ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ອໍານວຍຄວາມສະດວກໃຫ້ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ CCM

ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ອໍານວຍຄວາມສະດວກໃຫ້ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ CCM

ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ອໍານວຍຄວາມສະດວກໃຫ້ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ CCM
ເພື່ອເປັນການອໍານວຍຄວາມສະດວກໃນການສັນຈອນໄປ-ມາ ໃຫ້ຜູ້ແທນທີ່ເດີນທາງເຂົ້າຮ່ວມກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (CCM) ທີ່ ສປປ ລາວໄດ້ຮັບກຽດເປັນເຈົ້າພາບຈັດຂຶ້ນໃນລະຫວ່າງວັນທີ 14-18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ(ນວ) ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ຮ່ວມກັບເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ນວ ໄດ້ນໍາກຳລັງລົງປະຈຳການຢູ່ຈຸດຕ່າງໆ ເພື່ອອຳນວຍຄວາມສະດວກໃນການສັນຈອນໄປ-ມາ ໂດຍສະເພາະຢູ່ຈຸດດ້ານໜ້າຫໍປະຊຸມແຫ່ງຊາດ.
ເຈາໜາທຕາຫວດຈະລາຈອນ ອານວຍຄວາມສະດວກໃຫຜແທນທເຂາຮວມກອງປະຊມ CCM - image 1
 

 

 

ທ່ານ ພັທ ຄອນສະຫວັນ ຈັນທະວົງ ຫົວໜ້າພະແນກຈັດກໍາລັງປ້ອງກັນ ແລະ ເປີດທາງ ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນໃນວັນທີ 14 ກັນຍານີ້ວ່າ: ກໍາລັງຕໍາຫຼວດຈະລາຈອນ ໄດ້ບັນຈຸກໍາລັງເຂົ້າປະຈໍາການນັບແຕ່ວັນທີ 11 ກັນຍາເປັນຕົ້ນມາ ເພື່ອເຄື່ອນໄຫວຮັບໃຊ້ແຂກທີ່ເດີນທາງມາເຂົ້າຮ່ວມກອງປະຊຸມ CCM ທີ່ ສປປ ລາວ ຮັບກຽດເປັນເຈົ້າພາບ. ນັບແຕ່ມື້ປະຈໍາການເປັນຕົ້ນມາ ກໍາລັງຕໍາຫຼວດຈະລາຈອນໄດ້ເຄື່ອນໄຫວວຽກງານວິຊາສະເພາະດ້ວຍຄວາມຮັບຜິດຊອບສູງ. ໃນນັ້ນໄດ້ຂັບລົດເປີດທາງໃຫ້ແຂກທີ່ເຂົ້າມາຮ່ວມກອງປະຊຸມ ນັບຕັ້ງແຕ່ສະໜາມບິນສາກົນວັດໄຕ ຫາສະຖານທີ່ພັກເຊົາ, ແຕ່ສະຖານທີ່ພັກເຊົາ ຫາຫໍປະຊຸມແຫ່ງຊາດ.ພ້ອມທັງໄດ້ຈັດກໍາລັງລົງປະຈໍາການຢູ່ບັນດາຈຸດຕ່າງໆ ລະບາຍການສັນຈອນ ເພື່ອອໍານວຍຄວາມສະດວກໃຫ້ຜູ້ແທນ ກໍຄື ແຂກທີ່ເດີນທາງເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ໃຫ້ມີຄວາມສະດວກ ແລະ ເປັນລະບຽບຮຽບຮ້ອຍ ຮັກສາໄດ້ຄວາມສະຫງົບປອດໄພ.ຮຽກຮ້ອງມາຍັງທຸກພາກສ່ວນ ຕະຫຼອດຮອດປະຊາຊົນຈົ່ງອໍານວຍຄວາມສະດວກ, ປະຕິບັດກົດຈະລາຈອນ, ໃຫ້ການຮ່ວມມືກັບເຈົ້າໜ້າທີ່ພ້ອມກັນເປັນເຈົ້າພາບທີ່ດີຮ່ວມກັນເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ດໍາເນີນໄປດ້ວຍຜົນສໍາເລັດອັນຈົບງາມ.

ເຈາໜາທຕາຫວດຈະລາຈອນ ອານວຍຄວາມສະດວກໃຫຜແທນທເຂາຮວມກອງປະຊມ CCM - image 2
 

ໂອກາດນີ້, ທ່ານ ຮອ ແສງທອງ ລາຊະບຸດ ຮອງຫົວໜ້າພະແນກຈັດລະບຽບປ້ອງກັນແລະເປີດທາງ ຍັງໃຫ້ຮູ້ຕື່ມອີກວ່າ: ກຳລັງຕຳຫຼວດຈະລາຈອນທີ່ໄດ້ຮັບມອບໝາຍຮັບໃຊ້ກອງປະຊຸມ CCM ໃນຄັ້ງນີ້ໄດ້ຕັ້ງໜ້າປະຕິບັດໜ້າທີ່ການເມືອງຂອງຕົນດ້ວຍຄວາມຮັບຜິດຊອບສູງ ນັບແຕ່ວັນທີ 11 ເປັນຕົ້ນມາ ໄດ້ນຳພາອ້າຍນ້ອງເປີດທາງໃຫ້ແຂກແຕ່ສະໜາມບິນສາກົນວັດໄຕເຖິງທີ່ພັກໂຮງແຮມ, ເຖິງແມ່ນວ່າຈະມີຄວາມຫຍຸ້ງຍາກ, ລົດອັ່ງອໍຕາມເສັ້ນທາງສາຍຕ່າງໆ ແຕ່ກໍສາມາດນຳພາແຂກໄປເຖິງກອງປະຊຸມທັນຕາມກຳນົດເວລາ.

ເຈາໜາທຕາຫວດຈະລາຈອນ ອານວຍຄວາມສະດວກໃຫຜແທນທເຂາຮວມກອງປະຊມ CCM - image 3
 

(ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ອພສ ແຂວງຄໍາມ່ວນເປັນເຈົ້າພາບຈັດຝຶກອົບຮົມການບໍລິຫານຫ້ອງການ

ອພສ ແຂວງຄໍາມ່ວນເປັນເຈົ້າພາບຈັດຝຶກອົບຮົມການບໍລິຫານຫ້ອງການ

ຫ້ອງການບໍລິຫານງານ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ຮ່ວມກັບ ອົງການພຸດທະສາສະໜາສັມພັນລາວ ( ອພສ ) ແຂວງຄໍາມ່ວນ ໄດ້ຈັດຝຶກອົບຮົມວຽກງານຄຸ້ມຄອງເອກະສານຂຶ້ນລະຫວ່າງວັນທີ 14 – 18 ກັນຍາ 2026 ຢູ່ທີ່ສະໂມສອນ ຫ້ອງວ່າການປົກຄອງເມືອງທ່າແຂກ , ໂດຍການເປັນປະທານ ພະອາຈານ ອະທິປະໄຕ ໄມຕີຈິດ ຮອງປະທານສູນກາງອົງການພຸດທະສາສະໜາສັມພັນລາວ ທັງເປັນຫົວໜ້າຫ້ອງການບໍລິຫານງານ ສູນກາງອົງການພຸດທະສາສະໜາສັມພັນລາວ, ພະອາຈານ ວັນເພັນ ໄຊຍະສອນ ປະທານ ອພສ ແຂວງຄໍາມ່ວນ,ທ່ານ ແກ້ວວິໄລ ໄຊຍະບຸດ ຄະນະປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງ , ທ່ານ ລາຕີ ພິມມະຈັກ ຮອງຫົວໜ້າກົມເອກະສານແຫ່ງຊາດ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ມີຄະນະ ອພສ ແຂວງບໍລິໄຊ, ແຂວງວຽງຈັນ, ແຂວງໄຊສົມບູນ, ຄະນະບໍລິຫານງານ ອພສ ແຂວງຄໍາມ່ວນ , ຄະນະ ອພສ ເມືອງ 10 ຕົວເມືອງ, ຕາງໜ້າພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ .
ຜູ້ອຸທິດຕົນຮັບໃຊ້ສັງຄົມ ໃນວຽກງານເກັບກູ້ລະເບີດບໍ່ທັນແຕກ

ຜູ້ອຸທິດຕົນຮັບໃຊ້ສັງຄົມ ໃນວຽກງານເກັບກູ້ລະເບີດບໍ່ທັນແຕກ

​ ວຽກງານເກັບກູ້ລະເບີດບໍ່ທັນແຕກ (UXO) ເປັນວຽກງານໜຶ່ງທີ່ມີບົດບາດຄວາມສຳຄັນ ເຕັມໄປດ້ວຍຄວາມສ່ຽງ ແລະ ຄວາມທ້າທາຍ ແຕ່ທ່ານ ນາງ ເພັງຈັນ ສີປະເສີດ ພະນັກງານແພດສະໜາມປະຈຳໜ່ວຍງານ AC1 ໄດ້ອຸທິດຕົນປະຕິບັດໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບສູງ ນັບແຕ່ປີ 1999 ເປັນຕົ້ນມາຈົນເຖິງປັດຈຸບັນ ເພື່ອຄວາມປອດໄພຊີວິດການເປັນຂອງຢູ່ປະຊາຊົນພາຍໃນແຂວງຫຼວງພະບາງ.
ລາວ ມີຄວາມມຸ່ງຫວັງອັນແຮງກ້າ ຢາກໃຫ້ປະຊາຄົມໂລກຮ່ວມມືກັນ

ລາວ ມີຄວາມມຸ່ງຫວັງອັນແຮງກ້າ ຢາກໃຫ້ປະຊາຄົມໂລກຮ່ວມມືກັນ

​ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ໃນວັນທີ 13 ກັນຍາຜ່ານມາ ທີ່ສະໜາມເກັບກູ້ລະເບີດ ບ້ານພິກໃຫຍ່ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ຊຶ່ງມີຄໍາຖາມວ່າ: ການຈັດກອງປະຊຸມຄັ້ງນີ້, ທາງການລາວຢາກຝາກຄຳຮຽກຮ້ອງຫຍັງສູ່ປະຊາຄົມໂລກ?.
ກະລຶມ ເອົາ​ໃຈ​ໃສ່ ສົ່ງເສີມການຜະລິດ ແລະ ຟື້ນຟູຜົນປະທົບຈາກໄພພິບັດ

ກະລຶມ ເອົາ​ໃຈ​ໃສ່ ສົ່ງເສີມການຜະລິດ ແລະ ຟື້ນຟູຜົນປະທົບຈາກໄພພິບັດ

ໃນໄລຍະຜ່ານມາ, ເມືອງກະລຶມ ໄດ້ສຸມໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໂດຍຖືເອົາການຊຸກຍູ້ສົ່ງເສີມການຜະລິດກະສິກໍາ (ປູກຝັງ-ລ້ຽງສັດ) ຕິດພັນກັບການປັບປຸງ, ຟື້ນຟູ ແລະ ກໍ່ສ້າງພື້ນຖານໂຄງລ່າງ ເປັນຕົ້ນ, ເສັ້ນທາງຄົມມະນາຄົມ, ລະບົບນໍ້າປະປາຊຸມຊົນ ແລະ ລະບົບຊົນລະປະທານ ທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທໍາມະຊາດ ເພື່ອສ້າງເງື່ອນໄຂອໍານວຍຄວາມສະດວກການດໍາລົງຊີວິດ ຂອງປະຊາຊົນໃຫ້ດີຂຶ້ນ.
ເລຂາພັກແຂວງຄໍາມ່ວນ ໂອ້ລົມ ຄະນະກຳມະການປົກຄອງ 44 ຕາແສງທົ່ວແຂວງ

ເລຂາພັກແຂວງຄໍາມ່ວນ ໂອ້ລົມ ຄະນະກຳມະການປົກຄອງ 44 ຕາແສງທົ່ວແຂວງ

ສະ​ຫາຍ ໄຊຊະນະ ໂຄດພູທອນ ເລຂາພັກແຂວງຄໍາມ່ວນ ໄດ້ມີຄຳເຫັນໂອ້ລົມ ຕໍ່ຄະນະກຳມະການປົກຄອງ44 ຕາແສງທົ່ວແຂວງຄໍາມ່ວນ, ໃນ​ວັນ​ທີ 14 ກັນ​ຍາ​ນີ້ ທີ່ ສະ​ໂມ​ສອນຫຼັກ 4 ໂດຍມີສະ​ຫາຍ ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ, ມີການນໍາຂອງແຂວງ, ການນໍາຂອງເມືອງ ແລະ ຄະນະກຳປະການປົກຄອງຕາແສງໃນທົ່ວແຂວງເຂົ້າຮ່ວມ.
ແຂວງວຽງຈັນສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ

ແຂວງວຽງຈັນສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ (2021-2025) ແລະ ກຳນົດທິດທາງ 5 ປີ (2026-2030) ທົ່ວແຂວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 14-15 ກັນຍາ 2026 ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງວຽງຈັນ, ມີບັນດາສະຫາຍຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາ,ຮອງເລຂາພັກເມືອງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ສສຍລ ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025

ສສຍລ ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025

ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ໃຫ້ໜ່ວຍພັກຮາກຖານກົງຈັກຊ່ວຍວຽກຂອງ ສສຍລ ໃນວັນທີ 8 ກັນຍາຜ່ານມາ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານຄະນະບໍລິຫານງານ ສສຍລ; ມີຄະນະບໍລິຫານງານພັກ, ຄະນະໜ່ວຍພັກຮາກຖານຫ້ອງການ, ກົມ, ສູນ, ຫ້ອງການ ຄຊກມດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
24 ປີ ສະຫະພັນນັກຮົບເກົ່າ ແຂວງອັດຕະປື ສືບສານມູນເຊື້ອ ແລະ ສ້າງຄວາມເຂັ້ມແຂງສູ່ອະນາຄົດ

24 ປີ ສະຫະພັນນັກຮົບເກົ່າ ແຂວງອັດຕະປື ສືບສານມູນເຊື້ອ ແລະ ສ້າງຄວາມເຂັ້ມແຂງສູ່ອະນາຄົດ

ສະຫະພັນນັກຮົບເກົ່າແຂວງອັດຕະປື ຢືນຢັນຈະສືບຕໍ່ເສີມຂະຫຍາຍມູນເຊື້ອ ແລະ ທາດແທ້ອັນດີງາມຂອງນັກຮົບເກົ່າແຫ່ງຊາດລາວ, ສ້າງຄວາມເຂັ້ມແຂງໃຫ້ແກ່ອົງການ, ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງສະມາຊິກ ແລະ ປຸກລະດົມຖັນແຖວນັກຮົບເກົ່າ ເຂົ້າຮ່ວມພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ.
ຊາວໜຸ່ມແຂວງອຸດົມໄຊ ມອບເຄື່ອງ ບັນເທົາທຸກຊ່ວຍປະຊາຊົນປະສົບໄພນ້ຳຖ້ວມ

ຊາວໜຸ່ມແຂວງອຸດົມໄຊ ມອບເຄື່ອງ ບັນເທົາທຸກຊ່ວຍປະຊາຊົນປະສົບໄພນ້ຳຖ້ວມ

ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ແຂວງອຸດົມໄຊ ນຳໂດຍ ສະຫາຍ ບຸນມີ ສຳລີບູນ ຮັກສາການເລຂາ ພ້ອມຄະນະທີມງານ ໄດ້ລົງມອບເຄື່ອງອຸປະໂພກ-ບໍລິໂພກ ໃຫ້ປະຊາຊົນ 3 ບ້ານ ຄື: ບ້ານຫ້ວຍລາ, ກອນຄຳ ແລະ ທ່າກາດ, ເມືອງແບງ ແຂວງອຸດົມໄຊ ທີ່ປະສົບໄພພິບັດທຳມະຊາດຈາກນ້ຳຫ້ວຍໄຫຼຊຸ ໃນວັນທີ 8 ກັນຍາ 2026, ຊຶ່ງສາເຫດຈາກຝົນຕົກໜັກຕໍ່ເນື່ອງໃນໄລຍະເດືອນສິງຫາ ຜ່ານມາ ເຮັດໃຫ້ນ້ຳປ່າໄຫຼຊຸຮຸນແຮງ ສົ່ງຜົນກະທົບຕໍ່ຫຼາຍຄອບຄົວ, ເຮັດໃຫ້ດິນເຊາະເຈື່ອນ, ເນື້ອທີ່ນາ ແລະ ສວນກະສິກຳເສຍຫາຍ, ເຮືອນບາງຫຼັງເສຍຫາຍ, ເຄື່ອງຊ່ວຍເຫຼືອທີ່ນຳມາມອບ ປະກອບມີ: ເຄື່ອງນອນ, ເຄື່ອງໃຊ້ຄົວເຮືອນ, ປ່ອງປາ, ເກືອ, ສະບູຝຸ່ນ, ສະບູອາບນໍ້າ ແລະ ສິ່ງຂອງຈຳເປັນອື່ນໆ ລວມມູນຄ່າ 38 ລ້ານກີບ, ຕາງໜ້າຮັບໂດຍ ຄະນະນຳຂອງເມືອງ, ຄະນະບ້ານ ແລະ ປະຊາຊົນຜູ້ປະສົບໄພ.
ບຸນຊ່ວງເຮືອປະເພນີທີ່ ນະຄອນ ຫຼວງພະບາງ ປີນີ້ຄືກຄື້ນຫຼາຍ ມີສີພາຍ ແລະເຮືອຊ່ວງ ຫຼາຍທ້ອງຖິ່ນເຂົ້າຮ່ວມ 27 ລໍາ

ບຸນຊ່ວງເຮືອປະເພນີທີ່ ນະຄອນ ຫຼວງພະບາງ ປີນີ້ຄືກຄື້ນຫຼາຍ ມີສີພາຍ ແລະເຮືອຊ່ວງ ຫຼາຍທ້ອງຖິ່ນເຂົ້າຮ່ວມ 27 ລໍາ

ວັນທີ່ 11 ກັນຍາ 2026 ນີ້ ທີ່ນະຄອນ ຫຼວງພະບາງ ເມືອງມໍລະດົກໂລກ ໄດ້ຈັດງານບຸນຊ່ວງເຮືອປະເພນີ ໂອກາດບຸນຫໍ່ເຂົ້າປະດັບດີນ ປະຈໍາປີ ພສ 2569 ຄສ 2026, ໂດຍມີ ພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະ ເລຂາທິການສູນກາງພັກ, ພ້ອມດ້ວຍການນຳ-ອະດີດການນຳຂັ້ນສູນກາງ, ຂັ້ນແຂວງ, ນະຄອນ-ເມືອງ, ແຂກຮັບເຊີນ, ຕະຫຼອດຮອດມວນຊົນທັງພາຍໃນ ແລະຕ່າງປະເທດ ຮ່ວມຊົມ ຮ່ວມເຊຍ ຕາມແຄມຝັ່ງນ້ຳຄານ ຢ່າງຄຶກຄື້ນ-ມ່ວນຊື່ນ.
ເພີ່ມເຕີມ