜູ້ອຳນວຍການໃຫຍ່ຂອງບໍລິສັດ ອາຊີ-ໂປຕາສສາກົນ, ຜູ້ຊີ້ນໍາລວມຂອງ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ປະຈໍາລາວແລະ ທ່ານ ສະຖາບັນດິດ ອິນສີຊຽງໃໝ່ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ 
ທ່ານ Tong Yongheng ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງລັດຖະບານລາວທີ່ໄດ້ໃຫ້ຄວາມໄວ້ເນື້ອເຊື່ອໃຈຢ່າງສູງ ແລະ ສະໜັບສະໜູນຢ່າງໃຫຍ່ຫຼວງມາເປັນເວລາດົນນານ ແລະ ທ່ານໄດ້ຍົກໃຫ້ເຫັນວ່າການສະໜອງພະລັງງານໄຟຟ້າແລະພະລັງງານຄວາມຮ້ອນທີ່ມີຄວາມໜ້າເຊື່ອຖື, ພຽງພໍ, ໝັ້ນຄົງ ແລະ ຕົ້ນທຶນຕ່ຳແມ່ນເປັນຫຼັກຮັບປະກັນ ແລະ ສ່ວນປະກອບທີ່ສຳຄັນໃນການຊຸກຍູ້ການລົງທຶນ ແລະ ພັດທະນາກໍ່ສ້າງນິຄົມອຸດສາຫະກໍາ.ການລົງນາມໃນບົດບັນທຶກຄວາມເຂົ້າໃຈໂຄງການຜະລິດໄຟຟ້າຮັບໃຊ້ພາຍໃນຄັ້ງນີ້ ຖືເປັນຄວາມຄືບໜ້າອັນສຳຄັນອີກບາດກ້າວໜຶ່ງໃນການກໍ່ສ້າງນິຄົມອຸດສາຫະກໍາ ອາຊີ-ໂປຕາສ.
ໃນເດືອນມີນາ 20232ຜ່ານມາ, ບໍລິສັດ ອາຊີ-ໂປຕາສ ສາກົນ ແລະ ລັດຖະບານລາວ ໄດ້ຮ່ວມກັນເປີດໂຄງການ ນິຄົມອຸດສາຫະກຳໝູນວຽນອັດສະລິຍະ ອາຊີ-ໂປຕາສ ສາກົນ.ໃນເດືອນກໍລະກົດ 2023ໂຄງການນິຄົມອຸດສາຫະກໍາໄດ້ບັນລຸການລົງນາມຄັ້ງທຳອິດ 10 ໂຄງການ,ລວມມູນຄ່າການລົງທຶນທັງໝົດ 835 ລ້ານໂດລາ,ຕໍ່ມາໂຄງການໂບຣມີນ ແລະ ຄລໍ-ອັນຄາໄລ ໄລຍະທີໜຶ່ງໄດ້ກໍ່ສ້າງສໍາເລັດ ແລະ ເລີ່ມດຳເນີນການຜະລິດແລ້ວ, ລະບົບຕ່ອງໂສ້ອຸດສາຫະກຳ ໂບຣມີນ ແຫ່ງທຳອິດ ໄດ້ສ້າງຕັ້ງຂຶ້ນໃນເບື້ອງຕົ້ນ. ນິຄົມອຸດສາຫະກຳຖືຊັບພະຍາກອນແຮ່ເກືອໂປຕາສເປັນແກນຫຼັກ,ໂດຍມີເປົ້າໝາຍໃນການສ້າງນິຄົມເປັນຕົວແບບລະດັບຊາດຢູ່ລາວ.ດ້ານໜຶ່ງ, ບໍລິສັດ ໄດ້ທຸ້ມເທກໍາລັງແຮງໃຫຍ່ຫຼວງເລັ່ງພັດທະນາອຸດສາຫະກຳຝຸ່ນໂປຕາສ, ສືບຕໍ່ຂະຫຍາຍກໍາລັງການຜະລິດຈາກ 5 ລ້ານໂຕນເປັນ7 ລ້ານໂຕນ ຫາ 10 ລ້ານໂຕນ, ພ້ອມທັງສ້າງພື້ນຖານການຜະລິດຝຸ່ນໂປຕາສໃຫຍ່ທີ່ສຸດໃນອາຊີ ແລະ ສ້າງປະເທດລາວໃຫ້ກາຍເປັນຖານສະໜອງຝຸ່ນໂປຕາສ ທີ່ໃຫຍ່ເປັນອັນດັບສີ່ຂອງໂລກ. ໃນອີກດ້ານໜຶ່ງ ໂດຍຜ່ານການນໍາໃຊ້ຮູບແບບການດຶງດູດການລົງທຶນແລະ ການພັດທະນາຮ່ວມກັນ, ສາມາດຂຸດຄົ້ນຫາຄຸນຄ່າຂອງແຫຼ່ງຊັບພະຍາກອນແຮ່ຕິດພັນຂອງບໍ່ແຮ່ເກືອໂປຕາສ,ຮ່ວມມືພັດທະນາອຸດສາຫະກຳອະໂປຕາສ, ຂະຫຍາຍຕ່ອງໂສ້ອຸດສາຫະກຳໃຫ້ຍາວອອກຕື່ມ, ສ້າງຕາໜ່າງເມທຣິກອຸດສາຫະກຳ, ສ້າງກຸ່ມອຸດສາຫະກຳ, ຮ່ວມກັນຊຸກຍູ້ການພັດທະນາອຸດສາຫະກຳຂອງລາວ ແລະ ຫັນປ່ຽນຂໍ້ໄດ້ປຽບຂອງຊັບພະຍາກອນໃຫ້ເປັນມູນຄ່າທາງດ້ານເສດຖະກິດ.ໃນຄັ້ງນີ້, ລັດຖະບານລາວ ໄດ້ສະໜັບສະໜູນ ອາຊີ-ໂປຕາສ ສາກົນ ຍົກລະດັບລະບົບພະລັງງານໄຟຟ້າຂອງນິຄົມອຸດສາຫະກຳ ເພື່ອສ້າງຂໍ້ໄດ້ປຽບດ້ານການສະໜອງພະລັງງານທີ່ມີຕົ້ນທຶນຕໍ່າໃນນິຄົມອຸດສາຫະກຳ, ນີ້ເປັນນິມິດໝາຍວ່ານິຄົມອຸດສາຫະກຳຈະບັນລຸການສະໜອງພະລັງງານໄຟຟ້າໃຫ້ແກ່ຕົນເອງ,ເປັນການຍົກປະສິດທິຜົນ ແລະ ສາມາດຄວບຄຸມຕົ້ນທຶນ.ພາຍຫຼັງໂຄງການດັ່ງກ່າວກໍ່ສ້າງສຳເລັດຈະຮັບປະກັນໃຫ້ແກ່ການກໍ່ສ້າງ, ການຜະລິດ ແລະ ການດໍາເນີນທຸລະກິດຂອງບັນດາວິສາຫະກິດໃນນິຄົມຢ່າງມີປະສິດທິຜົນ, ເປັນການເພີ່ມກໍາລັງຂັບເຄື່ອນແກ່ການດຶງດູດການລົງທຶນ ແລະ ການພັດທະນານິຄົມ,ເສີມຄວາມສາມາດແກ່ການພັດທະນາເສດຖະກິດຂອງລາວ.
ທ່ານໃຫ້ຮູ້ຕື່ມວ່າ: ໂຄງການນີ້ ຍັງເປັນການ ຍົກສູງຄວາມສາມາດໃນການແຂ່ງຂັນໃນເວທີ ສາກົນຂອງລາວ, ສະໜອງກໍາລັງຂັບເຄື່ອນທີ່ແຂງແຮງເພື່ອສ້າງເປັນປະເທດເຂັ້ມແຂງດ້ານອຸດສາຫະກຳໂດຍນຳໃຊ້ນິຄົມອຸດສາຫະກຳເປັນເວທີດຶງດູດ,ບໍລິສັດອາຊີ-ໂປຕາສສາກົນ ແລະ ລັດຖະບານລາວ ໄດ້ຮ່ວມກັນຄົ້ນຄວ້າເສັ້ນທາງໃໝ່ເພື່ອເຊື່ອມໂຍງອຸດສາຫະກຳພະລັງງານ ແລະ ບໍ່ແຮ່ຢ່າງມີປະສິດທິພາບ ແລະ ກະຕຸ້ນທ່າແຮງການພັດທະນາເສດຖະກິດຢ່າງເຕັມສ່ວນຊຶ່ງສອດຄ່ອງທີ່ສຸດກັບແນວທາງການພັດທະນາຂອງລັດຖະບານກ່ຽວກັບຂະແໜງພະລັງງານ ແລະ ບໍ່ແຮ່ແມ່ນຜູ້ນໍາໜ້າ ເພື່ອບັນລຸຍຸດທະສາດການຫັນເປັນອຸດສາຫະກໍາ ແລະ ທັນສະໄໝຂອງລາວ, ຮັບປະກັນໝາກຜົນອັນໃຫຍ່ຫຼວງທີ່ມີປະສິດທິພາບໃນການຈັດຕັ້ງປະຕິບັດແຜນພັດທະນາພະລັງງານ ແລະ ບໍ່ແຮ່ 5 ປີ ຄັ້ງທີ IXເປັນການເຄື່ອນໄຫວຢ່າງທັນການ ແລະ ເໝາະສົມ ເພື່ອຊ່ວຍໃຫ້ລາວຫັນເປັນອຸດສາຫະກຳ ແລະ ທັນສະໄໝ.
ພາຍຫຼັງໂຄງການກໍ່ສ້າງສຳເລັດບໍ່ພຽງແຕ່ຈະເປັນສະຖານທີ່ສະໜອງພະລັງງານໄຟຟ້າທີ່ສຳຄັນຂອງນິຄົມອຸດສາຫະກຳເທົ່ານັ້ນ, ແຕ່ຍັງຈະກາຍເປັນສູນພະລັງງານໃນພາກພື້ນຂອງລາວ, ເຕີມເຕັມການສະໜອງໄຟຟ້າໃນພາກກາງຂອງລາວ,ຮັບປະກັນການສະໜອງພະລັງງານໄຟຟ້າ ແລະ ພະລັງງານຄວາມຮ້ອນເພື່ອພັດທະນາອຸດສາຫະກຳ, ເສີ່ມສ້າງຂໍ້ໄດ້ປຽບໃນການແຂ່ງຂັນດ້ານພະລັງງານແລະ ເປັນແຮງຊຸກຍູ້ທີ່ເຂັ້ມແຂງໃນການສ້າງປະເທດລາວໃຫ້ເປັນປະເທດທີ່ເຂັ້ມແຂງດ້ານອຸດສາຫະກຳ. ການລົງນາມຄັ້ງນີ້ເປັນການຮ່ວມມືລະຫວ່າງ ລັດຖະບານ ແລະ ວິສາຫະກິດເພື່ອຊຸກຍູ້ການພັດທະນາເສດຖະກິດທີ່ມີຄຸນນະພາບສູງຢູ່ລາວ. ໃນໄລຍະທີ່ປະເທດລາວພວມເລັ່ງການເຊື່ອມໂຍງເຂົ້າກັບຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງຂອງໂລກ, ການປັບປຸງລະດັບການສະໜອງພະລັງງານຢ່າງບໍ່ຢຸດຢັ້ງແລະ ການຫຼຸດຕົ້ນທຶນດ້ານພະລັງງານຈະເປັນຫົວຈັກຂັບເຄື່ອນອັນໃໝ່ໃຫ້ແກ່ລາວໃນການດຶງດູດການລົງທຶນທີ່ມີຄຸນນະພາບສູງລະດັບໂລກ, ສ້າງກຸ່ມອຸດສາຫະກໍາທີ່ໄດ້ປຽບແລະເນັ້ນການຫັນເປັນອຸດສາຫະກໍາເພື່ອຊຸກຍູ້ການພັດທະນາເສດຖະກິດໃຫ້ມີຄຸນນະພາບສູງ. ພາຍໃຕ້ຂໍ້ໄດ້ປຽບດ້ານພະລັງງານ,ນິຄົມອຸດສາຫະກໍາ ອາຊີ-ໂປຕາສ ສາກົນ ຈະກາຍເປັນເຂດພື້ນທີ່ສູງທີ່ມີການພັດທະນາແບບກ້າວກະໂດດ ຊຶ່ງເຕົ້າໂຮມຜູ້ຄົນ, ໂລຈີສຕິກ ແລະ ການໜູນວຽນຂອງທຶນ, ຊ່ວຍໃຫ້ ສປປ ລາວສ້າງຮູບແບບອຸດສາຫະກຳທີ່ທົດແທນການນຳເຂົ້າ ແລະ ສົ່ງອອກເພື່ອສ້າງເງິນຕາ, ເພື່ອປະກອບສ່ວນກໍາລັງແຮງມະຫາສານໃນການສ້າງ ສປປ ລາວ ເປັນປະເທດທີ່ຈະເລີນຸຮ່ງເຮືອງແລະປະຊາຊົນເຂັ້ມແຂງ.

ຄໍາເຫັນ

ຂ່າວການຮ່ວມມື

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ໃນວັນທີ 17 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງ ເບ່ເນ່ດິກ ເດ່ຊັອງ(Bénédicte Deschamps), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ວັນທີ 16 ທັນວານີ້, ຄະນະຜູ້ແທນ ຄະນະໂຄສະນາອົບຮົມ 3 ແຂວງພາກເໜືອຄື: ຫຼວງພະບາງ ອຸດົມໄຊ ແລະ ແຂວງຜົ້ງສາລີ, ນຳໂດຍ ທ່ານ ສົມຈິດ ສິງລໍຄຳ ຮອງຫົວຄະນະໂຄສະນາອົບຮົມແຂວງຫຼວງພະບາງ ເພື່ອເຄື່ອນໄຫວພົບປະແລກປ່ຽນບົດຮຽນ ກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງດຽນບຽນ ສສ ຫວຽດນາມ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ດ້ວຍໄມຕີຈິດມິຕະພາບຈາກ ທ່ານ ລີລີ ຊ້າ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ຄະນະບໍລິຫານງານພັກແຂວງດຽນບຽນ ພ້ອມດ້ວຍຄະນະ.
ເພີ່ມເຕີມ