ກອງປະຊຸມໃຫຍ່ 3 ຂັ້ນຂອງພັກຢູ່ເມືອງທ່າແຕງ

ເຈົ້າແຂວງເຊກອງ ຊີ້ນໍາການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກຢູ່ເມືອງທ່າແຕງ

ເຈົ້າແຂວງເຊກອງ ຊີ້ນໍາການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກຢູ່ເມືອງທ່າແຕງ
ໃນວັນທີ 29 ສິງຫາຜ່ານມາ, ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງເຊກອງ ໄດ້ເຄື່ອນໄຫວຊີ້ນໍາການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກຢູ່ເມືອງທ່າແຕງ ໂດຍມີທ່ານ ແສງລາຕີ ຫຼອມຍະເດດ

ວ່າການເລຂາພັກເມືອງ ເຈົ້າເມືອງທ່າແຕງ ພ້ອມດ້ວຍຄະນະຊີ້ນໍາຂັ້ນແຂວງ, ຄະນະພັກ-ຄະນະນໍາ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງເມືອງ ເຂົ້າຮ່ວມ.

ທ່ານ ແສງລາຕີ ຫຼອມຍະເດດ ໄດ້ລາຍງານວ່າ: ທົ່ວເມືອງທ່າແຕງ ປະກອບມີ 129 ຮາກຖານພັກ. ໃນນີ້, ມີຄະນະພັກຮາກຖານ 18 ຄະນະພັກຮາກ ແລະ ໜ່ວຍພັກຮາກຖານ 111 ໜ່ວຍພັກ. ໃນໄລຍະຜ່ານມາ ຄະນະປະຈໍາພັກເມືອງ ໄດ້ແຕ່ງຕັ້ງຄະນະຊີ້ນໍາ, ຄະນະກໍາມະການ ແລະ ອະນຸຮັບຜິດຊອບເຄື່ອນໄຫວຊຸກຍູ້ບັນດາຮາກຖານພັກສໍານັກງານ-ອົງການ ແລະ ໜ່ວຍພັກຮາກຖານບ້ານ ດໍາເນີນກອງປະຊຸມໃຫຍ່ຂັ້ນຂອງຕົນ ມາຮອດປັດຈຸບັນສໍາເລັດ 100% ແລະ ສືບຕໍ່ກະກຽມຄວາມພ້ອມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກເມືອງໃນຕົ້ນປີ 2025), ສໍາເລັດການປັບປຸງກົງຈັກການຈັດຕັ້ງ, ບັນຈຸຊັບຊ້ອນຈັດວາງພະນັກງານນໍາພາ-ຄຸ້ມຄອງ, ການຂຶ້ນແຜນຄວາມຕ້ອງການນໍາໃຊ້ງົບປະມານ, ສະຖານທີ່ ແລະ ສໍາເລັດການກໍານົດຜູ້ແທນສົມບູນເຂົ້າຮ່ວມກອງປະຊຸມໃຫຍ່.

ໃນໂອກາດນີ້, ທ່ານ ເຫຼັກໄຫຼ ສີວິໄລ ໄດ້ມີຄໍາເຫັນວ່າ: ການລົງມາເຮັດວຽກໃນຄັ້ງນີ້, ເພື່ອເປັນການຮັບປະກັນການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກເມືອງທ່າແຕງ ດໍາເນີນໄປຢ່າງຮອບດ້ານ ແລະ ມີເນື້ອໃນເລິກເຊິ່ງ. ສະນັ້ນ, ຄະນະພັກ-ຄະນະນໍາເມືອງ ຕ້ອງເອົາໃຈໃສ່ຄົ້ນຄວ້າ, ເຊື່ອມຊຶມ ແລະ ກໍາແໜ້ນບັນດາມະຕິ, ຄໍາສັ່ງຕ່າງໆ ກ່ຽວກັບການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ; ເອົາໃຈໃສ່ການກະກຽມດ້ານເນື້ອໃນ (ບົດລາຍງານການເມືອງ, ບົດສໍາຫຼວດການນໍາພາລວມຂອງຄະນະພັກ), ດ້ານໂຄງປະກອບບຸກຄະລາກອນ ແລະ ການກໍານົດແຜນພັດທະນາເສດຖະກິດ-ສັງຄົມ 5 ປີໃນຕໍ່ໜ້າ ໃຫ້ຖືກກັບທ່າແຮງບົ່ມຊ້ອນຂອງທ້ອງຖິ່ນຕົນ ເພື່ອນໍາໄປຜັນຫຍາຍໃຫ້ເກີດດອກອອກຜົນຕົວຈິງ ນໍາເອົາຜົນປະໂຫຍດມາສູ່ປະຊາຊົນ. ພ້ອມນີ້, ກໍເອົາໃຈໃສ່ວຽກງານສ້າງຂະບວນການ, ຊຸກຍູ້ສົ່ງເສີມການຜະລິດກະສິກໍາ, ພັດທະນາວຽກງານຂົງເຂດວັດທະນະທໍາ-ສັງຄົມ, ປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້ບັນຫາຢາເສບຕິດ, ຂີ້ລັກງັດແງະ, ການສວຍໃຊ້ສາສະໜາ ແລະ ອື່ນໆ ທີ່ອາດຈະເກີດຂຶ້ນໃນສັງຄົມໃຫ້ຫຼຸດໜ້ອຍຖອຍລົງ, ຍູ້ແຮງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີໃນໄລຍະທ້າຍສະໄໝ ຕິດພັນກັບສອງວາລະແຫ່ງຊາດໃຫ້ປະກົດຜົນເປັນຈິງ.

(ຂ່າວ-ພາບ: ສັນຍາ)

ຄໍາເຫັນ

ຂ່າວການເມືອງ

ສສຊ ນວ ສະເໜີ 4 ຈຸດສຳຄັນເພື່ອເຮັດໃຫ້ວຽກງານ ສພຊ ຫັນເປັນທັນສະໄໝ

ສສຊ ນວ ສະເໜີ 4 ຈຸດສຳຄັນເພື່ອເຮັດໃຫ້ວຽກງານ ສພຊ ຫັນເປັນທັນສະໄໝ

ທ່ານ ທະນົງສິດ ເມືອງຈັນ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດ 1 ນະຄອນຫຼວງວຽງຈັນ (ນວ) ໄດ້ປະກອບຄຳເຫັນຕໍ່ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການປີ 2027ຂອງສະພາແຫ່ງຊາດ (ສພຊ)ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ Xໃນວັນທີ 12 ຕຸລານີ້ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ສສຊສຸມໃສ່ປະກອບຄຳເຫັນວຽກງານ ສພຊ ເພື່ອຍົກສູງໜ້າທີ່ການເມືອງໃນໄລຍະໃໝ່

ສສຊສຸມໃສ່ປະກອບຄຳເຫັນວຽກງານ ສພຊ ເພື່ອຍົກສູງໜ້າທີ່ການເມືອງໃນໄລຍະໃໝ່

​ ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ຈາກເຂດເລືອກຕັ້ງຕ່າງໆ ໄດ້ສຸມໃສ່ປະກອບຄໍາເຫັນຕໍ່ບົດ ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການປີ 2027 ຂອງສະພາແຫ່ງຊາດ (ສພຊ)ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ(ສພຊ) ຊຸດທີ Xໃນວັນທີ 12 ຕຸລານີ້ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ສສຊ ຜົ້ງສາລີ ສະເໜີ ສພຊ ເພີ່ມງົບປະມານ ແລະ ປັບປຸງກົນໄກປະສານງານ

ສສຊ ຜົ້ງສາລີ ສະເໜີ ສພຊ ເພີ່ມງົບປະມານ ແລະ ປັບປຸງກົນໄກປະສານງານ

ພາຍຫຼັງຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວວຽກງານປະຈໍາປີ 2027 ຂອງສະພາແຫ່ງຊາດ (ສພຊ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 12 ຕຸລານີ້ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ຈາກເຂດເລືອກຕັ້ງຕ່າງໆໄດ້ສຸມໃສ່ບົດລາຍງານດັ່ງກ່າວ. ໂດຍສະເໜີແກ້ໄຂຫຼາຍບັນຫາສໍາຄັນ. ພ້ອມສະເໜີເພີ່ມງົບປະມານ ແລະ ປັບປຸງກົນໄກປະສານງານ ເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ສະພາປະຊາຊົນແຂວງ (ສພຂ).
ອົງການຈັດຕັ້ງມະຫາຊົນສະເໜີໃຫ້ສະພາແຫ່ງຊາດ ເອົາໃຈໃສ່ 8 ບັນຫາ

ອົງການຈັດຕັ້ງມະຫາຊົນສະເໜີໃຫ້ສະພາແຫ່ງຊາດ ເອົາໃຈໃສ່ 8 ບັນຫາ

ສູນກາງແນວລາວສ້າງຊາດ (ສນຊ) ປະກອບຄຳເຫັນຕໍ່ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການປີ 2027 ຂອງສະພາແຫ່ງຊາດ. ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 12 ຕຸລານີ້ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ອອປສ ຈະສືບຕໍ່ຍົກສູງການຕິດຕາມກວດກາການປະຕິບັດກົດໝາຍດໍາເນີນຄະດີຢູ່ສານໃຫ້ເຂັ້ມງວດ

ອອປສ ຈະສືບຕໍ່ຍົກສູງການຕິດຕາມກວດກາການປະຕິບັດກົດໝາຍດໍາເນີນຄະດີຢູ່ສານໃຫ້ເຂັ້ມງວດ

ໃນປີ 2027 ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຈະສຸມໃສ່ຫຼາຍວຽກງານສໍາຄັນ ໂດຍສະເພາະຈະສືບຕໍ່ຍົກສູງຄຸນນະພາບການສັ່ງຟ້ອງຜູ້ຖືກຫາຂຶ້ນສານ ແລະ ການຕິດຕາມກວດກາການປະຕິບັດກົດໝາຍໃນການດໍາເນີນຄະດີຢູ່ສານໃຫ້ເຂັ້ມງວດ.
ສນຊ ສະເໜີສະພາ ສືບຕໍ່ຕິດຕາມກວດກາ ຊຸກຍູ້ໃຫ້ລັດຖະບານແກ້ໄຂບັນຫາຕ່າງໆ

ສນຊ ສະເໜີສະພາ ສືບຕໍ່ຕິດຕາມກວດກາ ຊຸກຍູ້ໃຫ້ລັດຖະບານແກ້ໄຂບັນຫາຕ່າງໆ

ສູນກາງແນວລາວສ້າງຊາດ (ສນຊ) ປະກອບຄຳເຫັນຕໍ່ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການປີ 2027 ຂອງສະພາແຫ່ງຊາດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ Xໃນວັນທີ 12 ຕຸລານີ້ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ປີ 2027 ສພຊວາງຫຼາຍຄາດໝາຍສູ້ຊົນ ພ້ອມຈະສຸມໃສ່ວຽກງານສໍາຄັນຂອງຊາດ

ປີ 2027 ສພຊວາງຫຼາຍຄາດໝາຍສູ້ຊົນ ພ້ອມຈະສຸມໃສ່ວຽກງານສໍາຄັນຂອງຊາດ

ໃນປີ 2027 ສະພາແຫ່ງຊາດ (ສພຊ) ໄດ້ວາງຫຼາຍຄາດໝາຍສູ້ຊົນ ເພື່ອຮັບປະກັນການຈັດຕັ້ງຜັນຂະຫຍາຍແຜນການສ້າງ ແລະ ປັບປຸງກົດໝາຍຂອງສະພາແຫ່ງຊາດໃຫ້ບັນລຸຕາມແຜນການ. ຂະນະດຽວກັນ, ສພຊ ຈະສຸມໃສ່ຫຼາຍວຽກງານສໍາຄັນຂອງຊາດ.
1 ປີ ສພຊ ຈັດຕັ້ງປະຕິບັດຕິດຕາມກວດກາຕາມລັດຖະທໍາມະນູນກົດໝາຍໄດ້ຮັບຜົນສໍາເລັດຫຼາຍດ້ານ

1 ປີ ສພຊ ຈັດຕັ້ງປະຕິບັດຕິດຕາມກວດກາຕາມລັດຖະທໍາມະນູນກົດໝາຍໄດ້ຮັບຜົນສໍາເລັດຫຼາຍດ້ານ

ໃນໄລຍະ 1ປີຜ່ານມາ, ຄະນະປະຈໍາສະພາແຫ່ງຊາດ(ສພຊ) ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ໂດຍສະເພາະດ້ານການຕິດຕາມກວດກາ ໄດ້ຈັດຕັ້ງປະຕິບັດພາລະບົດບາດຕິດຕາມກວດກາຕາມລັດຖະທຳມະນູນ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍໄດ້ຮັບຜົນສໍາເລັດຫຼາຍດ້ານ.
ຄອສພ ເຜີຍແຜ່ເອກະສານ ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງ

ຄອສພ ເຜີຍແຜ່ເອກະສານ ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມເອກະສານກ່ຽວກັບການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງ ແລະ ຂັ້ນຄະນະໂຄສະນາອົບຮົມສູນກາງພັກຄຸ້ມຄອງ, ໃນວັນທີ 6 ຕຸລານີ້ ທີ່ສະໂມສອນ ຄອສພ, ພາຍໃຕ້ການເປັນປະທານ ຂອງສະຫາຍ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຫົວໜ້າ ຄອສພ, ເຂົ້າຮ່ວມຮັບຟັງ ມີບັນດາຄະນະພັກ-ຄະນະນໍາ, ຄະນະກົມ, ຄະນະພະແນກ ທີ່ຂຶ້ນກັບ ຄອສພ.
ເມືອງພຽງ ເຜີຍ​ແຜ່ ເຊື່ອມຊຶມນິຕິກໍາຂອງພັກ

ເມືອງພຽງ ເຜີຍ​ແຜ່ ເຊື່ອມຊຶມນິຕິກໍາຂອງພັກ

ເມືອງພຽງ ແຂວງໄຊຍະບູລີໄດ້ຈັດພິທີເຜີຍແຜ່, ເຊື່ອມຊຶມນິຕິກໍາຂອງພັກ ແລະ ຜັນຂະຫຍາຍເນື້ອໃນມະຕິກອງປະຊຸມວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວແຂວງໄຊຍະບູລີ ຄັ້ງທີ VIII ໃນວັນທີ 28 ກັນຍາຜ່ານ​ມາທີ່ເມືອງພຽງໂດຍ​ການ​ເປັນ​ປະ​ທານ​ຂອງສະຫາຍ ຄຳພັນ ຄຳພູບົວ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກຳມະການປົກຄອງເມືອງ, ມີບັນດາສະຫາຍ ຮອງເລຂາພັກເມືອງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມຮັບຟັງ.
ເພີ່ມເຕີມ