ສອງຝ່າຍໄດ້ລົງນາມ “ແຜນການຮ່ວມມືລະຫວ່າງສາທາລະນະລັດປະຊາຊົນຈີນ ກັບ ສາທາລະນະລັດໂກລົມບີ ກ່ຽວກັບການຮ່ວມກັນຊຸກຍູ້ແລວເສດຖະກິດເສັ້ນທາງສາຍໄໝ ແລະ ເສັ້ນທາງສາຍໄໝທາງທະເລສະຕະວັດທີ 21” ແລະ “ບົດບັນທຶກຄວາມເຂົ້າໃຈລະຫວ່າງຄະນະກຳມະການພັດທະນາແລະ ປະຕິຮູບແຫ່ງຊາດສາທາລະນະລັດປະຊາຊົນຈີນ ກັບ ກະຊວງການຄ້າ, ອຸດສາຫະກຳ ແລະ ທ່ອງທ່ຽວສາທາລະນະລັດໂກລົມບີ ກ່ຽວກັບການແລກປ່ຽນ ແລະ ການຮ່ວມມືໃນຂົງເຂດການພັດທະນາເສດຖະກິດ” ເພື່ອຊຸກຍູ້ການຮ່ວມມືທີ່ຕິດແທດຕົວຈິງໃນຂົງເຂດຕ່າງໆໃຫ້ບັນລຸຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ພາຍໃຕ້ແຜນການຮ່ວມມືເພື່ອຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”.
ຄໍາເຫັນ