ງານບຸນນະມັດສະ ການພະທາດຫຼວງວຽງຈັນ

ບຸນນະມັດສະການພະ ທາດຫຼວງຈະຈັດຂຶ້ນໃນວັນທີ 11-15 ພະຈິກນີ້

ບຸນນະມັດສະການພະ ທາດຫຼວງຈະຈັດຂຶ້ນໃນວັນທີ 11-15 ພະຈິກນີ້
ງານບຸນນະມັດສະ ການພະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າປະຈຳປີ 2024 ຈະຈັດຂຶ້ນໃນລະ ຫວ່າງວັນທີ 11-15 ພະຈິກທີ່ຈະມາເຖິງນີ້,

 

ທ່ານນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ນະຄອນຫຼວງວຽງຈັນ ໄດ້ຖະແຫຼງຂ່າວການຈັດງານບຸນດັ່ງກ່າວຕໍ່ສື່ມວນຊົນໃນວັນທີ 5 ພະຈິກ ນີ້ ທີ່ເດີ່ນພະທາດຫຼວງວຽງຈັນວ່າ: ງານບຸນນະມັດສະ ການພະທາດຫຼວງໃນປີນີ້ຈະຈັດໃຫ້ມີຫຼາກຫຼາຍກິດຈະກຳທີ່ໜ້າສົນໃຈຢູ່ເດີ່ນພະທາດຫຼວງ, ເດີ່ນສະໜາມຫຼວງ ແລະ ງານວາງສະແດງຂາຍສິນຄ້າຈະຈັດຂຶ້ນຢູ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ ຊຶ່ງພິທີເປີດງານບຸນຢ່າງເປັນທາງການຈະຈັດຂຶ້ນໃນວັນທີ 11 ພະຈິກ ແລະ ຈະດຳເນີນໄປຈົນຮອດວັນທີ 15 ພະຈິກ ໂດຍຈະມີການຄົບງັນຕາມປະເພນີອັນດີງາມຂອງຊາດລາວເຮົາ ເປັນຕົ້ນວັນທີ 13 ເວລາ 16:00 ໂມງ ຈະມີພິທີສູດປະລິດຕະມຸງຄຸນທີ່ພະທາດຫຼວງ, ວັນທີ 14 ເວລາ 13:30 ໂມງ ຈະມີພິທີແຫ່ພະສາດເຜິ້ງ, ວັນທີ 15 ເວລາ 07:00 ໂມງ ຈະມີພິທີໃສ່ບາດຖວາຍສັງຂະທານ, ເວລາ 13:00 ໂມງ ຈະມີພິທີແຫ່ລູກຄີ ແລະ ການແຂ່ງຂັນກິລາພື້ນບ້ານຕີຄີ ແລະ ເວລາ 19:00 ໂມງ ຈະມີພິທີວຽນທຽນ ແລະ ຈູດທູບທຽນ, ບັ້ງໄຟສັກກະລະບູຊາອົງພະທາດ. ທັງນີ້, ເພື່ອອະນຸລັກຮັກສາ ແລະ ສົ່ງເສີມວັດທະນະທຳຮີດຄອງປະເພນີອັນດີງາມ, ບຸນນະມັດສະການພະທາດຫວງຂອງຊາວລາວ ກໍຄື ຊາວນະຄອນຫຼວງວຽງຈັນ ທີ່ເຄີຍສືບທອດກັນມາແຕ່ບູຮານນະການໃຫ້ມີຄວາມໂດດເດັ່ນ ແລະ ເປັນທີ່ຮັບຮູ້ໃນເວທີສາກົນ, ທັງເປັນການສ້າງໂອກາດໃນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ກໍຄືຟື້ນຟູເສດຖະກິດດ້ວຍຮູບການຊຸກຍູ້ສົ່ງເສີມການທ່ອງທ່ຽວ, ສົ່ງເສີມການຄ້າ, ສິນຄ້າຄອບຄົວຕົວແບບທີ່ຈະກ້າວເປັນສິນຄ້າໂອດັອບທີ່ໄດ້ກາໝາຍແຫ່ງຊາດ ແລະ ສິນຄ້າຂອງບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງໄດ້ມາວາງສະແດງ, ຈຳໜ່າຍສິນຄ້າທັງພາຍໃນ ແລະ ຕ່າງປະເທດໃຫ້ປະຊາຊົນຊາວນະຄອນຫຼວງວຽງຈັນ ແລະ ແຂກຕ່າງປະເທດໄດ້ເຫັນ ແລະ ໄດ້ຊົມໃຊ້ສິນຄ້າ, ພ້ອມທັງເປັນການແລກປ່ຽນບົດຮຽນ ແລະ ປະສົບການຕ່າງໆຂອງບັນດາຫົວໜ່ວຍທຸລະກິດດ້ວຍກັນ.

ທ່ານນາງ ວຽງພອນ ແກ້ວຄູນສີ ກ່າວຕື່ມວ່າ: ເພື່ອຊຸກຍູ້ສົ່ງເສີມປີທ່ອງທ່ຽວລາວ 2024 ກໍຄື ເຮັດໃຫ້ງານບຸນນະມັດ ສະການພະທາດຫຼວງ ໃນປີນີ້ດຳເນີນໄປດ້ວຍຜົນສຳເລັດ ຮັກສາໄດ້ວັດທະນະທຳອັນດີງາມ ຊຶ່ງຄະນະຮັບຜິດຊອບ ກໍຄືນະຄອນຫຼວງວຽງຈັນ ໄດ້ຈັດໃຫ້ມີຫຼາກຫຼາຍກິດຈະກຳທີ່ໜ້າສົນໃຈ ນັບແຕ່ຮ້ານຄ້າທາງເຂົ້າຈາກໄຟແດງບ້ານໜອງບອນຈະຕົບແຕ່ງເປັນເອກະລັກຂອງລາວ, ສິນຄ້າລາວ ເປັນສ່ວນຫຼາຍ, ປະຕູໂຂງທາງເຂົ້າງານ ຕົບແຕ່ງປະດັບປະດາດ້ວຍແຄນ ແລະ ກອງຫາງທີ່ເປັນເອກະລັກວັດທະນະທຳລາວທີ່ໂດດເດັ່ນ, ທາງເຂົ້າຮ້ານວາງສະແດງສິນຄ້າໂອດັອບ ຕົບແຕ່ງປະດັບປະດາດ້ວຍວັດຖຸພັນຈາກພາຍໃນ ແລະ ຈະເຫັນຕິບເຂົ້າໃຫຍ່ສອງດ້ານຂ້າງ, ຮ້ານຄ້າໂອດັອບທັງພາຍໃນ ແລະ ຕ່າງປະເທດ ທີ່ມີສິນຄ້າຫຼວງຫຼາຍ, ພິເສດຮ້ານພາມີລຽນຈະຕົບແຕ່ງປະດັບປະດາ ຜາສາດເຜິ້ງ, ພາຂວັນໃຫຍ່, ວາງສະແດງປະ ຫວັດພະທາດຫຼວງວຽງຈັນ, ປະຫວັດລູກຄີ ແລະ ເຄື່ອງປະດັບປະດາຕ່າງໆທີ່ໜ້າສົນໃຈ. ສຳລັບທາງເຂົ້າໜ້າສະພາແຫ່ງຊາດຈະຕົບແຕ່ງເປັນບ່ອນຍ່າງຫຼິ້ນ ປະດັບປະດາດອກໄຟ, ໂຄມໄຟ ແລະ ມີຈຸດຖ່າຍຮູບທີ່ຈົບງາມ. ນອກນັ້ນ, ຈຸດສູນລວມ ຈະມີເວທີກາງເພື່ອໄວ້ໃນການສະແດງກິດຈະກຳ, ສິລະປະຕ່າງໆ ອາດຈະມີສິລະປິນຈາກຕ່າງປະເທດມາສະແດງຮ່ວມບາງລາຍການໃນທຸກໆຄືນ ນັບແຕ່ມື້ເປີດງານບຸນຈົນຮອດມື້ປິດງານ.

ທ່ານນາງ ວຽງພອນ ແກ້ວຄູນສີ ຍັງໄດ້ຮຽກ ຮ້ອງໃຫ້ປວງຊົນທັງພາຍໃນ ແລະ ຕ່າງປະເທດທີ່ຈະມາຮ່ວມໃນງານບຸນຕ້ອງໄດ້ປະຕິບັດຕາມກົດລະບຽບຂອງງານບຸນຢ່າງເຂັ້ມງວດ ເປັນຕົ້ນ, ການມາກາບໄຫວ້ສັກກາລະບູຊາ, ມາແຮ່ຜາສາດເຜິ້ງ, ຕີຄີ, ໃສ່ບາດ ແລະ ວຽນທຽນຕ້ອງປະຕິບັດຕາມວັດທະນະທຳຂະນົບທຳນຽມຂອງ ສປປ ລາວ ເປັນຕົ້ນການນຸ່ງຖືຜູ້ຍິງຕ້ອງນຸ່ງສິ້ນທີ່ມີຕີນຈົບງາມ ແລະ ຜູ້ຊາຍກໍຕ້ອງນຸ່ງໂສ້ງທີ່ສຸພາບຮຽບຮ້ອຍ ຫຼື ນຸ່ງຜ້າສະໂລ້ງທີ່ເປັນເອກະລັກຂອງຄົນລາວ. ນອກນັ້ນ, ຂໍໃຫ້ປະຕິບັດຕາມແຈ້ງການ, ລະບຽບການຂໍ້ຫ້າມຕ່າງໆທີ່ອະນຸກຳມະການໄດ້ກຳນົດໄວ້.

ຂ່າວ-ພາບ: ວັນເພັງ+ພູວັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ