ບໍລິສັດ ຊິນເຫ ຢິນພິນ ຈຳກັດຜູ້ດຽວ ມອບນ້ຳດື່ມຊຸກຍູ້ຊຸດຮຽນທິດສະດີຂັ້ນຕົ້ນ ຊຸດທີ III ໃຫ້ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຈໍານວນ 40 ແກັດ ມູນຄ່າ 9,600,000 ກີບ ໃນວັນທີ 20 ມັງກອນຜ່ານມານີ້ ທີ່ ຄອສພ ໃຫ້ກຽດກ່າວມອບໂດຍສະຫາຍ ຫວາງເຊິງກົວ ຜູ້ອຳນວຍການໃຫຍ່ ບໍລິສັດ ຊິນເຫ ຍິນພິນ ຈຳກັດຜູ້ດຽວ ຊຶ່ງນ້ຳດື່ມທີ່ນໍາມາມອບໃນຄັ້ງນີ້ ມີຂະໜາດ 558ml ຈຳນວນ 40 ແກັດ ເປັນນໍ້າດື່ມທໍາມະຊາດ ໂຮງງານຕັ້ງຢູ່ບ້ານຄອນພຸກ ເມືອງຫີນເຫີບ ແຂວງວຽງຈັນ, ຕາງໜ້າຮັບໂດຍສະຫາຍ ອານົງສັກ ອິນທະວົງ ກຳມະການຄະນະພັກ ຫົວໜ້າກົມຈັດຕັ້ງ-ພະນັກງານ ຄະນະຮັບຜິດຊອບຊີ້ນຳລວມຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ຄອສພ.
ໂອກາດດັ່ງກ່າວ, ສະຫາຍ ອານົງສັກ ອິນທະວົງ ໄດ້ມອບໃບກຽດຕິຄຸນ ແລະ ກ່າວສະແດງຄວາມຂອບ ໃຈຕໍ່ບໍລິສັດທີ່ເຫັນໄດ້ຄວາມສໍາຄັນ ປະກອບສ່ວນຊຸກຍູ້ໃນຄັ້ງນີ້. ຫວັງວ່າໃນຕໍ່ໜ້າ ນໍ້າດື່ມນີ້ຈະເປັນໜຶ່ງໃນນໍ້າດື່ມຢູ່ ສປປ ລາວ ແລະ ຈະສາມາດດຶງດູດເອົາຜູ້ຊົມໃຊ້ຢູ່ພາຍໃນປະເທດລາວໃຫ້ນັບມື້ນັບຫຼາຍຂຶ້ນ. ພ້ອມທັງອວຍ ພອນໄຊອັນປະເສີດໃຫ້ສະຫາຍ ຫວາງເຊິນກົວ ພ້ອມດ້ວຍພະນັກງານບໍລິສັດ ຈົ່ງມີສຸຂະພາບແຂງແຮງ ປະສົບຜົນສໍາເລັດໃນໜ້າທີ່ວຽກງານ ກິດຈະການຈະເລີນກ້າວໜ້າຍິ່ງໆຂຶ້ນ.
ຂ່າວ: ຍຸພິນທອງ
ຄໍາເຫັນ