ສໍາລັບຜົນການແຂ່ງຂັນດອກປີກໄກ່ຮອງຊີງຊະນະເລີດ ຫຼື້ ຮອບຊີງຫຼຽນຄຳປະເພດທີມຍິງ ເປັນການພົບກັນ ລະຫວ່າງ ທີມຊາດຈີນ ລົງສະໜາມພົບກັບທີມຊາດເຈົ້າພາບຍີ່ປຸ່ນ. ຜົນການແຂ່ງຂັນ ທີມຊາດຈີນສາມາດເອົາຊະນະທີມຊາດຍີ່ປຸ່ນໄປຢ່າງຂາດລອຍ 3 – 0 ຄູ່, ສົ່ງຜົນໃຫ້ທີມຊາດຈີນ ຄ້ວາຫຼຽນຄຳມາຄອງ, ຍີ່ປຸ່ນໄດ້ຫຼຽນເງິນ, ອິນໂດເນເຊຍ ແລະ ສເກົາຫຼີ ໄດ້ຫຼຽນທອງ. ປະເພດທີມຊາຍ, ອິນໂດເນເຊຍ ເອົາຊະນະທີມຊາດຈີນ 3 – 2 ຄູ່, ສົ່ງຜົນໃຫ້ ອິນໂດເນເຊຍ ຄ້ວາຫຼຽນຄຳມາຄອງ, ຈີນ ໄດ້ຫຼຽນເງິນ, ອິນເດຍ ແລະ ໄທ ໄດ້ຫຼຽນທອງ.
ການແຂ່ງຂັນຊີງຫຼຽນຄຳ ເອຊຽນ້ກມ ຄັ້ງທີ 20 ທີ່ໄອຈິ-ນາໂກຢ່າ ປະເທດຍີ່ປຸ່ນເປັນເຈົ້າພາບ, ມື້ທີ 5 ຂອງການແຂ່ງຂັນ ທີມຊາດຈີນ ຍັງຄອງຄວາມຍິ່ງໃຫຍ່ໃນການຄ້ວາຫຼຽນຄຳ ໂດຍໄດ້ໄປ 80 ຫຼຽນຄຳ, 30 ຫຼຽນເງິນ, 20 ຫຼຽນທອງ ລວມເປັນ 130 ຫຼຽນ. ສ່ວນທີມເຈົ້າພາບຍີ່ປຸ່ນ ຕາມມາເປັນອັນດັບ 2 ສາມາດຍາດມາໄດ້ 20 ຫຼຽນຄຳ, 34 ຫຼຽໜເງິນ, 37 ຫຼຽນທອງ ລວມເປັນ 91 ຫຼຽນ ແລະ ອັນດັບທີ 3 ເປັນຂອງ ສ ເກົາຫຼີ ມີ 10 ຫຼຽນຄຳ, 12 ຫຼຽນເງິນ, 28 ຫຼຽນທອງ ລວມເປັນ 50 ຫຼຽນ, ອັນດັບ 4 ກາຊັກສະຖານ 8 ຫຼຽນຄຳ, 8 ຫຼຽນເງິນ ແລະ 9 ຫຼຽນທອງ ລວມເປັນ 25 ຫຼຽນ.
![]() |

ຄໍາເຫັນ