ຂ່າວສານຊີອາໄອລາຍງານ ໃນວັນທີ 16 ກໍລະກົດ ຜ່ານມາ, ກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຈີນໄດ້ເປີດເຜີຍໂຕເລກສະຖິຕິຫຼ້າສຸດຂອງອຸດສາຫະກຳການຜະລິດເຮືອກຳປັ່ນຂອງຈີນໃນ 6 ເດືອນຕົ້ນປີຜ່ານມາ ສະແດງໃຫ້ເຫັນວ່າ: ເຈົ້າຂອງກຳປັ່ນຕ່າງປະເທດ ໄດ້ສັ່ງຈອງໃຫ້ຜະລິດເຮືອກຳປັ່ນນຳໂຮງງານເຮືອກຳປັ່ນຈີນນັບມື້ນັບຫຼາຍຂຶ້ນ, ໃນໃບສັ່ງຈອງໃຫ້ຜະລິດເຮືອກຳປັ່ນໃໝ່ ແຕ່ລະ 10 ໃບໃນທົ່ວໂລກນັ້ນ ກໍມີຫຼາຍກວ່າ 70% ໄດ້ເຂົ້າສູ່ຈີນ. ມູນຄ່າການສົ່ງອອກຂອງການຜະລິດເຮືອກຳປັ່ນຈີນໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ.
ທ່ານນາງເຜີງລີ້ຢວນແລະມະເຫສີແອັດສະປາຍຢ້ຽມຢາມສູນບໍລິການຄົນພິການ
ຂ່າວສານຊີອາໄອລາຍງານວ່າ: ໃນເຊົ້າວັນທີ 12 ພະຈິກນີ້, ທ່ານນາງເຜີງລີ້ຢວນພັນລະຍາຂອງທ່ານສີຈິ້ນຜິງປະທານປະເທດຈີນແລະທ່ານນາງເລຕິເຊຍມະເຫສີແອັດສະປາຍທີ່ເດີນທາງຮ່ວມກັບເຈົ້າຊີວິດເຟລິເປ 6 ຂອງແອັດສະປາຍ ມາຢ້ຽມຢາມຈີນທາງລັດຖະກິດນັ້ນໄດ້ໄປຢ້ຽມຢາມສູນບໍລິການຄົນພິການນະຄອນຫຼວງປັກກິ່ງ.
ຄໍາເຫັນ