ບໍລິສັດ ວິກເຕີ້ ສະປອດ ລາວ ມອບເສື້ອໃຫ້ກຳມະການຕັດສິນກິລາດອກປີກໄກ່ ຮັບໃຊ້ງານ ກມລ ຄັ້ງທີII

ບໍລິສັດ ວິກເຕີ້ ສະປອດ ລາວ ມອບເສື້ອໃຫ້ກຳມະການຕັດສິນກິລາດອກປີກໄກ່ ຮັບໃຊ້ງານ ກມລ ຄັ້ງທີII
ໃນວັນທີ 5 ພຶດສະພາ ນີ້ ທີ່ຫ້ອງປະຊຸມຕຶກອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ບໍລິສັດ ວິກເຕີ້ສະປອດ ລາວ (VICTOR SPORT LAOS) ໄດ້ໃຫ້ການສະໜັບສະໜູນເສື້ອກຳມະການກິລາດອກປີກໄກ່ ຈຳນວນ38 ຜືນ ເພື່ອນຸ່ງລົງຕັດສິນໃນການແຂ່ງຂັນກິລາດອກປີກໄກ່ ງານມະຫະກຳກິລາມະຫາວິທະຍາໄລລາວ(ກມລ) ຄັ້ງທີ II ທີ່ມະຫາວິທະຍາໄລແຫ່ງຊາດ ເປັນເຈົ້າພາບ ຊຶ່ງໃຫ້ກຽດມອບໂດຍ ທ່ານ ນາງ ຈິນດາ ພົນເຕຊາ ຜູ້ອຳນວນການ ບໍລິສັດ ວິກເຕີ້ ສະປອດລາວ ແລະ ໃຫ້ກຽດຮັບໂດຍທ່ານ  ອຸດົມ ພອນຄຳເພັງ ປະທານສະຫະພັນກິລາມະຫາວິທະຍາໄລລາວທັງເປັນປະທານຈັດງານມະຫາກຳກິລາມະຫະວິທະຍາໄລລາວ ຄັ້ງທີ II, ມີພາກສ່ວນກ່ຽວຂ້ອງທັງ 2 ຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ. 
ໃນໂອກາດດັ່ງກ່າວ, ທ່ານ  ອຸດົມ ພອນຄຳເພັງ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງຕໍ່ ບໍລິສັດ ວິກເຕີ້ ສະປອດ ລາວ ທີ່ໄດ້ນຳເອົາເສື້ອຈຳນວນດັ່ງກ່າວ ມາມອບໃຫ້ກັບພວກເຮົາ ເພື່ອໃຫ້ກຳມະການຕັດສິນກິລາດອກປີກໄກ່ໄດ້ມີເສື້ອນຸ່ງລົງປະຕິບັດໜ້າທີ່ຂອງຕົນເອງ ໃນການແຂ່ງຂັນກິລາດອກປີກໄກ່ ງານມະຫະກຳກິລາມະຫາວິທະຍາໄລລາວ ຄັ້ງທີ II ທີ່ເລີ່ມແຂ່ງຂັນຕັ້ງແຕ່ວັນທີ 6 ພຶດສະພາ 2024 ເປັນຕົ້ນໄປ ແລະ ອວຍພອນໃຫ້ ທ່ານ ນາງ ຈິນດາ ພົນເຕຊາ  ພ້ອມດ້ວຍຄະນະ ຈົ່ງປະສົບຜົນສຳເລັດໃນໜ້າທີ່ວຽກງານທຸກປະການ.ຢ່າງໃດກໍຕາມ, ນອກຈາກການໃຫ້ການສະໜັບສະໜູນເສື້ອໃຫ້ກຳມະການຕັດສິນແລ້ວ  ບໍລິສັດ ວິກເຕີ້ ສະປອດ ລາວ ຍັງຊ່ວຍເຫຼືອໃນການຕົບແຕ່ງສະໜາມກິລາດອກປີກໄກ່ໜອງວຽງຄຳ ທີ່ໃຊ້ໃນການແຂ່ງຂັນກິລາ ກມລ 2 ໃນຄັ້ງນີ້ອີກດ້ວຍ.
ສຳລັບການແຂ່ງຂັນປະເພດກິລາດອກປີກໄກ່ ຊາຍ-ຍິງ ໃນງານກິລາ ກມລ 2 ມີນັກກິລາເຂົ້າຮ່ວມທັງໝົດ ຈຳນວນ 80 ຄົນຍິງ 32 ຄົນ. ໃນນັ້ນມີ 9 ພາກສ່ວນເຂົ້າຮ່ວມ ຄື: ມະຫາວິທະຍາໄລແຫ່ງຊາດ (ມຊ), ມະຫາວິທະຍາໄລສຸພານຸວົງ (ມສ), ມະຫາວິທະຍາໄລວິທະຍາສາດສຸຂະພາບ (ມວສ), ສະຖາບັນເຕັກໂນໂລຊີສຸດສະກະ (ສຕສ), ສະຖາບັນທະນາຄານ (ສທຄ), ສະຖາບັນຍຸຕິທຳແຫ່ງຊາດ (ສຍຊ), ສະຖາບັນຣັຕນະ ບໍລິຫານທຸລະກິດ (ສຣບທ), ວິທະຍາໄລເຕັກນິກວິຊາຊີບ ກຽດຕິສັກ (ວຕວກ) ແລະ ສະຖາບັນລາວ-ອາເມຣິກາ (ສລອ)ຊຶ່ງການແຂ່ງຂັນປະກອບມີ ປະເພດດ່ຽວຊາຍ 9 ທີມ, ຄູ່ຊາຍ 8 ທີມ, ດ່ຽວຍິງ 5 ທີມ, ຄູ່ຍິງ 7 ທີມ ແລະ ຄູ່ປະສົມ ມີ 8 ທີມ. 
(ຂ່າວ-ພາບ: ການຈະນາ)

ຄໍາເຫັນ

ຂ່າວສືກສາ-ກິລາ

ແຂ່ງຂັນກິລາສະນຸກເກີ 6ແດງດ່ຽວຊາຍ ຮອບຄັດເລືອກ ແລະ ຮອບກ່ອນຮອງຊະນະເລີດ

ແຂ່ງຂັນກິລາສະນຸກເກີ 6ແດງດ່ຽວຊາຍ ຮອບຄັດເລືອກ ແລະ ຮອບກ່ອນຮອງຊະນະເລີດ

ການແຂ່ງຂັນກິລາສະນຸກເກີ ໃນງານມະຫະກຳ ກິລາ ແຫ່ຊາດ ຄັ້ງທີ XII ຫຼື ນະຄອນຫຼວງຈັນກຽມ ປີ 2025, ໃນວັນທີ 18 ພະຈິກນີ້, ທີ່ສະໂມສອນເດິຄິງສະນຸກເກີຄັຣບໜອງໄຮເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ,ໄດ້ມີການແຂ່ງຂັນປະເພດ 6ແດງ(ດ່ຽວຊາຍ),ໃນນັ້ນ,ຮອບຄັດເລືອດ ມີ 6 ຄູ່ ແລະ ຮອບກ່ອນຮອງຊະນະເລີດ ມີ 4 ຄູ່.
ສະຫຼຸບຜົນການແຂ່ງຂັນກິລາແລ່ນ-ລານງານມະຫາະກຳກິລາແຫ່ງຊາດ ຄັ້ງທີ 12

ສະຫຼຸບຜົນການແຂ່ງຂັນກິລາແລ່ນ-ລານງານມະຫາະກຳກິລາແຫ່ງຊາດ ຄັ້ງທີ 12

ພິທີສະຫຼຸບ ແລະ ມອບຫຼຽນລາງວັນການແຂ່ງຂັນກິລາແລ່ນ-ລານໃນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ 12 ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ຈັດຂຶ້ນເມື່ອວັນທີ 17 ພະຈິກ 2025 ຢູ່ສະໜາມກິລາແຫ່ງຊາດ (ຫຼັກ16) ໂດຍມີບັນດາຄະນະສະຫະພັນກິລາແລ່ນ-ລານ ນະຄອນຫຼວງວຽງຈັນ, ສະຫະພັນກິລາແລ່ນ-ລານແຂວງ, ຄະນະຄູຝຶກ ແລະ ນັກກິລາເຂົ້າຮ່ວມ.
ພຸດທະລາຄອງຫຼຽນຄຳ ເປຕັງດ່ຽວຊາຍ ໃຫ້ເຈົ້າ​ພາບນວ

ພຸດທະລາຄອງຫຼຽນຄຳ ເປຕັງດ່ຽວຊາຍ ໃຫ້ເຈົ້າ​ພາບນວ

ທ້າວ ພຸດທະລາ ແກ້ວກັນນິກາ ນັກກິລາຕົວແທນນະຄອນຫຼວງວຽງຈັນ ເຈົ້າພາບ ດີກ​ຣີທີມຊາດລາວ ຍັງສ້າງຜົນງານໄດ້ຢ່າງໂດດເດັ່ນ ຫຼັງໃນຮອບຊີງຊະນະເລີດ ສາມາດໂຊຟອມເກັ່ງເອົາຊະນະ ທ້າວ ມອນນຸລັກ ຕຸ່ມລຳພອນ ນັກກິລາຕົວແທນຈາກແຂວງສະຫວັນນະເຂດ ໄປໄດ້ແບບຫວຸດຫວິດ 11-10 ຄະແນນ ໄດ້ຫຼຽນຄຳໄປ​ຄອງ ໃຫ້ກັບນະຄອນຫຼວງວຽງຈັນ ໄດ້ສຳເລັດຕາມເປົ້າໝາຍ.
ແຂ່ງຂັນກັອບລະດົມທຶນຟື້ນຟູໄພພິບັດຢູ່ແຂວງຊຽງຂວາງ

ແຂ່ງຂັນກັອບລະດົມທຶນຟື້ນຟູໄພພິບັດຢູ່ແຂວງຊຽງຂວາງ

ໃນວັນທີ 16 ພະຈິກຜ່ານມາ ຢູ່ທີ່ເດີ່ນກັອບລາວຄານທຣີຄລັບ ຫຼັກ14 ທ່າເດື່ອ ໄດ້ຈັດການແຂ່ງຂັນກິລາກັອບ ຊີງຂັນທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳແຂວງຊຽງຂວາງ ເພື່ອລະດົມທຶນເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນໄພພິບັດ, ຟື້ນຟູໄພພິບັດ, ຊີວິດການເປັນຢູ່ຜູ້ທີ່ໄດ້ຮັບຜົນກະທົບເສຍຫາຍຈາກໄພພິບັດໂດຍສະເພາະແມ່ນຈາກພະຍຸວິພາ ແລະ ພະຍຸບົວລອຍ ທີ່ສ້າງຄວາມເສຍຫາຍແກ່ຊັບສິນຂອງປະຊາຊົນ, ຂອງລັດ ແລະ ຊີວິດ.
ເຈົ້າພາບ ນວກວາດ​ລຽບ 4 ຫຼຽນ​ຄຳການ​ແຂ່ງ​ຂັນ​ລົດ​ຖີບ​ມື້​ທຳ​ອິດ

ເຈົ້າພາບ ນວກວາດ​ລຽບ 4 ຫຼຽນ​ຄຳການ​ແຂ່ງ​ຂັນ​ລົດ​ຖີບ​ມື້​ທຳ​ອິດ

ນັກກິລາລົດຖີບ ເຈົ້າພາບ ນະຄອນຫຼວງວຽງຈັນ (ນວ)ລົງ​ສະ​ໜາມ​ແຂ່ງ​ຂັນ​ມື້​ທຳ​ອິດກວາດ 4 ຫຼຽນຄຳ ໃນການແຂ່ງຂັນກິລາລົດຖີບໄລຍະທາງໄກ ໄຄຣທິລຽມ ຈັບເວລາບຸກຄົນຊາຍ (Criterium) ປະເພດລົດກັວກ ແລະ ລົດວິບາກ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ຫຼື ນະຄອນຫຼວງວຽງຈັນ ເກມ 2025 ທີ່ໄດ້ເປີດສາກຂຶ້ນຢ່າງເປັນທາງການໃນວັນທີ 17 ພະຈິກ 2025 ທີ່ຖະໜົນທາງ 450 ປີ (ໜ້າສາງທະນາແລ້ງ) ເມືອງຫາດຊາຍຟອງ.
ຄໍາມ່ວນ ຍາດໄດ້ 2 ຫຼຽນຄໍາ ຈາກກິລາລອຍນໍ້າ

ຄໍາມ່ວນ ຍາດໄດ້ 2 ຫຼຽນຄໍາ ຈາກກິລາລອຍນໍ້າ

ການແຂ່ງຂັນກິລາລອຍນໍ້າ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບໄດ້ແຂ່ງຂັນໃນລະຫວ່າງວັນທີ 16-19 ພະຈິກ 2025 ທີ່ສະລອຍນໍ້າ ຫຼັກ 16 ຊຶ່ງມີການແຂ່ງຂັນທັງໝົດຈໍານວນ 27 ລາຍການ ມີການຊີງໄຊທັງ
ບົດຄົ້ນຄວ້າການຮຽນ-ການສອນແບບຮຽນຮ່ວມ ໃນ ສປປ ລາວໄດ້ນຳສະເໜີເວທີພາກພື້ນ ອາຊີ-ປາຊີຟິກ

ບົດຄົ້ນຄວ້າການຮຽນ-ການສອນແບບຮຽນຮ່ວມ ໃນ ສປປ ລາວໄດ້ນຳສະເໜີເວທີພາກພື້ນ ອາຊີ-ປາຊີຟິກ

ຜູ້ຕາງໜ້າກົມສ້າງຄູ ຈາກກະຊວງສຶກສາທິການ ແລະ ກິລາ (ສສກ), ພ້ອມດ້ວຍຜູ້ຕາງໜ້າຈາກສະຖານທູດອົດສະຕຣາລີ ແລະ ແຜນງານບີຄວາ, ໄດ້ເຂົ້າຮ່ວມນຳສະເໜີການຄົ້ນຄວ້າທີ່ມີຄວາມກ້າວໜ້າກ່ຽວກັບການຮຽນ-ການສອນແບບຮຽນຮ່ວມ ໃນ ສປປ ລາວ ຢູ່ກອງປະຊຸມພັດທະນາການສຶກສາ ປີ 2025 ຄັ້ງທຳອິດທີ່ເມືອງເມວເບີນປະເທດອົດສະຕຣາລີ ໃນລະຫວ່າງວັນທີ 11-13 ພະຈິກ 2025.ກອງປະຊຸມ​ດັ່ງ​ກ່າວ ໄດ້ມີນັກວິຊາການ ແລະ ຜູ້​ຕາງ​ໜ້າສະຖານທູດຈາກປະເທດໃນເຂດອາຊີຕາເວັນອອກສຽງໃຕ້ ແລະ ປາຊີຟິກ ເພື່ອເຂົ້າຮ່ວມ. ຈຸຸດປະສົງເພື່ອສ້າງຈິນຕະນາການຄືນໃໝ່ ກ່ຽວກັບການສຶກສາເພື່ອຄວາມສະເໝີພາບ ແລະ ການຮຽນຮ່ວມ.
ປກຊ ຄອງເຈົ້າຫຼຽນຄຳ ປັນຈັກສີລັດ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ປກຊ ຄອງເຈົ້າຫຼຽນຄຳ ປັນຈັກສີລັດ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ພິທີປິດການແຂ່ງຂັນກິລາປັນຈັກສີລັດ ງານມະຫະກຳກິລາແຫ່ງຊາດ ຄັ້ງທີXII ຫຼື ນະຄອນຫຼວງວຽງຈັນ ເກມ 2025 ຈັດຂຶ້ນ ໃນຕອນແລງວັນທີ 16 ພະຈິກ ຜ່ານມາ ພາຍຫຼັງໄດ້ດຳເນີນແຂ່ງຂັນມາແຕ່ວັນທີ 13 ພະຈິກ 2025 ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນໂດຍທ່ານ ຕຸດາວັນ ໜໍ່ເມືອງເສດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ ມີບັນດາຄະນະນຳ, ຄູຝຶກ ແລະ ນັກກິລາແຕ່ລະພາກສ່ວນເຂົ້າຮ່ວມ.
ນວ ຍາດໄດ້ 6 ຫຼຽນຈາກກິລາລອຍນໍ້າ

ນວ ຍາດໄດ້ 6 ຫຼຽນຈາກກິລາລອຍນໍ້າ

ການແຂ່ງຂັນ ລອຍນໍ້າ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ໃນວັນທີ 16 ພະຈິກ 2025 ທີ່ສະລອຍນໍ້າສະໜາມກິລາແຫ່ງຊາດ (ຫຼັກ16) ໂດຍມີຄະນະປະທານສະຫະພັນກິລາລອຍນໍ້ານະຄອນຫຼວງວຽງຈັນ (ນວ) ຄູຝຶກ ແລະ ຕົວແທນນັກກິລາແຕ່ລະແຂວງເຂົ້າຮ່ວມ.
ນາງ ພູທະລັດ ອິນນຸດ ນັກກິລາແລ່ນ-ລານ ຍາດໄດ້ 3 ຫຼຽນຄຳ

ນາງ ພູທະລັດ ອິນນຸດ ນັກກິລາແລ່ນ-ລານ ຍາດໄດ້ 3 ຫຼຽນຄຳ

ການແຂ່ງຂັນກິລາແລ່ນ-ລານ ມີການຊີງໄຊ 7 ຫຼຽນຄໍາ ໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງເປັນເຈົ້າພາບ, ຊຶ່ງໃນຕອນເຊົ້າວັນທີ 17 ພະຈິກນີ້ ທີ່ສະໜາມກິລາຫຼັກ 16, ນາງ ພູທະລັດ ອິນນຸດ ນັກກິລາຈາກກະຊວງປ້ອງກັນປະເທດໄດ້ໃຫ້ສຳພາດວ່າ: ນ້ອງເອງແມ່ນລົງແຂ່ງລາຍການແລ່ນ-ລານ 10,000 ແມັດ ສາມາດຍາດໄດ້ຫຼຽນຄຳ ໃນເວລາ 42:43:38 ນາທີ, ກາຍເປັນຫຼຽນຄຳທີ 3 ຕໍ່ຈາກ ແລ່ນ 5,000 ແມັດ ແລະ ແລ່ນ 4x400 ແມັດປະສົມຍິງ-ຊາຍ, ຊຶ່ງນ້ອງເອງແມ່ນຮູ້ສຶກດີໃນຫຼາຍຊຶ່ງຍາດໄດ້ 3 ຫຼຽນຄໍາ ແລະ ກໍເປັນເປົ້າໝາຍທີ່ນ້ອງຄາດຫວັງໄວ້.
ເພີ່ມເຕີມ