CDC ເຕືອນໄພໄຂ້ເລືອດອອກ ໃນ ສະຫະລັດ ອາເມຣິກາ

CDC ເຕືອນໄພໄຂ້ເລືອດອອກ ໃນ ສະຫະລັດ ອາເມຣິກາ

CDC ເຕືອນໄພໄຂ້ເລືອດອອກ ໃນ ສະຫະລັດ ອາເມຣິກາ
ຂ່າວຕ່າງປະເທດລາຍງານ; KFF Health News ລາຍງານໃນວັນທີ 2 ກໍລະກົດ ຜ່ານມາວ່າ: ເຈົ້າໜ້າທີ່ສາທາລະນະສຸກໃນລັດຄາລິຟໍເນຍ, ລັດຟລໍຣິດາ ແລະ ລັດເທັກຊັສ ກໍາລັງປະເຊີນກັບຄວາມເປັນຈິງທີ່ຫຍຸ້ງຍາກ ເນື່ອງຈາກຈໍານວນຜູ້ຕິດເຊື້ອພະຍາດໄຂ້ເລືອດອອກໃນທົ່ວປະເທດເພີ່ມຂຶ້ນເກືອບສອງເທົ່າ ຊຶ່ງເປັນສັນຍານທີ່ສະແດງໃຫ້ເຫັນວ່າພະຍາດໄຂ້ເລືອກອອກອາດກາຍເປັນບັນຫາທີ່ຍັງຄົງຄ້າງຢູ່ໃນຊຸມຊົນ.

ສູນຄວບຄຸມ ແລະ ປ້ອງກັນພະຍາດ ຂອງ ສະຫະລັດ ອາເມຣິກາ (CDC) ລາຍງານວ່າ: ມີຜູ້ຕິດເຊື້ອໄຂ້ເລືອດອອກກໍລະນີໃໝ່ ໃນສະຫະລັດ ອາເມຣິກາ ປະມານ 3,700 ກໍລະນີ, ເພີ່ມຂຶ້ນຈາກປະມານ 2,050 ກໍລະນີ ໃນປີ 2023. ໃນຈຳນວນນີ້ມີ 105 ກໍລະນີແມ່ນຕິດເຊື້ອພາຍໃນລັດຄາລິຟໍເນຍ, ຟລໍຣິດາ ຫຼື ເທັກຊັດ, ບໍ່ແມ່ນມາຈາກການເດີນທາງໄປຕ່າງປະເທດ.

ລັດຄາລິຟໍເນຍ ມີຈຳນວນຜູ້ເຊື້ອເພີ່ມຂຶ້ນຢ່າງຫຼວງຫຼາຍ, ໂດຍໃນປີ 2024 ມີຜູ້ຕິດເຊື້ອໄຂ້ເລືອດອອກກໍລະນີໃໝ່ ຈຳນວນ 725 ກໍລະນີ, ລວມທັງການຕິດເຊື້ອພາຍໃນປະເທດ 18 ກໍລະນີ. ໂດຍເພີ່ມຂຶ້ນເກືອບສາມເທົ່າຈາກປະມານ 250 ກໍລະນີ ໃນປີ 2023 ແລະ ໃນຈໍານວນນີ້ມີພຽງແຕ່ສອງກໍລະນີທີ່ເກີດຂຶ້ນພາຍໃນປະເທດ.

ທັງນີ້, ໄຂ້ເລືອດອອກແຜ່ລະບາດໂດຍຍຸງລາຍເປັນພາຫະນຳເຊື້ອ, ໂດຍເມື່ອ 25 ປີກ່ອນ ຍັງບໍ່ພົບວ່າມີຍຸງລາຍບ້ານ (Aedes aegypti) ແລະ ຍຸງລາຍສວນ (Aedes albopictus) ໃນລັດຄາລິຟໍເນຍ. ແຕ່ປັດຈຸບັນພົບເຫັນໃນ 25 ຄາວຕີ້ ແລະ ຫຼາຍກວ່າ 400 ເມືອງ ແລະ ຊຸມຊົນ ຊຶ່ງສ່ວນໃຫຍ່ແມ່ນຢູ່ພາກໃຕ້ຂອງຄາລິຟໍເນຍ ແລະ Central Valley.

ທ່ານ ໄມເຄິລ ເບນ - ອາເດເຣດ ຮອງຜູ້ອໍານວຍການທາງການແພດດ້ານການລະບາດວິທະຍາ ຂອງໂຮງໝໍສູນການແພດ Cedars-Sinai Hospital ໃນລັດລອສແອນເຈລິສ ກ່າວວ່າ: ເຊື່ອວ່າພະຍາດໄຂ້ເລືອດອອກໄດ້ກາຍເປັນ "ປົກກະຕິຮູບແບບໃໝ່" ໃນສະຫະລັດ ອາເມຣິກາ, ໂດຍເນັ້ນໜັກວ່າປະຊາກອນຍຸງລາຍຈະສືບຕໍ່ແຜ່ຂະຫຍາຍຕໍ່ໄປ.

ທ່ານກ່າວຕື່ມວ່າ: ການປ່ຽນແປງຂອງດິນຟ້າອາກາດມີສ່ວນເຮັດໃຫ້ຈຳນວນປະຊາກອນຍຸງເພີ່ມຂຶ້ນ ເນື່ອງຈາກຍຸງຊະນິດນີ້ຢູ່ລອດໄດ້ດີທີ່ສຸດໃນສະພາບອາກາດທີ່ອົບອຸ່ນ ແລະ ມັກອອກຫາກິນໃນເວລາກາງເວັນ.

ທັງນີ້, CDC ໄດ້ອອກຄຳເຕືອນໄພດ້ານສຸຂະພາບນັບແຕ່ເດືອນມີນາ ເປັນຕົ້ນມາ. ໂດຍເຕືອນກ່ຽວກັບຄວາມສ່ຽງຈາກການຕິດເຊື້ອໄຂ້ເລືອດອອກ ທີ່ດຳເນີນຢູ່.

ຄໍາເຫັນ

ຂ່າວຕ່າງປະເທດ

ໄພ​ນ້ຳ​ຖ້ວມ​ຢູ່​ໄທ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 24 ຄົນ

ໄພ​ນ້ຳ​ຖ້ວມ​ຢູ່​ໄທ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 24 ຄົນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ຫວ່າງ​ມໍ່ໆ​ມາ​ນີ້, ຝົນ​ຕົກ​ໜັກ​ຢ່າງ​ຕໍ່​ເນື່ອງ​ເຮັດໃຫ້​ເກີດ​ໄພ​ນ້ຳ​ຖ້ວມ​ຢູ່​ປະ​ເທດ​ໄທ, ໃນວັນ​ທີ 30 ກັນ​ຍາ​ ຜ່ານມາ, ​ກົມ​ປະ​ຊາ​ສຳ​ພັນ ສຳ​ນັກ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ໄດ້​ອອກ​ຂ່າວ​ໂດຍ​ລະ​ບຸ​ວ່າ, ໄພ​ນ້ຳ​ຖ້ວມ​ເທື່ອ​ນີ້​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 24 ຄົນ, ຫຼາຍ​ລ້ານ​ຄົນ​ປະ​ສົບ​ໄພ, ກະ​ທົບ​ເຖິງ​ນະ​ຄອນຫຼວງ​ບາງກອກ ແລະ ອີກ 31 ແຂວງ.
ສະຫະພາບເອີຣົບ ວາງແຜນຈະເພີ່ມທະວີການຄວບຄຸມຊາຍແດນ ເພື່ອປ້ອງກັນການເຂົ້າເມືອງຜິດກົດໝາຍ

ສະຫະພາບເອີຣົບ ວາງແຜນຈະເພີ່ມທະວີການຄວບຄຸມຊາຍແດນ ເພື່ອປ້ອງກັນການເຂົ້າເມືອງຜິດກົດໝາຍ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 29 ກັນ​ຍາ​ ຜ່ານມາ, ຄະ​ນະ​ກຳ​ມະ​ການ​ສະ​ຫະ​ພາບ​ເອີ​ຣົບ ​ໄດ້​ສະ​ເໜີ​ແຜນ​ການ​ທີ່ຈະ​ຄວບ​ຄຸມ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ຄວາມ​ໝັ້ນ​ຄົງ​ຢູ່​ຊາຍ​ແດນ​ທາງນອກ​ຂອງ​ສະ​ຫະ​ພ​າບ​ເອີ​ຣົບ, ໂດຍ​ມີ​ຈຸດ​ປະ​ສົງ​ເພື່ອ​ຮັບ​ມື​ກັບ​ເຫດ​ການ​ຄົນ​ເຂົ້າ​ເມືອງ​ຜິດ​ກົດ​ໝາຍ​ຂະ​ໜາດ​ໃຫຍ່​ທີ່​ອາດ​ເກີດ​ຂຶ້ນ. ອີງ​ຕາມ​ແຜນ​ການ​ດັ່ງ​ກ່າວ, ສະ​ຫະ​ພາບ​ເອີ​ຣົບ​ຈະ​​ດຳ​ເນີນ​ການ​ໃນ 5 ດ້ານ ຄື: ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ປະ​ເທດ​ທີ່​ກ່ຽວ​ຂ້ອງ, ເພີ່ມ​ທະ​ວີ​ການ​ຄຸ້ມ​ຄອງ ແລະ ການ​ຄວບ​ຄຸມ​ຊາຍ​ແດນ​ທາງນອກ, ປັບ​ປຸງ​ກົນ​ໄກ​ຕິດ​ຕາມກວດກາ ແລະ ເຕືອ​ນ​ໄພ​ລ່ວງ​ໜ້າ, ລຶບ​ລ້າງ​ເຄືອ​ຂ່າຍ​​ການ​ຄ້າ​ມະ​ນຸດ ແລະ ການ​ລັກ​ລອບ​ຂົນສົ່ງ​ຄົນ ແລະ ເພີ່ມ​ທະ​ວີ​ການ​ສົ່ງ​ຜູ້​ເຂົ້າ​ເມືອງ​​ຜິດ​ກົດ​ໝາຍກັບ​ຄືນ​ປະ​ເທດ.
ກຳປູເຈຍ ຈະຂຶ້ນຄ່າແຮງງານຂັ້ນຕໍ່າ ສຳລັບກຳມະກອນອຸດສາຫະກຳຕັດຫຍິບ

ກຳປູເຈຍ ຈະຂຶ້ນຄ່າແຮງງານຂັ້ນຕໍ່າ ສຳລັບກຳມະກອນອຸດສາຫະກຳຕັດຫຍິບ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 30 ກັນຍາ ຜ່ານມາວ່າ: ທ່ານ ຮຸນມາແນດ ນາຍົກລັດຖະມົນຕີກຳປູເຈຍ ໄດ້ປະກາດວ່າ: ກຳປູເຈຍໄດ້ກຳນົດຄ່າແຮງງານຂັ້ນຕ່ຳປະຈຳເດືອນໃໝ່ສຳລັບອຸດສາຫະກຳຕັດຫຍິບ, ເກີບ ແລະ ສິນຄ້າເພື່ອການເດີນທາງຂອງປະເທດ, ໂດຍເພີ່ມຂຶ້ນເປັນ 212 ໂດລາ ໃນປີ 2027, ເພີ່ມຂຶ້ນ 2 ໂດລາ ຈາກ 210 ໂດລາ.
ທ່ານ ສີ​ຈິ້ນ​ຜິງ ກ່າວ​ຄຳ​ປາ​ໄສ​ໃນ​ພິທີ​ສະ​ເຫຼີມ​ສະຫຼອງວັນ​ສະ​ຖາ​ປະ​ນາ​ ສປ ​ຈີນ​ ຄົບ​ຮອບ 77 ປີ​

ທ່ານ ສີ​ຈິ້ນ​ຜິງ ກ່າວ​ຄຳ​ປາ​ໄສ​ໃນ​ພິທີ​ສະ​ເຫຼີມ​ສະຫຼອງວັນ​ສະ​ຖາ​ປະ​ນາ​ ສປ ​ຈີນ​ ຄົບ​ຮອບ 77 ປີ​

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ພິ​ທີສະ​ເຫຼີມ​ສະ​ຫຼອງວັນ​ສະ​ຖາ​ປະ​ນາ​ ສາ​ທາ​ລະ​ນະລັດ ​ປະ​ຊ​າ​ຊົນ​ຈີນ ຄົບ​ຮອບ 77 ປີ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 30 ກັນ​ຍາ ຜ່ານມາ ​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ. ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ ໄດ້​ເຂົ້າ​ຮ່ວມ​ ແລະ ​ກ່າວ​ຄຳ​ປາ​ໄສ​.
ຫວຽດນາມ ຈະສືບຕໍ່ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນ

ຫວຽດນາມ ຈະສືບຕໍ່ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 30 ກັນຍາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ເລ​ມິງ​ຮຶງ ນາຍົກລັດຖະມົນຕີ ຫວຽດ​ນາມ ໄດ້ຕ້ອນຮັບຫົວໜ້າຄະນະຜູ້ແທນບັນດາປະເທດອາຊຽນ ທີ່ເຂົ້າຮ່ວມກອງປະຊຸມການນຳ​ບັນ​​ດ​າ​ອົງ​ການປະຕິບັດກົດໝາຍ ອາຊຽນ ກ່ຽວກັບການຮ່ວມມືຕໍ່​ສູ້, ຕ້ານອາຊະຍາກຳຫຼົບໜີ. ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດນາມ ຢືນຢັນວ່າ: ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ປະກອບສ່ວນຢ່າງ​ຕັ້ງ​ໜ້າ, ມີຄວາມຮັບຜິດຊອບເຂົ້າໃນການ​ຮັກ​ສາສັນຕິພາບ, ຄວາມໝັ້ນຄົງຢູ່ພາກພື້ນ; ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ພ້ອມ​ກັບບັນດາປະເທດສະມາຊິກປັບ​ປຸງຄວາມສາມັກຄີ, ​ເຄົາ​ລົບກົດໝາຍ, ສົນທະນາ ແລະ ເສີມຂະຫຍາຍບົດບາດໃຈກາງຂອງ ອາຊຽນ ຢ່າງແທ້ຈິງ.
ກອ​ງ​ປະ​ຊຸມ​ປະ​ຈຳ​ປີ ຄັ້ງ​ທີ 11​ ຂອງ​ຄະ​ນະ​ກຳ​ມະ​ການ​ບໍ​ລິ​ຫານ​ທະ​ນາ​ຄານ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊີ​

ກອ​ງ​ປະ​ຊຸມ​ປະ​ຈຳ​ປີ ຄັ້ງ​ທີ 11​ ຂອງ​ຄະ​ນະ​ກຳ​ມະ​ການ​ບໍ​ລິ​ຫານ​ທະ​ນາ​ຄານ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊີ​

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 28 ກັນ​ຍາ​ ຜ່ານມາ, ກອ​ງ​ປະ​ຊຸມ​ປະ​ຈຳ​ປີ​ຄັ້ງ​ທີ 11 ຂອງ​ຄະ​ນະ​ກຳ​ມະ​ການ​ບໍ​ລິ​ຫານທະ​ນາ​ຄານ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊີ ຫຼື AIIB ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ໂດ​ຮາ ​ປະ​ເທດ​ກາ​ຕາ. ​ສະ​ມາ​ຊິກ​ຄະ​ນະ​ກຳ​ມະ​ການ​ບໍ​ລິ​ຫານ, ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສຂອງ​ລັດ​ຖະ​ບານ​ບັນ​ດາ​ປະ​ເທດ, ຄູ່​ຮ່ວມ​ມື ແລະ ຜູ້​ຕາງ​ໜ້າ​ອົງ​ການ​ຈັດ​ຕັ້ງ​ທີ່​ກ່ຽວ​ຂ້ອງ​ໄດ້​ຮ່ວມ​ກັນ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ວາ​ລະ​ຕ່າງໆ ຊຶ່ງ​ລວມ​ທັງການ​ພັດ​ທະ​ນາ ແລະ ການ​ຮ່ວມ​ມື​ດ້ານ​ພື້ນ​ຖານ​ໂຄງ​ລ່າງ​ແບບ​ຍືນ​ຍົງ ແລະ ​ອື່ນໆ.
ຄວາມເຊື່ອໝັ້ນທາງທຸລະກິດຂອງ ສ ເກົາຫຼີ ຫຼຸດລົງໃນເດືອນກັນຍາ

ຄວາມເຊື່ອໝັ້ນທາງທຸລະກິດຂອງ ສ ເກົາຫຼີ ຫຼຸດລົງໃນເດືອນກັນຍາ

ຂ່າວຕ່າງປະເທດລາຍງານວ່າ: ທະນາຄານກາງ ສ ເກົາຫຼີ ໄດ້ເປີດເຜີຍໃນວັນທີ 29 ກັນຍາ ຜ່ານມາວ່າ, ຄວາມເຊື່ອໝັ້ນທາງທຸລະກິດຂອງ ສ ເກົາຫຼີ ໄດ້ຫຼຸດລົງໃນເດືອນກັນຍາ, ຫຼັງຈາກບັນລຸລະດັບສູງສຸດໃນຮອບເກືອບ 4 ປີໃນເດືອນມິຖຸນາ ຍ້ອນວ່າຕົ້ນທຶນທີ່ສູງຂຶ້ນເປັນປັດໄຈສຳຄັນທີ່ສົ່ງຜົນກະທົບຕໍ່ຄວາມເຊື່ອໝັ້ນ.
ອົງການ FAO ຮຽກຮ້ອງໃຫ້ຫຼຸດຜ່ອນການສູນເສຍ ແລະ ການສິ້ນເປືອງອາຫານ

ອົງການ FAO ຮຽກຮ້ອງໃຫ້ຫຼຸດຜ່ອນການສູນເສຍ ແລະ ການສິ້ນເປືອງອາຫານ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 29 ກັນ​ຍາ ຜ່ານມາ ເປັນ​ວັນ​ສາ​ກົນແຫ່ງຄວາມ​ຮັບ​ຮູ້​ດ້ານການ​ສູນ​ເສຍ ແລະ ການ​ສິ້ນ​ເປືອງ​ອາ​ຫານ. ທ່ານ​ ຊ​ວີ່​ຕົ່ງ​ຢ​ວີ້ ​ຜູ້​ອຳ​ນວຍ​ການ​ໃຫຍ່ອົງ​ການ​ອາ​ຫານ ແລະ ການ​ກະ​ເສດ​ແຫ່ງສະ​ຫະ​ປະ​ຊາ​ຊາດ ຫຼື FAO ກ່າວ​ວ່າ: ​ການຫຼຸດ​ຜ່ອນ​ການ​ສູນ​ເສຍ ແລະ ການ​ສິ້ນ​ເປືອງ​ອາ​ຫານ​ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້ກ​ານ​ຫັນ​ປ່ຽນ​ຮູບ​ແບບ​ຂອງ​ລະ​ບົບ​ການ​ກະ​ເສດ ແລະ ອາ​ຫານ, ປະ​ຢັດ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ທຶນ​ຮອນ ພ້ອມ​ທັງຫຼຸດ​​ຜ່ອນຄວາມ​ກົດ​ດັນ​​ຕໍ່ການ​ອະ​ນຸ​ລັກ​ປ່າ​ໄມ້.
70% ຂອງພົນລະເມືອງຍີ່ປຸ່ນ ສະໜັບສະໜູນການນໍາ AI - ຫຸ່ນຍົນ ຊ່ວຍໃນທາງການແພດ

70% ຂອງພົນລະເມືອງຍີ່ປຸ່ນ ສະໜັບສະໜູນການນໍາ AI - ຫຸ່ນຍົນ ຊ່ວຍໃນທາງການແພດ

ຂ່າວຕ່າງປະເທດລາຍງານວ່າ: ກະຊວງສາທາລະນະສຸກ, ແຮງງານ ແລະ ສະຫວັດດີການຂອງຍີ່ປຸ່ນໄດ້ເຜີຍແຜ່ຜົນການສຶກສາຜ່ານບົດລາຍງານປົກຂາວປະຈຳປີ ໃນວັນທີ 29 ກັນຍາ ຜ່ານມາວ່າ, ພົນລະເມືອງຍີ່ປຸ່ນຫຼາຍກວ່າ 70% ມີທັດສະນະຄະຕິໃນທາງບວກຕໍ່ການຮັບຮອງເອົາເຕັກໂນໂລຊີທີ່ທັນສະໄໝເຊັ່ນ: ປັນຍາປະດິດ (AI) ແລະ ຫຸ່ນຍົນ ມາໃຊ້ໃນຂະແໜງການແພດ ແລະ ການດູແລສຸຂະພາບ.
ຫວຽດນາມ ສົ່ງອອກຊາໄປຍັງ ອາເມຣິກາ ເພີ່ມຂຶ້ນ 36.4%

ຫວຽດນາມ ສົ່ງອອກຊາໄປຍັງ ອາເມຣິກາ ເພີ່ມຂຶ້ນ 36.4%

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 29 ກັນຍາ ຜ່ານມາວ່າ: ໃນ 8 ເດືອນຕົ້ນ​​ປີ​ນີ້​, ຫວຽດ​ນາມ ໄດ້​ສົ່ງ​ອອກ​ຊາ 77,256 ໂຕນ​, ສ້າງລາຍ​ຮັບໄດ້ 143.5 ລ້ານ​ໂດລາ​.
ເພີ່ມເຕີມ