ບໍ່ອະນຸຍາດໃຫ້ນຳໃຊ້ເຄື່ອງສຽງຂະໜາດໃຫຍ່ໃນງານບຸນຊ່ວງເຮືອທ່າວັດຈັນ

ບໍ່ອະນຸຍາດໃຫ້ນຳໃຊ້ເຄື່ອງສຽງຂະໜາດໃຫຍ່ໃນງານບຸນຊ່ວງເຮືອທ່າວັດຈັນ
ໂດຍ: ຍຸຸພິນທອງ
    ງານບຸນອອກສາປະວໍລະນາ ແລະ ບຸນຊ່ວງເຮືອທ່າວັດຈັນປີນີ້ ທາງຄະນະກຳມະການຈັດງານບຸນບໍ່ອະນຸຍາດໃຫ້ບັນດາຫ້າງຮ້ານນຳໃຊ້ເຄື່ອງສຽງຂະຫຍາຍໃຫຍ່ທີ່ກໍ່ໃຫ້ເກີດສຽງດັ່ເນື່ອງນັ່ນ ຊຶ່ງອະນຸຍາດໃຫ້ນຳໃຊ້ໄດ້ພຽງເຄື່ອງສຽງທີ່ມີລະດັບສຽງທີ່ເໝາະສົມ ເຊັ່ນ:  ເຄື່ອງສຽງແບບພົກພາ ແລະ ເຄື່ອງສຽງຂະ ໜາດກາງ ຫາ ນ້ອຍ ແລະ ປັກເລີມືຖືໄດ້, ນັ້ນກໍເພື່ອປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ໃນການຄວບຄຸມສຽງດັງເນື່ອງນັ່ນ ທັງເພື່ອເປັນການຮັກສາບັນຍາກາດທີ່ດີໃນງານບຸນໃຫ້ສົມກັບເປັນງານບຸນປະເພນີອັນດີງາມທີ່ສືບທອດປະຕິບັດກັນມາ ສ້າງຄວາມເອກອ້າງໃຫ້ນັກທ່ອງທ່ຽວທີ່ເຂົ້າມາຮ່ວມງານໄດ້ສຳຜັດບັນຍາກາດທີ່ດີ, ຮັກສາໄດ້ວັດທະນະທຳຮີດຄອງປະເພນີ, ມີຄວາມສະຫງົບປອດໄພ.
ທ່ານ ດວງຕາ ສຸລິວົງ ເຈົ້າເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດໃນວັນທີ 28 ຕຸລາ 2023 ວ່າ: ຂ້າພະເຈົ້າໄດ້ປະຊາສຳພັນໃຫ້ຊາວຄ້າຂາຍພາຍໃນງານບຸນ ແລະ ຊາວນະຄອນຫຼວງວຽງຈັນ ໃຫ້ເຂົ້າໃຈນຳກັນວ່າ ການຈັດງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອປະເພນີທ່າວັດຈັນປະຈຳປີ 2023 ນີ້ ແມ່ນຈັດຂຶ້ນເພື່ອສືບທອດຕາມຮີດຄອງປະເພນີອັນດີງາມຂອງຊາດ ແລະ ເພື່ອຮັກສາຮີດຄອງປະເພນີອັນດີງາມ ແລະ ເປັນການສ້າງບັນຍາກາດເບີກບານມ່ວນຊື່ນໃຫ້ແກ່ປະຊາຊົນ ດັ່ງນັ້ນ ປີນີ້ຄະນະກຳມະການຈັດງານບຸນໄດ້ອອກລະບຽບບໍ່ອະນຸຍາດໃຫ້ທຸກຮ້ານທີ່ຢູ່ພາຍໃນງານບຸນນຳໃຊ້ເຄື່ອງສຽງຂະຫຍາຍໃຫຍ່ເພື່ອເປີດເພງສຽງດັງແຂ່ງຂັນກັນ ຄືປີຜ່ານໆມາ, ເພາະສົ່ງຜົນໃຫ້ບັນຍາກາດພາຍໃນງານບຸນມີສຽງດັງເນື່ອງນັ່ນເກີນກຳນົດ ບັນຫານີ້ແມ່ນເປັນບັນຫາທີ່ເກີດຂຶ້ນໃນງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອປະເພນີທ່າວັດຈັນໃນທຸກປີ ດັ່ງນັ້ນ, ເພື່ອແກ້ບັນຫາດັ່ງກ່າວທາງຄະນະມະການຈັດງານບຸນແມ່ນໄດ້ຮັບການຮ່ວມປຶກສາຫາລືກັບຫຼາຍພາກສ່ວນຄື: ກອງບັນຊາການປ້ອງກັນຄວາມສະຫງົບ ນວ, ທະຫານ ນວ ແລະ  ບັນດາພະແນກການທີ່ກ່ຽວຂ້ອງ ໄດ້ເປັນເອກະພາບກັນໃນການຄວບຄຸມສຽງເນື່ອງນັ່ນໃນງານບຸນຄັ້ງນີ້. ໂດຍບໍ່ອະນຸຍາດໃຫ້ນຳໃຊ້ເຄື່ອງສຽງຂະໜາດໃຫຍ່ເປີດເພງແຂ່ງຂັນກັນ, ແຕ່ອະນຸຍາດໃຫ້ນຳໃຊ້ໄດ້ແຕ່ເຄື່ອງສຽງທີ່ມີລະດັບສຽງທີ່ເໝາະສົມນຳໃຊ້ເຂົ້າໃນການໂຄສະນາສິນຄ້າ ຊຶ່ງອະນຸຍາດໃຫ້ນຳໃຊ້ເຄື່ອງສຽງຂະໜາດໃຫຍ່ແຕ່ຈຸດດຽວຄື: ເວທີກາງສະແດງສີລະປະວັນນະຄະດີພື້ນເມືອງ, ເພື່ອສ້າງບັນຍາກາດຟົດຟື້ນໃຫ້ບັນດາປະຊາຊົນທີ່ເຂົ້າມາຮ່ວມໃນງານໄດ້ຮັບຊົມຮັບຟັງສິລະປະວັນນະຄະດີທີ່ເປັນການສືບທອດກັນມາແຕ່ບູຮານນະການ.
ຜ່ານການຈັດງານບຸນຄັ້ງນີ້ໄລຍະ 2 ມື້ຜ່ານມາ ເຫັນວ່າງານບຸນປີນີ້ມີບັນຍາກາດທີ່ດີຫຼາຍເມື່ອທຽບໃສ່ງານບຸນໃນປີຜ່ານໆມາ ຊຶ່ງປະຊາຊົນສ່ວນໃຫຍ່ແມ່ນເຫັນດີໃນການບໍ່ອະນຸຍາດໃຫ້ຫ້າງຮ້ານນຳໃຊ້ເຄື່ອງຂະຫຍາຍສຽງຂະໜາດໃຫຍ່ ເປັນການປ່ຽນແປງຈາກງານບຸນເມື່ອກ່ອນເກີດມີສຽງເນື່ອງນັ່ນ ກ້າວສູ່ເຮັດໃຫ້ງານບຸນມີບັນຍາກາດອັນໃໝ່ທີ່ດີຂຶ້ນ ນັ້ນກໍເພື່ອເຮັດໃຫ້ນະຄອນຫຼວງວຽງຈັນມີບັນຍາກາດອັນໃໝ່ທີ່ບໍ່ມີສຽງເນື່ອງນັ່ນ. ເພື່ອສືບຕໍ່ໃຫ້ງານບຸນຄັ້ງນີ້ ມີບັນຍາກາດທີ່ດີ ດັ່ງນັ້ນຈຶ່ງຮຽກຮ້ອງມາຍັງບັນດາຮ້ານຕ່າງໆ ແລະ ປະຊາຊົນເຂົ້າໃຈວ່າທີ່ພວກເຮົາຈັດຕັ້ງປະຕິບັດໃນການຄວບຄຸມສຽງເນື່ອງນັ່ນນັ້ນແມ່ນເຮັດເພື່ອໝົດທຸກຄົນ, ການຈັດງານບຸນນີ້ແມ່ນເພື່ອສັງຄົມ, ເພື່ອປະຊາຊົນ ສະນັ້ນທຸກຄົນຕ້ອງພ້ອມກັນເປັນເຈົ້າພາບທີ່ດີນຳກັນ ແລະ ພ້ອມພຽງຮຽງໜ້າຮ່ວມກັນໃນການຈັດຕັ້ງປະຕິບັດ ດັ່ງຂໍ້ຕົກລົງຂອງທ່ານເຈົ້າຄອງວ່າດ້ວຍການແກ້ໄຂສຽງເນື່ອງນັ່ນໃຫ້ໄດ້ໃນລະດັບທີ່ດີ.
    ໃນໄລຍະຈັດຕັ້ງປະຕິບັດການຄວບຄຸມສຽງດັງເນື່ອງນັ່ນໃນງານບຸນປີນີ້ ກໍບໍ່ໄດ້ສົ່ງຜົນກະທົບເຮັດໃຫ້ປະຊາຊົນ ກໍຄື ນັກທ່ອງທ່ຽວບໍ່ເຂົ້າມາທ່ອງທ່ຽວໃນງານບຸນຄັ້ງນີ້ ແຕ່ກົງກັນຂ້າມໃນໄລຍະສອງມື້ຜ່ານມາໄດ້ມີມວນຊົນຈຳນວນຫຼາຍ ລວມທັງນັກທ່ອງທ່ຽວຕ່າງປະເທດເດີນທາງເຂົ້າມາທ່ຽວຊົມງານເປັນຂະບວນຟົດຟື້ນ ແລະ ບໍ່ໄດ້ສົ່ງຜົນກະທົບຕໍ່ການຂາຍສິນຄ້າ ທີ່ສຳຄັນແມ່ນເຮັດໃຫ້ງານບຸນມີບັນຍາກາດທີ່ດີຂຶ້ນຖ້າທຽບໃສ່ປີຜ່ານໆມາ. ກ່ອນທີ່ຄະນະກຳມະການຈັດງານພວກເຮົາຈະຈັດຕັ້ງປະຕິບັດລະບຽບໃນການຄວບຄຸມສຽງໂດຍບໍ່ອະນຸຍາດໃຫ້ຫ້າງຮ້ານພາຍໃນງານນຳໃຊ້ສຽງດັງເກີນກຳນົດນັ້ນແມ່ນໄດ້ມີການຖະແຫຼງຂ່າວຜ່ານສື່ມວນຊົນກ່ອນຈະມີງານຈັດງານບຸນ ແລະ ແຈ້ງໃຫ້ບັນດາຫ້າງຮ້ານຮັບຮູ້ຜ່ານລະບຽບການຄຸ້ມຄອງ, ກະກຽມຈັດງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອທ່າວັດຈັນປະຈຳປີ 2023.

 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ