ບໍລິຄໍາໄຊ ປະຕິບັດວາລະແຫ່ງຊາດ ມີຜົນສໍາເລັດຫຼາຍວຽກງານ

ບໍລິຄໍາໄຊ ປະຕິບັດວາລະແຫ່ງຊາດ ມີຜົນສໍາເລັດຫຼາຍວຽກງານ
ໃນໄລຍະແຕ່ປີ 2021-2023 ຜ່ານມາແຂວງບໍລິຄໍາໄຊໄດ້ຕັ້ງໜ້າຜັນຂະຫຍາຍມະຕິວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຂອງລັັດຖະບານ ໂດຍຜັນຂະຫຍາຍ ເປັນ 5ຄາດໝາຍໃຫຍ່ຄື ຄາດໝາຍອັດຕາການຂະຫຍາຍຕົວຂອງເສດຖະກິດ, ການຄຸ້ມຄອງມະຫາພາກ, ຄ່ອງຕົວ ແລະ ຫຼຸດຜ່ອນຄວາມບອບບາງຕ່າງໆດ້ານເສດຖະກິດ ປະຕິບັດບັນລຸຄາດໝາຍ  ຮອດປີ 2023ສາມາດແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານງົບປະມານລັດໄດ້ໂດຍພື້ນຖານ ແລະ ເລີ່ມເຂົ້າສູ່ການສ້າງຄວາມເຂັ້ມແຂງ ປະຕິບັດບັນລຸຄາດໝາຍ  ສູ້ຊົນຫຼຸດຜ່ອນແກ້ໄຂພັນທະໜີ້ສິນພາຍໃນ ທີ່ຕິດພັນກັບງົບປະມານໃຫ້ຫຼຸດລົງເທື່ອລະກ້າວ ມີຄວາມຄືບໜ້າ ແຕ່ບໍ່ບັນລຸຕາມແຜນ  ສ້າງຄວາມເຂັ້ມແຂງໃຫ້ລະບົບສະຖາບັນການເງິນ ແລະ ສົ່ງເສີມການເຂົ້າເຖິງການບໍລິການດ້ານການເງິນໃຫ້ມີປະສິດທິຜົນສູງຂຶ້ນ ມີຄວາມຄືບໜ້າ ແຕ່ບໍ່ບັນລຸຕາມແຜນ ແລະ ຄາດໝາຍ  ຍົກສູງປະສິດຕິພາບໃນການຄຸ້ມຄອງລັດ ແລະ ເສດຖະກິດ-ສັງຄົມ ປະຕິບັດບັນລຸຄາດໝາຍ; ໄປພ້ອມກັນນີ້ກໍໄດ້ຮັບການຈັດຕັ້ປະຕິບັດ 4ວຽກງານຈຸດສຸມ:ຈຸດສຸມທີ 1: ສົ່ງເສີມການຜະລິດເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ ເພື່ອສ້າງຖານລາຍຮັບ ທີ່ເຂັ້ມແຂງ-ຍືນຍົງ.ຈຸດສຸມທີ 2: ສ້າງຄວາມເຂັ້ມແຂງດ້ານການເກັບລາຍຮັບງົບປະມານ.ຈຸດສຸມທີ 3: ສົ່ງເສີມການປະຢັດ, ຕ້ານການຟຸມເຟືອຍ, ຍົກສູງປະສິດທິຜົນການລົງທຶນ-ລາຍຈ່າຍງົບປະມານພາຍໃນ-ຕ່າງປະເທດ ແລະ ການແກ້ໄຂໜີ້ສິນ.ຈຸດສຸມທີ 4: ຍົກສູງປະສິດທິພາບການຄຸ້ມຄອງລັດດ້ວຍກົດໝາຍ.
ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງ ບໍລິຄໍາໄຊ ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງ ຊຸດທີ II ໃນ ທ້າຍເດືອນທັນວາ 2023 ຜ່ານມານີ້ວ່າ: ຜ່ານການຈັດຕັ້ງປະຕິບັດວາລະແຫ່ງຊາດ ມາຮອດປັດຈຸບັນເຫັນໄດ້ວ່າ ມີຫຼາຍວຽກງານປະສົບຜົນສໍາເລັດຢ່າງໜ້າພາກພູມໃຈເຊັນ: ວຽກງານກະສິກໍາ ແລະ ປ່າໄມ້ການຜະລິດເຂົ້າ ປະຕິບັດໄດ້ 40.485 ຮຕ, ເທົ່າກັບ 99,74% ຂອງແຜນປີ (ແຜນປີ 40.590 ຮຕ). ໃນນີ້: ນາແຊງ 1.632 ຮຕ ເທົ່າກັບ 86,30% ຂອງແຜນປີ (ແຜນປີ 1.891 ຮຕ), ຜົນຜະລິດ 6.597,44 ໂຕ້ນ; ນາປີ 37.198 ຮຕ ເທົ່າກັບ 99,88% ຂອງແຜນປີ (ແຜນປີ 37.239 ຮຕ), ຜົນຜະລິດ 145.542 ໂຕ້ນ; ເຂົ້າໄຮ່ 1.655 ຮຕ ລື່ນແຜນປີ 113,35% (ແຜນປີ 1.460 ຮຕ), ຜົນຜະລິດ 2.815,25 ໂຕນ, ສະເລ່ຍເຂົ້າກິນໄດ້ 418 ກິໂລ/ຄົນ/ປີ; ການຜະລິດພືດເປັນສິນຄ້າ ໄດ້ 37.667 ຮຕ ລື່ນແຜນ 68,19% (ແຜນປີ 22.395 ຮຕ), ຜົນຜະລິດ 544.331 ໂຕນ, ມູນຄ່າ 1.410 ຕື້ກີບ; ການຜະລິດຊີ້ນ-ປາ-ໄຂ່ ເພື່ອບໍລິໂພກໄດ້ 58,53 ກິໂລ/ຄົນ/ປີ (ແຜນປີ 61 ກິໂລ/ຄົນ/ປີ).
    ສໍາລັບວຽກງານອຸດສາຫະກໍາ ແລະ ການຄ້າ: ຕົວເລກຈໍລະຈອນຂາຍຍົກ 2.444,10 ຕື້ກີບ ເພີ່ມຂຶ້ນ 30% (ຍ້ອນອັດຕາເງິນເຟີ້ສູງ, ການຜະລິດພາຍໃນບໍ່ພຽງພໍ...),ຈໍລະຈອນຂາຍຍ່ອຍ 1.898,55 ຕື້ກີບ ເພີ່ມຂຶ້ນ 33% (ຍ້ອນຕົ້ນທຶນລາຄາສິນຄ້າສູງຂຶ້ນ ສາເຫດຈາກອັດຕາເງິນເຟີ້),ມູນຄ່າເກັບຊື້ຜະລິດຕະພັນພາຍໃນ 1.377,69 ຕື້ກີບ ເພີ່ມຂຶ້ນ 53% ທຽບໃສ່ໄລຍະດຽວຂອງປີຜ່ານມາ;ສໍາເລັດການເຊັນບົດບັນທຶກຮ່ວມມືກັບ ກະຊວງອຸດສາຫະກໍາ ແລະ ການຄ້າ ເພື່ອຮ່ວມກັນຂົນຂວາຍຊອກຫາແຫຼ່ງທຶນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າໃນການສະໜັບ-ສະໜູນ ເປັນຕົ້ນ: ໂຄງການສົ່ງເສີມການຜະລິດເປັນສິນຄ້າ,ໂຄງການສ້າງສູນສົ່ງເສີມການຂາຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ, ໂຄງການສ້າງສູນກວດສອບມາດຕະຖານ-ຢັ້ງຢືນຄຸນນະພາບຜະລິດຕະພັນ-ສິນຄ້າ ແລະ ໂຄງການສ້າງຄວາມເຂັ້ມແຂງທາງດ້ານວິຊາສະເພາະ. ສຳເລັດການສັງລວມລາຍຊື່ເປົ້າໝາຍວິສາຫະກິດຢູ່ພາຍໃນແຂວງບໍລິຄຳໄຊ ໃນການຂໍຢືມເງິນນະໂຍບາຍສິນເຊື່ອເພື່ອກະຕຸ້ນເສດຖະກິດ ແລະ ນະໂຍບາຍສິນເຊື່ອເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ ໄດ້ທັງໝົດ 83 ຫົວໜ່ວຍ, ມູນຄ່າ 135 ຕື້ ກີບ. 
    ສ່ວນວຽກງານໂຍທາທິການ ແລະ ຂົນສົ່ງ ແຂວງ ກໍສາມາດແກ້ໄຂການສັນຈອນຢູ່ທາງເລກ 8A ເຂດພູໄຮ ລວງຍາວ 11 ກມ ທີ່ຖືກຜົນກະທົບທາງໄພທໍາມະຊາດ ປັດຈຸບັນສາມາດເປີດການສັນຈອນໄດ້ເປັນປົກກະຕິ, ໂຄງການປັບປຸງ-ຂະຫຍາຍທາງ 13 ໃຕ້ ສັນຍາ 1 ສໍາເລັດ 100%, ສັນຍາ 2 ໄດ້ 53,52%, ສັນຍາ 3 ໄດ້ 57,08% ທຽບໃສ່ມູນຄ່າສັນຍາ; ໂຄງການກໍ່ສ້າງຂົວຂ້າມນໍ້າຂອງແຫ່ງທີ 5 ປາກຊັນ-ບຶງການ ສັນຍາ 1 ໄດ້ 96,23%, ສັນຍາ 2 ໄດ້ 81,82%; ໂຄງການພັດທະນາຕົວເມືອງລຸ່ມແມ່ນໍ້າຂອງ GMS4 ປະຕິບັດໄດ້: ໂຄງການກໍ່ສ້າງວຽກສະໝາມຂີ້ເຫຍື້ອ ປະຕິບັດໄດ້ 100%,  ວຽກຮ່ອງລະບາຍນໍ້າຝົນ ປະຕິບັດໄດ້ 100%,  ວຽກລະບົບບໍາບັດນໍ້າເປື້ອນ ປະຕິບັດໄດ້ 3,2% ແລະ  ວຽກກໍ່ສ້າງຕ້ານເຈື່ອນແຄມນໍ້າຊັນ ປະຕິບັດໄດ້ 6,42%.
    ວຽກງານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກໍສາມາດລົງເຄື່ອນໄຫວຂຶ້ນສໍາມະໂນທີ່ດິນໄດ້ 4.012 ຕອນ ລື່ນແຜນປີ 34,77% (ແຜນປີ 2.977 ຕອນ); ອອກໃບຕາດິນໄດ້ 9.450 ຕອນ, ທຽບໃສ່ແຜນປີຂອງກະຊວງ (33.000 ຕອນ) ໄດ້ 28,64% ແລະ ທຽບໃສ່ແຜນປີຂອງແຂວງ (21.000 ຕອນ) ໄດ້ 45%.
    ໄປພ້ອມກັບຜົນສໍາເລັດວຽກອື່ນໆແລ້ວ ແຂວງຍັງເພີ່ມຄວາມເອົາໃຈໃສ່ຕໍ່ວຽກງານພະລັງານ ແລະ ບໍ່ແຮ່ ຄືໄດ້ຕິດຕາມຊຸກຍູ້ໂຄງການກໍ່ສ້າງເຂື່ອນໄຟຟ້າເຂື່ອນຂັ້ນສູນກາງຄຸ້ມຄອງສໍາເລັດການກໍ່ສ້າງແລ້ວ ແລະ ດໍາເນີນການຜະລິດແລ້ວ 4 ໂຄງການຄື: ໂຄງການເຂື່ອນເທີນ-ຫີນບູນພາກຂະຫຍາຍ, ນ້ຳມັງ 1, ນໍ້າງຽບ 1 ແລະ ນໍ້າເທີນ 1;  ຂັ້ນຕອນເຊັນສັນຍາສໍາປະທານໂຄງການ (CA) ມີ 1 ໂຄງການຄື: ເຂື່ອນໄຟຟ້ານໍ້າຮົງ ແລະສຶກສາຄວາມເປັນໄປໄດ້ເຂື່ອນໄຟຟ້ານໍ້າຕົກ 9 ໂຄງການ ຂັ້ນແຂວງຄຸ້ມຄອງທີ່ມີກໍາລັງຕິດຕັ້ງນ້ອຍກວ່າ 5 ເມກາວັດ ລົງມາ: ສໍາເລັດການກໍ່ສ້າງ ແລະ ດໍາເນີນການຜະລິດແລ້ວມີ 2 ໂຄງການຄື: ໂຄງການເຂື່ອນໄຟຟ້ານໍ້າຊໍ້ ແລະ ເຂື່ອນນໍ້າພ້າວ; ເຊັນສັນຍາດໍາເນີນງານເພື່ອກະກຽມການກໍ່ສ້າງແລ້ວ 6 ໂຄງການ; ຮັບຮອງບົດສຶກສາຄວາມເປັນໄປໄດ້ແລ້ວ 4 ໂຄງການ ແລະ ກໍາລັງສຶກສາຄວາມເປັນໄປໄດ້ 18 ໂຄງການ;ແຈ້ງການລົບລ້າງໂຄງການສຳປະທານລົງທຶນດ້ານບໍ່ແຮ່ທີ່ບໍ່ມີຄວາມຄືບໜ້າ 11 ໂຄງການ.
    ວຽກພົ້ນເດັ່ນອີກອັນໜຶ່ງ ແຂວງສໍາເລັດພິທີປະກາດຮັບຮອງບ້ານທົ່ງນາມີ ເມືອງປາກກະດິງ ແລະ ບ້ານຈອມທອງ ເມືອງວຽງທອງ ເປັນບ້ານໃຫຍ່ຕົວເມືອງນ້ອຍໃນຊົນນະບົດ; ສໍາເລັດການແກ້ໄຂເຂດເຊື່ອມຕໍ່ ລະຫວ່າງ ເມືອງໄຊຈໍາພອນ ກັບ ເມືອງວຽງທອງ, ເມືຶອງປາກຊັນ ກັບ ເມືອງປາກກະດິງ; ເຊັນບົດບັນທຶກເຂດເຊື່ອມຕໍ່ເມືອງປາກຊັນ ກັບ ເມືອງທ່າພະບາດ, ເມືອງວຽງທອງ ກັບ ເມືອງໄຊຈໍາພອນ. (ໂດຍ: ຕະວິນຍານ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ