ຂ່າວສານຊີອາໄອລາຍງານ ໃນທ້າຍອາທິດຜ່ານມາວ່າ: ກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ ກ່ຽວກັບແຜນການປັບປຸງພາສີປີ 2024 ທີ່ຈີນເຜີຍແຜ່ໃນໄລຍະຫຼ້າສຸດ, ທ່ານນາງ ເໝົານິງ ໂຄສົກກະຊວງການຕ່າງປະເທດຈີນ ກ່າວວ່າ: ຈີນໄດ້ເຜີຍແຜ່ ແລະ ປະຕິບັດແຜນການປັບປຸງພາສີປີ 2024, ຕັ້ງໜ້າຊຸກຍູ້ການຄ້າເສລີ, ປັບປຸງສະພາບແວດລ້ອມດ້ານການພັດທະນາການຄ້າກັບຕ່າງປະເທດ ຊຶ່ງສ່ອງແສງໃຫ້ເຫັນເຖິງຄວາມຮັບຜິດຊອບຂອງຈີນໃນຖານະເປັນປະເທດໃຫຍ່ທີ່ແບ່ງປັນຜົນປະໂຫຍດດ້ານການພັດທະນາກັບບັນດາປະເທດຢູ່ໃນໂລກ. ນັບແຕ່ເຂົ້າເປັນສະມາຊິກອົງການການຄ້າໂລກເປັນຕົ້ນມາ, ຈີນບໍ່ພຽງແຕ່ໄດ້ປະຕິບັດຕາມຄຳໝັ້ນສັນຍາໃນເວລາເຂົ້າຮ່ວມອົງການການຄ້າໂລກເທົ່ານັ້ນ, ຍັງໄດ້ປັບຫຼຸດລະດັບພາສີລົງເປັນ 7,3% ໃນປີ 2023, ລະດັບການຄ້າເສລີ ແລະ ການເປີດປະຕູສູ່ພາຍນອກໄດ້ຍົກສູງຂຶ້ນເລື້ອຍໆ. ເມື່ອປະເຊີນກັບຄວາມສ່ຽງ ແລະ ສິ່ງທ້າທາຍແຫ່ງລັດທິປົກປ້ອງການຄ້າ ແລະ ລັດທິຝ່າຍດຽວ, ຈີນຈະສືບຕໍ່ຊຸກຍູ້ການເປີດປະຕູສູ່ພາຍນອກໃນລະດັບສູງຢ່າງເດັດດ່ຽວ, ສົ່ງເສີມເສດຖະກິດໂລກາພິວັດແບບມີຜົນປະໂຫຍດທົ່ວໄປ ແລະ ກວມລວມ, ຮ່ວມກັບຝ່າຍຕ່າງໆປົກປັກຮັກສາການຄ້າເສລີ ແລະ ລະບຽບການຄ້າຫຼາຍຝ່າຍ, ເພີ່ມພະລັງຊີວິດຊີວາໃຫ້ເສດຖະກິດໂລກ.
ນາຍົກລັດຖະມົນຕີ ຫວຽດນາມ ພົບປະເຈລະຈາກັບນາຍົກລັດຖະມົນຕີ ຈີນ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 24 ມິຖຸນາ ຜ່ານມາ, ເນື່ອງໃນໂອກາດທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມກອງປະຊຸມ WEF ທຽນຊີນ ແລະ ເຮັດວຽກຢູ່ ຈີນ, ທ່ານ ຟ້າມມິງຈິງ ໄດ້ມີການພົບປະກັບທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນ. ໃນການພົບປະ, ນາຍົກລັດຖະມົນຕີສອງທ່ານເຫັນດີຕີລາຄາການພົວພັນລະຫວ່າງສອງພັກ, ສອງລັດ ທີ່ໄດ້ມີບັນດາບາດກ້າວຫັນປ່ຽນຢ່າງແຮງ, ແທດຈິງ ດ້ວຍຈຸດເດັ່ນທີ່ຕັ້ງໜ້າຫຼາຍຢ່າງ ເຊັ່ນ: ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງໄດ້ຮັບການປັບປຸງ, ມີຫຼາຍກົນໄກຮ່ວມມືໃໝ່ໄດ້ຮັບການສ້າງຕັ້ງຂຶ້ນ, ການຮ່ວມມືດ້ານເສດຖະກິດ - ການຄ້າ, ການລົງທຶນ, ການທ່ອງທ່ຽວຮັກສາທ່ວງທ່າເຕີບໂຕ; ການຮ່ວມມືໃນການສ້າງເສັ້ນທາງລົດໄຟ, ການບິນກໍໄດ້ຮັບການຍູ້ແຮງເຊັ່ນດຽວກັນ.
ຄໍາເຫັນ