ບໍລິສັດການຄ້າຂາເຂົ້າຂາອອກສຽວພ້າງ ເປັນຮ້ານ “ສວຍງາມທີ່ສຸດ”

ບໍລິສັດການຄ້າຂາເຂົ້າຂາອອກສຽວພ້າງ ເປັນຮ້ານ “ສວຍງາມທີ່ສຸດ”
ເຈົ້າຂອງຮ້ານ ຂາຍເຄື່ອງສຳອາງສາກົນສຽວພ້າງ ກ່າວວ່າ: “ຮ້ານເຮົາເປັນຮ້ານທີ່ສວຍງາມທີ່ສຸດ ໃນປະເທດລາວ”. ຮ້ານຂາຍເຄື່ອງສຳອາງສາກົນສຽວພ້າງ ທີ່ຕັ້ງຢູ່ນະຄອນຫຼວງວຽງຈັນ ທີ່ມີຊື່ລືນາມຫຼາຍ ໃນຊຸມປີຜ່ານມາ. ເມື່ອເວົ້າເຖິງ ຮ້ານຕົນ, ທ່ານ ຕິ່ງຢີ່ຝານ (Ding Yifan) ເຈົ້າຂອງຮ້ານ ເວົ້າດ້ວຍຄວາມໝັ້ນໃຈ ວ່າ: “ພວກເຮົາ ສາມາດນຳເຂົ້າສິນຄ້າທີ່ດີ ຈາກບັນດາປະເທດອາຊີຕາເວັນອອກສຽງໃຕ້ ເຂົ້າມາຈຳໜ່າຍໃນ ສປປ ລາວ ແລະ ສົ່ງອອກຜະລິດຕະພັນທີ່ດີຂອງປະເທດລາວ ໄປສູ່ໂລກ.”
ໃນປີ 2013, ທ່ານ ຕິ່ງຢີ່ຝານ ໄດ້ເດີນທາງໄປເຖິງປະເທດລາວ, ພາຍຫຼັງສຳຫຼວດຢ່າງລະອຽດແລ້ວເຫັນວ່າ, ຄົນລາວ ສ່ວນຫຼາຍມັກແຕ່ງໜ້າ ແຕ່ງຕົວ ເປັນພິເສດ, ຊາວຕ່າງປະເທດ ທີ່ດຳລົງຊີວິດຢູ່ລາວ ກໍມີຄວາມຕ້ອງການດ້ານການບໍລິໂພກໃນດ້ານນີ້ຢ່າງແຂງແຮງ, “ຂ້ອຍ ເລີຍຕັດສິນເຮັດທຸລະກິດຊື້ເຄື່ອງສຳອາງຈາກປະເທດໄທເຂົ້າມາລາວ.”
ພາຍຫຼັງເປີດບໍລິການແລ້ວ, ຮ້ານຂາຍເຄື່ອງສຳອາງສາກົນສຽວພ້າງ ຢຶດໝັ້ນຂາຍສິນຄ້າຂອງແທ້ ແລະ ສິນຄ້າຄຸນນະພາບດີ, ນອກນີ້, ຍັງໄດ້ປັບປຸງການບໍລິການຂອງຮ້ານເລື້ອຍໆ, ບໍ່ພໍເທົ່າໃດ, ຮ້ານນີ້ ກໍໄດ້ຮັບການຕອບຮັບສູງຈາກລູກຄ້າ ເປັນຢ່າງດີ, ນອກຈາກນີ້ ຍັງໄດ້ເຊີນຊວນດາລາຫຼາຍທ່ານຂອງປະເທດລາວ ມາໂຄສະນາຮ້ານ, ເຮັດໃຫ້ທຸລະກິດຂອງຮ້ານນັບມື້ນັບດີຂຶ້ນ.
ປັດຈຸບັນ, ຮ້ານຂາຍເຄື່ອງສຳອາງສາກົນສຽວພ້າງ ໄດ້ເປີດຮ້ານຂາຍເຄື່ອງສຳອາງຂະໜາດໃຫຍ່ຢູ່ຫຼາຍປະເທດ ເຊັ່ນ: ມຽນມາ, ກຳປູເຈຍ ເປັນຕົ້ນ. ບໍ່ພຽງແຕ່ໄດ້ຂາຍເຄື່ອງສຳອາງຈາກປະເທດໄທ ແລະ ສາທາລະນະລັດເກົາຫຼີ ທີ່ໄດ້ຮັບຄວາມນິຍົມຈາກລູກຄ້າເທົ່ານັ້ນ, ແຕ່ຫາກຍັງເປັນຕົວແທນຈຳໜ່າຍຜະລິດຕະພັນຢາທີ່ມີຊື່ສຽງຂອງ ປະເທດໄທ ອີກດ້ວຍ.
ທ່ານ ຕິ່ງຢີ່ຝານ ກ່າວວ່າ: “ຈີນມີຕະຫຼາດທີ່ກວ້າງໃຫຍ່ໄພສານ ແລະ ມີຄວາມບົ່ມຊ້ອນຫຼາຍ, ທາງລົດໄຟ ລາວ-ຈີນ ໄດ້ຫຼຸດຕົ້ນທຶນການຂົນສົ່ງສິນຄ້າ ຈາກ ສປປ ລາວ ເຂົ້າໄປ ສປ ຈີນ. ພວກເຮົາຈະສືບຕໍ່ສຳຫຼວດຕະຫຼາດຈີນຕື່ມອີກ ແລະ ຕັ້ງໜ້າຍົກລະດັບຄຸນນະພາບຂອງຜະລິດຕະພັນໃຫ້ສູງຂຶ້ນ, ທຳການກະກຽມ ເພື່ອຈະສົ່ງຜະລິດຕະພັນເຂົ້າສູ່ຕະຫຼາດຈີນ ໃນອະນາຄົດ.” ທ່ານ ຕິ່ງຢີ່ຝານ ກ່າວຕື່ມວ່າ, ໃນອະນາຄົດຫວັງວ່າ, ບໍລິສັດຂອງຕົນ ຈະສາມາດນຳເອົາເຄື່ອງສຳອາງທີ່ດີຂອງຈີນ ເຂົ້າມາປະເທດລາວ ໂດຍຜ່ານທາງ ລົດໄຟ ລາວ-ຈີນ ແລະ ຈະສົ່ງສິນຄ້າທີ່ມີຄຸນນະພາບດີຂອງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ເຂົ້າສູ່ປະເທດຈີນ ເຊັ່ນກັນ.

ຄໍາເຫັນ

ຂ່າວຕ່າງປະເທດ

ທ່ານນາງເຜີງລີ້ຢວນແລະມະເຫສີແອັດສະປາຍຢ້ຽມຢາມສູນບໍລິການຄົນພິການ

ທ່ານນາງເຜີງລີ້ຢວນແລະມະເຫສີແອັດສະປາຍຢ້ຽມຢາມສູນບໍລິການຄົນພິການ

ຂ່າວສານຊີອາໄອລາຍງານວ່າ: ໃນເຊົ້າວັນທີ 12 ພະຈິກນີ້, ທ່ານນາງເຜີງລີ້ຢວນພັນລະຍາຂອງທ່ານສີຈິ້ນຜິງປະທານປະເທດຈີນແລະທ່ານນາງເລຕິເຊຍມະເຫສີແອັດສະປາຍທີ່ເດີນທາງຮ່ວມກັບເຈົ້າຊີວິດເຟລິເປ 6 ຂອງແອັດສະປາຍ ມາຢ້ຽມຢາມຈີນທາງລັດຖະກິດນັ້ນໄດ້ໄປຢ້ຽມຢາມສູນບໍລິການຄົນພິການນະຄອນຫຼວງປັກກິ່ງ.
ຣັດເຊຍ ແນະນຳຊິມກາດເດັກນ້ອຍເພື່ອຕິດຕາມຕຳແໜ່ງ

ຣັດເຊຍ ແນະນຳຊິມກາດເດັກນ້ອຍເພື່ອຕິດຕາມຕຳແໜ່ງ

ຂ່າວຕ່າງປະເທດລາຍງານຫວ່າງບໍ່ດົນມານີ້ວ່າ: ທ່ານ ມັກຊຸດ ຊາດາເຢຟ ລັດຖະມົນຕີກະຊວງພັດທະນາດີຈີຕອນ, ການສື່ສານ ແລະ ສື່ມວນຊົນຂອງຣັດເຊຍ ໄດ້ປະກາດຢ່າງເປັນທາງການກ່ຽວກັບການແນະນຳຊິມກາດເດັກນ້ອຍ ຊຶ່ງຊ່ວຍໃຫ້ພໍ່ແມ່ຜູ້​ປົກ​ຄອງສາມາດຕິດຕາມຕຳແໜ່ງທີ່ຢູ່ຂອງລູກໆໄດ້ແບບສົດໆ.
ຜູ້​ນຳຫຼາຍ​ປະ​ເທດສະໜັບສະໜູນການເພີ່ມການໃຊ້ເຊື້ອໄຟແບບຍືນຍົງ

ຜູ້​ນຳຫຼາຍ​ປະ​ເທດສະໜັບສະໜູນການເພີ່ມການໃຊ້ເຊື້ອໄຟແບບຍືນຍົງ

ຂ່າວຕ່າງປະເທດລາຍງານເມື່ອ​ບໍ່​ດົນ​ມາ​ນີ້ວ່າ: ບັນດາຜູ້ນຳທີ່ເຂົ້າຮ່ວມກອງປະຊຸມສຸດຍອດດ້ານສະພາບອາກາດຂອງສະຫະປະຊາຊາດ ຊຶ່ງໄດ້ສິ້ນສຸດລົງຫວ່າງມໍ່ໆມານີ້ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະຂະຫຍາຍການນຳໃຊ້ເຊື້ອໄຟທີ່ຍືນຍົງ(sustainable fuels)ຢ່າງໜ້ອຍ 4 ເທົ່າພາຍໃນປີ 2035, ໂດຍມີຍີ່ປຸ່ນ ແລະ ອີຕາລີ ໄດ້ເຂົ້າຮ່ວມກັບປະເທດເຈົ້າພາບບຣາຊິນໃນການສະເໜີແນວຄວາມຄິດດັ່ງກ່າວ.
ຍີ່ປຸ່ນວາງແຜນຂຶ້ນຄ່າທຳນຽມວີຊາໃນປີ 2026

ຍີ່ປຸ່ນວາງແຜນຂຶ້ນຄ່າທຳນຽມວີຊາໃນປີ 2026

ຂ່າວຕ່າງປະເທດລາຍງານ ໃນວັນທີ 10 ພະຈິກ ຜ່ານມາວ່າ: ລັດຖະບານຍີ່ປຸ່ນວາງແຜນທີ່ຈະເພີ່ມຄ່າທຳນຽມວີຊາສຳລັບຄົນຕ່າງປະເທດໃນປີງົບປະມານ 2026, ຍ້ອນວ່າຄ່າທຳນຽມໃນປັດຈຸບັນຍັງຕໍ່າເມື່ອທຽບກັບຄ່າທຳນຽມໃນສະຫະລັດ ອາເມຣິກາ ແລະ ເອີຣົບ. ໂດຍມີເປົ້າໝາຍສ່ວນໜຶ່ງແມ່ນເພື່ອແກ້ໄຂບັນຫານັກທ່ອງທ່ຽວຫຼາຍເກີນໄປສົ່ງຜົນກະທົບຕໍ່ຄົນທ້ອງຖິ່ນ.
ການເປີດປະຕູສູ່ພາຍນອກລະດັບສູງຂອງຈີນກ້າວໄປໜ້າຕື່ມອີກ

ການເປີດປະຕູສູ່ພາຍນອກລະດັບສູງຂອງຈີນກ້າວໄປໜ້າຕື່ມອີກ

ຂ່າວສານຊີອາໄອລາຍງານ ໃນວັນທີ 10 ພະຈິກ ຜ່ານມາວ່າ: ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 8 ໄດ້ດຶງດູດ 155 ປະເທດ,ເຂດແຄວ້ນ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.ໂທລະພາບສາກົນຈີນ ຫຼື CGTN ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ດຳເນີນການສຳຫຼວດຄວາມເຫັນຕໍ່ຜູ້ຕອບແບບສອບຖາມຈຳນວນ 14,000ຄົນຈາກ 46 ປະເທດໃນທົ່ວໂລກ ຜົນການສຳຫຼວດສະແດງໃຫ້ເຫັນວ່າ: ຜູ້ຕອບແບບສອບຖາມ 72.6% ເຫັນວ່າຈີນແມ່ນຕະຫຼາດເສລີທີ່ເປີດປະຕູສູ່ພາຍນອກ ແລະ ມີກຳລັງແຂ່ງຂັນ​ສູງ.
ການ​ເຕີບ​ໂຕ​ສີ​ຂຽວ ໃນ​ສັງ​ກາດ​ດີ​ຈີ​ຕອນ​​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຂອງ ຫວຽດ​ນາມ

ການ​ເຕີບ​ໂຕ​ສີ​ຂຽວ ໃນ​ສັງ​ກາດ​ດີ​ຈີ​ຕອນ​​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຂອງ ຫວຽດ​ນາມ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນວັນທີ 10 ພະຈິກ ຜ່ານມາຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມປະຈຳປີ ພາຍ​ໃຕ້ຫົວຂໍ້ “ວິສາຫະກິດ FDI ນຳໜ້າໃນການປະຕິບັດຍຸດທະສາດການເຕີບໂຕສີຂຽວ ໃນສັງກາດດີຈີຕອນ”. ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມກ່າວວ່າ: ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດມີຫົວຄິດປະດິດສ້າງແມ່ນຄວາມຮຽກຮ້ອງຕ້ອງການໂດຍພາວະວິໄສ, ແມ່ນການຄັດເລືອກຍຸດທະສາດ ແລະ ບຸລິມະສິດແຖວໜ້າຂອງ ຫວຽດນາມ.
OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ພະຈິກ ຜ່ານມາວ່າ: ອົງການປະເທດຜູ້ສົ່ງອອກນ້ຳມັນ (OPEC) ແລະ ພັນທະມິດ ຫຼື ເອີ້ນລວມກັນວ່າ OPEC+ ໄດ້ຕົກລົງທີ່ຈະເພີ່ມກຳລັງການຜະລິດນ້ຳມັນຂຶ້ນເປັນ137,000 ບາເຣວຕໍ່ມື້ໃນເດືອນທັນວານີ້.ຫຼັງຈາກປະເທດສະມາຊິກເຊັ່ນ: ຊາອຸດິດ ອາຣັບບີ, ຣັດເຊຍ, ອີຣັກ, ສະຫະລັດອາຣັບເອມິເຣດ, ກູເວດ, ກາຊັກສະຖານ, ອານເຊຣີ ແລະ ໂອມານ ປະຊຸມອອນລາຍເພື່ອທົບທວນສະພາບຕະຫຼາດໂລກ ແລະ ທ່າອ່ຽງເສດຖະກິດ.
ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ລີເຈມຽນ ປະທານາທິບໍດີ ສ ເກົາຫຼີຊຶ່ງເປັນປະທານກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32 ທີ່ເມືອງ Gyeongju ປະເທດ ສ ເກົາຫຼີໄດ້ຮຽກຮ້ອງໃຫ້ເພີ່ມການຮ່ວມມື ແລະ ຄວາມສາມັກຄີໃນພາກພື້ນອາຊີປາຊີຟິກ ເພື່ອເອົາຊະນະສິ່ງທ້າທາຍໃໝ່ໆ ໃນຂະນະທີ່ໂລກກຳລັງເຂົ້າສູ່ຈຸດປ່ຽນທີ່ສຳຄັນ.
ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີວ່າ: ກະຊວງພະລັງງານ ແລະ ຊັບພະຍາກອນບໍ່ແຮ່ຂອງອິນໂດເນເຊຍໄດ້ປະກາດເປົ້າໝາຍໃນການເພີ່ມກຳລັງການຜະລິດພະລັງງານໄຟຟ້າຈາກພະລັງງານໝູນວຽນ 42.6 ກິໂລວັດໃນໄລຍະທົດສະວັດຕໍ່ໄປ ຊຶ່ງເປັນສ່ວນໜຶ່ງຂອງຍຸດທະສາດເພື່ອເລັ່ງການຫັນປ່ຽນຈາກເຊື້ອໄຟຟອດຊິວໄປສູ່ລະບົບພະລັງງານທີ່ມີກາກບອນຕ່ຳ.
ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງແກ່ການຄຸ້ມຄອງດິນຟ້າອາກາດໂລກ

ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງແກ່ການຄຸ້ມຄອງດິນຟ້າອາກາດໂລກ

ຂ່າວສານຊີອາໄອລາຍງານໃນທ້າຍອາທິດຜ່ານມາວ່າ: ທ່ານ ໂກ່ວເຈ່ຍຄຸນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ໂດຍມີນັກຂ່າວຖາມກ່ຽວກັບກອງປະຊຸມພາຄີສົນທິສັນຍາຂອບການປ່ຽນແປງຂອງດິນຟ້າອາກາດອົງການສະຫະປະຊາຊາດຄັ້ງທີ 30 ຫຼື COP30 ທີ່ຈັດຂຶ້ນຢູ່ນະຄອນເບເລິມ ປະເທດບ​ຣາ​ຊິນ.
ເພີ່ມເຕີມ