ພາຍຫຼັງພົບປະໂອ້ລົມຕໍ່ ກຳລັງປກຊ-ປກສ ໃນຕອນເຊົ້າວັນທີ 7 ຕຸລາ 2025, ມາໃນຕອນບ່າຍຂອງວັນດຽວກັນ, ທີ່ຫອ້ງວ່າການແຂວງໄຊຍະບູລີ, ທ່ານ ພົອ ຈັນສະໜອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ເປັນປະທານກອງປະຊຸມ ຮັບຟັງການລາຍງານ ສະພາບຜົນກະທົບ ຈາກໄພພິບັດທຳມະຊາດ ຢູ່ແຂວງໄຊຍະບູລີ ແລະ ໃຫ້ທິດຊີ້ນຳ ຕໍ່ການແກ້ໄຂບັັນຫາດັ່ງກ່າວ; ມີທ່ານ ພົງໄຊສັກ ອິນຖາລາດ, ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານຮອງເຈົ້າແຂວງ, ພ້ອມດ້ວຍຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ແຂວງ ແລະ ຜູ້ຕາງໜ້າພາກສ່ວນກ່ຽວຂ້ອງ ເຂົ້າຮວ່ມ.
ພາຍຫຼັງພົບປະໂອ້ລົມຕໍ່ ກຳລັງປກຊ-ປກສ ໃນຕອນເຊົ້າວັນທີ 7 ຕຸລາ 2025, ມາໃນຕອນບ່າຍຂອງວັນດຽວກັນ, ທີ່ຫອ້ງວ່າການແຂວງໄຊຍະບູລີ, ທ່ານ ພົອ ຈັນສະໜອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ເປັນປະທານກອງປະຊຸມ ຮັບຟັງການລາຍງານ ສະພາບຜົນກະທົບ ຈາກໄພພິບັດທຳມະຊາດ ຢູ່ແຂວງໄຊຍະບູລີ ແລະ ໃຫ້ທິດຊີ້ນຳ ຕໍ່ການແກ້ໄຂບັັນຫາດັ່ງກ່າວ; ມີທ່ານ ພົງໄຊສັກ ອິນຖາລາດ, ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານຮອງເຈົ້າແຂວງ, ພ້ອມດ້ວຍຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ແຂວງ ແລະ ຜູ້ຕາງໜ້າພາກສ່ວນກ່ຽວຂ້ອງ ເຂົ້າຮວ່ມ.
ໃນວັນທີ 6 ຕຸລາຜ່ານມານີ້, ການນຳເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ສົມທົບກັບຫ້ອງການກາແດງເມືອງ ສືບຕໍ່ນຳເອົາເຄື່ອງບໍລິໂພກ ປະເພດ ເຂົ້າສານ ແລະ ອາຫານສຳເລັດຮູບ ຈຳນວນ 285ຖົງ, ລົງເຄື່ອນໃຫວຊ່ວຍເຫຼືອພໍ່ແມ່ປະຊາຊົນຢູ່ 4 ບ້ານລຸ່ມເຂື່ອນໄຟຟ້ານ້ຳເທີນ1 ທີ່ຖືກນ້ຳຖ້ວມທີ່ຢູ່ອາໃສເປັນການຊ່ວຍເຫຼືອບັນເທົາທຸກໃນເບື້ອງຕົ້ນ.
ວັນທີ 6 ຕຸລາຜ່ານມາ, ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດຜູ້ດຽວໄດ້ຈັດງານລ້ຽງສະຫຼອງບຸນໄຫວ້ພະຈັນຂຶ້ນທີ່ບໍລິສັດ ບ້ານດົງໃຕ້ ເມືອງທ່າແຂກ ແຂວງຄໍາມ່ວນ. ໂດຍການເຂົ້າຮ່ວມຂອງທ່ານ ຢາງສົວ ຮອງຜູ້ອໍານວຍໃຫຍ່ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດຜູ້ດຽວ.
ການຈະຜະລິດສິນຄ້າໃດອອກມາວາງຂາຍ-ຈໍາໜ່າຍ ໄດ້ກໍຍ້ອນມາຈາກຄວາມຮັກມັກ, ການທົດລອງນໍາໃຊ້ໃຫ້ເກີດຜົນຈິງ ແລະ ຈຶ່ງສາມາດນໍາມາບອກຕໍ່ ແລ້ວຕໍ່ຍອດໃຫ້ເປັນສິນຄ້າທີ່ມີຄຸນນະພາບອອກວາງຂາຍ-ຈໍາໜ່າຍຕໍ່ສັງຄົມ ຄືດັ່ງສະບູບ້ານມອນ ອໍແກນິກ ເປັນຜະລິດຕະພັນລາວທີ່ໃຊ້ດີຂອງຊາວເມືອງພວນ ແຂວງຊຽງຂວາງ ກໍາລັງເປັນທີ່ຮູ້ຈັກກັນໃນສັງຄົມເປັນຢ່າງດີ.
ການແຂ່ງຂັນ ຊ່ວງເຮືອ ໃນງານບຸນອອກພັນສາປະວໍຣະນາ ປະຈໍາປີ 2025 ທີ່ເທສະບານເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 5-7 ຕຸລາ 2025ຊຶ່ງມີເຮືອເຂົ້າຮ່ວມແຂ່ງຂັນ ຈາກພາຍໃນ ແລະ ຕ່າງແຂວງ ຈໍານວນ 20 ລໍາ.ໃນນີ້, ເຮືອປະເພດ 30-35 ສີພາຍມີ 11 ລໍາ, ເຮືອປະເພດ 50-55 ສີພາຍມີ 5 ລໍາ ແລະ ເຮືອຊ່ວງມິດຕະພາບ 30-35 ສີພາຍ ທີ່ມາຈາກ ຈັງຫວັດນະຄອນພະນົມ ຣາຊະອານາຈັກໄທມີ 4 ລໍາ, ຊຶ່ງຜົນການແຂ່ງຂັນດັ່ງນີ້:ເຮືອປະເພດ 50-55 ສີພາຍ ອັນດັບທີ 1 ໄດ້ແກ່ ເຮືອພົງສະຫວັນນາງຄໍາໄຫຼ ຈາກບ້ານນາເມືອງ ເມືອງທ່າແຂກ, ອັນດັບທີ 2 ເຮືອເພັດສີໂພໄຊ ຈາກບ້ານຫາດຊາຍສູງ ເມືອງໄຊບູລີ ແຂວງສະຫວັນນະເຂດ, ອັບດັບທີ 3 ເຮືອ ດາວພະສຸກ ບ້ານຫາດຄໍາຮຽງ ເມືອງເຊບັ້ງໄຟ ແລະ ອັນດັບທີ 4 ເຮືອຄຸດທອງຄໍາ ບ້ານປາກເປັ່ງ ເມືອງທ່າແຂກ.ປະເພດ 30-35 ສີພາຍ ອັນດັບທີ 1 ເຮືອພົງສະຫວັນນາງຄໍາໄຫຼ ຈາກບ້ານນາເມືອງ ເມືອງທ່າແຂກ, ອັນດັບທີ 2 ເຮືອແລັກຕາ 168 ນະສາພາໂຊກ ບ້ານກຸດຈັບ ເມືອງໜອງບົກ, ອັບດັບທີ 3 ເຮືອ 20ມັງກອນ ກອງບັນຊາການທະຫານ (ປກຊ) ແຂວງຄໍາມ່ວນ ແລະ ອັນດັບທີ 4ເຮືອພອນພຣະອິນປົງ SS ກໍ່ສ້າງ, ສຳລັບຜົນການແຂ່ງຂັນເຮືອມິດຕະພາບ ລະຫວ່າງ ທ່າແຂກ-ນະຄອນພະນົມ ອັນດັບທີ 1 ເຮືອ ພົງສະຫວັນນາງຄໍາໄຫຼ ບ້ານນາເມືອງ ເມືອງທ່າແຂກ, ອັນດັບທີ 2 ເຮືອ 20ມັງກອນ ປກຊ ແຂວງ, ອັນດັບທີ 3 ເຮືອ ອິງຟ້າ ນາວາ ຈາກອຳເພີເມືອງນະຄອນພະນົມ ແລະ ອັນດັບທີ 4 ເຮືອ ແລັກຕາ 168 ນະສາພາໂຊກ ບ້ານກຸດຈັບ ເມືອງໜອງບົກ.
ໃນຕອນເຊົ້າວັນທີ 7 ຕຸລານີ້, ທີ່ສະໂມສອນກອງບັນຊາການທະຫານ ແຂວງໄຊຍະບູລີ, ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງປະທານຜູ້ປະຈຳການ ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ຮອງນາຍົກລັດຖະມົນຕີ ໄດ້ພົບປະ ແລະ ໂອ້ລົມ ຕໍ່ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ແຂວງໄຊຍະບູລີ; ມີສະຫາຍ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນ ແຂວງໄຊຍະບູລີ; ສະຫາຍ ພົຈວ ບຸນຍອງ ດວງດີ ເລຂາຄະນະພັກ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງໄຊຍະບູລີ, ບັນດາສະຫາຍຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງ, ກອງພົນທະຫານຮາບທີ 2, ກອງບັນຊາການ ປກສ ແຂວງ ພ້ອມດ້ວຍຜູ້ຕາງໜ້າ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດຕັ້ງປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2/12/1975-2/12/2025) ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ(13/12/1920-13/12/2025) ຂຶ້ນໃນວັນທີ 8 ຕຸລານີ້ ທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ, ໂດຍການເປັນປະທານ ແລະ ໃຫ້ກຽດປາຖະກະຖາ ຂອງ ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຫົວໜ້າອະນຸກໍາມະການເນື້ອໃນກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດລະດັບຊາດ, ໂດຍມີ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ, ມີບັນດາສະຫາຍຮອງເລຂາຄະນະບໍລິຫານງານພັກ ກະຊວງ-ອົງການ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ຄະນະພັກ-ຄະນະນໍາ ນະຄອນຫຼວງວຽງຈັນ ແລະ ບັນດາສະຫາຍ ຫົວໜ້າກົມ ຮອງກົມ ເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.
ການມີສ່ວນຮ່ວມຮັກສາຄວາມສະອາດໃນງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ປະຈໍາປີ 2025 ມີຄວາມສຳຄັນຢ່າງຍິ່ງ ຊຶ່ງເປັນໜຶ່ງໃນນະໂຍບາຍ 6 ສ ທີ່ນະຄອນຫຼວງວຽງຈັນວາງອອກ ນັ້ນກໍຄື ສ ສະອາດງາມຕາ ເພື່ອເປັນການຊຸກຍູ້ສົ່ງເສີມຮີດຄອງປະເພນີອັນດີງາມຂອງຊາດໄວ້ຢ່າງຍືນຍົງ.
ໃນຕອນເຊົ້າຂອງວັນທີ 7 ຕຸລາ ນີ້ ກົງກັບມື້ຂຶ້ນ 15 ຄໍ່າ ເດືອນ 11 ລາວຂອງທຸກໆປີ ເປັນມື້ບຸນອອກພັນສາປະວໍລະນາ ຊາວພຸດທະສາສະນິກະຊົນລາວບັນດາເຜົ່າໄດ້ຮ່ວມກັນໃສ່ບາດຖວາຍສັງຄະທານແດ່ພະສົງສາມະເນນຢູ່ຕາມວັດວາອາຮາມຕ່າງໆ ໃນຂອບເຂດທົ່ວປະເທດຢ່າງຄຶກຄື້ນຖືກຕ້ອງຕາມຮີດຄອງປະ ເພນີທີ່ໄດ້ສືບທອດກັນມາແຕ່ບູຮານຈົນເຖິງປັດຈຸບັນ ພ້ອມຮັກສາໄດ້ຮີດຄອງປະເພນີອັນດີງາມຂອງລາວເຮົາ.
ຄໍາເຫັນ