ເຈົ້າແຂວງຫຼວງນໍ້າທາ ເຄື່ອນໄຫວຢ້ຽມຢາມໂຮງຮຽນ ມ.ສ ສາມັກຄີ 

 ເຈົ້າແຂວງຫຼວງນໍ້າທາ ເຄື່ອນໄຫວຢ້ຽມຢາມໂຮງຮຽນ ມ.ສ ສາມັກຄີ 
ເມື່ອບໍ່ດົນມານິ້ີ້, ທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນໍ້າທາ ພ້ອມດ້ວຍຄອບຄົວ ແລະ ຄະນະໄດ້ເຄື່ອນໄຫວຢ້ຽມຢາມຄູ-ອາຈານ, ນັກຮຽນໂຮງຮຽນ ມ.ສ ສາມັກຄີ ເມືອງຫຼວງນໍ້າທາ ໃຫ້ກຽດຕ້ອນຮັບຂອງທ່ານ ພອນໄຊ ແຫຼ້ດົງແສງ ຜູ້ອຳນວຍການໂຮງຮຽນ ມ.ສ ສາມັກຄີ ພ້ອມຄະນະ.
    ທ່ານ ສົມຈິດ ລໍບັນໃຜ່ ຮອງຜູ້ອຳນວຍການໂຮງຮຽນໄດ້ລາຍງານໃຫ້ຮູ້ວ່າ: ໂຮງຮຽນ ມ.ສ ສາມັກຄີໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1972 ພາຍໃຕ້ການຊີ້ນຳໆພາຂອງພະແນກສຶກສາທິການ ແລະ ກິລາແຂວງ. ໃນສົກຮຽນ 2023- 2024 ມີຄູ-ອາຈານທັງ 63 ຄົນ ຍິງ 35 ຄົນ, ມີພະນັກງານບໍລິຫານ 1 ຄົນ ຍິງ 1 ຄົນ, ມີນັກຮຽນ 787 ຄົນ ຍິງ 392 ຄົນ, ແບ່ງອອກເປັນ 25 ຫ້ອງຮຽນ ນັບແຕ່ຂັ້ນ ມ.1-ມ. 7, ໄລຍະຜ່ານມາທາງໂຮງຮຽນໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານຄູ-ອາຈານ ໃຫ້ມີແນວຄິດຫຼັກໜັ້ນຕໍ່ການນຳພາຂອງພັກ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານທີ່ຂັ້ນເທິງມອບໝາຍໃຫ້, ມີຄວາມຮັກແພງສາມັກຄີພາຍໃນ-ພາຍນອກ, ເຮັດວຽກເປັນໝູ່ຄະນະບຸກຄົນຮັບຜິດຊອບ. ຄຽງຄູ່ກັນນັ້ນໄດ້ເອົາໃຈໃສ່ສຶກສາອົບຮົມນັກຮຽນໃຫ້ມີຄວາມຮັກມັກຕໍ່ການຮໍ່າຮຽນ, ມີຄວາມສາມັກຄີ, ຮັກຄູ-ອາຈານ, ຮັກພໍ່ແມ່, ຜູ້ອາວຸໂສ, ດຸໝັ່ນໃນການອອກແຮງງານ, ຫຼີກລ້ຽງປະກົດການຫຍໍ້ທໍ້ຕ່າງໆ, ເອົາໃຈໃສ່ປະພຶດຕົນໃຫ້ເປັນຄົນດີຂອງສັງຄົມ.
    ສໍາລັບການຮຽນ-ການສອນແມ່ນໄດ້ອີງຕາມໂຄງການຫຼັກສູດຂອງກະຊວງສຶກສາທິການ ແລະ ກິລາວາງອອກສອນນັກຮຽນໄປຕາມ 7 ຫຼັກການ, 3 ລັກສະນະ ແລະ 5 ຫຼັກມູນຂອງການສຶກສາ, ແນໃສ່ສ້າງໃຫ້ຜູ້ຮຽນໄດ້ມີຄວາມຮູ້-ຄວາມສາມາດ, ມີຫົວຄິດປະດິດສ້າງ ແລະ ມີຄວາມຮູ້ພື້ນຖານເພື່ອກຽມເຂົ້າຮຽນຕໍ່ວິຊາຊີບ, ເອົາໃຈໃສ່ສອນບຳລຸງນັກຮຽນເກັ່ງ ມ4, ມ7 ແລະ ເຂົ້າສອບເສັງຂັ້ນເມືອງມີ 8 ຄົນ ຍິງ 6 ຄົນ, ຊັ້ນ ມ.7 ສາມາດຍາດໄດ້ອັນດັບທີ 1 ມີ 1 ຄົນວິຊາເຄມີສາດ (ນາງ ມະນີຈັນ ບັນລືສັກ), ວິຊາຟີຊິກສາດ ມ.4 ( ທ້າວ ອານົງ ດວງທອງຈັນ ) ສອບ ເສັງຄັດເລືອກຂັ້ນແຂວງມີ 2 ຄົນ ສາມາດຍາດໄດ້ອັນດັບທີ 1 ວິຊາເຄມີສາດຊັ້ນ ມ.7 ແລະ ຕາງໜ້າແຂວງເຂົ້າສອບເສັງນັກຮຽນເກັ່ງໃນລະດັບຊາດ 1 ຄົນ. ນອກຈາກການກໍ່ສ້າງນັກຮຽນເກັ່ງແລ້ວ ຍັງໄດ້ເອົາໃສ່ແກ້ໄຂນັກຮຽນ
ອ່ອນຕື່ມອີກ. ພ້ອມນິີ້ຍັງເຄື່ອນໄຫວວຽກງານນອກຫຼັກສູດຢ່າງເປັນປົກກະຕິເປັນຕົ້ນ ເອົາໃຈໃສ່ອອກແຮງງານ-ອະນາ ໄມອາຄານສະຖານທີ່, ຫ້ອງຮຽນໃຫ້ມີຄວາມສະອາດຈົບງາມ, ຈັດການແຂ່ງຂັນກິລາສິລະປະ-ວັນນະຄະດີປະຈໍາປີຂອງໂຮງຮຽນ ແລະ ກິດຈະກໍາອື່ນໆດ້ວຍບັນຍາກາດຟົດຟື້ນຕື່ມອີກ.
    ໂອກາດນີ້, ທ່ານ ວຽງສະຫວັດ ສີພັນດອນ ໄດ້ໃຫ້ກຽດກ່າວມອບອຸປະກອນ ແລະ ໂອ້ລົມຕໍ່ຄູ-ອາຈານ, ອຸປະກອນທີ່ນໍາມາມອບໃນຄັ້ງນີ້ປະກອບມີເຄື່ອງຮັບໃຊ້ການຮຽນ-ການສອນ, ເຄືື່ອງໃຊ້ຫ້ອງການ, ເຄື່ອງໄຊສວນຄົວ ລວມມູນຄ່າ 35.000.000 ກີບ ແລະ ກ່າວຮັບໂດຍທ່ານ ພອນໄຊ ແຫຼ້ດົງແສງ. 
ຂ່າວ-ພາບ:  ສົມພອນ ຂຸນດາວົງ

ຄໍາເຫັນ

ຂ່າວສືກສາ-ກິລາ

ຊາວໜຸ່ມກົມຕຳຫຼວດຄຸມຂັງ-ດັດສ້າງ ແຂ່ງຂັນກິລາຕ້ອນຮັບ 2 ວັນປະຫວັດສາດ

ຊາວໜຸ່ມກົມຕຳຫຼວດຄຸມຂັງ-ດັດສ້າງ ແຂ່ງຂັນກິລາຕ້ອນຮັບ 2 ວັນປະຫວັດສາດ

ຄະນະບໍລິຫານງານຊາວໜຸ່ມ ກົມຕຳຫຼວດຄຸມຂັງ-ດັດສ້າງ ສ້າງຂະບວນການແຂ່ງຂັນກິລາບານເຕະມິດຕະພາບ ເພື່ອຕ້ອນຮັບວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ (ປກສ) ຄົບຮອບ 65 ປີ (5 ເມສາ 1961-5 ເມສາ 2026) ແລະ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 71 ປີ (14 ເມສາ 1955-14 ເມສາ 2026) ໃນວັນທີ 2 ເມສາຜ່ານມາ, ໂດຍມີທ່ານ ພັອ ຈັນຫອມ ແກ້ວສຸລະໄຊ ຮອງຫົວໜ້າກົມຕຳຫຼວດຄຸມຂັງ-ດັດສ້າງ, ມີຄະນະພັກ-ຄະນະນຳ, ສະມາຊິກຊາວໜຸ່ມທົ່ວກົມກອງດັ່ງກ່າວເຂົ້າຮ່ວມ.
ລັດວິສາຫະກິດໄຟຟ້າລາວ ຮ່ວມສົ່ງເສີມທີມເບສະຫວັນ  ແຂ່ງຂັນບານເຕະ ຢູ-10 ຊີງແຊັມເຍົາວະຊົນອາຊຽນ 2026 ທີ່ປະເທດໄທ

ລັດວິສາຫະກິດໄຟຟ້າລາວ ຮ່ວມສົ່ງເສີມທີມເບສະຫວັນ ແຂ່ງຂັນບານເຕະ ຢູ-10 ຊີງແຊັມເຍົາວະຊົນອາຊຽນ 2026 ທີ່ປະເທດໄທ

ນັກກິລາບານເຕະເຍົາວະຊົນລາວ ຮຸ່ນອາຍຸບໍ່ເກີນ 10 ປີ ຫຼື ຢູ-10 ປີ ສະໂມສອນ ເບ ສະຫວັນ ອາຄາເດມີ ຊຶ່ງນຳພາໂດຍທ່ານ ນາງ ສຸວັນນີ ອິນທະພົມ ຮອງປະທານສະໂມສອນ ເບ ສະຫວັນ ອາຄາເດມີ ໄດ້ທັດສະນະສຶກສາ ທີ່ລັດວິສາຫະກິດໄຟຟ້າລາວ ໃນວັນທີ 1 ເມສາ ຜ່ານມາ, ເນື່ອງໃນໂອກາດກຽມເຂົ້າຮ່ວມແຂ່ງຂັນບານເຕະ ຮຸ່ນອາຍຸບໍ່ເກີນ 10 ປີ ຊີງແຊັມເຍົາວະຊົນອາຊຽນ ປະຈຳປີ 2026 ຫຼື “U10 ASIAN YOUTH CHAMPIONSHIPS CUP 2026” ທີ່ນະຄອນຫຼວງບາງກອກ ປະເທດໄທ ຈະຈັດຂຶ້ນໃນລະຫວ່າງວັນທີ 4-5 ເມສາ 2026 ໂດຍໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຂອງທ່ານ ອັດສະວິນ ແສງທອງຄຳ ຮອງຫົວໜ້າຫ້ອງການໄຟຟ້າລາວ ລັດວິສາຫະກິດ ໄຟຟ້າລາວ ພ້ອມຄະນະ, ມີຄະນະຄູຝຶກ ແລະ ນັກກິລາ ຕະຫຼອດຮອດຜູ້ປົກຄອງເຂົ້າຮ່ວມ.
2 ພາກສ່ວນ ແຂ່ງຂັນບານເຕະມິດຕະພາບ ເພື່ອເສີມສ້າງຄວາມສຳພັນ

2 ພາກສ່ວນ ແຂ່ງຂັນບານເຕະມິດຕະພາບ ເພື່ອເສີມສ້າງຄວາມສຳພັນ

ບໍລິສັດ ພີທີທີ (ລາວ) ຈຳກັດ ຮ່ວມກັບ ສະມາຄົມນັກຂ່າວແຫ່ງ ສປປ ລາວ ຈັດກິດຈະກຳເຕະບານມິດຕະພາບ ເພື່ອເສີມສ້າງຄວາມສໍາພັນອັນດີ ລະຫວ່າງອົງກອນ ແລະ ສື່ມວນຊົນ ພ້ອມທັງ ເພື່ອສົ່ງເສີມສຸຂະພາບ ແລະ ຄວາມສາມັກຄີ.
ມສ ແກ່ນທ້າວ ຈັດງານປະກວດສິລະປະ-ວັນນະຄະດີ ຄັ້ງທີ XI ປະຈຳສົກຮຽນ 2025-2026

ມສ ແກ່ນທ້າວ ຈັດງານປະກວດສິລະປະ-ວັນນະຄະດີ ຄັ້ງທີ XI ປະຈຳສົກຮຽນ 2025-2026

ໃນຄ່ຳຄືນວັນທີ 27 ມີນາຜ່ານມານີ້, ໂຮງຮຽນ ມສ ແກ່ນທ້າວ ເມືອງແກ່ນທ້າວ, ແຂວງໄຊຍະບູລີໄດ້ຈັດງານປະກວດສິລະປະ-ວັນນະຄະດີ ນັກຮຽນ ຄັ້ງທີ XI ປະຈຳສົກຮຽນ 2025-2026 ຂຶ້ນຢ່າງເບີກບານມ່ວນຊື່ນ ຢູ່ທີ່ເດີ່ນກິລາເມືອງແກ່ນທ້າວ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຄຳປຸ່ນ ນວນສະບັບ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີທ່ານ ສີຄານ ແກ່ນມະນີປະທານຄະນະກໍາມະການປົກຄອງເມືອງ ພ້ອມດ້ວຍຄະນະພັກ-ອົງການປົກຄອງເມືອງ, ຄູ-ອາຈານ, ຜູ້ປົກຄອງ ແລະ ມວນຊົນພາຍໃນເມືອງເຂົ້າຮ່ວມຮັບຊົມຢ່າງຫຼວງຫຼາຍ.
ແດນໃຕ້ ຊາຍ-ຍິງ ຄອງແຊັມເຕະບານ ລາວໂຄຄາ-ໂຄລາ ບ໊ອຕຕລິງ

ແດນໃຕ້ ຊາຍ-ຍິງ ຄອງແຊັມເຕະບານ ລາວໂຄຄາ-ໂຄລາ ບ໊ອຕຕລິງ

ສຳເລັດງານແຂ່ງຂັນກິລາເຕະບານ COPA COCA COLA LAOS 2026 ເພື່ອຄັດເລືອກຫາສຸດຍອດນັກເຕະດາວເດັ່ນນັກຮຽນມັດທະຍົມສຶກສາ ຍິງ-ຊາຍ ທົ່ວປະເທດ ລາຍການ COPA COCA COLA LAOS ປະຈຳປີ 2026 ຊີງຂັນທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ຄັ້ງທີ VIII, ການແຂງຂັນຄັ້ງນີ້ ຊຶ່ງເປັນການຮ່ວມມືລະຫວ່າງກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ, ສະຖາບັນກິລາກາຍະກຳ ແລະ ບໍລິສັດ ລາວໂຄຄາ-ໂຄລາ ບ໊ອຕຕລິງ ຈຳກັດ, ບໍລິສັດ ຮຸ່ງອາລຸນ ການຄ້າເອເລັກໂຕຣນິກ ຈຳກັດ ເປັນຜູ້ປະສານງານຈັດການແຂ່ງຂັນ.
ເຊກອງ ກຽມຄວາມພ້ອມ ເປັນເຈົ້າພາບ ງານມະຫາກຳກິລານັກຮຽນມັດທະຍົມສຶກສາ ທົ່ວປະເທດ

ເຊກອງ ກຽມຄວາມພ້ອມ ເປັນເຈົ້າພາບ ງານມະຫາກຳກິລານັກຮຽນມັດທະຍົມສຶກສາ ທົ່ວປະເທດ

ທ່ານ ຄໍາໄພ ສິມມາວັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ (ສກຂ)ເຊກອງ ລາຍງານໃນກອງປະຊຸມຄະນະກໍາມະການປົກຄອງແຂວງ ຄັ້ງທີ 2 ປະຈໍາໄຕມາດ I ກ່ຽວກັບການກະກຽມຄວາມພ້ອມດ້ານຕ່າງໆ
ສາລະວັນ ສອບເສັງຄັດເລືອກບັນຈຸທົດແທນລັດຖະກອນຄູປະຈຳປີ 2026

ສາລະວັນ ສອບເສັງຄັດເລືອກບັນຈຸທົດແທນລັດຖະກອນຄູປະຈຳປີ 2026

ພະແນກສຶກສາທິການ ແລະ ກິລາແຂວງສາລະວັນ ໄດ້ຈັດສອບເສັງຄັດເລືອກບັນຈຸທົດແທນລັດຖະກອນຄູປະຈຳປີ 2026 ຂຶ້ນໃນວັນທີ26ມີນາຜ່ານມາ ທີ່ສູນການສຶກສານອກໂຮງຮຽນ, ໂດຍການເຂົ້າຮ່ວມ ແລະ ເປີດຫົວບົດສອບເສັງຂອງທ່ານ ສຸນີ ນາມມະບົວລີ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີທ່ານ ສຸກສະເຫຼີມພອນ ໄມມະນີ ຮອງຫົວໜ້າຄະນະຈັດຕັ້ງແຂວງ, ທ່ານ ບຸນຖາວອນ ທໍາມະພັດ ຮອງຫົວໜ້າພະແນກການເງິນແຂວງ, ມີບັນດາຄະນະຮັບຜິດຊອບການສອບເສັງ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເມືອງພຽງ ເປີດການແຂ່ງຂັນກິລາປະຈຳປີ 2026

ເມືອງພຽງ ເປີດການແຂ່ງຂັນກິລາປະຈຳປີ 2026

ເພື່ອເປັນການສົ່ງເສີມໃຫ້ມວນຊົນ, ທຸກເພດທຸກໄວໄດ້ອອກກໍາລັງກາຍ ແລະ ຫັນມາຫຼີ້ນກິລາ ຫຼາຍຂຶ້ນ, ເພື່ອເສີມສ້າງຄວາມສາມັກຄີພາຍໃນ ລະຫວ່າງຫ້ອງການອ້ອມຂ້າງເມືອງ ກັບໂຮງຮຽນ, ທັງເປັນການສົ່ງເສີມສຸຂະພາບພະລະນາໄມຂອງພະນັກງານ, ມວນຊົນ ແລະ ມະຫາຊົນ ໃຫ້ແຂງແຮງ ແລະ ຫ່າງໄກຢາເສບຕິດ. ໃນວັນທີ 26 ມີນາຜ່ານມາ, ເມືອງພຽງ ແຂວງໄຊຍະບູລີ ໄດ້ເປີດການແຂ່ງຂັນກິລາ ປະຈຳປີ 2026 ຂຶ້ນ ທີເດີ່ນກິລາຂອງເມືອງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ອິນທີ ຈັນປະເສີດເຮີ ຫົວໜ້າພະແນກສຶກສາ ທິການ ແລະກິລາ ແຂວງ,ມີ ທ່ານແຂກຖືກເຊີນ ແລະ ນັກກິລາເຂົ້າຮ່ວມ.
ເຊັນສັນຍາໂຄງການກໍ່ສ້າງໂຮງຮຽນສາມັນວິຊາຊີບແບບປະສົມວັງເງິນ

ເຊັນສັນຍາໂຄງການກໍ່ສ້າງໂຮງຮຽນສາມັນວິຊາຊີບແບບປະສົມວັງເງິນ

ເມື່ອບໍ່ດົນຜ່ານມານີ້ ທີ່ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ໄດ້ມີການລົງນາມເຊັນສັນຍາຮັບເໝົາ ໂຄງການກໍ່ສ້າງໂຮງຮຽນສາມັນວິຊາຊີບແບບປະສົມວັງເງິນ ນະຄອນ ຫຼວງພະບາງ ແຂວງຫຼວງພະບາງ ໂດຍການລົງນາມຂອງ ທ່ານ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງ, ທ່ານ ຫວໍ ຕ໊າຍ ບາກ ຮອງຜູ້ອຳນວຍການບໍລິສັດ ວິນາ ກໍ່ສ້າງເຄຫາສະຖານ ແລະ ສ້ອມແປງ ຈຳກັດ, ມີທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງ, ມີແຂກຮັບເຊີນ ພ້ອມດ້ວຍວິຊາການກ່ຽວຂ້ອງ ເຂົ້່າຮ່ວມເປັນສັກຂີພີຍານ.
ເມືອງມະຫາໄຊ ຈັດງານພົບປະຕັ້ງຄ້າຍເຍົາວະຊົນທັນວາ ຄັ້ງທີ XIX

ເມືອງມະຫາໄຊ ຈັດງານພົບປະຕັ້ງຄ້າຍເຍົາວະຊົນທັນວາ ຄັ້ງທີ XIX

ວັນທີ 25 ມີນາ 2026 ຢູ່ທີ່ເມືອງມະຫາໄຊ ແຂວງຄໍາມ່ວນ ໄດ້ຈັດງານພົບປະຕັ້ງຄ້າຍເຍົາວະຊົນທັນວາ ຄັ້ງທີ XIX ທົ່ວແຂວງຄໍາມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ, ທ່ານ ອິນທະວົງ ພົມມະຈັນ ເລຂາພັກເມືອງມະຫາໄຊ, ທ່ານ ທອງສະນິດ ແພງພັກດີ ຮອງຫົວໜ້າກົມເຍົາວະຊົນ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ມີແຂກຖືກເຊີນຈາກແຂວງ, ເມືອງ ແລະ ເຍົາວະຊົນທັນວາ ທີ່ມາຈາກ 10 ເມືອງ ເຂົ້າຮ່ວມ.
ເພີ່ມເຕີມ