ຜົນການແຂ່ງຂັນບານສົ່ງຮອບຊາຍ ຮອບ 8 ທີມສຸດທ້າຍ, ທີມຊາດປາກິສຖານ ຊະນະ ອິນເດຍ 3-0 ເຊັດ, ອີຣານ ຊະນະ ສເກົາຫຼີ 3 – 2 ເຊັດ, ຍີ່ປຸ່ນເຈົ້າພາບ ຊະນະ ກາຕາ 3 – 0 ເຊັດ ແລະ ຈີນ ຊະນະ ໄທ 3 – 0 ເຊັດ. ສໍາລັບການແຂ່ງຂັນຮອງຮອງຊະນະເລີດ, ທີມຊາດຍີ່ປຸ່ນ ລົງສະໜາມພົບກັບ ທີມຊາດຈີນ, ທີມຊາດອີຣານ ພົບກັບ ປາກິສຖານ. ທີມໃດຊະນະຈະຜ່ານເຂົ້າໄປຊີງຫຼຽນຄຳ, ທີມທີ່ເສຍຈະໄປຊີງຫຼຽນທອງ. ໃນຕອນບ່າຍວັນທີ 2 ຕຸລານີ້.
ສໍາລັບຜູ້ນໍາໃນຕາລາງຫຼຽນຄຳ ມາຮອດວັນທີ 2 ຕຸລານີ້, ຍັງເປັນທີມຊາດຈີນຄ້ວາຫຼຽນຄຳມາຄອງໄດ້ເປັນອັນດັບ 1 ໂດຍໄດ້ໄປແລ້ວ 156 ຫຼຽນຄຳ, 71 ຫຼຽນເງິນ, 64 ຫຼຽນທອງ ລວມເປັນ 191 ຫຼຽນ, ອັນດັບ 2 ທີມເຈົ້າພາບຍີ່ປຸ່ນ 61 ຫຼຽນຄຳ, 79 ຫຼຽນເງິນ, 79 ຫຼຽນທອງ ລວມເປັນ 219 ຫຼຽນ, ອັນດັບ ສ ເກົາຫຼີ 30 ຫຼຽນຄຳ, 32 ຫຼຽນເງິນ, 54 ຫຼຽນທອງ ລວມເປັນ 116 ຫຼຽນ.
![]() |

ຄໍາເຫັນ