ເຈົ້າແຂວງສະຫວັນນະເຂດ ເນັ້ນໃຫ້ຄະນະນໍາເມືອງອາດສະພອນເປັນເອກະພາບຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່

ເຈົ້າແຂວງສະຫວັນນະເຂດ ເນັ້ນໃຫ້ຄະນະນໍາເມືອງອາດສະພອນເປັນເອກະພາບຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່

ເຈົ້າແຂວງສະຫວັນນະເຂດ ເນັ້ນໃຫ້ຄະນະນໍາເມືອງອາດສະພອນເປັນເອກະພາບຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່
ໃນວັນທີ 11 ກໍລະກົດຜ່ານມາ ຢູ່ທີ່ສະໂມສອນຂອງເມືອງ, ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ພ້ອມດ້ວຍຄະນະການນໍາຂອງແຂວງຈາກພະແນກການ-ກົມກອງອ້ອມຂ້າງແຂວງ, ໄດ້ລົງເຄື່ອນໄຫວພົບປະໂອ້ລົມພະນັກງານການຳເມືອງອາດສະພອນ, ໂດຍມີທ່ານ ບຸນລັດ ລໍບານເຢັນ ເລຂາບໍລິຫານງານພັກເມືອງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງເມືອງເຂົ້າຮ່ວມ.
ເຈາແຂວງສະຫວນນະເຂດ ເນນໃຫຄະນະນາເມອງອາດສະພອນເປນເອກະພາບຈດຕງປະຕບດມະຕກອງປະຊມໃຫຍ - image 1
 

ທ່ານ ບຸນລັດ ລໍບານເຢັນ ໄດ້ລາຍງານກ່ຽວກັບສະພາບການນໍາພາ-ຊີ້ນໍາວຽກງານທີ່ພົ້ນເດັ່ນໂດຍສັງເຂບວ່າ: ພາຍຫຼັງສໍາເລັດກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກເມືອງ ຄະນະບໍລິຫານງານພັກເມືອງ, ໄດ້ສຸມໃສ່ການນໍາພາຈັດຕັ້ງຜັນຂະຫຍາຍມະຕິ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຢ່າງມີຜົນສໍາເລັດຫຼາຍດ້ານ. ໃນນີ້, ສໍາເລັດການຈັດກອງປະຊຸມຄົບຄະນະບໍລິຫານພັກເມືອງຄັ້ງທີ I ສະໄໝທີ VII, ເຊື່ອມຊຶມມະຕິ, ບົດລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2025-2029) ໃຫ້ບັນດາສະຫາຍຄະນະພັກ, ຫົວໜ້າຫ້ອງການອ້ອມຂ້າງເມືອງ ແລະໄດ້ມອບໝາຍໃຫ້ແຕ່ລະຫ້ອງການນໍາໄປສ້າງເປັນແຜນວຽກ, ກໍານົດກິດຈະກໍາ, ໂຄງການລະອຽດຕ່າງໆ.

ສໍາລັບການພັດທະນາພື້ນຖານໂຄງລ່າງໃນໄລຍະຜ່ານມາເປັນຕົ້ນ: ໂຄງການຟື້ນຟູ ແລະສ້ອມແປງເສັ້ນທາງດິນແດງສໍາເລັດ 100% ມີ 4 ໂຄງການລວມມູນຄ່າທັງໝົດ 8,720 ຕື້ກີບ, ສ້າງທາງປູຢາງ 2 ຊັ້ນໃນເທສະບານຄວາມຍາວ 1,300 ແມັດ ມູນຄ່າ 4,800 ຕື້ກີບ, ໄດ້ຮັບທຶນສ້າງຂົວເປຕົງອັດແໜ້ນເຊຈໍາພອນຍາວ 100 ແມັດ, ກວ້າງ 5.5 ແມັດມູນຄ່າ 19,994 ຕື້ກີບ. ນອກນັ້ນ, ຍັງໄດ້ລະດົມທຶນທຸກທ່າແຮງບົ່ມຊ້ອນໃນການພັດທະນາພື້ນຖານໂຄງລ່າງ ດ້ວຍການປະກອບສ່ວນຂອງປະຊາຊົນ, ນັກທຸລະກິດ-ຜູ້ປະກອບການໃນການປົວແປງເສັ້ນທາງ-ຂົວ,ໂຮງຮຽນ, ສຸກສາລາ.

ໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ເນັ້ນໜັກໃຫ້ຄະນະນໍາເມືອງອາດສະພອນ ຕ້ອງກໍາໃຫ້ໄດ້ຜົນສໍາເລັດ, ຂໍ້ຄົງຄ້າງ, ເພື່ອວາງແຜນການແກ້ໄຂ, ພ້ອມຮັບຮູ້ເປັນເອກະພາບ, ເປັນອັນໜຶ່ງ ອັນດຽວດ້ວຍຄວາມເຄົາລົບເຖິງການຈັດຕັ້ງປະຕິບັດບັນດາ ບັນຫາທີ່ເປັນຈຸດອ່ອນພື້ນຖານທີ່ຈະຕ້ອງໄດ້ແກ້ໄຂ. ສ່ວນວຽກງານຕາແສງແມ່ນໃຫ້ເຂົ້າໃຈນຳກັນກ່ຽວກັບລະບົບຮາກຖານການເມືອງ. ການສ້າງຕັ້ງຕາແສງ ແມ່ນການປັບປຸງບູລະນະລະບອບປະຊາທິປະໄຕປະຊາຊົນ ແມ່ນເນື້ອໃນຈິດໃຈຂອງພັກຄື: ຫັນວຽກ, ຫັນບໍລິການຂອງລັດ, ຫັນນະໂຍບາຍ, ຫັນງົບປະມານ ເພື່ອໃຫ້ມີຄວາມສະດວກສະບາຍແກ່ປະຊາຊົນ, ໃຫ້ບໍລິການປະຊາຊົນທີ່ໃກ້ທີ່ສຸດ, ໂດຍການສ້າງພະນັກງານລັດລົງນຳພາເພື່ອໃຫ້ປະຊາຊົນຮູ້ການຜະລິດ, ສ້າງເສດຖະກິດປ່ຽນແປງໃໝ່, ນໍາພາການຜະລິດຂອງປະຊາຊົນໃຫ້ມີຄຸນນະພາບ, ພະນັກງານທີ່ຈະເຮັດວຽກຕາແສງບໍ່ແມ່ນການລົງຮາກຖານ ແຕ່ແມ່ນການຮັບໜ້າທີ່ໃໝ່ ຊຶ່ງຜູ້ທີ່ຈະປະກອບເປັນອົງຄະນະພັກຕາແສງ, ຕ້ອງເປັນເຈົ້າພັດທະນາທ້ອງຖິ່ນ ເຮັດໃຫ້ປະຊາຊົນມີສ່ວນຮ່ວມໃນການພັດທະນາເສດຖະກິດ-ສັງຄັມ, ໃຫ້ປະຊາຊົນຮັບຮູ້ທຸກແນວທາງການປ່ຽນແປງໃໝ່ຂອງພັກ ແລະ ລັດເພື່ອໃຫ້ປະຊາຊົນໄດ້ຊົມໃຊ້ໝາາກຜົນທີ່ພວກເຂົາມີສ່ວນຮ່ວມ ແລະ ກໍາແໜ້ນເຖິງເນື້ອໃນຈິດໃຈຂອງມະຕິ 04/ກມສພ ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່.

ໃນໄລຍະດຽວກັນນີ້, ທ່ານເຈົ້າແຂວງ, ພ້ອມຄະນະ ໄດ້ລົງຕິດຕາມເບິ່ງສະພາບຕົວຈິງໃນການພັດທະນາພື້ນຖານໂຄງລ່າງຂອງເມືອງໂດຍສະເພາະແມ່ນຖະໜົນຫົນທາງການສ້າງວົງວຽນກະບອງໃນເຂດເທສະບານເມືອງ, ສະພາບຂົວຫ້ວຍພຸງ ລະຫວ່າງ ບ້ານທາດດອກແກ້ວ ຫາ ບ້ານດົງນາງາມທີ່ເປ້ເພ, ເພື່ອຂຶ້ນແຜນໃນການບຸລະນະຄືນໃໝ່, ລົງຕິດຕາມຄວາມຄືບໜ້າໃນການກໍ່ສ້າງໂຮງຮຽນອະນຸບານເມືອງ, ຕິດຕາມການກໍ່ສ້າງໂຮງໝໍເມືອງ, ຈາກນັ້ນ, ກໍໄດ້ລົງຢຽມຢາມຄອບຄົວ ທ່ານ ຄຳໝູນ ແມ້ວ ເໝືອນ ປະຊາຊົນບ້ານທາດດອກແກ້ວ, ຊຶ່ງຈັດຢູ່ໃນຄອບຄົວຕົວແບບໃໝ່ໃນການປູກຝັງໂດຍສະເພາະແມ່ນການປູກເຂົ້າ.

(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)

ຄໍາເຫັນ

ຂ່າວການເມືອງ

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກກົມອົບຮົມໄດ້​ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 11ທັນວາ ຜ່ານມານີ້ ທີ່ຫ້ອງປະຊຸມຊັ້ນ 2 ຂອງຄະນະ​ໂຄສະນາອົບຮົມສູນກາງພັກ, ໂດຍການເປັນປະທານຂອງ ສະຫາຍ ຄໍາກອງ ທໍາມະເທວາ ຄະນະພັກ ເລຂາໜ່ວຍພັກກົມອົບຮົມ, ໃຫ້ກຽດເຂົ້າຮ່ວມສະຫາຍ ຂອງ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະມາຊິກພັກ ສົມບູນ 17 ສະຫາຍ, ສໍາຮອງ 1 ສະຫາຍ ແລະ ມີບັນດາສະຫາຍເລຂາ, ຜູ້ຕາງໜ້າເລຂາໜ່ວຍພັກທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄອສພ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄອສພ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ)ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 11 ທັນວານີ້, ທີ່ສະໂມສອນໃຫຍ່ ຂອງ ຄອສພ, ໂດຍການເປັນຄະນະປະທານຂອງສະຫາຍ ລາວປາວຊົ່ງ ນະວົງໄຊ, ກຳມະການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ບຸນເພັງ ຈັນທະດາລາ, ເລຂາໜ່ວຍພັກຫ້ອງການ ຄອສພ, ບັນດາສະຫາຍ ຜູ້ຕາງໜ້າຄະນະໜ່ວຍ 3 ອົງການຈັດຕັ້ງມະຫາຊົນ ຂອງຫ້ອງການ ພ້ອມດ້ວຍ ສະມາຊິກພັກ ຂອງໜ່ວຍພັກຫ້ອງການ ເຂົ້າຮ່ວມທັງໝົດ 27 ສະຫາຍ, ຍິງ 11 ສະຫາຍ, ສຳຮອງ 1 ສະຫາຍ.
ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 8 ທັນວານີ້ ທີ່ສະພາປະຊາຊົນແຂວງຄໍາມ່ວນໄດ້ດໍາເນີນກອງປະຊຸມຄັ້ງປະຖົມມະລຶກຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ພາຍໃຕ້ການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ.
ເພີ່ມເຕີມ