ເປີດງານວາງສະແດງ ແລະ ຈໍາໜ່າຍສິນຄ້າ ເພື່ອສົ່ງເສີມຜະລິດຕະພັນຂອງທ້ອງຖິ່ນ ປີ 2024

ຈໍາປາສັກ ເປີດງານວາງສະແດງ ແລະ ຈໍາໜ່າຍສິນຄ້າ ເພື່ອສົ່ງເສີມຜະລິດຕະພັນທ້ອງຖິ່ນ

ຈໍາປາສັກ ເປີດງານວາງສະແດງ ແລະ ຈໍາໜ່າຍສິນຄ້າ ເພື່ອສົ່ງເສີມຜະລິດຕະພັນທ້ອງຖິ່ນ
ໃນລະຫວ່າງວັນທີ 1-3 ພະຈິກ ຜ່າມາ, ໄດ້ເປີດງານວາງສະແດງ ແລະ ຈໍາໜ່າຍສິນຄ້າ ເພື່ອສົ່ງເສີມຜະລິດຕະພັນຂອງທ້ອງຖິ່ນ ປີ 2024 ຂຶ້ນຢູ່ບໍລິເວນເດີ່ນໂຮງແຮມເອຣາວັນ ນະຄອນປາກເຊ

 ແຂວງຈຳປາສັກ ໂດຍການເຂົ້າຮ່ວມຂອງ ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈໍາປາສັກ, ທ່ານ ນາງ ເຕດາວັນ ແກ້ວພິລາວັນ ປະທານສະຫະພັນແມ່ຍິງແຂວງ, ທ່ານ ຄໍາ ນິລະວົງ ວ່າການຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ., ມີນັກທຸລະກິດ, ຜູ້ປະກອບການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ງານວາງສະແດງຄັ້ງນີ້, ໄດ້ມີການຈໍາໜ່າຍບັນດາຜະລິດຕະພັນຫັດຖະກຳ ຈາກສີມືຄົນລາວທີ່ຫຼາກຫຼາຍ ມີທັງແບບພື້ນເມືອງ ແລະ ແບບປະຍຸກຈາກທຸກໆເມືອງ ຂອງແຂວງຈຳປາສັກ ມາວາງສະແດງ ແລະ ຊື້- ຂາຍ ເຊັ່ນ: ຜ້າໄໝ - ຜ້າຝ້າຍພື້ນເມືອງ, ເຄື່ອງຈັກສານ, ໄມ້ແກະສະຫຼັກ, ສະໝຸນໄພເພື່ອສຸຂະພາບ ແລະ ອື່ນໆ. ພ້ອມກັນນັ້ນ, ກໍມີການສະແດງສິລະປະດົນຕີ ແລະ ຟ້ອນພື້ນເມືອງລາວ ເອກະລັກຂອງແຂວງຈຳປາສັກ ແລະ ມີກິດຈະກໍາຖາມ - ຕອບແຈກລາງວັນ. ນອກນີ້, ຍັງມີຫົວຂໍ້ສົນທະນາແລກປ່ຽນກ່ຽວກັບການສົ່ງເສີມຜະລິດຕະພັນຂອງຊຸມຊົນ, ທຸລະກິດຂະໜາດນ້ອຍ - ຂະໜາດກາງ, ຊ່ອງທາງການເຂົ້າເຖິງແຫຼ່ງທຶນໃຫ້ແກ່ຜູ້ປະກອບການຂາດນ້ອຍ, ຂະໜາດກາງ, ການສົ່ງເສີມຜະລິດຕະພັນຂອງຊຸມຊົນ ແລະ ອື່ນໆ.

ການຈັດງານວາງສະແດງ ແລະ ຈໍາໜ່າຍສິນຄ້າຄັ້ງນີ້ ຖືເປັນການເປີດໂອກາດໃຫ້ຜູ້ຜະລິດສີນຄ້າຈາກເຄື່ອງປ່າຂອງດົງຂັ້ນຊຸມຊົນ ແລະ ຜູ້ຊື້ - ຂາຍຈາກພາກເອກະຊົນ ໄດ້ເຕົ້າໂຮມແລກປ່ຽນຄວາມຮູ້, ພັດທະນາຍຸດທະສາດການຕະຫຼາດຮ່ວມກັນ ແລະ ການເຊື່ອມໂຍມສ້າງເຄື່ອຂາຍທາງດ້ານຕະຫຼາດແບບຍືນຍົງ ເພື່ອເປັນບ່ອນໃຫ້ຜູ້ຜະລິດສີນຄ້າເຄື່ອງປ່າຂອງດົງ ໄດ້ນໍາສະເໜີຜະລິດຕະພັນສີນຄ້າຂອງຕົນເອງ ໃຫ້ເປັນທີ່ຮູ້ຈັກຫຼາຍຂຶ້ນ, ຕອບສະໜອງຜູ້ຊື້ທີ່ມີທ່າແຮງ, ປະເມີນຄວາມຕ້ອງການຂອງຕະຫຼາດໃນໄລຍະຍາວ.

(ຂ່າວ: ທູນທອງໃຈ , ພາບ: ພະແນກກະສິກໍາ ແລະ ປ່າໄມ້ແຂວງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫົວໜ້າ ຄອສພ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈຳປາສັກ

ຫົວໜ້າ ຄອສພ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈຳປາສັກ

ທ່ານ ຄຳພັັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມ ຢາມເຮັດວຽກ ແລະ ຊຸກຍູ້ການກະກຽມປັບປຸງກົງຈັກການຈັດຕັ້ງຢູ່ແຂວງຈຳປາສັກ ໃນ ວັນທີ 22 ກໍລະກົດນີ້ ໂດຍໃຫ້ການຕ້ອນຮັບ ຂອງ ທ່ານ ອາລຸນໄຊ ສູນນະລາດ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ແລະ ໄດ້ພົບປະເຮັດວຽກ ນຳຄະປະຈຳພັກ, ຄະນະປັບປຸງກົງຈັກການຈັດຕັ້ງແຂວງ ແລະ ໂຄສະນາອົບຮົມແຂວງ ທີ່ຫ້ອງວ່າການ ແຂວງຈຳປາສັກ
ເມືອງວຽງຄໍາ ຍ່າງເພື່ອສຸຂະພາບ ຂໍານັບຮັບຕ້ອນວັນສໍາຄັນ ຂອງພັກ-ຂອງຊາດ

ເມືອງວຽງຄໍາ ຍ່າງເພື່ອສຸຂະພາບ ຂໍານັບຮັບຕ້ອນວັນສໍາຄັນ ຂອງພັກ-ຂອງຊາດ

ໃນຕອນເຊົ້າຂອງວັນທີ 21 ກໍລະກົດນີ້, ອົງການປົກຄອງເມືອງວຽງຄໍາ ແຂວງຫຼວງພະບາງ ໄດ້ຈັດກິດຈະກໍາຍ່າງເພຶ່ອສຸຂະພາບ ສະເຫຼີມສະຫຼອງ ແລະ ຊົມເຊີຍວັນກິລາ-ກາຍະກໍາແຫ່ງຊາດ (ວັນທີ່ 13 ກໍລະກົດ) ຄົບຮອບ 59 ປີ, ວັນສ້າງຕັ້ງສະຫະພັນແມ່ຍິງລາວ (ວັນທີ່ 20 ກໍລະກົດ 1955-20 ກໍລະກົດ 2025) ຄົບຮອບ 70 ປີ.
ເມືອງບາຈຽງຈະເລີນສຸກ ທຳລາຍແຫ່ງເພາະພັນໝອນນ້ຳຍຸງລາຍ

ເມືອງບາຈຽງຈະເລີນສຸກ ທຳລາຍແຫ່ງເພາະພັນໝອນນ້ຳຍຸງລາຍ

ເມື່ອບໍ່ດົນມານີ້, ຫ້ອງການສາທາລະນະສຸກເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ສ້າງຂະບວນການທຳລາຍແຫ່ງເພາະພັນໝອນນ້ຳຍຸງລາຍຕິດພັນກັບການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ຢູ່ທີ່ບ້ານໜອງກອກກຸ່ມ II ຂອງເມືອງ.
ຜົນເສຍຫາຍຈາກໄພນໍ້າຖ້ວມຢູ່ເມືອງເງິນ ມູນຄ່າ 16 ຕື້ກວ່າກີບ

ຜົນເສຍຫາຍຈາກໄພນໍ້າຖ້ວມຢູ່ເມືອງເງິນ ມູນຄ່າ 16 ຕື້ກວ່າກີບ

ໃນລະຫວ່າງວັນທີ່ 18 - 20 ກໍລະກົດຜ່ານມານີ້, ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງໄຊຍະບູລີ ນຳໂດຍ ທ່ານ ຈັດ ຊະນະເລີດ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ໄດ້ປະສານ ສົມທົບກັບ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ (ເມືອງເງິນ) ໄດ້ລົງຕິດຕາມຜົນກະທົບເສຍຫາຍຈາກໄພນໍ້າຖ້ວມຢູ່ເມືອງເງິນ ແຂວງໄຊຍະບູລີ. ຕາງໜ້າຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ກໍໄດ້ລາຍງານສະພາບຜົນເສຍຫາຍຈາກໄພນໍ້າຖ້ວມ, ຊຶ່ງເລີ່ມແຕ່ຄໍ່າຄືນ ຂອງວັນທີ 16 ກໍລະກົດ 2025 ໄດ້ເກີດມີຝົນຕົກໜັກໃນຂອບເຂດບໍລິເວນພື້ນທີ່ທົ່ວເມືອງເງິນ ຊຶ່ງໄດ້ກໍໃຫ້ເກີດນ້ຳຖ້ວມຊຸບ້ານເຮືອນ, ໄຮ່ນາ, ຮົ້ວສວນ, ດິນເຊາະເຈື່ອນ ສົ່ງຜົນກະທົບຕໍ່ຊັບສິນຂອງພໍ່ແມ່ປະຊາຊົນຊາວເມືອງເງິນ ໂດຍສະເພາະ ແມ່ນບ້ານໂຮມໄຊ, ບ້ານປາກແຄນ ແລະ ບ້ານທອງ.
ກອງປະຊຸມໃຫຍ່ ຄັ້ງທີ XI ອົງຄະນະພັກແຂວງເຊກອງ ຄາດວ່າຈະເປີດໃນທ້າຍເດືອນສິງຫານີ້

ກອງປະຊຸມໃຫຍ່ ຄັ້ງທີ XI ອົງຄະນະພັກແຂວງເຊກອງ ຄາດວ່າຈະເປີດໃນທ້າຍເດືອນສິງຫານີ້

ກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ ຄາດວ່າຈະເປີດຂຶ້ນຢ່າງເປັນທາງ ການໃນທ້າຍເດືອນສິງຫາທີ່ຈະມາເຖິງນີ້, ໃນຂະນະດຽວກັນ ກອງປະຊຸມຈະມີການປະກອບຄໍາເຫັນ 10 ຫົວຂໍ້ຂອງບັນດາສຳນັກງານ, ອົງການ, ຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຂົງເຂດເສດຖະ ກິດ, ວັດທະນາທໍາ-ສັງຄົມ, ຂົງເຂດອໍານາດລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ຕົວ ແບບມາ ຈາກ 4 ເມືອງຂອງແຂວງເຊກອງ.
ທ່ານ ລມຕ ກະຊວງ ຍທຂ ລົງຕິດຕາມສະພາບເສັ້ນທາງຫຼວງແຫ່ງຊາດ ເລກທີ 13 ໃຕ້

ທ່ານ ລມຕ ກະຊວງ ຍທຂ ລົງຕິດຕາມສະພາບເສັ້ນທາງຫຼວງແຫ່ງຊາດ ເລກທີ 13 ໃຕ້

ໃນວັນທີ 21 ກໍລະກົດ ນີ້, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍ ທ່ານ ລິດຕາ ຂັດທິຍະ ຮອງລັດຖະມົນຕີ ຜູ້ຊີ້ນໍາວຽກງານຂົວທາງ, ບໍລິສັດຮ່ວມທຶນ ລັດວິສາຫະກິດກໍ່ສ້າງທາງເລກ 8 ແລະ ບໍລິສັດ ສົມໄຊ ຈະເລີນການກໍ່ສ້າງ ແລະ ສ້ອມແປງຂົວທາງຈຳກັດຜູ້ດຽວ ໃນນາມຜູ້ຮັບເໝົາກໍ່ສ້າງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງຕິດຕາມສະພາບເສັ້ນທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ໄລຍະແຕ່ບ້ານໂຄກສີວິໄລ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຫາ ບ້ານໄຊສະຫວ່າງ ເມືອງທ່າພະບາດ ແຂວງບໍລິຄໍາໄຊ (ກິໂລແມັດ 21 ຫາ ກິໂລແມັດ 71), ໄລຍະທາງທັງໝົດ 50 ກິໂລແມັດ ພາຍຫຼັງເຊັນສັນຍາຮັບເໝົາກໍ່ສ້າງ ໃນວັນທີ 12 ມິຖຸນາ 2025 ຜ່ານມາ.
ຫົວໜ້າ ຄອສພ ລົງຊຸກຍູ້ການປັບປຸງກົງຈັກການຈັດຕັ້ງຢູ່ແຂວງເຊກອງ

ຫົວໜ້າ ຄອສພ ລົງຊຸກຍູ້ການປັບປຸງກົງຈັກການຈັດຕັ້ງຢູ່ແຂວງເຊກອງ

ໃນວັນທີ 21 ກໍລະກົດນີ້, ທ່ານ ຄຳພັັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ, ພ້ອມດ້ວຍຄະນະໄດ້ ເຄື່ອນໄຫວຢ້ຽມຢາມເຮັດວຽກ ແລະ ລົງຊຸກຍູ້ການປັບປຸງກົງຈັກການຈັດຕັ້ງຢູ່ແຂວງເຊກອງ, ໂດຍ ໃຫ້ການຕ້ອນຮັບ ຂອງ ທ່ານ ບຸນຫຼາຍ ບຸດທິ ຮັກສາການແທນເລຂາພັກແຂວງ ຮັກສາການ ແທນເຈົ້າແຂວງເຊກອງ ແລະ ພົບປະເຮັດວຽກນຳຄະນະປັບປຸງກົງຈັກການຈັດຕັ້ງແຂວງ, ຫົວໜ້າ ຫ້ອງວ່າການແຂວງ ແລະ ຄະນະໂຄສະນາອົບຮົມແຂວງ ທີ່ຫ້ອງວ່າການປົກຄອງແຂວງເຊກອງ.
ຫຼາຍພາກສ່ວນມອບເງິນຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ

ຫຼາຍພາກສ່ວນມອບເງິນຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ

ວັນທີ 21 ກໍລະກົດນີ້ ຢູ່ຫ້ອງວ່າການແຂວງຫຼວງພະບາງ, ທ່ານ ຄໍາຂັນ ຈັນທະວີສຸກ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ພ້ອມຄະນະ ໄດ້ຕ້ອນຮັບການມອບເງິນ ເພື່ອຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງຫຼວງພະບາງ. ໃນນີ້, ມີບໍລິສັດ ໄທຊ່ານ ມາຍນີ່ງ ຈໍາກັດ (TAISHAN MINING LTD) ຂຸດຄົ້ນແຮ່ທາດອັງຕີ່ມອນ ຢູ່ເມືອງໂພນທອງ ແລະ ເມືອງວຽງຄໍາ ມອບ 100 ລ້ານກີບ, ບໍລິສັດລາວ ເທບຈະເລີນ ປະກັນໄພ ຈໍາກັດ ມອບ 50 ລ້ານກີບ, ບໍລິສັດເອເຊຍ ຊັກຊິສ ໂຮນດິງ ບໍ່ແຮ່ ຫຼວງພະບາງ ຈໍາກັດຜູ້ດຽວ ມອບ 50 ລ້ານກີບ ແລະ ບໍລິສັດພັນທະມິດກໍ່ສ້າງ- ສ້ອມແປງຂົວທາງ ແຂວງຫຼວງພະບາງ ມອບ 200 ລ້ານກີບ. ລວມເງິນທີ່ມອບໃນຄັ້ງນີ້ ມີ 400 ລ້ານກີບ.
ເຈົ້າແຂວງສະຫວັນນະເຂດ ຊີ້ນຳວຽກງານຮອບດ້ານຢູ່ສອງເມືອງ

ເຈົ້າແຂວງສະຫວັນນະເຂດ ຊີ້ນຳວຽກງານຮອບດ້ານຢູ່ສອງເມືອງ

ໃນວັນທີ 21 ກໍລະກົດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ພ້ອມດ້ວຍຄະນະນຳຂອງແຂວງ ໄດ້ລົງຕິດຕາມ, ຊຸກຍູ້ການຈັດ ຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VII ອົງຄະນະພັກເມືອງຊົນນະບູລີ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ IX ອົງຄະນະພັກເມືອງຈຳພອນ ແຂວງສະຫວັນນະເຂດ.
ຮອງປະທານປະເທດ ຊີ້ນຳຄະນະບໍລິຫານງານພັກແຂວງຫຼວງພະບາງເອົາໃຈໃສ່ປັບປຸງວຽກງານຫຼາຍດ້ານ

ຮອງປະທານປະເທດ ຊີ້ນຳຄະນະບໍລິຫານງານພັກແຂວງຫຼວງພະບາງເອົາໃຈໃສ່ປັບປຸງວຽກງານຫຼາຍດ້ານ

ເມື່ອບໍ່ດົນມານີ້, ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ໄດ້ພົບປະໂອ້ລົມພະນັກງານຫຼັກແຫຼ່ງຂອງແຂວງຫຼວງພະບາງ ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ. ໂອກາດນີ້, ທ່ານ ຄໍາຂັນ ຈັນທະວີສຸກ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫຼວງພະບາງ ໄດ້ລາຍງານຫຍໍ້ ສະພາບການພັດທະນາເສດຖະກິດ-ສັງຄົມ, ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ, ການປັບປຸງກົງຈັກການຈັດຕັ້ງ, ການກະກຽມ ແລະ ດໍາເນີນກອງປະຊຸມໃຫ່ຍອົງຄະນະພັກແຂວງຫຼວງພະບາງຄັ້ງທີ IX ແລະ ການກະກຽມສ້າງຕັ້ງຕາແສງ.
ເພີ່ມເຕີມ