ໂດຍມີເຈົ້າໜ້າທີ່ຂັ້ນທ້ອງຖິ່ນຈາກຫຼາຍປະເທດໄດ້ເຂົ້າຮ່ວມປຶກສາຫາລືກ່ຽວກັບຫົວຂໍ້ວ່າ: ອົງການປົກຄອງທ້ອງຖິ່ນຈະຮັບມືກັບບັນຫາທີ່ດິນທີ່ຊຸດໂຊມ,ທີ່ດິນກາຍເປັນດິນເຮື້ອ ແລະດິນຊາຍ, ບັນຫາການຂາດເຂີນຊັບພະຍາກອນນ້ຳ ແລະ ບັນຫາອື່ນໆແນວໃດ. ໂດຍເນັ້ນໜັກໃຫ້ຕົວເມືອງແລະຊົນນະບົດປະສານສົມທົບກັນໃນການຊຸກຍູ້ການຄຸ້ມຄອງດູແລທີ່ດິນແບບຍືນຍົງ, ເນັ້ນໜັກເຖິງຄວາມຈຳເປັນໃນການດູແລຮ່ວມກັນ,ແບ່ງປັນຄວາມຮູ້ແລະນຳໃຊ້ແຜນການແກ້ໄຂແບບຍືນຍົງຮ່ວມກັນແລະຮຽກຮ້ອງໃຫ້ສົ່ງເສີມບົດບາດຂອງອົງການປົກຄອງທ້ອງຖິ່ນຕໍ່ຂອບ “ສົນທິສັນຍາກ່ຽວກັບການດູແລປ້ອງກັນທີ່ດິນກາຍເປັນດິນເຮື້ອແລະດິນຊາຍແຫ່ງອົງການສະຫະປະຊາຊາດ”.
ການຄ້າລະຫວ່າງກຳປູເຈຍ ແລະ ອາຊຽນ ເພີ່ມຂຶ້ນຫຼາຍກວ່າ 20%
ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 17 ສິງຫາ ຜ່ານມາວ່າ: ກະຊວງການຄ້າ ຂອງກຳປູເຈຍລາຍງານວ່າ, ມູນຄ່າການຄ້າລະຫວ່າງກຳປູເຈຍ ແລະ ບັນດາປະເທດສະມາຊິກອາຊຽນ ນັບແຕ່ເດືອນມັງກອນ ຫາ ເດືອນກໍລະກົດ 2026 ມີມູນຄ່າທັງໝົດ 11.6 ຕື້ໂດລາ, ເພີ່ມຂຶ້ນ 20.7% ເມື່ອທຽບໃສ່ປີກ່ອນ.
ຄໍາເຫັນ