ເມື່ອບໍ່ດົນມານີ້, ທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດພ້ອມດ້ວຍພາກສ່ວນກ່ຽວຂ້ອງຂັ້ນແຂວງ-ນະຄອນ ໄດ້ເຄື່ອນໄຫວພົບປະໂອ້ລົມພໍ່ແມ່ປະຊາຊົນທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງເສັ້ນທາງເຊື່ອມຕໍ່ຂົວມິດຕະພາບແຫ່ງທີ 2 (ສະຫວັນນະເຂດ-ມຸກດາຫານ) ຫາດ່ານສາກົນສິນຄ້າທ່າບົກສະຫວັນນະເຂດ ຢູ່ບ້ານໜອງເດີ່ນ ນະຄອນໄກສອນ ພົມວິຫານ.
ກອງປະຊຸມໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບສະພາບການຈັດສັນ ແລະ ຊົດເຊີຍຜົນກະທົບໃຫ້ແກ່ປະຊາຊົນຈາກຄະນະຮັບຜິດຊອບ. ຈາກນັ້ນ, ທ່ານ ປະສົງສິນ ຈະເລີນສຸກ ໄດ້ເປີດໂອກາດໃຫ້ປະຊາຊົນໄດ້ ປະກອບຄຳຄິດເຫັນແລກປ່ຽນຊຶ່ງກັນ ແລະ ກັນໃນຈຸດທີ່ປະຊາຊົນມີຄວາມສົນໃຈ ລວມເຖິງບັນຫາທີ່ຂັດຂ້ອງໃຈໃນວຽກງານດັ່ງກ່າວ.
ໂອກາດນີ້, ທ່ານ ປະສົງສິນ ຈະເລີນສຸກ ໄດ້ໃຫ້ກຽດໂອ້ລົມ ພ້ອມເນັ້ນໜັກໃຫ້ພາກສ່ວນກ່ຽວຂ້ອງເອົາ ໃຈໃສ່ເປັນຕົ້ນ ໃຫ້ຄະນະຮັບຜິດຊອບປະສານງານໄກ່ເກ່ຍ, ຊົດເຊີຍຜົນກະທົບ ສືບຕໍ່ຄົ້ນຄວ້າແກ້ໄຂຂໍ້ສະເໜີ ຕ່າງໆຂອງປະຊາຊົນດ້ວຍວິທີການຕ່າງໆທີ່ເໝາະສົມ ບົນພື້ນຖານຮັບປະກັນຄວາມສະຫງົບ ແລະ ຍືນຍົງ ເພື່ອໃຫ້ປະຊາຊົນມີຄວາມອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ແນວທາງຂອງພັກ ແລະ ລັດ, ແກ້ໄຂບັນຫາຢ່າງເປັນທຳ ພ້ອມຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງ ຕະຫຼອດຮອດອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ຕັດສິນໃຈຮ່ວມກັນໃນບັນຫາຕ່າງໆ, ມີການຜ່ອນສັ້ນຜ່ອນຍາວຊຶ່ງກັນ ແລະ ກັນ, ຫຼີກລ່ຽງແນວຄິດປຽບທຽບຊັ່ງຊາ ແລະ ອື່ນໆ. ພ້ອມນັ້ນມອບໃຫ້ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມນະຄອນ ສົມທົບກັບຄະນະຄຸ້ມຄອງເຂດເສດຖະກິດພິເສດ ພ້ອມກັນລົງສຳຫຼວດຄືນທີ່ດິນ ແລະ ເຄື່ອງປູກຕ່າງໆໃນແຕ່ລະຕອນດິນໃຫ້ລະອຽດ ເພື່ອກຳນົດລາຄາຊົດເຊີຍດິນແຕ່ລະປະເພດໃຫ້ເໝາະສົມ.
ຂ່າວ-ພາບ: ສະຫວັນນະເຂດ

ຄໍາເຫັນ