![]() |
ການຈັດປະຖົມນິເທດດັ່ງກ່າວດຳເນີນໄປເປັນເວລາ 1 ວັນ. ເນື້ອໃນການປະຖົມນິເທດແມ່ນຕິດພັນກັບວຽກງານການເມືອງ-ແນວຄິດ ແລະ ການຈັດຕັ້ງປະຕິບັດລະບຽບວິໄນ. ໃນພາກເຊົ້າ, ນັກສຶກສາໄດ້ຮັບຟັງການປະຖົມນິເທດຈາກທ່ານ ນາງ ວະໄລລັກ ອະໄພ ຫົວໜ້າສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ແລະ ທ່ານ ບຸນໜາ ສີຫາລາດ ຮອງຫົວໜ້າຫ້ອງການ. ຈາກນັ້ນໃນພາກບ່າຍ, ໄດ້ສືບຕໍ່ຮັບຟັງການເຜີຍແຜ່ລະບຽບການ ແລະ ການຈັດຕັ້ງຈາກ ທ່ານ ນາງ ພອນໄຊ ລາດຊະວົງ ຄະນະບໍລິຫານງານພັກ ຫົວໜ້າກົມຈັດຕັ້ງ ແລະ ທ່ານ ນາງ ກິ່ງໄຜ່ ພະສະຫວັນໄຊ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ.
ຜ່ານການປະຖົມນິເທດໃນຄັ້ງນີ້, ບັນດານັກສຶກສາໃໝ່ທັງ 3 ລະບົບໄດ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ລະບຽບການຕ່າງໆ, ມີຄວາມອຸ່ນອ່ຽນທຸ່ນທ່ຽງ ແລະ ມີຄວາມພ້ອມຢ່າງເຕັມປ່ຽມທີ່ຈະກ້າວເຂົ້າສູ່ການຄົ້ນຄວ້າຮໍ່າຮຽນໃນສົກສຶກສາ 2026-2027 ດ້ວຍຄວາມບຸກບືນ, ເພື່ອສຳເລັດການສຶກສາຕາມຄາດໝາຍທີ່ວາງໄວ້ ແລະ ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ຂອງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
(ຂ່າວ: ສມປຊ)

ຄໍາເຫັນ