ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ
ເພື່ອຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາຂະແໜງການເງິນ ກໍຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 10, ແຜນງົບປະມານແຫ່ງລັດ 5 ປີ (2026-2030), ຊຶ່ງຂະແໜງການເງິນຈະຕ້ອງໄດ້ສ້າງທ່າຫັນປ່ຽນຢ່າງແຂງແຮງ, ບຸກທະລຸ ພາຍໃຕ້ຄໍາຂວັນ: “ຍົກສູງບົດບາດຄວາມສາມາດນໍາພາຂອງຄະນະພັກ, ຕັ້ງໜ້າເປັນເຈົ້າຕົນເອງ ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝ, ຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ມີຄວາມເຂັ້ມແຂງ, ສີຂຽວ ແລະ ຍືນຍົງ”.

 

ສະຫາຍ ພູວົງ ກິດຕະວົງກໍາມະການປະຈໍາພັກກະຊວງຮອງລັດຖະມົນຕີກະຊວງການເງິນຂຶ້ນລາຍ ຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການເງິນ ຄັ້ງທີIV ວ່າ: ທິດທາງລວມແລະ ຄາດໝາຍສູ້ຊົນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ 11 ແລະ 12 ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ 3 ແລະ 4 ຂອງອົງຄະນະພັກກະຊວງການເງິນ,ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ5 ປີຄັ້ງທີ 10 ແລະ ແຜນງົບປະມານແຫ່ງລັດ 5 ປີ (2026-2030) ໃຫ້ເປັນແຜນວຽກ- ແຜນງານລະອຽດ;ເພີ່ມທະວີຄວາມເປັນເຈົ້າການໃນການສ້າງຄວາມເຂັ້ມແຂງການເງິນພາກລັດຕາມທິດ ສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ,ແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານການເງິນ-ງົບປະມານເປັນບູລິມະສິດເພື່ອສ້າງພື້ນຖານເສດຖະກິດ ທີ່ໜັກແໜ້ນ ແລະ ຄ່ອງຕົວກ້າວໄປສູ່ການພັດທະນາສີຂຽວ ແລະຍືນຍົງ;ເສີມຂະຫຍາຍແລະ ແບ່ງຄວາມຮັບຜິດຊອບຂອງຂະແໜງການຢູ່ສູນກາງ ແລະ ທ້ອງຖິ່ນ ໃຫ້ຈະແຈ້ງ, ຊັດເຈນຕາມທິດ 3 ສ້າງ;ຮັບປະກັນການປະສານສົມທົບຢ່າງກົມກຽວກັບຂະແໜງການກ່ຽວຂ້ອງໃນການວາງນະໂຍບາຍ ແລະ ມາດຕະການ ທີ່ສອດຄ່ອງ;ທົບທວນ, ປະເມີນ, ສ້າງແລະ ປັບປຸງນະໂຍບາຍ ແລະ ນິຕິກໍາໃນຂົງເຂດການເງິນ ໃຫ້ມີຄວາມຮັດກຸມ ແລະ ສອດຄ່ອງກັບສະພາບຕົວຈິງຫຼາຍຂຶ້ນໃນໄລຍະໃໝ່; ເພີ່ມທະວີວຽກງານຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແລະ ປະຕິບັດນະໂຍບາຍປະຢັດ ແລະ ຕ້ານການຟູມເຟືອຍ;ຂະຫຍາຍການນໍາໃຊ້ລະບົບບັນຊີຢ່າງກວ້າງຂວາງ ແລະ ທົ່ວເຖິງ;ເພີ່ມທະວີສ້າງຖານແລະ ປະເພດແຫຼ່ງລາຍຮັບໃໝ່ຕາມທ່າອ່ຽງການພັດທະນາ ແລະ ລະບຽບການ ຂອງພາກພື້ນ ແລະ ສາກົນ, ຕາມທ່າແຮງຂອງປະເທດເຮົາເພື່ອເພີ່ມລາຍຮັບງົບປະມານໃຫ້ມີຄວາມຍືນຍົງ; ປັບປຸງກົນໄກຄຸ້ມຄອງລາຍຈ່າຍງົບປະມານໃຫ້ມີປະສິດທິພາບ, ຫຼຸດຜ່ອນບັນດາຂອດຂັ້ນ ແລະ ສິ່ງອຸດຕັນຕ່າງໆ;ເພີ່ມປະສິດທິພາບແລະ ປະສິດທິຜົນ ໃນການເຄື່ອນໄຫວຂອງລັດວິສາຫະກິດເພື່ອເປັນທ່າແຮງດ້ານລາຍຮັບອີກທາງໜຶ່ງ ໃຫ້ແກ່ລະບົບງົບປະມານແຫ່ງລັດ;ດຳເນີນນະໂຍບາຍການເງິນສີຂຽວຊຸກຍູ້ວຽກງານພັດທະນາເສດຖະກິດ-ສັງຄົມ ທີ່ກົມກຽວ ຕາມທິດການເຕີບໂຕສີຂຽວ ແລະ ຍືນຍົງ;ສ້າງການຫັນປ່ຽນຢ່າງຕັ້ງໜ້າຕາມທິດຫັນເປັນທັນສະໄໝໃນການຄຸ້ມຄອງການເງິນແຫ່ງລັດດ້ວຍການພັດທະນາລະບົບໃຫ້ລວມສູນ,ທັນກັບສະພາບການ, ສາມາດເຊື່ອມຕໍ່ກັບທຸກຂະແໜງການທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອກ້າວໄປສູ່ລະບົບດີຈີຕອນ;ຫັນເປັນທັນສະໄໝລະບົບການເກັບກໍາແລະ ລາຍງານຂໍ້ມູນສະຖິຕິດ້ານຕ່າງໆ ໃຫ້ຄົບຖ້ວນ ແລະ ມີຄຸນນະພາບ;ເພີ່ມທະວີການຮ່ວມມືໃນຂອບສອງຝ່າຍ, ຫຼາຍຝ່າຍ, ກັບພາກພື້ນ ແລະ ສາກົນ ເພື່ອລະດົມທຶນ, ຍາດແຍ່ງບົດຮຽນ ແລະ ເຕັກນິກວິຊາການທີ່ຈຳເປັນທີ່ຕິດພັນກັບການພັດທະນາການເງິນ-ງົບປະມານແຫ່ງລັດ;ປັບປຸງກົງຈັກການຈັດຕັ້ງແຕ່ລະຂັ້ນໃຫ້ກະທັດຮັດ, ໜັກແໜ້ນ, ເຂັ້ມແຂງ, ມີຄວາມຄ່ອງຕົວ ແລະ ສາມາດນໍາພາໄດ້ຢ່າງທົ່ວເຖິງ, ມີປະສິດທິພາບແລະ ປະສິດທິຜົນ;ຕ້ານປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານ.

ສະຫາຍ ພູວົງ ກິດຕະວົງໃຫ້ຮູ້ຕື່ມວ່າ: ຄາດໝາຍສູ້ຊົນດ້ານມະຫາພາກຊຸກຍູ້ໃຫ້ການຂະຫຍາຍຕົວເສດຖະກິດບັນລຸສະເລ່ຍ 5.5%,ຫັນໂຄງປະກອບເສດຖະກິດໄປຕາມທິດຄຸນນະພາບ, ອັດຕາເງິນເຟີ້ ຢູ່ໃນລະດັບໜຶ່ງຕົວເລກ;ຮັບປະກັນສະຖຽນລະພາບທາງດ້ານການເງິນແຫ່ງລັດໃຫ້ໝັ້ນທ່ຽງ,ປັບປຸງຖານະການເງິນຂອງປະເທດໃຫ້ໜັກແໜ້ນ ແລະ ເຂັ້ມແຂງ ແນໃສ່ສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ;ສູ້ຊົນປະຕິບັດລາຍຮັບງົບປະມານທັງໝົດ ສະເລ່ຍ 5 ປີ ໃຫ້ໄດ້21% ຂອງGDP ຂຶ້ນໄປ; ສູ້ຊົນໃຫ້ການດຸນດ່ຽງງົບປະມານເກີນດຸນສະເລ່ຍໃນລະດັບ 1% ຂອງGDP;ບໍລິຫານ-ຄຸ້ມຄອງໜີ້ສິນສາທາລະນະໃຫ້ຫຼຸດລົງເທື່ອລະກ້າວໃຫ້ຢູ່ໃນລະດັບ ບໍ່ເກີນ70% ຂອງGDP ແລະ ວຽກນິຕິກໍາ:ທົບທວນ, ປັບປຸງແລະ ສ້າງໃໝ່ບັນດາກົດໝາຍ ແລະນິຕິກໍາຂອງຂະແໜງການເງິນຕິດພັນກັບວາລະແຫ່ງຊາດ ແລະ ຕາມທິດ ເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ (ສອຈ) ໃຫ້ຄົບຊຸດ, ມີປະສິດທິພາບ ແລະ ປະສິດທິຜົນ ໃນການຄຸ້ມຄອງການເງິນ-ງົບປະມານ ໂດຍສະເພາະປັບປຸງກົດໝາຍວ່າດ້ວຍງົບປະມານແຫ່ງລັດ, ກົດໝາຍວ່າດ້ວຍການລົງທຶນຂອງລັດ, ກົດໝາຍວ່າດ້ວຍພາສີ,ກົດໝາຍວ່າດ້ວຍຄຸ້ມຄອງສ່ວຍສາອາກອນ, ກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສິນສາທາລະນະ,ກົດໝາຍວ່າດ້ວຍສະຖິຕິ ແລະ ອື່ນໆ;ຄົ້ນຄວ້າສ້າງໃໝ່ ກົດໝາຍວ່າດ້ວຍອາກອນສິ່ງແວດລ້ອມ,ກົດໝາຍວ່າດ້ວຍອາກອນສິ່ງປຸກສ້າງ ແລະ ກົດໝາຍວ່າດ້ວຍຄັງເງິນແຫ່ງລັດ,ສ້າງກົນໄກໃນການຕິດຕາມແລະປະເມີນຜົນການຈັດຕັ້ງຢ່າງເປັນລະບົບ, ລວມທັງເຂັ້ມງວດໃນການຈັດຕັ້ງຜັນຂະຫຍາຍ,ເຜີຍແຜ່ ແລະ ເຊື່ອມຊຶມໃຫ້ທົ່ວເຖິງ.

ຄໍາເຫັນ

ຂ່າວເສດຖະກິດ

ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 4-5 ພະຈິກ 2025 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ມີບັນດາກໍາມະການຄະນະປະຈໍາ ແລະ ຮອງປະທານກໍາມາທິການສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີ ແລະ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ສະມາຊິກສະພາແຫ່ງຊາດຈາກ 18 ເຂດເລືອກຕັ້ງທົ່ວປະເທດ, ຜູ້ຕາງໜ້າຄູ່ຮ່ວມພັດທະນາ, ນັກຄົ້ນຄວ້າຈາກສະຖາບັນຄົ້ນຄວ້າ ແລະ ມະຫາວິທະຍາໄລແຫ່ງຊາດ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ໃນໂອກາດທີ່ມາເຄື່ອນໄຫວວຽກງານຢູ່ແຂວງສະຫວັນນະເຂດ ໃນວັນທີ 28 ຕຸລານີ້, ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາລັດ ໄດ້ໃຫ້ກຽດໂອ້ລົມຄະນະການນຳຂັ້ນສູງຂອງແຂວງສະຫວັນນະເຂດ ຊຶ່ງການໂອ້ລົມຄັ້ງນີ້ໄດ້ຈັດຂຶ້ນທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງສະຫວັນນະເຂດ ໂດຍມີທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະນຳຂອງແຂວງ ເຂົ້າຮ່ວມຮັບຟັງດ້ວຍ.
ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ໄລຍະ 6 ເດືອນຕົ້ນປີນີ້, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໄຊທານີ ນະຄອນ ຫຼວງວຽງຈັນໂດຍລວມດ້ານເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສາມາດຄໍ້າປະກັນດ້ານສະບຽງອາຫານ, ການຜະລິດເຄື່ອງອຸປະໂພກ ບໍລິໂພກພາຍໃນເມືອງໄດ້ມີບາດກ້າວໃໝ່.
ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ແຂວງຄໍາມ່ວນ ໄດ້ສຸມໃສ່ທຸກຄວາມພະຍາຍາມ ໃນການປຸກລະດົມທຸກກຳລັງແຮງ ທຸກພາກສ່ວນເສດຖະກິດ-ສັງຄົມ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງແຂວງ ໄປຕາມຍຸດທະສາດການພັດທະນາ ທີ່ກຳນົດໄວ້ “ເປັນແຫຼ່ງຜະລິດສະບຽງອາຫານ, ເປັນຖານພັດທະນາອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວ” ເພື່ອບັນລຸບັນດາຄາດໝາຍຕ່າງໆ; ໃນນີ້, ສະເພາະດ້ານເສດຖະກິດ ແມ່ນໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ.
5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

ໄລຍະ 5 ປີຜ່ານມາເສດຖະກິດ ແຂວງຄໍາມ່ວນ ໄດ້ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 6.2%, ລວມຍອດຜະລິດຕະພັນພາຍໃນປີ 2025 ບັນລຸໄດ້ 26,772 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 58.1 ລ້ານກີບ ຫຼື 2,701 ໂດລາສະຫະລັດ/ຄົນ/ປີ; ການລະດົມທຶນທົ່ວສັງຄົມເຂົ້າໃສ່ການພັດທະນາໄດ້ 1,245 ໂຄງການ, ມູນຄ່າ 19,026 ຕື້ກີບ, ລື່ນແຜນການ 13% (ພົ້ນເດັ່ນແມ່ນການດຶງດູດລົງທຶນຈາກ ສປ ຈີນ ມາລົງທຶນ ໃນຂະແໜງອຸດສາຫະກຳຕ່ອງໂສ້ ເກືອໂປຕາສ ມີ 24 ບໍລິສັດ ມູນຄ່າການລົງທຶນ 1,205 ລ້ານໂດລາສະຫະລັດ), ແຂວງສາມາດແກ້ໄຂໜີ້ສິນໄດ້ທັງໝົດ 1,079 ຕື້ກີບ, ສາມາດປິດບັນຊີໜີ້ສິນໄດ້ 159 ໂຄງ.
ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ຕະຫຼອດໄລຍະຜ່ານມາ ອົງຄະນະພັກເມືອງດັກຈຶງ ແຂວງເຊກອງ ໄດ້ຖືສໍາຄັນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ບັນດານິຕິກຳ ແລະ ມູນເຊື້ອວັນສຳຄັນຂອງຊາດ ແລະ ສາກົນ ເຮັດໃຫ້ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງ ມີຄຸນສົມບັດສິນທຳປະຕິວັດ ມີຄວາມເປັນເອກະພາບ ເຊື່ອໝັນຕໍ່ການຊີນຳໆພາຂອງພັກ ເປັນເຈົ້າການປະຕິບັດໜ້າທີ່ ແລະ ເຮັດສຳເລັດການມອບໝາຍ ຊຶ່ງເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວດີ.
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ຕາມແຫຼ່ງຂ່າວຈາກເພຈ໌ທາງການ ຂອງທະນາຄານແຫ່ງ ສປປ ລາວໃຫ້ຮູ້ວ່າ: ໃນກາງເດືອນສິງຫາຜ່ານມານີ້, ໄດ້ມີກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ III ປະຈຳ ປີ 2025 ໂດຍກອງປະຊຸມຄັ້ງນີ້ ໄດ້ຊີ້ໃຫ້ເຫັນຫຼາຍບັນຫາທີ່ມີຜົນຄືບໜ້າດີ ເປັນຕົ້ນ: ສະພາບອັດຕາເງິນເຟີ້ ມີຈັງຫວະຫຼຸດລົງຢ່າງຈະແຈ້ງ ໂດຍສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ ແລະ ພາຍໃນເດືອນສິງຫານີ້ ໄດ້ຫຼຸດລົງມາຢູ່ທີ່ 5.0%. ບັນຫານີ້, ໄດ້ບົ່ງບອກໃຫ້ຮູ້ເຖິງສະ ພາບເສດຖະກິດ-ການເງິນ, ເງິນຕາ ຂອງ ສປປ ລາວ ເລີ່ມມີສັນຍານບວກ.
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໃນວັນທີ 25 ສິງຫານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2021-2025). ໃນຕະຫຼອດໄລຍະເວລາ 5 ປີທີ່ຜ່ານມາ ແຂວງພວກເຮົາແມ່ນມີຜົນສໍາເລັດ ແລະ ພົ້ນເດັ່ນຫຼາຍດ້ານ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດ 6 ເປົ້າໝາຍ ແລະ 21 ວຽກຈຸດ ດັ່ງນີ້:
7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

ໃນວັນທີ 15 ສິງຫານີ້ ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງຫຼວງພະບາງ ໄດ້ຈັດປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານ ຂອງຄະນະສະເພາະກິດການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດຂັ້ນແຂວງ ໃນໄລຍະ 7 ເດືອນຕົ້ນ ແລະ ກຳນົດທິດທາງ ແຜນການໃນ 5 ເດືອນທ້າຍປີ 2025 ໂດຍເປັນປະທານຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ຫົວໜ້າຄະນະສະເພາະກິດຂັ້ນແຂວງ.
6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

ໄລຍະ 6 ເດືອນຕົ້ນປີ 2025 ນີ້, ເມືອງລະມາມ ແຂວງເຊກອງ ໄດ້ເອົາໃຈໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນພາຍໃນເມືອງ ເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ສ້າງສິ່ງອໍານວຍຄວາມສະດວກ, ຊຸກຍູ້ສົ່ງເສີມການບໍລິການ ແລະ ການຜະລິດກະສິກໍາທີ່ເປັນທ່າແຮງ, ເຮັດໃຫ້ເສດຖະກິດ ຂອງເມືອງຂະຫຍາຍຕົວໃນລະດັບ 5.59% ລວມຍອດຜະລິດຕະພັນພາຍໃນ ຫຼື (GDP) ບັນລຸໄດ້ 1,029.64 ຕື້ກີບ, ສະເລ່ຍໃສ່ພົນລະເມືອງ 23.28 ລ້ານກີບ/ຄົນ.
ເພີ່ມເຕີມ