![]() |
ການແຂ່ງຂັນກິລາແລ່ນປ່ຽນໄມ້ 4x100 ແມັດຊາຍ ໃນຮອບຊີງຊະນະເລີດ. ຜົນການແຂ່ງຂັນ ທີມຈີນເຂົ້າເສັ້ນໄຊເປັນອັນດັບ 1 ດ້ວຍເວລາ 38,17 ວິນາທີ ຄ້ວາຫຼຽນຄຳມາຄອງ, ອັນດັບ 2 ທີມໃຕ້ ຫວັນ ດ້ວຍເວລາ 38,32 ວິນາທີ ໄດ້ຫຼຽນເງິນ ແລະ ຫຼຽນທອງເປັນຂອງທີມ ສ ເກົາຫຼີ ດ້ວຍເວລາ 38,48 ວິນາທີ. ປະເພດທີມຍິງ 4x100 ແມັດຍິງ, ທີມຊາດຈີນເຂົ້າເສັ້ນໄຊເປັນອັນດບ1 ດ້ວຍເວລາ 42,96 ວິນາທີ ໄດ້ຫຼຽນຄຳ, ອັນດັບ 2 ເປັນຂອງໄທ ດ້ວຍເວລາ 43,51 ວິນາທີ ໄດ້ຫຼຽນເງິນ ແລະ ຫຼຽນທອງເປັນຂອງເຈົ້າພາບຍີ່ປຸ່ນ ເຂົ້າເສັ້ນໄຊດ້ວຍເວລາ 43,52 ວິນາທີ. ທີມປະສົມ 4x100 ແມັດຍິງ-ຊາຍ, ໄທ ໄດ້ຫຼຽນຄຳ, ຈີນໄດ້ຫຼຽນເງິນ ແລະ ຫຼຽນທອງເປັນຂອງອິນເດຍ.
![]() |


ຄໍາເຫັນ