ແລະເສດຖະກິດຢ່າງຕັ້ງໜ້າ. ເຖິງວ່າຈະປະເຊີນກັບຄວາມເຄັ່ງຕຶງທາງດ້ານພູມສາດ, ດ້ານການເມືອງແລະອຸປະສັກອື່ນໆ
ໃນລະຫວ່າງການຖະແຫຼງຂ່າວ ພາຍຫຼັງກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ທ່ານ ໂມຮາໝັດ ໃຫ້ຮູ້ວ່າ: ບັນດາສະມາຊິກອາຊຽນ ເຫັນດີນຳກັນໃນຈຸດຢືນກ່ຽວກັບຄວາມຈຳເປັນໃນການຮັກສາຄວາມເປັນສູນກາງ ແລະ ຄວາມເປັນກາງຂອງອາຊຽນແລະຈະເຮັດວຽກເພື່ອປົກປ້ອງຜົນປະໂຫຍດຂອງພາກພື້ນທ່າມກາງສະຖານະການຄວາມຂັດແຍ່ງ. ການຍົກຍ້າຍຄັ້ງໃຫຍ່, ໄພພິບັດທາງທໍາມະຊາດ, ການປະຕິວັດເຕັກໂນໂລຊີ ແລະ ແຮງກະທົບທາງດ້ານເສດຖະກິດ
ທ່ານ ໂມຮາໝັດ ລະບຸວ່າ: ໃນຂະນະທີ່ອາຊຽນ ວາງແຜນກຳນົດທິດທາງຂອງຕົນສຳລັບພາກພື້ນໃນໄລຍະ 20 ປີຕໍ່ໜ້າ ຜ່ານວິໄສທັດປະຊາຄົມອາຊຽນ 2045 ແລະ ບັນດາທິດທາງຍຸດທະສາດຕ່າງໆ. ອາຊຽນ ຕ້ອງຮ່ວມກັນຢ່າງແໜ້ນແຟ້ນ, ເສີມສ້າງຄວາມສາມັກຄີເປັນເອກະພາບ, ເປັນຈິດໜຶ່ງໃຈດຽວກັນ ແລະ ເປັນສູນກາງ. ພ້ອມກັນນັ້ນ, ຕ້ອງສ້າງຄວາມຍືດຍຸ່ນທາງເສດຖະສາດ ເພື່ອກະກຽມຮັບມືກັບເຫດການສຸກເສີນ ແລະ ວິກິດການຕະຫຼອດເວລາ. ພ້ອມທັງເນັ້ນໜັກວ່າ: ອາຊຽນ ຕ້ອງສືບຕໍ່ສົ່ງເສີມການຄ້າ ແລະ ການລົງທຶນຢູ່ພາກພື້ນ ເພື່ອສະກັດກັ້ນບໍ່ໃຫ້ເກີດຜົນກະທົບອີກ.
ທ່ານ ໂມຮາໝັດ ລະບຸວ່າ: ໃນຖານະເປັນປະທານອາຊຽນ ປະຈຳປີ 2025, ມາເລເຊຍຈະໃຫ້ຄວາມສຳຄັນກັບຄວາມພະຍາຍາມໃນການຮັກສາສັນຕິພາບ, ສະຖຽນລະພາບແລະຄວາມຈະເລີນຮຸ່ງເຮືອງຂອງພາກພື້ນໂດຍຜ່ານການສົນທະນາແລະການທູດ. ບົນພື້ນຖານຫຼັກການຂອງອາຊຽນເປັນເອກະພາບ ແລະ ເປັນສູນກາງ ຂອງອາຊຽນ,ໂດຍທ່ານກ່າວເນັ້ນວ່າ:ອາຊຽນໃຫ້ຄຳໝັ້ນສັນຍາທີ່ຈະບໍ່ຖືກດຶງເຂົ້າສູ່ຄວາມເຄັ່ງຕຶງທາງດ້ານພູມສາດ. ແຕ່ຈະເນັ້ນໃສ່ການປົກປ້ອງຜົນປະໂຫຍດຂອງຕົນເອງ.
ທັງນີ້, ທ່ານ ໂມຮາໝັດ ກ່າວຕື່ມວ່າ: ອາຊຽນຕ້ອງສືບຕໍ່ເປັນຜູ້ນຳໃນການກຳນົດໂຄງປະກອບການພົວພັນໃນພາກພື້ນ. ເພື່ອສືບຕໍ່ກຳນົດທິດທາງ ແລະ ອະນາຄົດຂອງພາກພື້ນ ແລະ ປະຊາຄົມຂອງພວກເຮົາຕໍ່ໄປ.
ຄໍາເຫັນ