(ບົດ 2) ຫວຽດນາມສ້າງກໍາລັງຕໍາຫຼວດປະຕິວັດໃນສະພາບການໃໝ່

ຮຽບຮຽງໂດຍ:ວັນໄຊ ຕະວິນຍານ
ຄວາມສະຫງົບແຫ່ງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແມ່ນບັນຫາສໍາຄັນຍິ່ງ ກະທົບໂດຍກົງຕໍ່ຄວາມໝັ້ນຄົງ ແລະ ການພັດທະນາຂອງປະເທດ.
ໃນສະພາບການຂອງໂລກ,ພາກພື້ນ ໃນຊຸມປີມໍ່ໆມານີ້, ຫວຽດນາມມີຫຼາຍສະພາບການທີ່ສັບສົນ ເປັນສິ່ງທ້າທາຍຕໍ່ຄວາມໝັ້ນຄົງຂອງປະເທດຊາດ.ສະນັ້ນ,ກ່ອນອື່ນໝົດ ຫວຽດນາມໄດ້ສຸມໃສ່ປັບປຸງ:- ແນວທາງນະໂຍບາຍ,ຂໍ້ກໍານົດ-ກົດໝາຍຢ່າງຄົບຊຸດ ໃຫ້ແກ່ການຈັດຕັ້ງເຄື່ອນໄຫວຂອງກໍາລັງຕໍາຫຼວດ ໄປຄ່ຽງຄູ່ກັບການຄວບຄຸມອໍານາດ, ຄວບຄຸມກໍາລັງຕໍາຫຼວດປະຊາຊົນ.ສ້າງຄວາມເປັນເອກະພາບໃນລະດັບສູງຕໍ່ມູນເຊື້ອອັນອົງອາດກ້າແກ່ນຂອງຕໍາຫຼວດປະຕິວັດ ທີ່ເປັນຄົນຂອງປະຊາຊົນ.ລະດົມກໍາລັງແຮງໃນທຸກລະບົບການເມືອງໃນການສ້າງກໍາລັງຕໍາຫຼວດປະຕິວັດ (ກໍາລັງຫຼວງ-ກໍາລັງທ້ອງຖິ່ນ)ເປັນພື້ນຖານຮັບປະກັນຄວາມໜັກແໜ້ນ ຕໍ່ຄວາມສະຫງົບຂອງຊາດ,ຄວາມເປັນລະບຽບຮຽບຮ້ອຍຂອງທົ່ວສັງຄົມໃນສະພາບການໃໝ່.-ກໍານົດແຜນງານ,ໂຄງການ,ຂັ້ນຕອນ,ບາດກ້າວ,ຈຸດສຸມ,ກໍານົດເປົ້າໝາຍຢ່າງລະອຽດ ລວມທັງແຫຼ່ງທຶນສະໜັບສະໜູນ ເພື່ອຮັບປະກັນວິຊາສະເພາະ ຫັນກໍາລັງຕໍາຫຼວດໄປສູ່ຄວາມທັນສະໄໝ.ກ່ອນອື່ນໝົດແມ່ນຫັນຄົນ ໄປສູ່ຄວາມທັນສະໄໝ ຕາມທິດ “ຄົນໄປກ່ອນ ປືນໄປນໍາຫຼັງ”. -ສຸມໃສ່ສຶກສາອົບຮົມດ້ານການເມືອງແນວຄິດ,ຍົກສູງຄວາມຮັບຮູ້ໃນທຸກດ້ານໃຫ້ການນໍາຕໍາຫຼວດ,ຕະຫຼອດຮອດຕໍາຫຼວດຊັ້ນຜູ້ນ້ອຍ ຕິດພັນກັບການປ້ອງກັນ, ສະກັດກັ້ນ ຕ້ານການສໍ້ລາດບັງຫຼວງໃນກໍາລັງ. - ສຸມໃສ່ກໍ່ສ້າງຖັນແຖວການນໍາຕໍາຫຼວດ,ລະດັບກອງບັນຊາການ ທີ່ມີຄຸນສົມບັດ ສິນທໍາປະຕິວັດ,ຄວາມສາມາດພຽງພໍ,ມີອິດທິພົນຊື່ສຽງ ຄ້າຍກັບ ນັກວິທະຍາສາດ-ເຕັກນິກ ຫຼື ຜູ້ຊ່ຽວຊານເກັ່ງ.ປະຕິບັດຢ່າງຮີບດ່ວນໃນກໍລະນີພົບເຫັນຕໍາຫຼວດລະເມີດກົດໝາຍ,ຄໍາສັ່ງ, ລະບຽບກາ. ກໍລະນີສໍ້ລາດບັງຫຼວງ ບໍ່ເຮັດໜ້າທີ່ຮັບໃຊ້ປະຊາຊົນ ຫຼື ເອົາລັດ ເອົາປຽບປະຊາຊົນ.ໄປພ້ອມກັນນັ້ນ,ຕ້ອງຊຸກຍູ້ສົ່ງເສີມຕໍາຫຼວດທີ່ມີຄວາມຕັ້ງໜ້າ,ມານະອົດທົນ,ມີຄຸນສົມບັດສິນທໍາປະຕິວັດ,ເຮັດສໍາເລັດໜ້າທີ່ ມີຄວາມມຸ້ງໝັ້ນພັດທະນາຕົນເອງໃຫ້ທັນກັບສະພາບການໃໝ່.-ປັບປຸງກົງຈັກການຈັດຕັ້ງ,ຮັບປະກັນການປັບປຸງ, ຍົກຍ້າຍ, ສັບຊ້ອນຕໍາຫຼວດທີ່ມີທ່າແຮງບົມຊ້ອນ, ບໍາລຸງກໍ່ສ້າງ ເພື່ອກາຍເປັນຜູ້ບັນຊານໍາພາໃນອະນາຄົດ ຕາມທິດ “ກະຊວງກະທັດລັດ,ແຂວງເຂັ້ມແຂງ,ເມືອງຮອບດ້ານ,ຕາແສງຕິດແທດຮາກຖານ”, ເຮັດໃຫ້ຮູບແບບ ແລະ ຂະໜາດການຈັດຕັ້ງກົງຈັກເໜາະສົມກັບລັກສະນະ,ຄຸນລັກສະນະ,ພາລະໜ້າທີ່ຂອງແຕ່ກົມກອງ,ໜ່ວຍງານ,ທ້ອງຖິ່ນຮັບປະກັນຫົວໜ່ວຍສູ້ຮົບກັບຫົວໜ່ວຍຮັບໃຊ້ໃຫ້ມີຄວາມດຸ່ນດ່ຽງ.-ໃຫ້ບູລິມະສິດການລົງທຶນດ້ານພື້ນຖານໂຄງລ່າງ,ອຸປະກອນເຕັກນິກ,ພາຫະນະ,ນໍາໃຊ້ວິທະຍາສາດເຕັກໂນໂລຊີທັນສະໄໝ(ດີຈີຕອນ) ປັນຍາປະດິດໃຫ້ແກ່ກໍາລັງຕໍາຫຼວດປະຊາຊົນ,ກໍ່ສ້າງພັດທະນາອຸດສະຫະກໍາ ຜະລິດຕະພັນຮັບໃຊ້ວຽກງານປ້ອງກັນຄວາມສະຫງົບຕາມທິດຫຼາກຫຼາຍ ເປັນເຈົ້າຕົນເອງ.-ລະດົມການສະໜັບສະໜູນ, ການຊ່ວຍເຫຼືອຂອງປະຊາຊົນໃນການສ້າງກໍາລັງຕໍາຫຼວດປະຕິວັດ,ປັບປຸງພື້ນຖານຄວາມສະຫງົບປະຊາຊົນ,ທ່າສະໜາມຮົບປະຊາຊົນໃຫ້ຢູ່ໃນຈິດໃຈປະຊາຊົນຢ່າງໜັກແໜ້ນ.-ເພີ່ມທະວີການຮ່ວມມືສາກົນ,ຍາດແຍ່ງດຶ່ງດູດການຊ່ວຍເຫຼືອຈາກສາກົນ ກ່ຽວກັບການຝຶກອົບຮົມຍົກລະດັບວິຊາການ,ການຄົ້ນຄວ້າດ້ານວິທະຍາສາດ-ເຕັກໂນໂລຊີທີ່ທັນສະໄໝຈາກປະເທດທີ່ມີພື້ນຖານອຸດສະຫະກໍາກ້າວໜ້າ.

ຄໍາເຫັນ

ຂ່າວຕ່າງປະເທດ

ປະຫວັດຫຍໍ້

ປະຫວັດຫຍໍ້

ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ - ຊື່ທາງການ: ສົມເດັດ ເຈົ້າຍິງ ໄອໂກະ (Her Imperial Highness Princess Aiko) - ຊື່ພະຣາຊະທານສໍາລັບສະມາຊິກຣາຊະວົງ: ເຈົ້າຍິງ ໂທຊິ ຫຼື ໂທຊິ ໂນະ ມິຢະ (Princess Toshi ຫຼືToshi-no-Miya)
ທ່ານນາງເຜີງລີ້ຢວນແລະມະເຫສີແອັດສະປາຍຢ້ຽມຢາມສູນບໍລິການຄົນພິການ

ທ່ານນາງເຜີງລີ້ຢວນແລະມະເຫສີແອັດສະປາຍຢ້ຽມຢາມສູນບໍລິການຄົນພິການ

ຂ່າວສານຊີອາໄອລາຍງານວ່າ: ໃນເຊົ້າວັນທີ 12 ພະຈິກນີ້, ທ່ານນາງເຜີງລີ້ຢວນພັນລະຍາຂອງທ່ານສີຈິ້ນຜິງປະທານປະເທດຈີນແລະທ່ານນາງເລຕິເຊຍມະເຫສີແອັດສະປາຍທີ່ເດີນທາງຮ່ວມກັບເຈົ້າຊີວິດເຟລິເປ 6 ຂອງແອັດສະປາຍ ມາຢ້ຽມຢາມຈີນທາງລັດຖະກິດນັ້ນໄດ້ໄປຢ້ຽມຢາມສູນບໍລິການຄົນພິການນະຄອນຫຼວງປັກກິ່ງ.
ຣັດເຊຍ ແນະນຳຊິມກາດເດັກນ້ອຍເພື່ອຕິດຕາມຕຳແໜ່ງ

ຣັດເຊຍ ແນະນຳຊິມກາດເດັກນ້ອຍເພື່ອຕິດຕາມຕຳແໜ່ງ

ຂ່າວຕ່າງປະເທດລາຍງານຫວ່າງບໍ່ດົນມານີ້ວ່າ: ທ່ານ ມັກຊຸດ ຊາດາເຢຟ ລັດຖະມົນຕີກະຊວງພັດທະນາດີຈີຕອນ, ການສື່ສານ ແລະ ສື່ມວນຊົນຂອງຣັດເຊຍ ໄດ້ປະກາດຢ່າງເປັນທາງການກ່ຽວກັບການແນະນຳຊິມກາດເດັກນ້ອຍ ຊຶ່ງຊ່ວຍໃຫ້ພໍ່ແມ່ຜູ້​ປົກ​ຄອງສາມາດຕິດຕາມຕຳແໜ່ງທີ່ຢູ່ຂອງລູກໆໄດ້ແບບສົດໆ.
ຜູ້​ນຳຫຼາຍ​ປະ​ເທດສະໜັບສະໜູນການເພີ່ມການໃຊ້ເຊື້ອໄຟແບບຍືນຍົງ

ຜູ້​ນຳຫຼາຍ​ປະ​ເທດສະໜັບສະໜູນການເພີ່ມການໃຊ້ເຊື້ອໄຟແບບຍືນຍົງ

ຂ່າວຕ່າງປະເທດລາຍງານເມື່ອ​ບໍ່​ດົນ​ມາ​ນີ້ວ່າ: ບັນດາຜູ້ນຳທີ່ເຂົ້າຮ່ວມກອງປະຊຸມສຸດຍອດດ້ານສະພາບອາກາດຂອງສະຫະປະຊາຊາດ ຊຶ່ງໄດ້ສິ້ນສຸດລົງຫວ່າງມໍ່ໆມານີ້ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະຂະຫຍາຍການນຳໃຊ້ເຊື້ອໄຟທີ່ຍືນຍົງ(sustainable fuels)ຢ່າງໜ້ອຍ 4 ເທົ່າພາຍໃນປີ 2035, ໂດຍມີຍີ່ປຸ່ນ ແລະ ອີຕາລີ ໄດ້ເຂົ້າຮ່ວມກັບປະເທດເຈົ້າພາບບຣາຊິນໃນການສະເໜີແນວຄວາມຄິດດັ່ງກ່າວ.
ຍີ່ປຸ່ນວາງແຜນຂຶ້ນຄ່າທຳນຽມວີຊາໃນປີ 2026

ຍີ່ປຸ່ນວາງແຜນຂຶ້ນຄ່າທຳນຽມວີຊາໃນປີ 2026

ຂ່າວຕ່າງປະເທດລາຍງານ ໃນວັນທີ 10 ພະຈິກ ຜ່ານມາວ່າ: ລັດຖະບານຍີ່ປຸ່ນວາງແຜນທີ່ຈະເພີ່ມຄ່າທຳນຽມວີຊາສຳລັບຄົນຕ່າງປະເທດໃນປີງົບປະມານ 2026, ຍ້ອນວ່າຄ່າທຳນຽມໃນປັດຈຸບັນຍັງຕໍ່າເມື່ອທຽບກັບຄ່າທຳນຽມໃນສະຫະລັດ ອາເມຣິກາ ແລະ ເອີຣົບ. ໂດຍມີເປົ້າໝາຍສ່ວນໜຶ່ງແມ່ນເພື່ອແກ້ໄຂບັນຫານັກທ່ອງທ່ຽວຫຼາຍເກີນໄປສົ່ງຜົນກະທົບຕໍ່ຄົນທ້ອງຖິ່ນ.
ການເປີດປະຕູສູ່ພາຍນອກລະດັບສູງຂອງຈີນກ້າວໄປໜ້າຕື່ມອີກ

ການເປີດປະຕູສູ່ພາຍນອກລະດັບສູງຂອງຈີນກ້າວໄປໜ້າຕື່ມອີກ

ຂ່າວສານຊີອາໄອລາຍງານ ໃນວັນທີ 10 ພະຈິກ ຜ່ານມາວ່າ: ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 8 ໄດ້ດຶງດູດ 155 ປະເທດ,ເຂດແຄວ້ນ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.ໂທລະພາບສາກົນຈີນ ຫຼື CGTN ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ດຳເນີນການສຳຫຼວດຄວາມເຫັນຕໍ່ຜູ້ຕອບແບບສອບຖາມຈຳນວນ 14,000ຄົນຈາກ 46 ປະເທດໃນທົ່ວໂລກ ຜົນການສຳຫຼວດສະແດງໃຫ້ເຫັນວ່າ: ຜູ້ຕອບແບບສອບຖາມ 72.6% ເຫັນວ່າຈີນແມ່ນຕະຫຼາດເສລີທີ່ເປີດປະຕູສູ່ພາຍນອກ ແລະ ມີກຳລັງແຂ່ງຂັນ​ສູງ.
ການ​ເຕີບ​ໂຕ​ສີ​ຂຽວ ໃນ​ສັງ​ກາດ​ດີ​ຈີ​ຕອນ​​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຂອງ ຫວຽດ​ນາມ

ການ​ເຕີບ​ໂຕ​ສີ​ຂຽວ ໃນ​ສັງ​ກາດ​ດີ​ຈີ​ຕອນ​​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຂອງ ຫວຽດ​ນາມ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນວັນທີ 10 ພະຈິກ ຜ່ານມາຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມປະຈຳປີ ພາຍ​ໃຕ້ຫົວຂໍ້ “ວິສາຫະກິດ FDI ນຳໜ້າໃນການປະຕິບັດຍຸດທະສາດການເຕີບໂຕສີຂຽວ ໃນສັງກາດດີຈີຕອນ”. ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມກ່າວວ່າ: ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດມີຫົວຄິດປະດິດສ້າງແມ່ນຄວາມຮຽກຮ້ອງຕ້ອງການໂດຍພາວະວິໄສ, ແມ່ນການຄັດເລືອກຍຸດທະສາດ ແລະ ບຸລິມະສິດແຖວໜ້າຂອງ ຫວຽດນາມ.
OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ພະຈິກ ຜ່ານມາວ່າ: ອົງການປະເທດຜູ້ສົ່ງອອກນ້ຳມັນ (OPEC) ແລະ ພັນທະມິດ ຫຼື ເອີ້ນລວມກັນວ່າ OPEC+ ໄດ້ຕົກລົງທີ່ຈະເພີ່ມກຳລັງການຜະລິດນ້ຳມັນຂຶ້ນເປັນ137,000 ບາເຣວຕໍ່ມື້ໃນເດືອນທັນວານີ້.ຫຼັງຈາກປະເທດສະມາຊິກເຊັ່ນ: ຊາອຸດິດ ອາຣັບບີ, ຣັດເຊຍ, ອີຣັກ, ສະຫະລັດອາຣັບເອມິເຣດ, ກູເວດ, ກາຊັກສະຖານ, ອານເຊຣີ ແລະ ໂອມານ ປະຊຸມອອນລາຍເພື່ອທົບທວນສະພາບຕະຫຼາດໂລກ ແລະ ທ່າອ່ຽງເສດຖະກິດ.
ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ລີເຈມຽນ ປະທານາທິບໍດີ ສ ເກົາຫຼີຊຶ່ງເປັນປະທານກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32 ທີ່ເມືອງ Gyeongju ປະເທດ ສ ເກົາຫຼີໄດ້ຮຽກຮ້ອງໃຫ້ເພີ່ມການຮ່ວມມື ແລະ ຄວາມສາມັກຄີໃນພາກພື້ນອາຊີປາຊີຟິກ ເພື່ອເອົາຊະນະສິ່ງທ້າທາຍໃໝ່ໆ ໃນຂະນະທີ່ໂລກກຳລັງເຂົ້າສູ່ຈຸດປ່ຽນທີ່ສຳຄັນ.
ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີວ່າ: ກະຊວງພະລັງງານ ແລະ ຊັບພະຍາກອນບໍ່ແຮ່ຂອງອິນໂດເນເຊຍໄດ້ປະກາດເປົ້າໝາຍໃນການເພີ່ມກຳລັງການຜະລິດພະລັງງານໄຟຟ້າຈາກພະລັງງານໝູນວຽນ 42.6 ກິໂລວັດໃນໄລຍະທົດສະວັດຕໍ່ໄປ ຊຶ່ງເປັນສ່ວນໜຶ່ງຂອງຍຸດທະສາດເພື່ອເລັ່ງການຫັນປ່ຽນຈາກເຊື້ອໄຟຟອດຊິວໄປສູ່ລະບົບພະລັງງານທີ່ມີກາກບອນຕ່ຳ.
ເພີ່ມເຕີມ