ພິທີມອບແຜ່ນພິມ (Poster) ພະຍັນຊະນະລາວ

ບລູກຣາດສດີຊາຍ ມອບແຜ່ນພິມ ພະຍັນຊະນະລາວ 5.000 ແຜ່ນ ໃຫ້ພະແນກສຶກສາທິການ ແລະ ກິລາ ນວ

ບລູກຣາດສດີຊາຍ ມອບແຜ່ນພິມ ພະຍັນຊະນະລາວ 5.000 ແຜ່ນ ໃຫ້ພະແນກສຶກສາທິການ ແລະ ກິລາ ນວ
ພິທີມອບແຜ່ນພິມ (Poster) ພະຍັນຊະນະລາວ ຈໍານວນ 5.000 ແຜ່ນ ມູນຄ່າ 25.500.000 ກີບໃຫ້ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ (ນວ) ຈາກບໍລິສັດ ບລູກຣາດສ ດີຊາຍ ກຣຸບ ຈຳກັດຜູ້ດຽວ ໄດ້ຈັດຂຶ້ນໃນວັນທີ 20 ສິງຫາ ນີ້ທີ່ພະແນກສຶກສາທິການ ແລະ ກິລາ ນວ.

ໂດຍການກ່າວມອບຂອງ ທ່ານ ປຣະເສີດ ບັນຈົງພັກດີ ປະທານ ບໍລິສັດ ບລູກຣາດສ ດີຊາຍ ກຣຸບ ຈຳກັດຜູ້ດຽວ ພ້ອມດ້ວຍບັນດາບໍລິສັດ ທີ່ຮ່ວມໃຫ້ການສະໜັບສະໜູນການຈັດພິມ poster ກ່າວຮັບໂດຍທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ທ່ານ ປຣະເສີດ ບັນຈົງພັກດີ ໄດ້ກ່າວວ່າ: ຈຸດປະສົງຂອງການຈັດພິມ ເພື່ອປະກອບສ່ວນໃຫ້ສັງຄົມ ຕາມທິດທາງການພັດທະນາຂອງພັກ ແລະ ລັດຖະບານໃນການມີສ່ວນຮ່ວມເຂົ້າໃນການພັດທະນາດ້ານການສຶກສາຂອງຊາດ ກຸ່ມບໍລິສັດຂອງພວກເຮົາຈຶ່ງໄດ້ນໍາໃຊ້ຄວາມຊຳນານສະເພາະດ້ານຂອງຕົນເອງ ໂດຍສະເພາະແມ່ນການອອກແບບ ການແຕ້ມ ການເລືອກປະເພດເຈ້ຍ ແລະ ການຈັດພິມ ສ້າງສັນຜົນງານ ເພື່ອປະກອບສ່ວນໃຫ້ສັງຄົມ ສໍາລັບ poster ພະຍັນຊະນະລາວ ທີ່ໄດ້ຈັດພິມ 5.000 ແຜ່ນ ເພື່ອໄປແຈກຢາຍໃຫ້ນັກຮຽນອະນຸບານ ແລະ ປະຖົມ ໃນຂອບເຂດທົ່ວນະຄອນຫຼວງວຽງຈັນ ເພື່ອເປັນການສົ່ງເສີມການຮຽນຮູ້ພາສາລາວຕັ້ງແຕ່ເຍົາໄວ ໂດຍທີ່ມີຮູບພາບປະກອບທີ່ມີສັນສົດໃສ ສ້າງການຈື່ຈໍາ ແລະ ເສີມສ້າງພັດທະນາການຂອງເດັກນ້ອຍລາວ ໃຫ້ໄດ້ມ່ວນຊື່ນກັບການຮຽນຮູ້ພາສາລາວ.

ໂອກາດດັ່ງກ່າວ, ທ່ານ ສົມພອນ ສອນດາລາ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍຕໍ່ບໍລິສັດ ກໍຄືທຸກພາກສ່ວນທີ່ໄດ້ສະຫຼະເຫື່ອແຮງສະຕິປັນຍາ ແລະ ກຳລັງຊັບ ເຂົ້າໃນການສ້າງສັນເປັນສ່ວນໜຶ່ງໃນການພັດທະນາວຽກງານຂະແໜງການສຶກສາ ພາຍໃນນະຄອນຫຼວງວຽງຈັນ ເຮັດໃຫ້ລູກຫຼານນັກຮຽນໄດ້ມີວັດຖຸ ອຸປະກອນປະກອບເຂົ້າໃນການຮຽນຮູ້ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະນຳໃຊ້ການປະກອບສ່ວນຄັ້ງນີ້ ໃຫ້ເກີດປະໂຫຍດສູງສຸດ ແລະ ຫວັງວ່າຈະໄດ້ຮັບການສືບຕໍ່ຊຸກຍູ້ຊ່ວຍເຫຼືອ ໃນໂອກາດຕໍ່ໄປ.

ຂ່າວ-ພາບ:ຍຸຸພິນທອງ

ຄໍາເຫັນ

ຂ່າວສືກສາ-ກິລາ

ນະຄອນຫຼວງວຽງຈັນ ຄອງເຈົ້າຫຼຽນຄຳການສອບເສັງນັກຮຽນເກັ່ງລະດັບຊາດ

ນະຄອນຫຼວງວຽງຈັນ ຄອງເຈົ້າຫຼຽນຄຳການສອບເສັງນັກຮຽນເກັ່ງລະດັບຊາດ

ໃນສົກຮຽນ 2023-2024 ຜ່ານມາ ນະຄອນຫຼວງວຽງຈັນ (ນວ) ສາມາດຍາດໄດ້ຫຼຽນຄຳໃນການສອບເສັງແຂ່ງຂັນນັກຮຽນເກັ່ງລະດັບຊາດເຖິງ 6 ຫຼຽນຄຳ ແລະ 1 ຫຼຽນເງິນລວມ 7 ຫຼຽນ ແລະ ໃນສົກຮຽນ 2024-2025 ນວ ຍັງຄົງສາມາດສືບຕໍ່ຮັກສາມູນເຊື້ອໄວ້ຢ່າງໜຽວໝັ້ນ ພ້ອມທະລຸເປົ້າໝາຍເຖິງ 11 ຫຼຽນ ໃນນັ້ນໄດ້ຫຼຽນຄຳເຖິງ 7 ຫຼຽນໃນຈຳນວນ 8 ຫຼຽນຄຳທົ່ວປະເທດ.
ມສ ເມືອງລອງ ຖາມ-ຕອບ ວິທະຍາສາດ ແລະ ແຂ່ງຂັນສິລະປະວັນນະຄະດີ

ມສ ເມືອງລອງ ຖາມ-ຕອບ ວິທະຍາສາດ ແລະ ແຂ່ງຂັນສິລະປະວັນນະຄະດີ

ໂຮງຮຽນ ມສ ເມືອງລອງ ແຂວງຫຼວງນໍ້າທາ ໄດ້ຈັດພິທີຖາມ-ຕອບ ວິທະຍາສາດ ແລະ ແຂ່ງຂັນສິລະປະວັນນະຄະດີ ປະຈໍາສົກ 2024-2025 ຂຶ້ນໃນວັນທີ 8 ເດືອນ ເມສາຜ່ານມາ, ທີ່ໂຮງຮຽນ ມສ ເມືອງ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ບຸນຈັນ ຫອມກິ່ນແກ້ວ ປະທານສະມາຄົມພໍ່ແມ່ນັກຮຽນ, ມີທ່ານ ນາງ ຝາລິບວອນ ລໍວັນໂຫຼຍ ຮອງອໍານວຍການໂຮງຮຽນ ມສ ເມືອງລອງ.
ນັກຮຽນເກັ່ງຂັ້ນມັດທະຍົມສຶກສາ 228 ຄົນ ເຂົ້າຮ່ວມສອບເສັງລະດັບຊາດ

ນັກຮຽນເກັ່ງຂັ້ນມັດທະຍົມສຶກສາ 228 ຄົນ ເຂົ້າຮ່ວມສອບເສັງລະດັບຊາດ

ການສອບເສັງນັກຮຽນເກັ່ງຂັ້ນມັດທະຍົມສຶກສາປະຈຳສົກຮຽນ 2024-2025 ຊຶ່ງມີຕົວແທນນັກຮຽນເກັ່ງທົ່ວປະເທດເຂົ້າຮ່ວມສອບເສັງແຂ່ງຂັນທັງໝົດ 288 ຄົນ ຍິງ 162 ຄົນ ປີນີ້ໄດ້ຄັດເລືອກຕົວແທນນັກຮຽນເກັ່ງອັນດັບທີ 1 ແລະ 2 ຂອງແຕ່ລະວິຊາຂັ້ນ ມ4, ມ7 ທົ່ວປະເທດເຂົ້າຮ່ວມການສອບເສັງຄັ້ງນີ້.
ມສ ເມືອງໝໍຈັດງານປະກວດສິລະປະ-ວັນນະຄະດີຄັ້ງທີ XVI.

ມສ ເມືອງໝໍຈັດງານປະກວດສິລະປະ-ວັນນະຄະດີຄັ້ງທີ XVI.

ມສ ເມືອງໝໍ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດງານປະກວດສິລະປະ-ວັນນະຄະດີຄັ້ງທີ XVI ຂຶ້ນຢ່າງເບີກບານມ່ວນຊື່ນໃນຄໍ່າຄືນວັນທີ 25 ມີນາຜ່ານມາ ທີ່ໂຮງຮຽນດັ່ງກ່າວ. ເປັນກຽດເຂົ້າຮ່ວມຂອງທ່ານ ຄໍາປຸ່ນ ນວນສະບັບ ວ່າການເຈົ້າເມືອງແກ່ນທ້າວ.
ເປີດຂະບວນການແຂ່ງຂັນກິລາ ສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກ-ຂອງຊາດ

ເປີດຂະບວນການແຂ່ງຂັນກິລາ ສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກ-ຂອງຊາດ

ກອງບັນຊາການປກສແຂວງຜົ້ງສາລີ ໄດ້ຈັດພິທີເປີດຂະບວນການແຂ່ງຂັນກິລາຂຶ້ນຢ່າງເປັນທາງການ ໃນວັນທີ 24 ມີນານີ້, ເປັນກຽດເຂົ້າຮ່ວມຂອງທ່ານ ພົຈວ ຄໍາຈັນ ແສງລາວົງ ກໍາມະການປະຈໍາພັກແຂວງ ຫົວໜ້າກອງບັນຊາການ ປກສ ແຂວງ.
ແຂ່ງຂັນກິລາເຕະບານຊາຍ-ຍິງ ຊີງຂັນຫົວໜ້າຫ້ອງວ່າການພັກສູນກາງພັກ

ແຂ່ງຂັນກິລາເຕະບານຊາຍ-ຍິງ ຊີງຂັນຫົວໜ້າຫ້ອງວ່າການພັກສູນກາງພັກ

ກົມບໍລິຫານ ຫ້ອງວ່າການສູນກາງພັກ ໄດ້ຈັດການແຂ່ງຂັນກິລາເຕະບານຊາຍ-ຍິງ ຊີງຂັນຫົວໜ້າຫ້ອງວ່າການພັກສູນກາງພັກ ຂຶ້ນໃນວັນທີ 20 ມີນານີ້ ທີ່ເດີ່ນກິລາຊ້າງຄູ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມ
ໄຊສົມບູນ ສອບເສັງນັກຮຽນເກັ່ງ ປະຈຳສົກຮຽນ 2024-2025

ໄຊສົມບູນ ສອບເສັງນັກຮຽນເກັ່ງ ປະຈຳສົກຮຽນ 2024-2025

ພະແນກສຶກສາທິການ ແລະ ກິລາ ແຂວງໄຊສົມບູນ ຈັດພິທີສອບເສັງນັກຮຽນເກັ່ງ ປະຈຳສົກຮຽນ 2024-2025ຂຶ້ນ ໃນວັນທີ 6 ມີນາຜ່ານມາ ທີ່ຫ້ອງປະຊຸມພະແນກຂອງຕົນ ໂດຍການເປັນປະທານຂອງທ່ານ ຢົງຢີ ລີເຍ່ຍວື
ມໍປາຍທ່າແຂກ ເປີດຂະບວນແຂ່ງຂັນ ພາຍໃຕ້ຄໍາຂວັນ "ຮັກຊາດ ແລະ ພັດທະນາ"

ມໍປາຍທ່າແຂກ ເປີດຂະບວນແຂ່ງຂັນ ພາຍໃຕ້ຄໍາຂວັນ "ຮັກຊາດ ແລະ ພັດທະນາ"

ໂຮງຮຽນມໍປາຍທ່າແຂກ ແຂວງຄໍາມ່ວນ ຈັດພິທີເປີດຂະບວນການແຂ່ງຂັນ ແລະ ຍ້ອງຍໍ ພາຍໃຕ້ຄໍາຂວັນ "ຮັກຊາດ ແລະ ພັດທະນາ" ຕິດພັນກັບ 3 ຂໍ້ແຂ່ງຂັນ, ເປັນກຽດເຂົ້າຮ່ວມມີ ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ,
ຊາວໜຸ່ມປກສຊະນະເລີດແຂ່ງຂັນເຕະບານຊີງຂັນສະຫາຍເລຂາ ຄຊປປລປະຈໍາປີ 2024

ຊາວໜຸ່ມປກສຊະນະເລີດແຂ່ງຂັນເຕະບານຊີງຂັນສະຫາຍເລຂາ ຄຊປປລປະຈໍາປີ 2024

ທີມຊາວໜຸ່ມ ກະຊວງປ້ອງກັນຄວາມສະຫງົບ (ປກສ) ຊະນະເລີດການແຂ່ງຂັນເຕະບານຊີງຂັນສະຫາຍເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ຄຊປປລ) ປະຈໍາປີ 2024.
ກອງປະຊຸມຜູ້ບໍລິຫານການສຶກສາ ວິທະຍາສາດ ແລະ ກິລາ ທົ່ວປະເທດ ປະຈຳສົກຮຽນ 2024

ກອງປະຊຸມຜູ້ບໍລິຫານການສຶກສາ ວິທະຍາສາດ ແລະ ກິລາ ທົ່ວປະເທດ ປະຈຳສົກຮຽນ 2024

ກອງປະຊຸມຜູ້ບໍລິຫານການສຶກສາ ວິທະຍາສາດ ແລະ ກິລາ ທົ່ວປະເທດ ປະຈໍາສົກຮຽນ 2024 ໄດ້ຈັດຂຶ້ນໃນວັນທີ 6 ມັງກອນ ຜ່ານມານີ້ ທີ່ສູນຝຶກອົບຮົມ ICTC ນະຄອນຫຼວງວຽງຈັນ,
ເພີ່ມເຕີມ