![]() |
ໂອກາດນີ້ ທ່ານ ສະເຫວີຍ ສີລາວັນ ປະທານຄະນະກຳມະການປົກຄອງ ນະຄອນ ຫຼວງພະບາງ ຮອງປະທານຄະນະກຳມະການຈັດງານບຸນ ໄດ້ຕາງໜ້າຄະນະຮັບຜິດຊອບຈັດງານ ກ່າວເປີດພິທີຢ່າງເປັນທາງການວ່າ: ງານບຸນປະເພນີຫໍ່ເຂົ້າປະດັບດິນ-ຊ່ວງເຮືອເດືອນເກົ້າ ທີ່ຍື່ງຄານ ເປັນງານບຸນສີລິມຸງຄຸນ ອັນຊົງຄຸນຄ່າທາງດ້ານປະຫວັດສາດ ແລະວັດທະນະທໍາຮີດຄອງປະເພນີ ຕາມວິຖີຊີວິດດັ່ງເດີມໂດຍແທ້ ເປັນການຄອບໄຂວ່, ຄອບໄຫວ້ບູຊາ ແລະວິງວອນສິ່ງສັກສິດ ຄູ່ບ້ານ-ຄູ່ເມືອງ, ເຈົ້ານໍ້າແດນດິນ ທັງປວງ ເພື່ອປົກປັກຮັກສາບ້ານເມືອງ ໃຫ້ຢູ່ເຢັນເປັນສຸກ ມີຄວາມຈະເລີນຮຸ່ງເຮືອງ, ເປັນປາງບຸນໃຫຍ່ ຂອງຊາວນະຄອນ ຫຼວງພະບາງ ເຊິ່ງໄດ້ສືບທອດກັນມາຕັ້ງແຕ່ບູຮານນະການ ຈົນເຖິງປັດຈຸບັນ, ການແຂ່ງຂັນໃນປີນີ້, ຄະນະຮັບຜິດຊອບ ໄດ້ຈັດແບ່ງເປັນ 2 ສາຍ, ມີເຮືອເຂົ້າຮ່ວມແຂ່ງຂັນທັງໝົດ 27 ລໍາ. ໃນນີ້, ມີເຮືອປະເພນີ 18 ລໍາ, ເຮືອກິລາ 9 ລໍາ, ທີ່ມາຈາກບັນດາບ້ານ-ຕາແສງ ພາຍໃນນະຄອນ ຫຼວງພະບາງ, ຫົວໜ່ວຍທຸລະກິດ, ມາຈາກເມືອງຈອມເພັດ, ເມືອງປາກອູ, ເມືອງງອຍ, ມາຈາກແຂວງວຽງຈັນ ແລະແຂວງໄຊຍະບູລີ. ໂອກາດນີ້ ທ່ານໄດ້ຮຽກຮ້ອງໃຫ້ຄະນະກໍາມະການຈັດການແຂ່ງຂັນ, ຄະນະຮັບຜິດຊອບ-ສີພາຍເຮືອຊ່ວງ ຕະຫຼອດເຖິງນັກສີພາຍທຸກທ່ານ ຈົ່ງເຊີດຊູນໍ້າໃຈເຄົາລົບ ແລະປະຕິບັດກົດລິບຽບການແຂ່ງຂັນ ຢ່າງເຂັ້ມງວດ, ສີ່ງສຳຄັນທີ່ສຸດແມ່ນຄວາມສາມັກຄີ ເປັນເຈົ້າການພ້ອມກັນ ອານຸລັກຮັກສາສົ່ງເສີມວັດທະນະທໍາ-ຮີດຄອງປະເພນີອັນດີງາມ ອັນເປັນມູນເຊື້ອຂອງຊາວນະຄອນ ຫຼວງພະບາງ ໃຫ້ຄົງຄຸນຄ່າ, ມີບັນຍາກາດເບີກບານມ່ວນຊື່ນ ແລະສໍາເລັດຕາມແຜນທີ່ກໍານົດໄວ້.
![]() |
ພາຍຫຼັງເປີດພິທີຢ່າງເປັນທາງການ ໄດ້ມີການເປີດສາກການແຂ່ງຂັນ ໂດຍເລີ້ມຈາກເຮືອຊ່ວງນາງດຳ ນາງດ່ອນ ແຂ່ງຂັນກັນກ່ອນ ຕາມຮີດຄອງປະເພນີ, ຈື່ງດຳເນີນການແຂ່ງຂັນຕາມຕາຕະລາງຄາດຄູ່, ສ່ວນການແຂ່ງຂັນທັງສອງປະເພດ ຈະປະຕິບັດໃນຮູບແບບ ເສຍສອງຄັ້ງແລ້ວຄັດອອກ ພ້ອມທັງຈັດອັນດັບທີ່, ສ່ວນເຮືອທີ່ເສຍຄັ້ງໜື່ງ ແມ່ນສາມາດຊີງຂື້ນ ໄປເຖີງຮອບຊີງຊະນະເລີດ ໂດຍຈະດຳເນີນເປັນເວາ 1 ວັນຈືງຈະສໍາເລັດ.
ຂ່າວ-ພາບ: ອາພຸດເດດ ບຸບຜາ


ຄໍາເຫັນ