ອາຊີໃຕ້ຕາເວັນອອກສ່ຽງໃຕ້ ຍັງເປັນໜຶ່ງໃນຈຸດໝາຍປາຍທາງການທ່ອງທ່ຽວຂອງນັກທ່ອງທ່ຽວຈີນ

ອາຊີໃຕ້ຕາເວັນອອກສ່ຽງໃຕ້ ຍັງເປັນໜຶ່ງໃນຈຸດໝາຍປາຍທາງການທ່ອງທ່ຽວຂອງນັກທ່ອງທ່ຽວຈີນ
ປີໃໝ່ 2024 ໃກ້ຈະໝູນວຽນມາເຖິງແລ້ວ, ຫຼາຍຄົນເລີ່ມວາງແຜນຈະອອກເດີນທາງໄປທ່ຽວ. ຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ມີຕໍ່ການທ່ອງທ່ຽວຂອງຊາວຈີນກໍາລັງຫາຍໄປ. ໃນໄລຍະພັກບຸນໄຫວ້ພະຈັນ ແລະ ວັນຊາດຈີນປີນີ້, ການທ່ອງທ່ຽວພາຍໃນປະເທດຈີນໄດ້ບັນລຸເຖິງ 826 ລ້ານເທື່ອຄົນແລະມີລາຍຮັບດ້ານການທ່ອງທ່ຽວຫຼາຍ ກວ່າ 753 ຕື້ຢວນ (ສະກຸນເງິນຈີນ) ຊຶ່ງໄດ້ເຮັດໃຫ້ຕະຫຼາດທົ່ວໂລກສາມາດເຫັນໄດ້ຄວາມກະຕືລືລົ້ນຂອງຊາວຈີນທີ່ມີຕໍ່ການທ່ອງທ່ຽວ.
ໄລຍະກ່ອນເກີດການແຜ່ລະບາດຂອງພະຍາດໂຄ ວິດ-19, ຈີນເຄີຍຄອງຖານະເປັນຕະຫຼາດການໄປທ່ອງທ່ຽວຕ່າງປະເທດໃຫຍ່ທີ່ສຸດໃນໂລກເປັນເວລາຫຼາຍປີລຽນຕິດ ແລະ ເປັນແຫຼ່ງແຂກທ່ອງທ່ຽວໃຫຍ່ທີ່ສຸດສຳລັບຫຼາຍປະເທດໃນອາຊີຕາເວັນອອກສ່ຽງໃຕ້. ໃນປີ 2023 ນີ້, ເພື່ອດຶງດູດ ແລະ ຕ້ອນຮັບນັກ ທ່ອງທ່ຽວຈີນ, ຫຼາຍປະເທດຢູ່ອາຊີຕາເວັນອອກສ່ຽງໃຕ້ ໄດ້ປະຕິບັດມາດຕະການດຶງດູດນັກທ່ອງທ່ຽວເຊັ່ນ: ກໍາປູເຈຍ ໄດ້ວາງຍຸດທະສາດ“China Ready”, ສົ່ງເສີມໃຫ້ໂຮງແຮມ, ຮ້ານອາຫານ ແລະ ສະຖານທີ່ ທຸລະກິດຕ່າງໆຊໍາລະບັນຊີດ້ວຍເງິນຢວນ, ອະນຸຍາດໃຫ້ນັກທ່ອງທ່ຽວຈີນຈ່າຍເງິນຜ່ານທາງວີແຊັດ, Alipay ແລະ ທາງດີຈີຕອນອື່ນໆ; ປະເທດໄທ ໄດ້ຈັດກິດຈະກໍາ Amazing Thailand Amazing New Chapters Road Show to China 2023 ຢູ່ນະຄອນຊຽງໄຮ້, ນະຄອນເສີງຕູ່ ແລະ ນະຄອນກວາງໂຈ່ວຂອງຈີນ ໃນເດືອນກຸມພາຜ່ານມາເພື່ອ ໂຄສະນາການທ່ອງທ່ຽວຂອງໄທຢູ່ຕົວເມືອງໃຫຍ່ຕ່າງໆຂອງຈີນ. ເມື່ອບໍ່ດົນມານີ້, ສິງກະໂປ, ມາເລເຊຍ ແລະ ໄທ ຕ່າງກໍໄດ້ປະກາດນະໂຍບາຍຍົກເວັ້ນວີຊາຕໍ່ຈີນ.
ກ່ອນໜ້ານີ້ບໍ່ດົນ,ປະເທດ ລາວກໍໄດ້ປະກາດເປີດປີທ່ອງ ທ່ຽວລາວ 2024, ລັດຖະບານລາວຈະຕ້ອນຮັບນັກທ່ອງທ່ຽວ ຈາກທົ່ວໂລກລວມທັງນັກ ທ່ອງທ່ຽວຂອງຈີນ ພ້ອມທັງຈະໃຫ້ການປະສານງານແລະ ການບໍລິການທີ່ດີ. ຄວາມຈິງ ແລ້ວ, ມີນັກທ່ອງທ່ຽວຈໍານວນບໍ່ໜ້ອຍໄດ້ຂີ່ລົດໄຟຕາມທາງລົດໄຟຈີນ-ລາວເພື່ອເດີນທາງ ທ່ອງທ່ຽວຂ້າມຊາດ. ວັນທີ 13 ເມສາ 2023, ຂະບວນລົດໄຟໂດຍສານສາກົນຕາມ ທາງລົດໄຟຈີນ-ລາວ ໄດ້ເປີດບໍລິການຜູ້ໂດຍສານສາມາດຂີ່ລົດໄຟຈາກນະຄອນຄຸນໝີງ ໄປຮອດນະຄອນຫຼວງວຽງຈັນ ພາຍໃນມື້ດຽວ. ຕາມສະຖິຕິສະແດງໃຫ້ເຫັນວ່າ: ນັບແຕ່ ຂ ະບວນລົດ ໄຟໂດຍສ ານ ສາກົນຕາມທາງລົດໄຟຈີນ - ລາວ ເປີດບໍລິການຈົນຮອດວັນທີ 14 ພະຈິກປີນີ້, ໄດ້ຂົນສົ່ງ ຜູ້ໂດຍສານ348.000 ເທື່ອຄົນ. ໃນນັ້ນ, ຜູ້ໂດຍສານຂ້າມຊາດມີຫຼາຍກວ່າ 85.000 ເທື່ອຄົນ. ຕາມສະຖິຕິຫຼ້າສຸດຈາກ ບໍລິສັດ Ctrip ຂອງຈີນສະແດງໃຫ້ເຫັນວ່າ: ໃບສັ່ງຈອງການໄປທ່ຽວຕ່າງປະເທດໃນໄລຍະບຸນກຸດຈີນໄດ້ເພີ່ມຂຶ້ນເກືອບ 20 ເທົ່າ, ຈຸດໝາຍປາຍທາງການທ່ອງທ່ຽວຕ່າງປະເທດທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດ ລວມມີ: ໂຕກຽວ, ສິງກະໂປ, ບາງກອກ, ພູເກັດ, ໂອຊາ ກາ, ກົວລາລໍາເປີ, ຊິດນີ ແລະ ອື່ນໆ. ໃນນັ້ນ, ຕົວເມືອງຕ່າງໆ ປະເທດອາຊີຕາເວັນອອກສ່ຽງ ໃຕ້ກວມເອົາອັດຕາສ່ວນຫຼາຍທີ່ສຸດ ຊຶ່ງສະແດງໃຫ້ເຫັນວ່າ: ອາຊີຕາເວັນອອກສ່ຽງໃຕ້ຍັງເປັນໜຶ່ງໃນຈຸດໝາຍປາຍທາງການທ່ອງທ່ຽວຕ່າງປະເທດທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດຈາກນັກທ່ອງທ່ຽວຈີນ. ແຕ່ວ່າການຟື້ນຟູການທ່ອງທ່ຽວຫຼັງການແຜ່ລະບາດຂອງພະຍາດໂຄວິດ-19 ບໍ່ ແມ່ນເລື່ອງງ່າຍ, ຂະແໜງການທ່ອງທ່ຽວຂອງອາຊີຕາເວັນ ອອກສ່ຽງໃຕ້ຍັງປະເຊີນກັບ ບັນຫາດ້ານການປ້ອງກັນຄວາມສະຫງົບ, ຜະລິດຕະພັນ ດ້ານການທ່ອງທ່ຽວທີ່ສົມຄູ່ກັນບໍ່ພຽງພໍ ແລະ ບັນຫາອື່ນໆ. ນອກນີ້, ພາຍໃຕ້ສະພາບການ ຕະຫຼາດໃນປັດຈຸບັນທີ່ຄວາມ ຕ້ອງການດ້ານການທ່ອງທ່ຽວ ມີຄວາມຫຼາກຫຼາຍກວ່າເກົ່າ ໃນປັດຈຸບັນ, ການສະໜອງ ຜະລິດຕະພັນການທ່ອງທ່ຽວທີ່ ຜູ້ບໍລິໂພກເຫັນວ່າ “ກຸ້ມຄ່າ”ນັ້ນ ແມ່ນເລື່ອງທີ່ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ຕ້ອງ ຄົ້ນຄວ້າພິຈາລະນາ. ເຊື່ອໝັ້ນ ວ່າອາຊີຕາ ເວັນອອກສ່ຽງໃຕ້ທີ່ເປັນດິນແດນອັດສະຈັນ ແລະ ມີສະເໜ່ຈະສາມາດຄົ້ນພົບທາງອອກດ້ານການທ່ອງທ່ຽວຂອງຕົນໄດ້ຢ່າງແນ່ນອນ.
ຂ່າວ: ຊີອາໄອ

ຄໍາເຫັນ

ຂ່າວຕ່າງປະເທດ

ປະຫວັດຫຍໍ້

ປະຫວັດຫຍໍ້

ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ - ຊື່ທາງການ: ສົມເດັດ ເຈົ້າຍິງ ໄອໂກະ (Her Imperial Highness Princess Aiko) - ຊື່ພະຣາຊະທານສໍາລັບສະມາຊິກຣາຊະວົງ: ເຈົ້າຍິງ ໂທຊິ ຫຼື ໂທຊິ ໂນະ ມິຢະ (Princess Toshi ຫຼືToshi-no-Miya)
ທ່ານນາງເຜີງລີ້ຢວນແລະມະເຫສີແອັດສະປາຍຢ້ຽມຢາມສູນບໍລິການຄົນພິການ

ທ່ານນາງເຜີງລີ້ຢວນແລະມະເຫສີແອັດສະປາຍຢ້ຽມຢາມສູນບໍລິການຄົນພິການ

ຂ່າວສານຊີອາໄອລາຍງານວ່າ: ໃນເຊົ້າວັນທີ 12 ພະຈິກນີ້, ທ່ານນາງເຜີງລີ້ຢວນພັນລະຍາຂອງທ່ານສີຈິ້ນຜິງປະທານປະເທດຈີນແລະທ່ານນາງເລຕິເຊຍມະເຫສີແອັດສະປາຍທີ່ເດີນທາງຮ່ວມກັບເຈົ້າຊີວິດເຟລິເປ 6 ຂອງແອັດສະປາຍ ມາຢ້ຽມຢາມຈີນທາງລັດຖະກິດນັ້ນໄດ້ໄປຢ້ຽມຢາມສູນບໍລິການຄົນພິການນະຄອນຫຼວງປັກກິ່ງ.
ຣັດເຊຍ ແນະນຳຊິມກາດເດັກນ້ອຍເພື່ອຕິດຕາມຕຳແໜ່ງ

ຣັດເຊຍ ແນະນຳຊິມກາດເດັກນ້ອຍເພື່ອຕິດຕາມຕຳແໜ່ງ

ຂ່າວຕ່າງປະເທດລາຍງານຫວ່າງບໍ່ດົນມານີ້ວ່າ: ທ່ານ ມັກຊຸດ ຊາດາເຢຟ ລັດຖະມົນຕີກະຊວງພັດທະນາດີຈີຕອນ, ການສື່ສານ ແລະ ສື່ມວນຊົນຂອງຣັດເຊຍ ໄດ້ປະກາດຢ່າງເປັນທາງການກ່ຽວກັບການແນະນຳຊິມກາດເດັກນ້ອຍ ຊຶ່ງຊ່ວຍໃຫ້ພໍ່ແມ່ຜູ້​ປົກ​ຄອງສາມາດຕິດຕາມຕຳແໜ່ງທີ່ຢູ່ຂອງລູກໆໄດ້ແບບສົດໆ.
ຜູ້​ນຳຫຼາຍ​ປະ​ເທດສະໜັບສະໜູນການເພີ່ມການໃຊ້ເຊື້ອໄຟແບບຍືນຍົງ

ຜູ້​ນຳຫຼາຍ​ປະ​ເທດສະໜັບສະໜູນການເພີ່ມການໃຊ້ເຊື້ອໄຟແບບຍືນຍົງ

ຂ່າວຕ່າງປະເທດລາຍງານເມື່ອ​ບໍ່​ດົນ​ມາ​ນີ້ວ່າ: ບັນດາຜູ້ນຳທີ່ເຂົ້າຮ່ວມກອງປະຊຸມສຸດຍອດດ້ານສະພາບອາກາດຂອງສະຫະປະຊາຊາດ ຊຶ່ງໄດ້ສິ້ນສຸດລົງຫວ່າງມໍ່ໆມານີ້ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະຂະຫຍາຍການນຳໃຊ້ເຊື້ອໄຟທີ່ຍືນຍົງ(sustainable fuels)ຢ່າງໜ້ອຍ 4 ເທົ່າພາຍໃນປີ 2035, ໂດຍມີຍີ່ປຸ່ນ ແລະ ອີຕາລີ ໄດ້ເຂົ້າຮ່ວມກັບປະເທດເຈົ້າພາບບຣາຊິນໃນການສະເໜີແນວຄວາມຄິດດັ່ງກ່າວ.
ຍີ່ປຸ່ນວາງແຜນຂຶ້ນຄ່າທຳນຽມວີຊາໃນປີ 2026

ຍີ່ປຸ່ນວາງແຜນຂຶ້ນຄ່າທຳນຽມວີຊາໃນປີ 2026

ຂ່າວຕ່າງປະເທດລາຍງານ ໃນວັນທີ 10 ພະຈິກ ຜ່ານມາວ່າ: ລັດຖະບານຍີ່ປຸ່ນວາງແຜນທີ່ຈະເພີ່ມຄ່າທຳນຽມວີຊາສຳລັບຄົນຕ່າງປະເທດໃນປີງົບປະມານ 2026, ຍ້ອນວ່າຄ່າທຳນຽມໃນປັດຈຸບັນຍັງຕໍ່າເມື່ອທຽບກັບຄ່າທຳນຽມໃນສະຫະລັດ ອາເມຣິກາ ແລະ ເອີຣົບ. ໂດຍມີເປົ້າໝາຍສ່ວນໜຶ່ງແມ່ນເພື່ອແກ້ໄຂບັນຫານັກທ່ອງທ່ຽວຫຼາຍເກີນໄປສົ່ງຜົນກະທົບຕໍ່ຄົນທ້ອງຖິ່ນ.
ການເປີດປະຕູສູ່ພາຍນອກລະດັບສູງຂອງຈີນກ້າວໄປໜ້າຕື່ມອີກ

ການເປີດປະຕູສູ່ພາຍນອກລະດັບສູງຂອງຈີນກ້າວໄປໜ້າຕື່ມອີກ

ຂ່າວສານຊີອາໄອລາຍງານ ໃນວັນທີ 10 ພະຈິກ ຜ່ານມາວ່າ: ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 8 ໄດ້ດຶງດູດ 155 ປະເທດ,ເຂດແຄວ້ນ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.ໂທລະພາບສາກົນຈີນ ຫຼື CGTN ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ດຳເນີນການສຳຫຼວດຄວາມເຫັນຕໍ່ຜູ້ຕອບແບບສອບຖາມຈຳນວນ 14,000ຄົນຈາກ 46 ປະເທດໃນທົ່ວໂລກ ຜົນການສຳຫຼວດສະແດງໃຫ້ເຫັນວ່າ: ຜູ້ຕອບແບບສອບຖາມ 72.6% ເຫັນວ່າຈີນແມ່ນຕະຫຼາດເສລີທີ່ເປີດປະຕູສູ່ພາຍນອກ ແລະ ມີກຳລັງແຂ່ງຂັນ​ສູງ.
ການ​ເຕີບ​ໂຕ​ສີ​ຂຽວ ໃນ​ສັງ​ກາດ​ດີ​ຈີ​ຕອນ​​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຂອງ ຫວຽດ​ນາມ

ການ​ເຕີບ​ໂຕ​ສີ​ຂຽວ ໃນ​ສັງ​ກາດ​ດີ​ຈີ​ຕອນ​​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຂອງ ຫວຽດ​ນາມ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນວັນທີ 10 ພະຈິກ ຜ່ານມາຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມປະຈຳປີ ພາຍ​ໃຕ້ຫົວຂໍ້ “ວິສາຫະກິດ FDI ນຳໜ້າໃນການປະຕິບັດຍຸດທະສາດການເຕີບໂຕສີຂຽວ ໃນສັງກາດດີຈີຕອນ”. ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມກ່າວວ່າ: ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດມີຫົວຄິດປະດິດສ້າງແມ່ນຄວາມຮຽກຮ້ອງຕ້ອງການໂດຍພາວະວິໄສ, ແມ່ນການຄັດເລືອກຍຸດທະສາດ ແລະ ບຸລິມະສິດແຖວໜ້າຂອງ ຫວຽດນາມ.
OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ພະຈິກ ຜ່ານມາວ່າ: ອົງການປະເທດຜູ້ສົ່ງອອກນ້ຳມັນ (OPEC) ແລະ ພັນທະມິດ ຫຼື ເອີ້ນລວມກັນວ່າ OPEC+ ໄດ້ຕົກລົງທີ່ຈະເພີ່ມກຳລັງການຜະລິດນ້ຳມັນຂຶ້ນເປັນ137,000 ບາເຣວຕໍ່ມື້ໃນເດືອນທັນວານີ້.ຫຼັງຈາກປະເທດສະມາຊິກເຊັ່ນ: ຊາອຸດິດ ອາຣັບບີ, ຣັດເຊຍ, ອີຣັກ, ສະຫະລັດອາຣັບເອມິເຣດ, ກູເວດ, ກາຊັກສະຖານ, ອານເຊຣີ ແລະ ໂອມານ ປະຊຸມອອນລາຍເພື່ອທົບທວນສະພາບຕະຫຼາດໂລກ ແລະ ທ່າອ່ຽງເສດຖະກິດ.
ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ລີເຈມຽນ ປະທານາທິບໍດີ ສ ເກົາຫຼີຊຶ່ງເປັນປະທານກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32 ທີ່ເມືອງ Gyeongju ປະເທດ ສ ເກົາຫຼີໄດ້ຮຽກຮ້ອງໃຫ້ເພີ່ມການຮ່ວມມື ແລະ ຄວາມສາມັກຄີໃນພາກພື້ນອາຊີປາຊີຟິກ ເພື່ອເອົາຊະນະສິ່ງທ້າທາຍໃໝ່ໆ ໃນຂະນະທີ່ໂລກກຳລັງເຂົ້າສູ່ຈຸດປ່ຽນທີ່ສຳຄັນ.
ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີວ່າ: ກະຊວງພະລັງງານ ແລະ ຊັບພະຍາກອນບໍ່ແຮ່ຂອງອິນໂດເນເຊຍໄດ້ປະກາດເປົ້າໝາຍໃນການເພີ່ມກຳລັງການຜະລິດພະລັງງານໄຟຟ້າຈາກພະລັງງານໝູນວຽນ 42.6 ກິໂລວັດໃນໄລຍະທົດສະວັດຕໍ່ໄປ ຊຶ່ງເປັນສ່ວນໜຶ່ງຂອງຍຸດທະສາດເພື່ອເລັ່ງການຫັນປ່ຽນຈາກເຊື້ອໄຟຟອດຊິວໄປສູ່ລະບົບພະລັງງານທີ່ມີກາກບອນຕ່ຳ.
ເພີ່ມເຕີມ