ບົດຮຽນການຫຼຸດພົ້ນອອກຈາກຄວາມທຸກຍາກຂອງຈີນລໍ້າຄ່າທີ່ສຸດ

ບົດຮຽນການຫຼຸດພົ້ນອອກຈາກຄວາມທຸກຍາກຂອງຈີນລໍ້າຄ່າທີ່ສຸດ
ຫວ່າງມໍ່ໆມານີ້, ຄະນະຜູ້ແທນລາວທີ່ມາຈາກພາກສ່ວນກ່ຽວຂ້ອງໄດ້ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືການຫຼຸດຜ່ອນຄວາມທຸກຍາກ ແລະ ການພັດທະນາຂອງບ້ານສິບແປດຖໍ້າ ທີ່ຈັດຂຶ້ນຢູ່ກິ່ງແຂວງປົກຄອງຕົນເອງເຜົ່າຖູເຈຍ-ເຜົ່າມົ້ງ ຊຽງຊີ (Xiangxi Tujia and Miao Autonomous Prefecture) ແຂວງຫູນານ. ກອງປະຊຸມເວທີປຶກສາຫາລືດັ່ງກ່າວ ພາຍໃຕ້ຫົວຂໍ້ “ຮ່ວມກັນຊົມໃຊ້ບົດຮຽນການຫຼຸດຜ່ອນຄວາມທຸກຍາກ, ສ້າງສາຊົນນະບົດທີ່ກົມກຽວ ແລະ ສວຍງາມ”, ເນັ້ນໃສ່ເຜີຍແຜ່ບົດຮຽນ ແລະ ໝາກຜົນການຊ່ວຍເຫຼືອຫຼຸດພົ້ນອອກຈາກຄວາມທຸກຍາກຢ່າງຖືກຈຸດຖືກເປົ້າໝາຍ ແລະ ການຟື້ນຟູຊົນນະບົດໃຫ້ມີຄວາມຈະເລີນຮຸ່ງເຮືອງ ຂອງຈີນ ຕໍ່ປະຊາຄົມສາກົນ, ພ້ອມທັງຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດ.
ໃນກອງປະຊຸມເວທີປຶກສາຫາລື, ທ່ານນາງ ທອງໃບ ສີສົມພອນ ຮອງຫົວຫນ້າຫ້ອງການກະສິກຳ ແລະ ປ່າໄມ້ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ຕາງໜ້າຝ່າຍລາວລົງນາມບົດບັນທຶກຄວາມເຂົ້າໃຈ ກ່ຽວກັບ ການຮ່ວມມື “ບ້ານແຮກສ່ຽວສາກົນ” ລະຫວ່າງບ້ານສິບແປດຖ້ຳ ເມືອງຮົວຢວນ (Huayuan) ກິ່ງແຂວງຊຽງຊີ ແຂວງຫູນານ ສປ ຈີນ ແລະ ບ້ານຖິ່ນຊົມ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ສປປ ລາວ. ນີ້ເປັນຄັ້ງທໍາອິດທີ່ ທ່ານນາງ ທອງໃບ ສີສົມພອນ ມາຢ້ຽມຢາມປະເທດຈີນ, ຫຼັງຈາກປະຈັກຕາຜົນງານການພັດທະນາຊົນນະບົດຈີນ, ລາວກ່າວດ້ວຍສຽງຕື້ນຕັນໃຈວ່າ: “ເຊື່ອໝັ້ນວ່າ ບ້ານຖິ່ນຊົມ ກໍຈະເປັນຄືບ້ານຊຽງລ້ອມ, ສາມາດຊອກຫາທາງຫຼຸດພົ້ນອອກຈາກຄວາມທຸກຍາກໄດ້.” ເດືອນພະຈິກ 2017, ໂຄງການສາທິດຊ່ວຍເຫຼືອຫຼຸດຜ່ອນຄວາມທຸກຍາກ ໃນດ້ານການຮ່ວມມືເຕັກນິກອາຊີ (ພາກສ່ວນ ສປປ ລາວ) ຂອງຈີນ ໄດ້ເລີ່ມປະຕິບັດງານຢ່າງເປັນທາງການ, ໃນນັ້ນບ້ານຊໍ້ນະຄອນຫຼວງວຽງຈັນ ແລະ ບ້ານຊຽງລ້ອມ ແຂວງຫຼວງພະບາງກໍໄດ້ຢູ່ໃນໂຄງການສາທິດ. ການດໍາເນີນງານຂອງສອງໂຄງການດັ່ງກ່າວ, ເຮັດໃຫ້ໂສມໜ້າຂອງບ້ານມີການປ່ຽນແປງໃໝ່ໂດຍສິ້ນເຊີງ, ຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນໄດ້ຮັບການປັບປຸງດີຂຶ້ນຢ່າງໃຫຍ່ຫຼວງ.
ໂດຍໄດ້ຮັບຜົນປະໂຫຍດຂອງການຊ່ວຍເຫຼືອຫຼຸດພົ້ນອອກຈາກຄວາມທຸກຍາກຢ່າງຖືກຈຸດຖືກເປົ້າໝາຍ, ບ້ານສິບແປດຖໍ້າໄດ້ຖອດປ້າຍບ້ານທຸກຍາກອອກໄປ. ເສັ້ນທາງແຄບນ້ອຍໆຂອງໝູ່ບ້ານໃນເມື່ອກ່ອນ ໄດ້ກາຍເປັນຊ່ອງທາງໃຫຍ່ສອງເລນ, ຊາວບ້ານໄດ້ດໍາເນີນອຸດສາຫະກໍາທີ່ມີເອກະລັກຂອງທ້ອງຖິ່ນຢ່າງຄຶກຄື້ນ, ເຊັ່ນ: ປູກໝາກກີວີ, ໂຮງງານນໍ້າດື່ມຈາກລໍາທານ, ການທ່ອງທ່ຽວຊົນນະບົດເປັນຕົ້ນ. ປີ 2022, ລາຍຮັບຈັບຕ້ອງໄດ້ຕໍ່ຫົວຄົນຂອງປະຊາຊົນທ້ອງຖິ່ນ ຈາກ 1.668 ຢວນໃນປີ 2013 ເພີ່ມມາເປັນ 23.505 ຢວນ. ທີ່ສະຫະກອນຖັກແສ່ວເຜົ່າມົ້ງ, ທ່ານ ອາໂນສັກ ເເພງທິມມະວົງ ຮອງຫົວຫນ້າກົມພັດທະນາຊົນນະບົດ ກະຊວງກະສິກຳ-ປ່າໄມ ລາວ ໄດ້ສົນທະນານໍາຊາວບ້ານທີ່ກໍາລັງເຮັດວຽກ, “ຮູບນີ້ແມ່ນພວກເຈົ້າອອກແບບໝົດຫວາ?” “ຫຼັງຈາກເຮັດສໍາເລັດແລ້ວ ຈະເປີດຊ່ອງທາງຂາຍຈັ່ງໃດ?” “ປະເທດລາວກໍມີການຖັກແສ່ວແບບນີ້, ຂ້າພະເຈົ້າຄິດວ່າສາມາດຮຽນຮູ້ຈາກແນວຄິດການດໍາເນີນງານຂອງພວກເຈົ້າໄດ້.”
ເມື່ອເອີ່ຍເຖິງ ການແລກປ່ຽນ ແລະ ການຮ່ວມມືໃນດ້ານການຊ່ວຍເຫຼືອຫຼຸດຜ່ອນຄວາມທຸກຍາກລະຫວ່າງລາວ-ຈີນ, ທ່ານ ອາໂນສັກ ເເພງທິມມະວົງ ກ່າວວ່າ, “ປັດຈຸບັນນີ້, ໝາກຜົນທີ່ຈີນຊ່ວຍເຫຼືອລາວຫຼຸດຜ່ອນຄວາມທຸກຍາກ ເຫັນໄດ້ຢ່າງຊັດເຈນແລ້ວ, ເຊັ່ນ: ໂຄງການຊ່ວຍເຫຼືອຫຼຸດຜ່ອນຄວາມທຸກຍາກຊົນນະບົດ ງວດທີໜຶ່ງ ທີ່ດໍາເນີນຢູ່ແຂວງວຽງຈັນ ແລະ ແຂວງຫຼວງພະບາງ ໄດ້ຊ່ວຍປັບປຸງເງື່ອນໄຂການຜະລິດ, ການສຶກສາ, ຫ້ອງນໍ້າຊຸມຊົນ, ນໍ້າປະປາ, ໄຟຟ້າ, ໂທລະພາບດີຈີຕອນ ແລະ ອື່ນໆໃຫ້ແກ່ 30 ບ້ານ.” ໂຄງການຊ່ວຍເຫຼືອຫຼຸດຜ່ອນຄວາມທຸກຍາກຊົນນະບົດດັ່ງກ່າວປະຕິບັດໂດຍກຸ່ມບໍລິສັດກໍ່ສ້າງ-ລົງທຶນ ແລະ ຖືຮຸ້ນ ແຂວງຢູນນານຈໍາກັດ, ຊຶ່ງເປັນໜຶ່ງໃນແປດໂຄງການຊ່ວຍເຫຼືອລາວ ຈາກຈີນ, ໂຄງການດັ່ງກ່າວລວມມີ: ໂຄງການສ້າງຫ້ອງນໍ້າຊຸມຊົນ 100 ໂຄງການ, ໂຄງການສະໜອງນໍ້າປະປາຊົນນະບົດ 100 ໂຄງການ, ໂຄງການສະໜອງແສງສະຫວ່າງຊົນນະບົດ 100 ໂຄງການ, ໂຄງການໂທລະພາບດີຈີຕອນ 100 ໂຄງການ ແລະ ອື່ນໆ. ປັດຈຸບັນນີ້ໂຄງການງວດທີສອງ ກໍຈະເລີ່ມດໍາເນີນຢູ່ 40 ບ້ານຂອງແຂວງຜົ້ງສາລີ, ແຂວງຫຼວງນໍ້າທາ, ແຂວງອຸດົມໄຊ ແລະ ແຂວງຫົວພັນ.
ທ່ານ ອາໂນສັກ ເເພງທິມມະວົງ ກ່າວວ່າ, ປັດຈຸບັນນີ້ ປະເທດລາວກໍາລັງອອກແຮງສູ້ຊົນດໍາເນີນວຽກງານການຫຼຸດພົ້ນອອກຈາກຄວາມທຸກຍາກ, ສຸມໃສ່ຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ, ບົດຮຽນທີ່ຈີນໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກໂດຍໄວ, ຊົນນະບົດຂອງຈີນມີການພັດທະນາເຂັ້ມແຂງໜັກແໜ້ນ, ສໍາລັບປະເທດລາວແລ້ວ ແມ່ນລໍ້າຄ່າຫຼາຍ, ຫວັງຢ່າງຍິ່ງວ່າ ລັດຖະບານຈີນຈະສືບຕໍ່ຊ່ວຍປະເທດລາວໃນພາລະກິດການຫຼຸດພົ້ນອອກຈາກຄວາມທຸກຍາກ, ເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືໃນຂົງເຂດການຫຼຸດຜ່ອນຄວາມທຸກຍາກ ແລະ ການຟື້ນຟູຊົນນະບົດໃຫ້ມີຄວາມຈະເລີນຮຸ່ງເຮືອງ.
ນັກຂ່າວ/ບັນນາທິການ: Yang Chunmei (ວິມົນ)
 

ຄໍາເຫັນ

ຂ່າວຕ່າງປະເທດ

Siemens ຮ່ວມມືກັບ Nvidia ພັດທະນາລະບົບປະຕິບັດການ AI ສຳລັບຂະແໜງອຸດສາຫະກຳ

Siemens ຮ່ວມມືກັບ Nvidia ພັດທະນາລະບົບປະຕິບັດການ AI ສຳລັບຂະແໜງອຸດສາຫະກຳ

ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ມັງກອນ ຜ່ານມາວ່າ: ບໍລິສັດ Siemens ແລະ Nvidia ໄດ້ປະກາດການຮ່ວມມືດ້ານປັນຍາປະດິດ (AI) ເພື່ອພັດທະນາວິທີແກ້ໄຂ AI ສຳລັບການນຳໃຊ້ໃນຂະແໜງອຸດສາຫະກຳ. ໂດຍມີເປົ້າໝາຍຍົກລະດັບຂະບວນການຕັ້ງແຕ່ການອອກແບບ ແລະ ການຜະລິດ ຈົນເຖິງລະບົບຕ່ອງໂສ້ການສະໜອງໂດຍຜ່ານການພັດທະນາລະບົບປະຕິບັດການອຸດສາຫະກຳທີ່ຂັບເຄື່ອນດ້ວຍ AI.
ຈຳນວນນັກທ່ອງທ່ຽວຕ່າງປະເທດທີ່ມາຢ້ຽມຢາມສີລັງກາບັນລຸລະດັບສູງສຸດໃນປີ 2025

ຈຳນວນນັກທ່ອງທ່ຽວຕ່າງປະເທດທີ່ມາຢ້ຽມຢາມສີລັງກາບັນລຸລະດັບສູງສຸດໃນປີ 2025

ຂ່າວຕ່າງປະເທດລາຍງານ ໃນວັນທີ 6 ມັງກອນ ຜ່ານມາວ່າ: ທ່ານ ວິຈິດຕາ ເຮຣາດ ລັດຖະມົນຕີກະຊວງການຕ່າງປະເທດ, ການຈ້າງງານໃນຕ່າງປະເທດ ແລະ ການທ່ອງທ່ຽວຂອງສີລັງກາ ໄດ້ເປີດເຜີຍໃນກອງປະຊຸມຂ່າວ ຫວ່າງມໍ່ໆມານີ້ວ່າ, ສີລັງກາ ມີຈຳນວນນັກທ່ອງທ່ຽວຕ່າງປະເທດເພີ່ມຂຶ້ນສູງສຸດແບບບໍ່ເຄີຍມີມາກ່ອນ ໃນປີ 2025, ໃນຂະນະທີ່ລາຍຮັບຈາກການທ່ອງທ່ຽວປະຈຳປີກໍທຳລາຍສະຖິຕິໃໝ່ເຊັ່ນດຽວກັນ, ເຖິງວ່າຈະປະເຊີນກັບອຸປະສັກຈາກພາຍຸໄຊໂຄລນ Ditwah ກໍຕາມ.
ອິນເດຍ ຊຸກຍູ້ໂຄງການພັດທະນາທັກສະດ້ານ AI ແຫ່ງຊາດ

ອິນເດຍ ຊຸກຍູ້ໂຄງການພັດທະນາທັກສະດ້ານ AI ແຫ່ງຊາດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ມັງກອນ ຜ່ານມາວ່າ: ອິນເດຍກຳລັງນຳໃຊ້ປັນຍາປະດິດ (AI) ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ກຳລັງແຮງງານຂອງຕົນ ທ່າມກາງຄວາມກັງວົນທົ່ວໂລກວ່າເຕັກໂນໂລຊີດັ່ງກ່າວອາດຈະເຂົ້າມາທົດແທນວຽກເຮັດງານທຳຈຳນວນຫຼາຍ. ໂດຍລັດຖະບານອິນເດຍໄດ້ເປີດໂຄງການພັດທະນາທັກສະດ້ານ AI ແຫ່ງຊາດຂະໜາດໃຫຍ່ ຊຶ່ງມີຈຸດປະສົງເພື່ອຝຶກອົບຮົມຊາວໜຸ່ມໃຫ້ໄດ້ 1 ລ້ານຄົນພາຍໃນ 1 ປີ.
Samsung ເຕືອນ ລາຄາສິນຄ້າໄອທີມີທ່າອ່ຽງຈະເພີ່ມຂຶ້ນ

Samsung ເຕືອນ ລາຄາສິນຄ້າໄອທີມີທ່າອ່ຽງຈະເພີ່ມຂຶ້ນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ມັງກອນ ຜ່ານມາວ່າ: ບໍລິສັດ Samsung Electronics ຊຶ່ງເປັນບໍລິສັດເອເລັກໂຕຣນິກຊັ້ນນໍາຂອງໂລກຈາກ ສ ເກົາຫຼີ ຄາດຄະເນວ່າ, ບັນຫາການຂາດແຄນຊິບໜ່ວຍຄວາມຈໍາຈະເຮັດໃຫ້ລາຄາສິນຄ້າໃນອຸດສາຫະກໍາເອເລັກໂຕຣນິກເພີ່ມສູງຂຶ້ນ ຊຶ່ງອາດຈະລວມທັງສິນຄ້າຂອງ Samsung ດ້ວຍ, ເຖິງແມ່ນວ່າ Samsung ເບິ່ງຄືວ່າມີຂໍ້ໄດ້ປຽບຫຼາຍກວ່າຄູ່ແຂ່ງຂອງຕົນ ເພາະວ່າເປັນຜູ້ຜະລິດຊິບໜ່ວຍຄວາມຈຳທີ່ໃຫຍ່ທີ່ສຸດໃນໂລກ.
ປີ 2025 ການ​ຝາກ​ເຄື່ອງ​ທາງ​ໄປ​ສະ​ນີ​ຂອງ​ຈີນ​ບັນ​ລຸ​ເຖິງ 216 ຕື້ 500 ລ້ານ​​ອັນ

ປີ 2025 ການ​ຝາກ​ເຄື່ອງ​ທາງ​ໄປ​ສະ​ນີ​ຂອງ​ຈີນ​ບັນ​ລຸ​ເຖິງ 216 ຕື້ 500 ລ້ານ​​ອັນ

ຂ່າວສານຊີອາໄອລາຍງານວ່າ: ຕາມ​ນັກ​ຂ່າວ​ໄດ້​ຮັບ​ຊາບ​ຂໍ້​ມູນ​ຈາກກອ​ງ​ປະ​ຊຸມ​ວຽກ​ງານ​​ໄປ​ສະ​ນີ​ທົ່ວ​ປະ​ເທດ​ປີ 2026 ທີ່​ກົມ​​ໄປ​ສະ​ນີ​ແຫ່ງ​ຊາດ​ຈີນ​ຈັດ​ຂຶ້ນ​ໃນ​ວັນ​ທີ 7 ມັງ​ກອນ ຜ່ານມາ​ນີ້​​ວ່າ:
ຫວຽດນາມ ສ້າງ​ພື້ນ​ຖານ​ບຸກ​ທະ​ລຸ ກ້າວ​ເຂົ້າ​ສູ່​ສັງ​ກາດ​ໃໝ່

ຫວຽດນາມ ສ້າງ​ພື້ນ​ຖານ​ບຸກ​ທະ​ລຸ ກ້າວ​ເຂົ້າ​ສູ່​ສັງ​ກາດ​ໃໝ່

ວິທະຍຸກະຈາຍສຽງຫວຽດນາມ ລາຍງານ ໃນວັນທີ 7 ມັງກອນ ຜ່ານມາວ່າ: ເນື່ອງໃນໂອກາດປີໃໝ່ 2026, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ກ່ຽວກັບ ໝາກຜົນຂອງການພັດທະນາເສດຖະກິດ-ສັງຄົມ ປີ 2025, ອາຍຸການລັດຖະບານ 2021 – 2025 ແລະ ໜ້າທີ່ ປີ 2026.
ອັງກິດ ຫ້າມໂຄສະນາອາຫານຈານດ່ວນໃນເວລາກາງເວັນ

ອັງກິດ ຫ້າມໂຄສະນາອາຫານຈານດ່ວນໃນເວລາກາງເວັນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 6 ມັງກອນ ຜ່ານມາວ່າ: ນັບຕັ້ງແຕ່ວັນທີ 5 ມັງກອນ 2026, ລັດຖະບານອັງກິດໄດ້ຫ້າມການໂຄສະນາອາຫານຂີ້ເຫຍື້ອໃນໂທລະພາບ ແລະ ທາງອອນລາຍໃນເວລາກາງເວັນ ຊຶ່ງລັດຖະບານເອີ້ນວ່າເປັນມາດຕະການ "ຄວາມທັນສະໄໝ" ໃນການແກ້ໄຂບັນຫາໂຣກຕຸ້ຍໃນເດັກນ້ອຍ.
ພະລັງງານແສງຕາເວັນ ກາຍເປັນແຫຼ່ງຜະລິດໄຟຟ້າອັນດັບສອງຂອງເຢຍລະມັນ

ພະລັງງານແສງຕາເວັນ ກາຍເປັນແຫຼ່ງຜະລິດໄຟຟ້າອັນດັບສອງຂອງເຢຍລະມັນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 6 ມັງກອນ ຜ່ານມາວ່າ: ບົດລາຍງານຂອງສະມາຄົມພະລັງງານແສງຕາເວັນເຢຍລະມັນ ທີ່ເຜີຍແຜ່ໃນວັນທີ 5 ມັງກອນ ຜ່ານມາ ເປີດເຜີຍວ່າ, ໄຟຟ້າທີ່ຜະລິດຈາກລະບົບພະລັງງານແສງຕາເວັນໃນເຢຍລະມັນກວມເອົາປະມານ 18% ຂອງການຜະລິດໄຟຟ້າທັງໝົດຂອງປະເທດໃນປີ 2025, ເຮັດໃຫ້ພະລັງງານແສງຕາເວັນກາຍເປັນແຫຼ່ງຜະລິດໄຟຟ້າທີ່ໃຫຍ່ທີ່ສຸດອັນດັບສອງຂອງປະເທດ.
ປະຊາຊົນໃນກາຊາ ໄດ້ຮັບອາຫານຕາມມາດຕະຖານຂັ້ນຕໍ່າເປັນຄັ້ງທຳອິດໃນຮອບຫຼາຍກວ່າ 2 ປີ

ປະຊາຊົນໃນກາຊາ ໄດ້ຮັບອາຫານຕາມມາດຕະຖານຂັ້ນຕໍ່າເປັນຄັ້ງທຳອິດໃນຮອບຫຼາຍກວ່າ 2 ປີ

ຂ່າວຕ່າງປະເທດລາຍງານ ໃນວັນທີ 6 ມັງກອນ ຜ່ານມາວ່າ: ຫ້ອງການປະສານງານດ້ານມະນຸດສະທຳຂອງສະຫະປະຊາຊາດ (OCHA) ໄດ້ລາຍງານວ່າ, ການແຈກຢາຍການຊ່ວຍເຫຼືອດ້ານອາຫານໂດຍລວມໃນກາຊາ ໃນເດືອນມັງກອນນີ້ ໄດ້ຜ່ານມາດຕະຖານປະລິມານແຄລໍຣີຂັ້ນຕ່ຳເປັນຄັ້ງທຳອິດນັບຕັ້ງແຕ່ເດືອນຕຸລາ 2023, ໂດຍແຕ່ລະຄອບຄົວໄດ້ຮັບອາຫານສອງຊຸດ ແລະ ແປ້ງສອງຖົງ (25 ກິໂລຕໍ່ຖົງ).
ບໍລິສັດ Hyundai ກະກຽມນໍາໃຊ້ຫຸ່ນຍົນໃນໂຮງງານຜະລິດລົດທົ່ວໂລກ

ບໍລິສັດ Hyundai ກະກຽມນໍາໃຊ້ຫຸ່ນຍົນໃນໂຮງງານຜະລິດລົດທົ່ວໂລກ

ຂ່າວຕ່າງປະເທດລາຍງານ ໃນວັນທີ 6 ມັງກອນ ຜ່ານມາວ່າ: Hyundai, ບໍລິສັດລົດຍົນຍັກໃຫຍ່ຂອງ ສ ເກົາຫຼີໄດ້ປະກາດແຜນການທີ່ຈະນໍາຫຸ່ນຍົນຮູບຮ່າງຄ້າຍຄືມະນຸດມານໍາໃຊ້ໃນໂຮງງານຜະລິດລົດຍົນທົ່ວໂລກ ເລີ່ມຕົ້ນໃນປີ 2028, ໃນທ່າມກາງການແຂ່ງຂັນຂອງອຸດສາຫະກຳຂະໜາດໃຫຍ່ ທີ່ເລັ່ງປັບຕົວເຂົ້າກັບຍຸກ AI.
ເພີ່ມເຕີມ