ເມືອງ​ພຽງ ເຊື່ອມ​ຊຶມ ແລະ ຜັນ​ຂະ​ຫຍາຍ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ

ເມືອງ​ພຽງ ເຊື່ອມ​ຊຶມ ແລະ ຜັນ​ຂະ​ຫຍາຍ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ

ເມືອງ​ພຽງ ເຊື່ອມ​ຊຶມ ແລະ ຜັນ​ຂະ​ຫຍາຍ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ
ເມືອງພຽງ ແຂວງໄຊຍະບູລີ ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນຄັ້ງທີ XII ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊຍະບູລີ ຄັ້ງທີ VIII ໃນວັນທິ 10 ມິຖຸນາ 2026 ທີ່ ເມືອງພຽງ ໂດຍການ ເຜີຍແຜ່ເຊື່ອມຊຶມຂອງສະຫາຍ ອາເມ ຊົງເຢ້ຽເລັງ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງໄຊຍະບູລີ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ ແລະ ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເມອງ​ພຽງ ເຊອມ​ຊມ ແລະ ຜນ​ຂະ​ຫຍາຍ​ມະ​ຕ​ກອງ​ປະ​ຊມ​ໃຫຍ​ຂອງ​ພກ - image 1
 

ກອງປະຊຸມໄດ້ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນຄັ້ງທີ XII ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊຍະບູລີ ຄັ້ງທີ VIII ໂດຍສະເພາະແມ່ນຄໍາຂວັນທີ່ວ່າ: “ຍົກສູງບົດບາດການນໍາພາ ທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕ ປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ”. ພ້ອມນັ້ນ ກໍໄດ້ເນັ້ນໜັກເຖິງທິດທາງຄາດໝາຍສູ້ຊົນໃນການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ໂດຍສຸມໃສ່ 7 ຂະແໜງເສດຖະກິດປາຍແຫຼມ ແລະ ວຽກງານຈຸດສຸມໃນ 7 ຂົງເຂດ ແລະ ໄດ້ເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊຍະບູລີ ຄັ້ງທີ VIII ພາຍໃຕ້ຫົວຂໍ້: “ເພີ່ມທະວີຄວາມສາມາດນໍາພາຂອງຄະນະພັກແຕ່ລະຂັ້ນ, ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ຍົກສູງຄຸນນະພາບຊີວິດຂອງປະຊາຊົນ, ສືບຕໍ່ພັດທະນາແຂວງຫຼຸດພົ້ນອອກຈາກຄວາມທຸກຍາກ” ເຊິ່ງໄດ້ກໍານົດ 9 ທິດທາງ, 7 ຄາດໝາຍ ແລະ ວຽກງານຈຸດສຸມ 11 ຂົງເຂດ ເພື່ອນໍາໄປຜັນຂະຫຍາຍພ້ອມທັງໄດ້ຮຽກຮ້ອງໃຫ້ຄະນະພັກ, ຄະນະນໍາ ແລະ ສະມາຊິກພັກ-ພະນັກງານໃນທົ່ວເມືອງພຽງ ຈົ່ງເພີ່ມທະວີຄວາມຮັບຜິດຊອບທາງດ້ານການເມືອງ, ເປັນເຈົ້າການຮ່ວມກັນໃນການຫັນປ່ຽນແນວທາງ, ແຜນນະໂຍບາຍ ແລະ ເປົ້າໝາຍສູ້ຊົນດັ່ງກ່າວ ມາຫັນເປັນແຜນງານ, ໂຄງການອັນລະອຽດ ໃຫ້ແທດເໝາະກັບສະພາບຕົວຈິງຂອງແຕ່ລະທ້ອງຖິ່ນ ຮາກຖານ ເພື່ອສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ , ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບຄວາມເປັນລະນຽບຮຽບຮ້ອຍໃນສັງຄົມ ຍົກສູງຄຸນນະພາບຊີວິດຂອງປະຊາຊົນບັນດາເຜົ່າພາຍໃນເມືອງໃຫ້ດີຂຶ້ນເປັນກ້າວໆ.

ຂ່າວ: ວົງສະຫວັນ ສຸທິໂວຫານ

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ