ງານມະຫະກຳກິລານັກຮຽນມັດທະຍົມທົ່ວປະເທດຄັ້ງທີ VIIແຂວງສາລະວັນ

ບໍລິສັດ ຈຸງຢາ ອີຊີ ຊີມັງລາວ ຈໍາກັດ ສະໜັບສະໜູນ 1 ຕື້ກີບງານມະຫະກຳກິລານັກຮຽນມັດທະຍົມທົ່ວປະເທດຄັ້ງທີ VIIແຂວງສາລະວັນ

ບໍລິສັດ ຈຸງຢາ ອີຊີ ຊີມັງລາວ ຈໍາກັດ ສະໜັບສະໜູນ 1 ຕື້ກີບງານມະຫະກຳກິລານັກຮຽນມັດທະຍົມທົ່ວປະເທດຄັ້ງທີ VIIແຂວງສາລະວັນ
ບໍລິສັດ ຈຸງຢາ ອີຊີ ຊີມັງລາວ ຈໍາກັດຜູ້ດຽວ ເປັນໂຮງງານຜະລິດຊີມັງກາຊ້າງລາວ ຕັ້ງຢູ່ແຂວງສາວັນ ໄດ້ສະໜັບສະໜູນເງິນຈໍານວນ 1 ຕື້ກີບ ງານມະຫະກຳກິລານັກຮຽນມັດທະຍົມທົ່ວປະເທດຄັ້ງທີ VII ທີ່ແຂວງສາລະວັນເປັນເຈົ້າພາບ.


ທ່ານ ລີ ຢ້ຽນຮົວະ ປະທານບໍລິສັດ ຈຸງຢາ ອີຊີ ຊີມັງລາວຈຳກັດຜູ້ດຽວ ໄດ້ໃຫ້ສຳພາດຕໍ່ສືມວນຊົນໃນວັນທີ 18 ທັນວານີ້ວ່າ: ບໍລິສັດ ຈຸງຢາ ອີຊີ ຊີມັງລາວ ຈໍາກັດຜູ້ດຽວ ເປັນໂຮງງານຜະລິດຊີມັງກາຊ້າງລາວ, ເປັນບໍລິສັດໜຶ່ງທີ່ມາລົງທຶນຢູ່ ສປປປ ລາວເວົ້າລວມ, ເວົ້າສະເພາະກໍຄືແຂວງສາລະວັນ, ເມື່ອແຂວງສາລະວັນໄດ້ຮັບເປັນເຈົ້າງານມະຫະກຳກິລານັກຮຽນມັດທະຍົມທົ່ວປະເທດຄັ້ງທີ VII ດັ່ງນັ້ນ ບໍລິສັດຈຶ່ງໄດ້ປະກອບສ່ວນສະໜັບສະໜູນເປັນເງິນຈໍານວນ 1ຕື້ກີບ ເພື່ອໃຫ້ແຂວງນໍາໃຊ້ເຂົ້າໃນງານມະຫະກຳກິລາໃຫ້ສໍາເລັດຕາມເປົ້າໝາຍ.
ການດໍາເນີນທຸລະກິດຂອງບໍລິສັດມາຮອດປັດຈຸບັນເຫັນໄດ້ວ່າມີການເຕີບໂຕເພີ່ມຂຶ້ນຈາກເມື່ອກ່ອນຫຼາຍພໍສົມຄວນໄດ້ມີກຳລັງການຜະລິດ 1,500 ໂຕນ ຕໍ່ມື້ ແລະ ມີການຂະຫຍາຍສາຍການຜະລິດ
ໃໝ່ມີກຳລັງການຜະລິດ 1ລ້ານໂຕນຕໍ່ປີ ແລະ ມີພະແນກຜະລິດໄຟຟ້າເພື່ອນໍາໃຊ້ເອງ ພ້ອມນັ້ນບໍລິສັດຍັງມີແຜນທີ່ຈະຂະຫຍາຍ 1 ພະແນກຕື່ມ, ເພື່ອຮັບປະກັນເຮັດໃຫ້ບັນລຸເປົ້າໝາຍການຜະລິດ ແລະ ການຈໍາໜ່າຍທີ່ຄາດໄວ້ ແລະ ເພື່ອສືບຕໍ່ໃນການພັດທະນາບໍລິສັດມີແຜ່ນຂະຫຍາຍສາຍການຜະລິດໃໝ່ທີ່ມີກຳລັງການຜະລິດຈາກ 5 ແສນໂຕນ/ປີໂຕເກົ່າ ມາເປັນ 1ລ້ານ 2ແສນ ຫາ 1ລ້ານ 5ແສນໂຕນ/ປີ ເພື່ອຕອບສະໜອງ ກຳລັງການຊົມໃຊ້ຂອງປະຊາຊົນ ກໍຄືຕໍ່ກັບໂຄງການ ແລະ ເຂື່ອນໄຟຟ້າຕ່າງໆ ຢູ່ໃນພາກໃຕ້ຂອງພວກເຮົາໃຫ້ພຽງພໍ ແລະ ເພື່ອສ້າງຄວາມເຊື່ອໝັ້ນຕໍ່ສິນຄ້າຂອງບໍລິສັດໄດ້ຮັບການຢັ້ງຢືນມາດຕະຖານສາກົນ ISO9001 ເພື່ອຢັ້ງຢືນມາດຕະຖານສິນຄ້າທີ່ອອກສູ່ທ້ອງຕະຫຼາດ.
ການດຳເນີນກິດຈະການຂອງບໍລິສັດເປັນລັກສະນະລະບົບສາຍພານນັບແຕ່ການຂຸດຄົ້ນວັດຖຸດິບ, ການຄັດແຍກວັດຖຸດິບ, ການລ້າງ, ການຜະລິດ ຈົນເຖິງການຈຳໜ່າຍທາງບໍລິສັດເປັນຜູ້ດຳເນີນການທັງໝົດ. ບໍ່ວ່າຈະເປັນຖ່ານຫີນເວລາຂຸດຄົ້ນມາອັນໃດທີ່ໄດ້ມາດຕະຖານກໍເຜົ່າຜະລິດເປັນຊີມັງ, ສ່ວນອັນໃດທີ່ເກດຕໍ່າກໍໃຊ້ຜະລິດໄຟຟ້າ, ຫຼັງຈາກເສດທີ່ໄດ້ຈາກການຜະລິດໄຟຟ້າບໍ່ວ່າຈະເປັນຂີ້ເຖົ້າ ຫຼື ຂີ້ເຖົ້າລອຍກໍເອົາກັບມາຜະລິດເປັນຊີມັງຄືນຄືເກົ່າ.
ທ່ານ ລີ ຢ້ຽນຮົວະ ໄດ້ກ່າວໃຫ້ຮູ້ຕື່ມວ່າ: ອີງໃສ່ກຳລັງການຜະລິດປັດຈຸບັນແມ່ນຍັງບໍ່ພຽງພໍກັບຄວາມຕ້ອງການຂອງຜູ້ຊົມໃຊ້, ແຕ່ຖ້າຂະຫຍາຍສາຍການຜະລິດໃໝ່ສຳເລັດຈະສາມາດຕອບສະໜອງຊີມັງໃຫ້ຜູ້ຊົມໃຊ້ໄດ້ຢ່າງພຽງພໍ.ໃນໄລຍະຜ່ານມາທາງບໍລິສັດກໍໄດ້ມີການຈໍາໜ່າຍສົ່ງໄປປະເທດກຳປູເຈຍ, ແຕ່ເນື່ອງຈາກວ່າມີການແຜ່ລະບາດຂອງພະຍາດ ຈຶ່ງໄດ້ຢຸດເຊົາ. ແຕ່ຖ້າຖານການຜະລິດເຄື່ອງຈັກໃໝ່ສຳເລັດກໍຈະນຳສົ່ງອອກໄປປະເທດ ກໍາປູເຈຍ ຕື່ມອີກ.
ຫຼັງຈາກສ້າງຕັ້ງໂຮງງານແຫ່ງນີ້ ປະຊາຊົນລາວບັນດາເຜົ່າເວົ້າລວມ, ເວົ້າສະເພາະກໍຄືຊາວແຂວງສາລະວັນໄດ້ມີວຽກເຮັດງານທຳຈຳນວນ 400 ກວ່າຄົນ, ນອກຈາກຈະສ້າງວຽກເຮັດງານທຳໃຫ້ກັບປະຊາຊົນແລ້ວທາງບໍລິສັດຍັງໄດ້ຊ່ວຍເຫຼືອສັງຄົມຂອງແຂວງສາລະວັນ, ໂດຍສະເພາະວັດຖຸ ປັດໃຈ, ຊ່ວຍເຫຼືອຊີມັງໃຫ້ບ້ານ, ໃຫ້ວັດ, ໂຮງໝໍ, ໂຮງຮຽນ, ລວມທັງກິດຈະກຳຕ່າງໆຂອງພາກລັດ, ໂດຍສະເພາະສ້າງຕະຫຼາດ, ພື້ນຖານໂຄງລ່າງ ແລະ ອື່ນໆອີກ.
ຂ່າວ-ພາບ: ບຸນອູ້ມ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

​ ວັນທີ 23 ຕຸລານີ້ ທີ່ຫ້ອງປະຊຸມພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ (LAFES) ຢ່າງເປັນທາງການ ແລະ ໄດ້ຮັບການຮັບຮອງ ແລະ ຕົກລົງເຫັນດີຈາກຄະນະຈັດຕັ້ງສູນກາງພັກ. ກອງປະຊຸມຄັ້ງປະຫວັດສາດນີ້ ໄດ້ຮັບກຽດເຂົ້າຮ່ວມຈາກບັນດາແຂກຜູ້ມີກຽດ, ຄະນະຂົນຂວາຍສ້າງຕັ້ງສະມາຄົມ ແລະ ບັນດາສະມາຊິກ LAFES ດ້ວຍບັນຍາກາດອັນອົບອຸ່ນ.
ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ສະພາແຫ່ງຊາດ ຊຸດທີ X ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ພົຈວ ສຸລິໄຊ ພິຈິດ ກຳມະການສຳຮອງສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການ ປກຊ-ປກສ, ສະຫາຍ ພົທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ເປັນກຽດເຂົ້າຮ່ວມໂອ້ລົມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ມີຄະນະກຳມະການ, ສັງກັດກຳມາທິການ ປກຊ-ປກສ, ຕາງໜ້າກະຊວງປ້ອງກັນຄວາມສະຫງົບ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ວັນທີ 23 ຕຸລານີ້, ທີ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄໍາມ່ວນ ໄດ້ຕ້ອນຮັບທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ພ້ອມຄະນະ ໃນໂອກາດເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ.
ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ​ຈໍາປາສັກ​ຮ່ວມກັບ​ ພະແນກແຜນການ, ກົມແຜນການ ແລະ​ ການຮ່ວມມື​ ກະຊວງກະສິກໍາ ແລະ​ ສິ່ງແວດລ້ອມ​ ໄດ້ຈັດກອງປະຊຸມເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X (2026​ - 2030). ກອງປະຊຸມ​ຈັດຂຶ້ນໃນວັນທີ 22​ ຕຸລາ 2026​ ຢູ່ສະຖາບັນຄົ້ນຄວ້າກະສິກໍາ​ ຈໍາປາສັກ​ ບ້ານໂພນງາມ​ ນະຄອນປາກເຊ​ ແຂວງ​ຈຳ​ປາ​ສັກໂດຍການເປັນປະທານຂອງ​ ທ່ານ​ ຄໍາ​ ນິລາວົງ​ ກໍາມະການພັກແຂວງ​ ຫົວໜ້າ​ພະແນກກະສິກໍາ​ ແລະ​ ສິ່ງແວດລ້ອມແຂວງ,​ ມີທ່ານ ກິນົງ ແກ້ວປະເສີດ ຫົວໜ້າພະແນກແຜນການ,​ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ ແລະ​ ສິ່ງແວດລ້ອມ​ ພ້ອມດ້ວຍ​ຄະນະ,​ ມີການນໍາ​ຫ້ອງການກະສິກໍາ​ ແລະ​ ສິ່ງແວດລ້ອມ​ 9​ ເມືອງ,​ 1​ ນະຄອນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.​
ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ມອບແນວພັນພືດ, ແນວພັນສັດ ແລະ ອຸປະກອນການຜະລິດ ທີ່ໄດ້ຮັບທຶນສະໜັບສະໜູນຈາກໂຄງການຄຸ້ມຄອງປ່າໄມ້ແບບພູມມິທັດ ແລະ ສົ່ງເສີມຊີວິດການເປັນຢູ່ ​ຂອງ​ປະ​ຊາ​ຊົນພາກເໜືອໃຫ້ປະຊາຊົນບ້ານຫ້ວຍຕໍ, ໃນ​ວັນ​ທີ 21 ຕຸ​ລາ​ຜ່ານ​ມາ, ມອບໂດຍທ່ານ ກອງທ່ຽນ ໄຊຍະພອນຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ, ພ້ອມດ້ວຍຄະນະຮັບຜິດຊອບໂຄງການປະຈຳເມືອງ, ອົງການປົກຄອງບ້ານ ແລະ ປະຊາຊົນເຂົ້າຮ່ວມ.
ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ (ອ​ຄ) ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື ຈັດຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ຂອງ ສປປ ລາວ ໃຫ້​ພະ​ນັກ​ງານ, ຂະ​ແໜງ​ການ​ກ່ຽວ​ຂ້ອງ​ຂອງ​ແຂວງ​ອັດ​ຕະ​ປືໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ພະແນກ ອ​ຄ ແຂວງ,​ ໂດຍມີທ່ານ ກິແກ້ວ ວໍລະວົງສາ ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ອູ່ທອງ ສິດທິຍະວົງ ຮອງພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື,​ ມີຕາງໜ້າຈາກຂະແໜງການຂອງແຂວງ,​ ເມືອງເຂົ້າຮ່ວມ.
ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ​ ຮ່ວມກັບ​ ກົມການຄ້າຕ່າງປະເທດ ກະຊວງອຸດສາຫະກໍາ​ ແລະ​ ການຄ້າ​ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າລາວ.
ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຜົນການເຄື່ອນໄຫວວຽກ​ງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ (2021-2025),ພ້ອມວາງທິດທາງແຜນການ 5 ປີ (2026-2030), ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ຫໍປະຊຸມໃຫຍ່ແຂວງ, ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີສະຫາຍ ຄອນສະຫວ່າງ ພິມມະສອນ ຄະນະປະຈຳພັກແຂວງຫົວໜ້າຄະນະຈັດຕັ້ງແຂວງ, ພ້ອມດ້ວຍຄະນະພັກ, ຄະນະນຳຂັ້ນແຂວງ, ຂັ້ນເມືອງ ແລະ ແຂກຖືກເຊີນເຂົ້າ​ຮ່ວມ.
ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ທ່ານ ອາລຸນ ບຸນວິໄລຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ, ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາ​, ໂດຍມີທ່ານ ວຽງໄຊ ຄຳພະຈັນ ປະທານຄະນະກຳມະການປົກຄອງເມືອງງາ,ມີຄະນະນຳຫ້ອງການ ອຄ ເມືອງ, ຄະນະກຳມະການປົກຄອງຕາແສງນາຄົກ, ຕາງໜ້າສະພາອຸດສາຫະກຳ ແລະ ການຄ້າ ແຂວງ-ເມືອງ, ຕາງໜ້າ 10 ຂະແໜງການພາຍໃນພະແນກ ອຄ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນງົບປະມານຈຳນວນ 200 ລ້ານກີບ ເພື່ອອຸປະຖຳການກະກຽມ ຈັດງານບຸນຊ່ວງເຮືອ ປະຈຳປີ 2026 ຢູ່ແຂວງອັດຕະປື ສືບສານປະເພນີອັນດີງາມຂອງຊາດ ແລະ ສົ່ງເສີມຄວາມສາມັກຄີຂອງປະຊາຊົນ.
ເພີ່ມເຕີມ