Blossoms Shanghai

Blossoms Shanghai
ນັບແຕ່ຕົ້ນປີມານີ້, ຄຽງຄູ່ກັບລະຄອນໂທລະພາບເລື່ອງ “Blossoms Shanghai” ກຳກັບໂດຍ ທ່ານ ວົງກາວາຍ (Kar-WaiWong) ຜູ້ກຳກັບທີ່ມີຊື່ສຽງຂອງຮົງກົງ ຈີນ ແລະ ມີເນື້ອໃນກ່ຽວກັບຊີວິດໃນເມືອງຂອງນະຄອນຊຽງໄຮ້ໃນຊຸມປີ 1990, ໄດ້ອອກອາກາດທາງຊ່ອງໂທລະພາບຕ່າງໆຂອງຈີນ, ຄົນທັງຫຼາຍ ໄດ້ສົນໃຈນຳພູມສາດ, ວັດທະນະທຳ ແລະ ປະຫວັດສາດ ຂອງນະຄອນຊຽງໄຮ້ ນັບມື້ນັບຫຼາຍຂຶ້ນ. ຈາກຖະໜົນໃນເມືອງ ຈົນເຖິງສູນຖ່າຍທຳຮູບເງົາ ແລະ ໂທລະພາບ, ຈາກຮ້ານອາຫານຕ່າງໆ ຈົນເຖິງຫໍວິຈິດສິນເຫຼົ່ານີ້ເປັນຕົ້ນ, ປະຊາຊົນ ແລະ ນັກທ່ອງທ່ຽວທັງຫຼາຍ ໄດ້ພາກັນໄປທ່ຽວແຫ່ງຕ່າງໆ ທີ່ໄດ້ຖ່າຍທຳໃນລະຄອນໂທລະພາບຕາມໆກັນ.
ອາຫານທີ່ແຊບຊ້ອຍ ທີ່ສະແດງອອກໃນເລື່ອງ “Blossoms Shanghai” ເຊັ່ນ: ເຂົ້າໜົມກະດູກຂ້າງໝູ ທີ່ນາງສາວວາງ ມັກທີ່ສຸດ, ພ້ອມທັງຈືນປາເຫຼືອງ, ເຂົ້າປຽກເຂົ້າ, ຕີນໄກ່, ຈືນເຂົ້າໜົມໃສ້ຜັກກາດຫົວ ເປັນຕົ້ນ ລ້ວນແຕ່ໄດ້ຮັບຄວາມນິຍົມຊົມຊອບ ຈາກນັກທ່ອງທ່ຽວທີ່ມາຈາກແຫ່ງຕ່າງໆ. ໂຕເລກຂໍ້ມູນກ່ຽວກັບການຂາຍອາຫານຂອງ Meituan ສະແດງໃຫ້ເຫັນວ່າ: ນັບແຕ່ສາຍລະຄອນໂທລະພາບເລື່ອງ “Blossoms Shanghai” ເປັນຕົ້ນມາ, ຈຳນວນລູກຄ້າທີ່ສັ່ງຊື້ອາຫານຊຽງໄຮ້ ທີ່ໄດ້ສະແດງອອກໃນລະຄອນຕາມແອັບ Meituan ລ້ວນແຕ່ໄດ້ເພີ່ມຂຶ້ນໃນລະດັບຕ່າງກັນ. ໃນນັ້ນ, ການຄົ້ນຫາເຂົ້າໜົມກະດູກຂ້າງໝູຢູ່ຕາມອິນເຕີເນັດໄດ້ເພີ່ມຂຶ້ນ 10 ເທົ່າ, ຍອດສັ່ງຊື້ອາຫານທາງອິນເຕີເນັດໄດ້ເພີ່ມຂຶ້ນ 300% ເມື່ອທຽບໃສ່ອາທິດຜ່ານມາ. ສ່ວນໂຮງແຮມສັນຕິພາບ ແລະ ຮ້ານອາຫານຖາຍເຊິ້ງຢວນ ທີ່ໄດ້ສະແດງອອກໃນລະຄອນລ້ວນແຕ່ໄດ້ຂາຍຊຸດອາຫານສ້າງສັນທີ່ສົມທົບກັບ “Blossoms Shanghai” ໄດ້ກາຍເປັນຫົວຂໍ້ເດັ່ນໃນສື່ສັງຄົມອອນລາຍ.
ໃນຂະນະດຽວກັນ, ມີລູກຄ້າຫຼາຍຄົນ ໄດ້ແບ່ງປັນເຄັດລັບກ່ຽວກັບລະຄອນໂທລະພາບເລື່ອງ “Blossoms Shanghai” ຢູ່ຕາມແອັບ Dianping, ຈຳນວນບົດບັນທຶກແບ່ງປັນຄວາມຮູ້ສຶກທີ່ກ່ຽວຂ້ອງ ໄດ້ເພີ່ມຂຶ້ນ 540%. ນອກນີ້, ມີເຈົ້າຂອງຮ້ານຈຳນວນໜຶ່ງ ໄດ້ຂີດໝາຍເສັ້ນທາງທ່ອງທ່ຽວໃນຕົວເມືອງຊຽງໄຮ້ ທີ່ກ່ຽວຂ້ອງກັບລະຄອນ, ສາມາດໄປທ່ຽວຖະໜົນຮວງເຫີ, ໂຮງແຮມສັນຕິພາບ ເປັນຕົ້ນ ພ້ອມທັງໄດ້ມີ ການອະທິບາຍດ້ວຍພາສາຈີນກາງ ແລະ ພາສາຊຽງໄຮ້ ຊຶ່ງກໍໄດ້ຮັບຄວາມນິຍົມຊົມຊອບຈາກນັກທ່ອງທ່ຽວຫຼາຍ.
ທ່ານ ເວີ້ຍສຽວອ່ານ (Wei Xiao’an) ຫົວໜ້າຜູ້ຊ່ຽວຊານສະມາຄົມຕົວເມືອງທ່ອງທ່ຽວໂລກ ປະທານສະມາຄົມທ່ອງທ່ຽວຈີນ ສາຂາການພັກຜ່ອນຢ່ອນໃຈ ເຫັນວ່າ: “Blossoms Shanghai” ຫາກໍມີຜົນສະທ້ອນເກີດຂຶ້ນໃນເບື້ອງຕົ້ນ, ຊຽງໄຮ້ຈະກາຍເປັນຕົວເມືອງທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຊົມຊອບຫຼາຍໃນໄລຍະຕໍ່ໜ້າ, ອາຫານຊຽງໄຮ້ ກໍຈະໄດ້ຮັບຄວາມນິຍົມຊົມຊອບເຊັ່ນກັນ ຊຶ່ງສະພາບການແບບນີ້ຈະເກີດຂຶ້ນໃນໄລຍະພັກບຸນກຸດຈີນ ທີ່ເປັນເວລາ 9 ວັນໃນໄວໆນີ້.
ແຫຼ່ງຂ່າວ: ໜັງສືພິມໄວໜຸ່ມຈີນ, ໜັງສືພິມການທະນາຄານ ແລະ ການລົງທຶນ

ຄໍາເຫັນ

ຂ່າວຕ່າງປະເທດ

ເສັ້ນ​ທາງ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ທີ່​ມີ​ເອ​ກະ​ລັກ​ຂອງ​ຈີນ

ເສັ້ນ​ທາງ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ທີ່​ມີ​ເອ​ກະ​ລັກ​ຂອງ​ຈີນ

ຈາກຖ້ຳຫີນເກົ່າແກ່ຮອດໂຮງງານທັນສະໄໝ, ຈາກເຂດພາກເໜືອທີ່ມີຫິມະ ແລະ ນ້ຳກ້ອນ ຮອດ ເມືອງແຄມນ້ຳທາງພາກແມ່ນ້ຳຢາງຊີກ້ຽງ, ຈີນກຳລັງບຸກເບີກເສັ້ນທາງພັດທະນາການທ່ອງທ່ຽວທີ່ມີເອກະລັກຂອງຕົນ, ສຳລັບການເຊື່ອມໂຍງວັດທະນະທຳກັບການທ່ອງທ່ຽວຢ່າງເລິກເຊິ່ງ, ແມ່ນສັນຍາລັກພົ້ນເດັ່ນທີ່ສຸດຂອງເສັ້ນທາງດັ່ງກ່າວ.
ຈຳນວນຜູ້ເສຍຊີວິດຍ້ອນພະຍາດອີໂບລາ ໃນກົງໂກ ເກີນ 500 ຄົນ

ຈຳນວນຜູ້ເສຍຊີວິດຍ້ອນພະຍາດອີໂບລາ ໃນກົງໂກ ເກີນ 500 ຄົນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 8 ກໍລະກົດ ຜ່ານມາວ່າ: ອົງການອະນາໄມໂລກ (WHO) ລາຍງານວ່າການລະບາດຂອງພະຍາດອີໂບລາ ສາຍພັນ Bundibugyo ໃນພາກຕາເວັນອອກຂອງສາທາລະນະລັດ ປະຊາທິປະໄຕ ກົງໂກ ຫຼື DR Congo ຍັງສືບຕໍ່ແຜ່ລະບາດ, ໂດຍຍັງບໍ່ສາມາດຢືນຢັນຂອບເຂດທີ່ແນ່ນອນຂອງການລະບາດໄດ້ ແລະ ສະຖານະການຍັງຄົງບໍ່ແນ່ນອນ.
ອາກາດຮ້ອນຮຸນແຮງ ສົ່ງຜົນກະທົບຕໍ່ສຸຂະພາບຈິດຂອງໄວໜຸ່ມ

ອາກາດຮ້ອນຮຸນແຮງ ສົ່ງຜົນກະທົບຕໍ່ສຸຂະພາບຈິດຂອງໄວໜຸ່ມ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 7 ກໍລະກົດ ຜ່ານມາວ່າ: ການສຶກສາທີ່ສຳຄັນທີ່ນຳພາໂດຍມະຫາ ວິທະຍາໄລຊິດນີຂອງອົສຕຣາລີ ຊຶ່ງໄດ້ຕີພິມໃນວາລະສານສະຖາບັນຈິດຕະແພດເດັກ ແລະ ໄວໜຸ່ມ ຂອງ ສະຫະລັດ ອາເມຣິກາ ເປີດເຜີຍວ່າ: ສະພາບອາກາດຮ້ອນຮຸນແຮງເຮັດໃຫ້ໄວໜຸ່ມສ່ຽງຕໍ່ການເຂົ້າໂຮງໝໍຍ້ອນບັນຫາສຸຂະພາບຈິດ ເພີ່ມຂຶ້ນຢ່າງຫຼວງຫຼາຍ, ສະທ້ອນໃຫ້ເຫັນເຖິງຄວາມກັງວົນດ້ານສາທາລະນະສຸກທີ່ເພີ່ມຂຶ້ນຈາກການປ່ຽນແປງຂອງດິນຟ້າອາກາດ. ທ່ານ ໄຊເບລ ເດ ນັກຈິດຕະແພດເດັກ ແລະ ໄວໜຸ່ມຈາກໂຮງໝໍເດັກຊິດນີ ໄດ້ກ່າວວ່າ: ການປ່ຽນແປງຂອງດິນຟ້າອາກາດກຳລັງສົ່ງຜົນກະທົບຕໍ່ສຸຂະພາບຈິດຂອງເດັກນ້ອຍ ແລະ ໄວໜຸ່ມໃນຫຼາຍດ້ານ.
ການເຕີບໂຕຂອງອຸດສາຫະກໍາທີ່ກ່ຽວຂ້ອງກັບປັນຍາປະດິດຂອງຈີນ ຈະບັນລຸຫຼາຍກວ່າ 30%

ການເຕີບໂຕຂອງອຸດສາຫະກໍາທີ່ກ່ຽວຂ້ອງກັບປັນຍາປະດິດຂອງຈີນ ຈະບັນລຸຫຼາຍກວ່າ 30%

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 8 ກໍລະກົດ ຜ່ານມາວ່າ: ຄະນະກຳມະການພັດທະນາ ແລະ ປະຕິຮູບແຫ່ງຊາດຈີນໄດ້ເປີດເຜີຍໃນວັນທີ 7 ກໍລະກົດ ຜ່ານມາວ່າ, ປີກາຍນີ້ ຍອດມູນຄ່າອຸດສາຫະກໍາທີ່ກ່ຽວຂ້ອງກັບປັນຍາປະດິດຂອງຈີນມີຫຼາຍກວ່າ 1,000 ຕື້ຢວນ, ອີງຕາມການຄາດຄະເນໃນເບື້ອງຕົ້ນ, ຈັງຫວະການເຕີບໂຕຂອງອຸດສາຫະກໍາດັ່ງກ່າວໃນປີນີ້ຈະບັນລຸຫຼາຍກວ່າ 30%.​ ພ້ອມດຽວກັນນີ້, ຈີນຈະຕິດຕາມຜົນສະທ້ອນຂອງປັນຍາປະດິດຕໍ່ການປະກອບອາຊີບ ເພື່ອຊຸກຍູ້ໃຫ້ປັນຍາປະດິດສ້າງອາຊີບໃໝ່ ແລະ ເພີ່ມຄວາມສາມາດໃຫ້ແກ່ອາຊີບດັ້ງເດີມ, ລວມເຖິງການສົ່ງເສີມການປະຍຸກໃຊ້ປັນຍາປະດິດໃນອາຊີບທີ່ “ອັນຕະລາຍ, ເປີະເປື້ອນ, ເໝື່ອຍ ແລະ ໜັກ” ເປັນບຸລິມະສິດ.
5 ປີຜ່ານມາ ກຳປູເຈຍ ຜະລິດຄຳໄດ້ປະມານ 20 ໂຕນ

5 ປີຜ່ານມາ ກຳປູເຈຍ ຜະລິດຄຳໄດ້ປະມານ 20 ໂຕນ

ສຳນັກຂ່າວສານຊິນຮວາລາຍງານ ໃນວັນທີ 8 ກໍລະກົດ ຜ່ານມາວ່າ: ກະຊວງບໍ່ແຮ່ ແລະ ພະລັງງານຂອງກຳປູເຈຍລາຍງານວ່າ, ກຳປູເຈຍສາມາດຜະລິດຄຳແທ່ງບໍລິສຸດ ໄດ້ປະມານ 20 ໂຕນພາຍໃນ 5 ປີ ຫຼັງຈາກເລີ່ມການຂຸດຄົ້ນຄຳໃນເດືອນມິຖຸນາ 2021 ແລະ ປັດຈຸບັນ, ມີບໍລິສັດ 7 ແຫ່ງໄດ້ຮັບໃບອະນຸຍາດໃຫ້ຂຸດຄົ້ນຄຳໃນຫຼາຍແຂວງ, ລວມທັງແຂວງມົນທົນຄີຣີ, ກຣະແຈະ, ພຣະວິຫານ ແລະ ກຳປົງທົມ.
ນະຄອນຫຼວງຮ່າ​ໂນ້ຍ ຕ້ອງ​ເຕີບ​ໂຕ​ຢ່າງວ່ອງ​ໄວ ແລະ ມີ​ຄຸນ​ນະ​ພາບ

ນະຄອນຫຼວງຮ່າ​ໂນ້ຍ ຕ້ອງ​ເຕີບ​ໂຕ​ຢ່າງວ່ອງ​ໄວ ແລະ ມີ​ຄຸນ​ນະ​ພາບ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັ​ນ​ທີ 8 ກໍ​ລະ​ກົດ ຜ່ານມາ ຢູ່ນະຄອນຫຼວງ​ຮ່າ​ໂນ້ຍ, ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ເປັນ​ປະ​ທານ​ການ​ເຮັດ​ວຽກ​ກັບ​ຄະ​ນະ​ພັກ​ນະ​ຄອນຫຼວງຮ່າ​ໂນ້ຍ ກ່ຽວ​ກັບ​ສະ​ພາບ​ການ​ປະ​ຕິ​ບັດ​ໜ້າ​ທີ່ 6 ເດືອນ​ຕົ້ນ​ປີ; ບັນ​ດາ​ໜ້າ​ທີ່, ມາດ​ຕະ​ການ​ຮັບ​ປະ​ກັນ​ປະ​ຕິ​ບັດ​ໜ້າ​ທີ່ປີ 2026; ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ມະ​ຕິ​ຂອງ​ກົມ​ການ​ເມືອງ​ວ່າ​ດ້ວຍ​ການ​ກໍ່​ສ້າງ ແລະ ພັດ​ທະ​ນາ​ນະ​ຄອນຫຼວງຮ່າ​ໂນ້ຍ ໃນ​ສັງ​ກາດ​ໃໝ່.
ອິນໂດເນເຊຍ ເປີດໂຄງການຈັບຄູ່ທຸລະກິດອອນລາຍ

ອິນໂດເນເຊຍ ເປີດໂຄງການຈັບຄູ່ທຸລະກິດອອນລາຍ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 7 ກໍລະກົດ ຜ່ານມາວ່າ: ກະຊວງການຄ້າອິນໂດເນເຊຍເປີດເຜີຍວ່າ ອິນໂດເນເຊຍມີມູນຄ່າການເຮັດທຸລະກຳ ປະມານ 107.34 ລ້ານໂດລາ ຜ່ານໂຄງການຈັບຄູ່ທຸລະກິດອອນລາຍສຳລັບວິສາຫະກິດຂະໜາດນ້ອຍ, ຂະໜາດນ້ອຍ ແລະ ຂະໜາດກາງ (MSMEs) ໃນລະຫວ່າງເດືອນມັງກອນ ຫາ ເດືອນເມສາ 2026.
ການອອກກຳລັງກາຍຊ່ວຍເພີ່ມອັດຕາການເຊົາສູບຢາ

ການອອກກຳລັງກາຍຊ່ວຍເພີ່ມອັດຕາການເຊົາສູບຢາ

ສຳນັກຂ່າວສານຊິນຮວາລາຍງານ ຫວ່າງມໍ່ໆມານີ້ວ່າ: ຜົນການສຶກສາຈາກມະຫາວິທະຍາໄລ Adelaide ໃນອົດສຕຣາລີ ພົບວ່າ, ການອອກກຳລັງກາຍສາມາດຊ່ວຍເພີ່ມໂອກາດໃນການເຊົາສູບຢາໄດ້ໃນລະດັບໜຶ່ງ. ນັບເປັນວິທີປະຢັດທີ່ຊ່ວຍໃຫ້ສາມາດເຊົາສູບຢາຄຽງຄູ່ກັບການປິ່ນປົວແບບດັ້ງເດີມ. ໂດຍການອອກກຳລັງກາຍຊ່ວຍໃຫ້ຜູ້ທີ່ຕ້ອງການເຊົາສູບຢາຫຼຸດຜ່ອນປະລິມານການຢາສູບ, ຫຼຸດຜ່ອນຄວາມຢາກສູບຢາ ແລະ ເພີ່ມໂອກາດໃນການເຊົາສູບຢາ.
ແອັດສະປາຍ ກຳລັງປະສົບກັບຄື້ນຄວາມຮ້ອນຄັ້ງທີສອງ

ແອັດສະປາຍ ກຳລັງປະສົບກັບຄື້ນຄວາມຮ້ອນຄັ້ງທີສອງ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 7 ກໍລະກົດ ຜ່ານມາວ່າ: ລະບົບຕິດຕາມການເສຍຊີວິດປະຈຳວັນຂອງກະຊວງສາທາລະນະສຸກແອັດສະປາຍລາຍງານວ່າ, ມີຜູ້ເສຍຊີວິດຫຼາຍກວ່າ 150 ຄົນຈາກອຸນຫະພູມທີ່ສູງຂຶ້ນໃນຕົ້ນເດືອນກໍລະກົດ, ປັດຈຸບັນແອັດສະປາຍກຳລັງປະເຊີນກັບຄື້ນຄວາມຮ້ອນຄັ້ງທີສອງຂອງປີ. ໂດຍໃນເດືອນມິຖຸນາພຽງເດືອນດຽວ, ມີຜູ້ເສຍຊີວິດທີ່ກ່ຽວຂ້ອງກັບອາກາດຮ້ອນເຖິງ 1,029 ຄົນ ຊຶ່ງເປັນຈຳນວນຜູ້ເສຍຊີວິດປະຈຳເດືອນສູງສຸດນັບຕັ້ງແຕ່ລະບົບດັ່ງກ່າວເລີ່ມນໍາໃຊ້ໃນປີ 2015.
ຍີ່ປຸ່ນ ເຝົ້າລະວັງພາຍຸໄຕ້ຝຸ່ນບາວີ ກຳລັງເຄື່ອນທີ່ເຂົ້າໃກ້ເກາະໂອກິນາວາ

ຍີ່ປຸ່ນ ເຝົ້າລະວັງພາຍຸໄຕ້ຝຸ່ນບາວີ ກຳລັງເຄື່ອນທີ່ເຂົ້າໃກ້ເກາະໂອກິນາວາ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 7 ກໍລະກົດ ຜ່ານມາວ່າ: ອົງການອຸຕຸນິຍົມວິທະຍາຍີ່ປຸ່ນລາຍງານວ່າ,ພາຍຸໄຕ້ຝຸ່ນບາວີ ຊຶ່ງເປັນພາຍຸໄຊໂຄລນເຂດຮ້ອນຂະໜາດໃຫຍ່ ແລະ ຮຸ່ນແຮງຫຼາຍ ຊຶ່ງເປັນພາຍຸລູກທີ 9 ຂອງລະດູການນີ້ ອາດຈະພັດເຂົ້າໃກ້ເກາະໂອກິນາວາໃນພາກໃຕ້ຂອງຍີ່ປຸ່ນດ້ວຍຄວາມຮຸນແຮງສູງໃນທ້າຍອາທິດນີ້.
ເພີ່ມເຕີມ