ຕໍ່ຊາວໂລກໄດ້ຮັບຮູ້, ທັງການດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວເມືອງເງິນ. ດັ່ງນັ້ນ, ມາໃນວັນທີ 15 ທັນວາ ນີ້ ຢູທີ່ ອ່າງເກັບນໍ້າຫ້ວຍນານ້ອຍ ເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດງານແຂ່ງຂັນເຮືອຊ່ວງປະຈໍາປີ 2024 ຂອງຊາວເມືອງເງິນ, ຕິດພັນກັບງານສະເຫຼີມສະຫຼອງວັນສ້າງຕັ້ງເມືອງເງິນຄົບຮອບ 32 ປີ (14 ພະຈິກ 1992-14 ພະຈິກ 2024) ຂຶ້ນ ໂດຍການເຂົ້າຮ່ວມຂອງ ທ່ານ ສົມຫວັງ ແກ້ວວິໄລສັກ ປະທານກວດກາພັກ-ລັດແຂວງ ຫົວໜ້າຕ້ານການສໍ້ລາດບັງຫຼວງ ແຂວງໄຊຍະບູລີ, ມີທ່ານ ທະວິສັກ ໄຊຍະວົງ ເຈົ້າເມືອງໆເງິນ ປະທານຈັດງານ ແຂ່ງຂັນເຮືອຊ່ວງປະຈໍາປີ 2024, ມີຄະນະນໍາຂອງແຂວງ, ມີແຂກຖືກເຊີນ, ນັກທ້ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.
ການແຂ່ງຂັນຊ່ວງເຮືອປີນີ້, ມີເຮືອເຂົ້າຮ່ວມແຂ່ງຂັນທັງໝົດ16 ລໍາ ຊຶ່ງມາຈາກ 8 ບ້ານ. ໃນນີ້, ມີເຮືອເພດຊາຍ 8 ລໍາ, ເພດຍິງ 8 ລໍາ, ແບ່ງອອກເປັນ 2 ສາຍ. ພາຍໃນງານ ຍັງມີຮ້ານວາງສະແດງສີນຄ້າໂອດ໋ອບຂອງເມືອງເງິນ-ເມືອງອ້ອມຂ້າງ, ຜະລິດຕະພັນຫັດຖະກໍາແຜ່ນແຜ-ຜົນຜະລິດກະສິກຳຂອງປະຊາຊົນບັນດາເຜົ່າ, ງານຕະຫຼາດນັດ, ມີການສະແດງສິລະປະ-ວັນນະຄະດີ ແລະ ປະກວດອາຫານພື້ນບ້ານ.
ສຳລັບ ຜົນການແຂ່ງຂັນ, ເຮືອເພດຊາຍ: ທີ 1 ເຮືອ ບ້ານນາງົວ ໄດ້ຮັບຂັນເງິນຂອງທ່ານເຈົ້າເມືອງ 1 ໜ່ວຍ ເງິນສົດ 8 ລ້ານກີບ, ທີ 2 ເຮືອບ້ານນໍ້າເງິນ ໄດ້ຮັບ ເງິນສົດ 7 ລ້ານກີບ, ທີ 3 ເພດຊາຍ ແມ່ນເຮືອ ບ້ານບີໝີ ໄດ້ຮັບ ເງິນສົດ 6 ລ້ານກີບ. ເຮືອເພດຍິງ: ທີ ເຮືອບ້ານ ນາງົວ ໄດ້ຮັບຂັນເງິນ ຂອງທ່ານເຈົ້າເມືອງ 1 ໜ່ວຍ ເງິນສົດ 8 ລ້ານກີບ, ທີ 2 ເຮືອບ້ານບີໝີ ໄດ້ຮັບ ເງິນສົດ 7 ລ້ານກີບ ແລະ ທີ 3 ເຮືອບ້ານ ນ້ຳເງິນ ໄດ້ຮັບເງິນສົດ 6 ລ້ານກີບ. ສໍາລັບຜົນການປະກວດອາຫານພື້ນບ້ານ ມີທັງໜົດ 10 ບ້ານເຂົ້າຮ່ວມແຂ່ງຂັນ, ທີ 1 ບ້ານຂອນ, ທີ 2 ບ້ານ ແກ້ວດອນຄູນ ແລະ ທີ 3 ບ້ານ ເພຍງາມ, ໃຫ້ກຽດຂື້ນມອບຂັນລາງວັນຊະນະເລີດເຮືອຊວງເພດຊາຍ ແລະ ເພດຍິງ ໂດຍແມ່ນ ສົມຫວັງ ແກ້ວວິໄລສັກ.
(ຂ່າວ: ອິນແປງ ແຫວນຄຳ)
ຄໍາເຫັນ