ຜູ້ອຳນວຍການທະນາຄານອາເມຣິກາ (Bank of America Corp) ປະຈຳ ສິງກະໂປ ໃຫ້ຮູ້ວ່າ

ອາຊີຕາເວັນອອກສ່ຽງໃຕ້ ເປັນແຫຼ່ງລົງທຶນທີ່ເໝາະສົມສໍາລັບບໍລິສັດຍີ່ປຸ່ນ ແລະ ຕາເວັນອອກກາງ

ອາຊີຕາເວັນອອກສ່ຽງໃຕ້ ເປັນແຫຼ່ງລົງທຶນທີ່ເໝາະສົມສໍາລັບບໍລິສັດຍີ່ປຸ່ນ ແລະ ຕາເວັນອອກກາງ
ຂ່າວສານຫວຽດນາມລາຍງານວ່າ: ທ່ານ ມາຕິນ ເຊຍ ຜູ້ອຳນວຍການທະນາຄານອາເມຣິກາ (Bank of America Corp) ປະຈຳ ສິງກະໂປ ໃຫ້ຮູ້ວ່າ: ບັນດາບໍລິສັດຕາເວັນອອກກາງ ແລະ ຍີ່ປຸ່ນ ໄດ້ຖືອາຊີຕາເວັນອອກສ່ຽງໃຕ້ ເປັນຈຸດໝາຍປາຍທາງທີ່ເໝາະສົມເພື່ອນຳໃຊ້ແຫຼ່ງທຶນ,

ໃນສະພາບການທີ່ບັນດາບໍລິສັດເຫຼົ່ານີ້ພວມຫັນການລົງທຶນທີ່ມີທ່າແຮງບາງສ່ວນອອກຈາກພາກສ່ວນອື່ນຂອງທະວີບອາຊີ.

ຂ່າວລະບຸວ່າ: ທ່ານ ມາຕິນ ເຊຍໃຫ້ສໍາພາດຕໍ່ໂທລະພາບ Bloombergໃນວັນທີ 28 ສິງຫາຜ່ານມາ ວ່າ: ບັນດາຂະແໜງການສາທາລະນະສຸກ, ພື້ນຖານໂຄງລ່າງດີຈີຕອນ, ພະລັງງານທົດແທນ ແລະ ການບໍລິການທາງດ້ານການເງິນ ແມ່ນຂະແໜງການທີ່ມີຈັງຫວະການປ່ຽນແປງທີ່ໄດ້ກ່າວມາຂ້າງເທິງ. ອາຊີຕາເວັນອອກສ່ຽງໃຕ້ ພວມຢູ່ໃນເກນຂອງວົງຈອນການເຕີບໂຕຢ່າງວອງໄວ ໂດຍໄດ້ຮັບການລົງທຶນໂດຍກົງຈາກຕ່າງປະເທດສູງທີ່ສຸດໃນປີຜ່ານມາ.

ໃນພາກພື້ນນີ້, ສິງກະໂປ ມີບົດບາດສຳຄັນໃນຖານະເປັນສູນກາງຂອງວິສາຫະກິດຫຼາຍແຫ່ງ, ພິເສດແມ່ນສະຖາບັນການເງິນ. ໃນຊຸມເດືອນມໍ່ໆມານີ້, ສິງກະໂປ ໄດ້ກາຍເປັນຈຸດເດັ່ນໃນການລວບລວມການຄ້າ ແລະ ຊື້-ຂາຍກິດຈະການ (M&A), ເນື່ອງຈາກຄວາມໝັ້ນຄົງດ້ານເສດຖະກິດ ແລະ ການເມືອງ.

ກ່ອນໜ້ານີ້, ອີງຕາມການຈັດອັນດັບຄວາມສາມາດແຂ່ງຂັນທົ່ວໂລກ (WCR) 2024 ຂອງສະຖາບັນພັດທະນາການຄຸ້ມຄອງ (IMD), ອິນໂດເນເຊຍ ໄດ້ເພີ່ມຂຶ້ນເປັນອັນດັບ 27 ໃນການຈັດອັນດັບຄວາມສາມາດແຂ່ງຂັນໃນທົ່ວໂລກ, ລື່ນກາຍຍີ່ປຸ່ນ ແລະ ອັງກິດ.

ຄໍາເຫັນ

ຂ່າວຕ່າງປະເທດ

BIS ເຕືອນ ຄວາມສ່ຽງສົງຄາມການຄ້າດຶງເສດຖະກິດໂລກໄປສູ່ຍຸກຂອງຄວາມບໍ່ແນ່ນອນ

BIS ເຕືອນ ຄວາມສ່ຽງສົງຄາມການຄ້າດຶງເສດຖະກິດໂລກໄປສູ່ຍຸກຂອງຄວາມບໍ່ແນ່ນອນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ມິຖຸນາ ຜ່ານມາວ່າ: ທະນາຄານ​​ເພື່ອການຊຳລະສາກົນ (Bank for International Settlements: BIS) ເປີດເຜີຍບົດລາຍງານ​ການ​ປະ​ເມີນ​ເສດຖະກິດ​ໂລກ​ຄັ້ງ​ຫຼ້າ​ສຸດ​ ໃນ​ວັນ​ທີ 29 ມິຖຸນາ ຜ່ານມາ​ວ່າ: ຄວາມ​ເຄັ່ງ​ຕຶງ​ດ້ານ​ການ​ຄ້າ ​ແລະ​ ທາງ​ດ້ານພູມສາດການ​ເມືອງ​ ມີຄວາມສ່ຽງທີ່ຈະເຮັດໃຫ້ລະບົບການເງິນທົ່ວໂລກປະເຊີນກັບຄວາມບໍ່ສອດຄ່ອງໃນລະດັບທີ່ເລິກເຊິ່ງຂຶ້ນ.
ເອີຣົບ ກຳລັງປະເຊີນກັບຄື້ນຄວາມຮ້ອນ

ເອີຣົບ ກຳລັງປະເຊີນກັບຄື້ນຄວາມຮ້ອນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ມິຖຸນາ ຜ່ານມາວ່າ: ຄື້ນ​ຄວາມ​ຮ້ອນ​ຍັງ​ສືບ​ຕໍ່​ປົກຄຸມຫຼາຍປະເທດໃນເອີຣົບ ໂດຍ​ມີ​ຫຼາຍ​ປະ​ເທດ​ໄດ້ອອກ​ຄໍາ​ເຕືອນທ່າມກາງ​ອຸນ​ຫະ​ພູມ​ທີ່​ເພີ່ມສູງ​ຂຶ້ນ, ​ໃນ​ຂະ​ນະ​ທີ່​ແອັດສະປາຍ ທຳລາຍສະຖິຕິອຸນຫະພູມສູງທີ່ສຸດ.
ສິນຄ້າອາຫານໃນຍີ່ປຸ່ນຈະເພີ່ມລາຄາຂຶ້ນ 2,000 ກວ່າລາຍການ

ສິນຄ້າອາຫານໃນຍີ່ປຸ່ນຈະເພີ່ມລາຄາຂຶ້ນ 2,000 ກວ່າລາຍການ

ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ມິຖຸນາ ຜ່ານມາວ່າ: ບົດລາຍງານຂອງ ບໍລິສັດ Teikoku Databank ຊຶ່ງເປັນບໍລິສັດຄົ້ນຄວ້າຂອງຍີ່ປຸ່ນ ເປີດເຜີຍວ່າ: ສິນຄ້າອາຫານໃນຍີ່ປຸ່ນ ປະມານ 2,105 ລາຍການ ຈະປັບຂຶ້ນລາຄາໃນເດືອນກໍລະກົດ ນີ້ ຍ້ອນການເພີ່ມຂຶ້ນຂອງລາຄາວັດຖຸດິບ, ລວມເຖິງການເພີ່ມຂຶ້ນຂອງຄ່າແຮງງານ, ການຂົນສົ່ງ ແລະ ຄ່ານໍ້າ-ຄ່າໄຟ.
ພັກກອມມູນິດຈີນ ທົບ​ທວນ​ຄືນ ກົດ​ລະ​ບຽບ​​ການປະ​ຕິ​ບັດ​ງານ​ຂອງ​ອົງ​ການ​​ຕັດ​ສິນ​ນະ​ໂຍ​ບາຍ

ພັກກອມມູນິດຈີນ ທົບ​ທວນ​ຄືນ ກົດ​ລະ​ບຽບ​​ການປະ​ຕິ​ບັດ​ງານ​ຂອງ​ອົງ​ການ​​ຕັດ​ສິນ​ນະ​ໂຍ​ບາຍ

ຂ່າວສານຊີອາໄອລາຍງານວ່າ: ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ຈັດ​ກອງ​ປະ​ຊຸມ​ໃນ​ວັນ​ທີ 30 ມິ​ຖຸ​ນາ​ ຜ່ານມາ ໂດຍ​ໄດ້​ທົ​ທວນ​ຄືນ “ກົດ​ລະ​ບຽບ​​ໃນ​ການປະ​ຕິ​ບັດ​ງານ​ຂອງ​ອົງ​ການ​​ຕັດ​ສິນ​ນະ​ໂຍ​ບາຍ, ປຶກ​ສາ​ຫາ​ລື​ ແລະ ​ປະ​ສານງານ​ຂອງ​ສູນ​ກາງ​ພັກ”, ທ່ານ​ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ເປັນ​ປະ​ທານກອງ​ປະ​ຊຸມ.
ຫວຽດນາມ ປະກາດໂຮມຫົວໜ່ວຍບໍລິຫານຢູ່ທ້ອງຖິ່ນຕ່າງໆ

ຫວຽດນາມ ປະກາດໂຮມຫົວໜ່ວຍບໍລິຫານຢູ່ທ້ອງຖິ່ນຕ່າງໆ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 30 ມິຖຸນາ ຜ່ານມາ, ທົ່ວປະເທດ ຫວຽດນາມ ໄດ້ຈັດພິທີປະກາດມະຕິ, ຂໍ້ຕົກລົງສະບັບຕ່າງໆຂອງສູນກາງ ແລະ ທ້ອງຖິ່ນ ກ່ຽວກັບການໂຮມຫົວໜ່ວຍບໍລິຫານຂັ້ນແຂວງ, ຕາແສງ, ສ້າງຕັ້ງອົງການຈັດຕັ້ງພັກ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ແນວໂຮມປະເທດຊາດແຂວງ, ນະຄອນ, ຕາແສງ ແລະ ເຂດພິເສດ.
ປີ​ຜ່ານມາ ໜີ້​ສິນ​ສາ​ທາ​ລະ​ນະ​ທົ່ວ​ໂລກ​ມີ​ເຖິງ 102,000 ຕື້ໂດ​ລາ

ປີ​ຜ່ານມາ ໜີ້​ສິນ​ສາ​ທາ​ລະ​ນະ​ທົ່ວ​ໂລກ​ມີ​ເຖິງ 102,000 ຕື້ໂດ​ລາ

ຂ່າວສານຊີອາໄອລາຍງານຫວ່າງມໍ່ໆມານີ້; ກອງ​ປະ​ຊຸມ​ການ​ຄ້າ​ ແລະ​ ການ​ພັດ​ທະ​ນາ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ​ປະ​ກາດ​ບົດ​ລາຍ​ງານ​ວ່າ: ໜີ້​ສິນ​ສາ​ທາ​ລະ​ນະ​ທົ່ວ​ໂລກ​ໃນ​ປີ 2023 ແມ່ນ 97,000 ຕື້​ໂດ​ລາ, ປີ 2024 ໄດ້​ເພີ່ມ​ຂຶ້ນ​ຮອດ 102,000 ຕື້ໂດ​ລາ, ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ປະ​ຫວັດ​ສາດ, ​ໃນ​ນັ້ນ, ປະ​ເທດ​ທີ່​ພວມ​ພັດ​ທະ​ນາຖືກ​ກະ​ທົບ​ໜັກ​ໜ່ວງກວ່າ​ໝູ່.
ໂອເປັກພລັສ ຈະເພີ່ມປະລິມານການຜະລິດນໍ້າມັນໃນເດືອນສິງຫາ

ໂອເປັກພລັສ ຈະເພີ່ມປະລິມານການຜະລິດນໍ້າມັນໃນເດືອນສິງຫາ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດ ຜ່ານມາວ່າ: ກຸ່ມໂອເປັກພລັສ (OPEC+) ຊຶ່ງເປັນພັນທະມິດດ້ານ​ນ້ຳມັນ​ໃຫຍ່​ທີ່​ສຸດ​ຂອງ​ໂລກ, ກຽມເພີ່ມປະລິມານການຜະລິດນໍ້າມັນ 411,000 ບາ​ເຣນ/ວັນ​ໃນ​ເດືອນ​ສິງຫາ ຈະມາເຖິງນີ້, ໂດຍມີເປົ້າໝາຍ​ເພື່ອຟື້ນຟູ​ສ່ວນ​ແບ່ງ​ຕະຫຼາດ​ທີ່​ສູນ​ເສຍ​ໄປໃຫ້ກັບ​ຄືນ​ມາ.
ສິງກະໂປ ສຳຫຼວດພົບຜູ້ໃຫຍ່ 90% ເປັນນັກອ່ານຫຼາຍກວ່າໜຶ່ງຄັ້ງຕໍ່ອາທິດ

ສິງກະໂປ ສຳຫຼວດພົບຜູ້ໃຫຍ່ 90% ເປັນນັກອ່ານຫຼາຍກວ່າໜຶ່ງຄັ້ງຕໍ່ອາທິດ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ຄະນະ​ກຳມະການ​ຫໍສະໝຸດ​ແຫ່ງ​ຊາດ​ສິງກະ​ໂປ ​ໄດ້​ເປີດ​ເຜີຍ​ຜົນ​ການ​ສຶກສາ​ພຶດຕິ​ກຳ​ການ​ອ່ານ​ແຫ່ງ​ຊາດ​ປີ ​​2024​ ພົບ​ເຫັນ​ວ່າຜູ້ໃຫຍ່​ເກືອບ 9 ​ໃນ 10 ຄົນ ​ແລະ ​ໄວ​ໜຸ່ມ 8 ໃນ 10 ຄົນ​ ຂອງ​ສິງກະ​ໂປ​ອ່ານ​ຂ່າວ, ປຶ້ມ ​ແລະ ​ບົດ​ຄວາມ​ທາງ​ອອນ​ລາຍ​ຫຼາຍ​ກວ່າ​ໜຶ່ງ​ຄັ້ງ​ຕໍ່​ອາທິດ​ໃນ​ປີ 2024.
ກຳປູເຈຍ ແນະນຳຢາສັກປ້ອງກັນ HIV ທີ່ມີປະສິດທິພາບຊະນິດໃໝ່

ກຳປູເຈຍ ແນະນຳຢາສັກປ້ອງກັນ HIV ທີ່ມີປະສິດທິພາບຊະນິດໃໝ່

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ກຳ​ປູ​ເຈຍ​ ແນະນຳ​ຢາ CAB-PrEP, ຢາປ້ອງກັນການຕິດໄວຣັດ HIV ແບບ​ສັກທີ່ມີປະສິດທິພາບຊະນິດໃໝ່ ສຳລັບກຸ່ມ​ທີ່​ມີ​ຄວາມ​ສ່ຽງ​ສູງຕໍ່ການຕິດເຊື້ອໄວຣັດທີ່ເຮັດໃຫ້ເກີດໂຣກເອດສ (AIDS).
ຫວຽດນາມ ມີກຳລັງໜູນເປັນຢ່າງດີ ເພື່ອບັນລຸເປົ້າໝາຍການເຕີບໂຕດ້ານການສົ່ງອອກ

ຫວຽດນາມ ມີກຳລັງໜູນເປັນຢ່າງດີ ເພື່ອບັນລຸເປົ້າໝາຍການເຕີບໂຕດ້ານການສົ່ງອອກ

ວິທະຍຸກະຈາຍສຽງຫວຽດນາມລາຍງານ ຫວ່າງມໍ່ໆມານີ້ວ່າ: ຕາມການຄາດຄະເນຂອງກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ, ການສົ່ງອອກໃນໄລຍະ 6 ເດືອນຕົ້ນປິ 2025 ບັນລຸລະດັບເຕີບໂຕປະມານ 14% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ວົງເງິນສົ່ງອອກ - ນໍາເຂົ້າໃນ 6 ເດືອນຕົ້ນປີຄາດວ່າບັນລຸປະມານ 426 – 430 ຕື້ໂດລາ, ເພີ່ມຂຶ້ນປະມານ 15.5 – 15.8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ໃນນັ້ນ, ວົງເງິນສົ່ງອອກຄາດວ່າບັນລຸປະມານ 215 – 217 ຕື້ໂດລາ, ເພີ່ມຂຶ້ນປະມານ 13.8 – 14%, ການນຳເຂົ້າຄາດວ່າບັນລຸປະມານ 211 – 213 ຕື້ໂດລາ, ເພີ່ມຂຶ້ນປະມານ 17 – 17.2%. ການສົ່ງອອກເກີນດຸນຄາດວ່າບັນລຸ 3.4 – 4 ຕື້ໂດລາ.
ເພີ່ມເຕີມ