ໃນໂອກາດດັ່ງກ່າວ, ທ່ານ ເຫີລີ້ເຟີງ ໄດ້ຢືນຢັນວ່າ: ພາຍໃຕ້ສະພາບການໃນປັດຈຸບັນນີ້, ການພົບປະເຈລະຈາເທື່ອນີ້ໄດ້ຮັບຄວາມສົນໃຈໃນລະດັບສູງຈາກປະຊາຄົມໂລກ. ການພົບປະເຈລະຈາຂັ້ນສູງດ້ານເສດຖະກິດ-ການຄ້າລະຫວ່າງຈີນ-ອາເມຣິກາ ໄດ້ດໍາເນີນໄປຢ່າງກົງໄປກົງມາ, ເລິກເຊິ່ງ ແລະ ມີລັກສະນະສ້າງສັນ, ໂດຍໄດ້ບັນລຸຄວາມເຫັນທີ່ເປັນເອກະພາບອັນສໍາຄັນຮ່ວມກັນ ທັງໄດ້ຮັບຄວາມຄືບໜ້າທີ່ແທ້ຈິງ. ສອງຝ່າຍເຫັນດີເປັນເອກະພາບສ້າງຕັ້ງກົນໄກປຶກສາຫາລືດ້ານເສດຖະກິດ-ການຄ້າລະຫວ່າງຈີນ-ອາເມຣິກາ ຊຶ່ງໄດ້ສ້າງພື້ນຖານ ແລະ ເງື່ອນໄຂໃຫ້ແກ່ການແກ້ໄຂຄວາມເຫັນທີ່ຍັງຂັດແຍ້ງກັນ ກໍຄືການລົງເລິກການຮ່ວມມືຕື່ມອີກ.
ງານວາງສະແດງສິນຄ້າຈີນ - ອາຊີໃຕ້ ຄັ້ງທີ 10 ມີຜູ້ເຂົ້າຮ່ວມຫຼາຍກວ່າ 60 ປະເທດ
ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 11 ມິຖຸນາ ຜ່ານມາ, ງານວາງສະແດງສິນຄ້າຈີນ-ອາຊີໃຕ້ ຄັ້ງທີ 10 ໄດ້ເປີດຂຶ້ນຢູ່ ນະຄອນຄຸນມິງ ແຂວງຢຸນນານຈີນ. ງານຄັ້ງນີ້ໄດ້ດຶງດູດຜູ້ເຂົ້າຮ່ວມຈາກຫຼາຍກວ່າ 60 ປະເທດ, ເຂດແຄວ້ນ ແລະ ອົງການຈັດຕັ້ງສາກົນ, ທັງຂະໜາດການຈັດງານ ແລະ ລະດັບສາກົນ ລ້ວນແຕ່ໄດ້ສ້າງສະຖິຕິສູງສຸດໃໝ່, ກວມເອົາທຸກປະເທດໃນອາຊີໃຕ້, ມີວິສາຫະກິດຈາກປະເທດໃນອາຊີໃຕ້ປະມານ 560 ແຫ່ງເຂົ້າຮ່ວມວາງສະແດງ, ພ້ອມທັງຮວມເອົາວິສາຫະກິດຊັ້ນນຳເກືອບ 100 ແຫ່ງ ທັງພາຍໃນ ແລະ ຕ່າງປະເທດ ແລະ ຜູ້ຊື້ຫຼາຍກວ່າ 1,500 ຄົນ.
ຄໍາເຫັນ