ອາຊຽນຮ່ວມມືກັນສ້າງອະນາຄົດແບບສີຂຽວ

ຈິນ ແລະອາຊຽນຮ່ວມມືກັນສ້າງອະນາຄົດແບບສີຂຽວ

ຈິນ ແລະອາຊຽນຮ່ວມມືກັນສ້າງອະນາຄົດແບບສີຂຽວ
ໂດຍ: ຊີອາໄອ ລະດັບການພັດທະນາພະລັງງານສະອາດຂອງຈີນແມ່ນຢູ່ໃນອັນດັບນຳໜ້າຂອງໂລກແລະມີທ່າແຮງໃນດ້ານເຕັກນິກ,

 ອຸປະກອນແລະຕົ້ນທຶນໃນການພັດທະນາພະລັງງານສີຂຽວ. ຄຽງຄູ່ກັບຂອບເຂດ ແລະຄວາມເລິກຂອງການຮ່ວມມືດ້ານພະລັງງານສະອາດໄດ້ຂະຫຍາຍກວ້າງອອກຢ່າງບໍ່ຢຸດຢັ້ງ, ວິສາຫະກິດຈີນໄດ້ເຂົ້າຮ່ວມຂະບວນການພັດທະນາພະລັງງານສະອາດຂອງປະເທດສະມາຊິກອາຊຽນນັບມື້ນັບຫຼາຍຂຶ້ນ. ໂດຍສະເພາະນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ໂຄງການຮ່ວມມືດ້ານພະລັງງານສະອາດລະຫວ່າງຈີນກັບປະເທດສະມາຊິກອາຊຽນໄດ້ປາກົດມີຈຸດເດັ່ນຢ່າງຫຼວງຫຼາຍ.

ກ່ອນໜ້ານີ້ບໍ່ດົນ, ໂຄງການເຊື່ອມຕໍ່ພະລັງງານສະອາດພາກເໜືອ ສປປລາວໄລຍະ 1 ຂອງໂຄງການໄຟຟ້າພະລັງງານແສງຕາເວັນກຳລັງຕິດຕັ້ງ 1000 MW ຢູ່ແຂວງອຸດົມໄຊຂອງບໍລິສັດ CGN ຂອງຈີນໄດ້ລົງມືກໍ່ສ້າງຢ່າງເປັນທາງການ. ໂຄງການດັ່ງກ່າວເປັນໂຄງການໄຟຟ້າພະລັງງານແສງຕາເວັນຂະໜາດໃຫຍ່ໂຄງການທຳອິດຂອງລາວໂດຍມີບໍລິສັດ CGN ຂອງຈີນຮ່ວມມືກັບວິສາຫະກິດລາວແລະ ຈີນຫຼາຍກວ່າ 70 ແຫ່ງຮ່ວມມືກັນກໍ່ສ້າງ. ໂຄງການດັ່ງກ່າວຕັ້ງຢູ່ແຂວງອຸດົມໄຊ, ແຂວງຫຼວງນ້ຳທາແລະແຂວງຜົ້ງສາລີຂອງລາວ ໂດຍມີແຜນຈະສ້າງເປັນໂຄງການພະລັງງານສະອາດທີ່ມີພະລັງງານລົມ, ພະລັງງານແສງຕາເວັນ, ພະລັງງານຊີວະພາບແລະອື່ນໆປະສົມປະສານກັນ. ພາຍຫຼັງສ້າງສຳເລັດແລະເປີດນຳໃຊ້ແລ້ວ ຄາດວ່າປະລິມານການຜະລິດໄຟຟ້າສະເລ່ຍຕໍ່ປີຈະມີເຖິງປະມານ 1,7 ຕື້ກິໂລວັດໂມງ, ສາມາດຕອບສະໜອງຄວາມຕ້ອງການໃຊ້ໄຟຟ້າຂອງ 10 ລ້ານຄອບຄົວ. ການນຳໃຊ້ພະລັງງານສະອາດດັ່ງກ່າວເທົ່າກັບການປະຢັດຖ່ານຫີນມາດຕະຖານປະມານ 5 ແສນ 1 ໝື່ນໂຕນແລະຫຼຸດການປ່ອຍກາກບອນ 1 ລ້ານ 4 ແສນໂຕນ. ໂຄງການດັ່ງກ່າວມີຜົນດີຕໍ່ການຫັນປ່ຽນຮູບແບບພະລັງງານແລະການຍົກລະດັບຕ່ອງໂສ້ອຸດສາຫະກຳຂອງລາວແລະຊ່ວຍປະເທດລາວບັນລຸຄວາມຫວັງທີ່ຢາກສ້າງເປັນ “ໝໍ້ໄຟອາຊີຕາເວັນອອກສ່ຽງໃຕ້”.

ຢູ່ປະເທດໄທ, ໂຮງງານຜະລິດໄຟຟ້າດ້ວຍພະລັງງານແສງຕາເວັນໜ້ານ້ຳ ແຂວງຂອນແກ່ນທີ່ຮັບເໝົາກໍ່ສ້າງໂດຍຈີນໄດ້ເລີ່ມຜະລິດໄຟຟ້າໃນເດືອນມີນາປີນີ້, ກຳລັງຕິດຕັ້ງມີເຖິງ 31,2 MW, ເປັນໂຄງການຜະລິດໄຟຟ້າແບບຢ່າງໂຄງການທຳອິດຂອງອົງການພະລັງງານໄຟຟ້າໄທທີ່ມີໄຟຟ້າພະລັງງານແສງຕາເວັນໜ້ານ້ຳ, ໄຟຟ້ານ້ຳຕົກສະອາດ, ລະບົບສະສົມພະລັງງານທີ່ມີປະສິດທິພາບສູງແລະລະບົບຄຸ້ມຄອງພະລັງງານແບບອັດຕະໂນມັດລວມເຂົ້າກັນ. ຕາມຂ່າວລາຍງານວ່າ: ໂຄງການດັ່ງກ່າວໄດ້ຊຸກຍູ້ການພັດທະນາຂອງຕ່ອງໂສ້ອຸດສາຫະກຳທີ່ກ່ຽວຂ້ອງຂອງທ້ອງຖິ່ນ ພ້ອມທັງໄດ້ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນທ້ອງຖິ່ນ.

ຢູ່ອິນໂດເນເຊຍ, ໂຄງການໄຟຟ້າພະລັງງານແສງຕາເວັນ 100MW ທີ່ກາຣາວັງ ທີ່ເປັນໂຄງການໄຟຟ້າແສງຕາເວັນທາງບົກທີ່ມີຂະໜາດໃຫຍ່ທີ່ສຸດຂອງອິນໂດເນເຊຍທີ່ຮັບເໝົາກໍ່ສ້າງໂດຍວິສາຫະກິດຂອງຈີນນັ້ນໄດ້ມອບໃຫ້ນຳໃຊ້ຢ່າງເປັນທາງການໃນເດືອນສິງຫາປີນີ້. ໂຄງການນີ້ຕັ້ງຢູ່ແຂວງຈາວາຕາເວັນຕົກຂອງອິນໂດເນເຊຍ, ແຕ່ລະປີສາມາດສະໜອງພະລັງງານໄຟຟ້າສະອາດເຖິງ 150 ລ້ານກິໂລວັດໂມງ, ສາມາດຕອບສະໜອງຄວາມຕ້ອງການໃຊ້ໄຟຟ້າຂອງ 112.000 ຄອບຄົວ, ຫຼຸດການປ່ອຍກາກບອນປະມານ 114.700 ໂຕນຊຶ່ງໄດ້ຫຼຸດຕົ້ນທຶນພະລັງງານໄຟຟ້າຂອງທ້ອງຖິ່ນ. ນອກນີ້, ໂຄງການດັ່ງກ່າວຍັງໄດ້ສ້າງວຽກເຮັດງານທຳຫຼາຍກວ່າພັນຕຳແໜ່ງໃຫ້ແກ່ປະຊາຊົນທ້ອງຖິ່ນ ແລະໄດ້ບຳລຸງສ້າງກຳມະກອນມືອາຊີບຢ່າງຫຼວງຫຼາຍ.

ການລົງເລິກການຮ່ວມມືດ້ານພະລັງງານສະອາດ ໄດ້ກາຍເປັນຄວາມເຫັນທີ່ເປັນເອກະພາບກັນລະຫວ່າງຈີນກັບປະເທດສະມາຊິກອາຊຽນ. ອີງຕາມຂໍ້ມູນສະແດງໃຫ້ເຫັນວ່າ: ໃນລະຫວ່າງປີ 2000 ຫາປີ2020, ການລົງທຶນສາທາລະນະຂອງຈີນຕໍ່ໂຄງການພະລັງງານໝູນວຽນຂອງອາຊຽນ ໄດ້ກວມເອົາ 60% ຂອງຍອດການລົງທຶນສາທາລະນະຈາກຕ່າງປະເທດທີ່ອາຊຽນໄດ້ຮັບ. ສ່ວນໂຄງການຮ່ວມມືຕ່າງໆລະຫວ່າງຈີນກັບປະເທດສະມາຊິກອາຊຽນໃນດ້ານພະລັງງານສະອາດກໍໄດ້ປະສົບຜົນສຳເລັດແລ້ວ, ໂຄງການສະສົມພະລັງງານເກາະຈູຣອງ (Jurong Island) ສິງກະໂປ, ໂຄງການໄຟຟ້າພະລັງງານແສງຕາເວັນໜ້ານ້ຳເຂື່ອນສິຣິນທອນຂອງໄທແລະໂຄງການອື່ນໆ ໄດ້ກາຍເປັນສັນຍາລັກແຫ່ງການຮ່ວມມືລະຫວ່າງຈີນກັບອາຊຽນໃນດ້ານພະລັງງານສະອາດ.

ໃນອະນາຄົດ, ຈີນແລະ ບັນດາປະເທດສະມາຊິກອາຊຽນຍັງຈະສືບຕໍ່ລົງເລິກການຮ່ວມມືດ້ານພະລັງງານສະອາດ, ຊຸກຍູ້ການຫັນປ່ຽນຮູບແບບພະລັງງານແລະການພັດທະນາແບບຍືນຍົງ, ຮ່ວມມືກັນເດີນຕາມທິດທາງສີຂຽວ, ກາກບອນຕ່ຳ ແລະມີຄຸນນະພາບສູງກວ່າເກົ່າ.

ຄໍາເຫັນ

ຂ່າວຕ່າງປະເທດ

ການໃຊ້ຈ່າຍຜ່ານບັດຂອງອັງກິດຫຼຸດລົງເປັນຄັ້ງທຳອິດໃນຮອບ 5 ປີ

ການໃຊ້ຈ່າຍຜ່ານບັດຂອງອັງກິດຫຼຸດລົງເປັນຄັ້ງທຳອິດໃນຮອບ 5 ປີ

ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ທັນວາ ຜ່ານມາວ່າ: ຂໍ້ມູນຈາກທະນາຄານ Barclays ຊີ້ໃຫ້ເຫັນວ່າ, ການໃຊ້ຈ່າຍຜ່ານບັດເດບິດ ແລະ ບັດເຄຣດິດຂອງຜູ້ຊື້ສິນຄ້າຊາວອັງກິດໃນປີ 2025 ຫຼຸດລົງເປັນຄັ້ງທຳອິດນັບຕັ້ງແຕ່ການລະບາດຂອງ ໂຄວິດ-19. ເຖິງຢ່າງໃດກໍຕາມ, ຊາວອັງກິດຍັງຄົງເຕັມໃຈທີ່ຈະໃຫ້ຄວາມສຸກຕົນເອງດ້ວຍການຊື້ສິນຄ້າຟຸ່ມເຟືອຍ ລວມທັງໃຊ້ຈ່າຍກັບການຫາປະສົບການໃໝ່ໆ.
ນັກວິທະຍາສາດຢືນຢັນວ່າປີ 2025 ເປັນໜຶ່ງໃນສາມປີທີ່ຮ້ອນທີ່ສຸດ

ນັກວິທະຍາສາດຢືນຢັນວ່າປີ 2025 ເປັນໜຶ່ງໃນສາມປີທີ່ຮ້ອນທີ່ສຸດ

ຂ່າວຕ່າງປະເທດລາຍງານໃນວັນທີ 30 ທັນວາ ຜ່ານມາວ່າ: ນັກວິທະຍາສາດຢືນຢັນວ່າປີ 2025 ເປັນໜຶ່ງໃນສາມປີທີ່ຮ້ອນທີ່ສຸດໃນປະຫວັດສາດຂອງໂລກ, ໂດຍອ້າງເຖິງການເຜົາໄໝ້ເຊື້ອໄຟຟອດຊິວຢ່າງບໍ່ຢຸດຢັ້ງເປັນສາເຫດຫຼັກຂອງໄພພິບັດທົ່ວໂລກ, ໄດ້ເອົາຊີວິດຄົນນັບບໍ່ຖ້ວນ ແລະ ກໍ່ໃຫ້ເກີດຄວາມເສຍຫາຍທີ່ບໍ່ສາມາດວັດແທກໄດ້.
ຈີນ ​ຈະ​ປັບ​ປຸງ​ພາ​ສີ​ສິນ​ຄ້າ​ຈຳ​ນວນ​ໜຶ່ງ​ ເລີ່ມ​ແຕ່​ວັນ​ທີ 1 ມັງ​ກອນ​ປີ 2026

ຈີນ ​ຈະ​ປັບ​ປຸງ​ພາ​ສີ​ສິນ​ຄ້າ​ຈຳ​ນວນ​ໜຶ່ງ​ ເລີ່ມ​ແຕ່​ວັນ​ທີ 1 ມັງ​ກອນ​ປີ 2026

ຂ່າວສານຊີອາໄອລາຍງານຫວ່າງມໍ່ໆມານີ້ວ່າ: ຄະ​ນະ​ກຳ​ມະ​ການ​ກົດ​ລະ​ບຽບ​ພາ​ສີ​ຂອງ​ລັດ​ຖະ​ບານ​ຈີນ​ ໄດ້​ເຜີຍ​ແຜ່ “ແຜນ​ການ​ປັບ​ປຸງ​ພາ​ສີ​ປີ 2026”, ແຜນ​ການ​ສະ​ບັບ​ນີ້​ຈະຈັດ​ຕັ້ງ​ປະ​ຕິ​ບັດ​ເລີ່ມ​ແຕ່​ວັນ​ທີ 1 ມັງ​ກອນ​ປີ 2026 ເປັນ​ຕົ້ນ​ໄປ.
ມາເລເຊຍ ມີການລົງທຶນດ້ານດີຈີຕອນຫຼາຍກວ່າ 13 ຕື້ໂດລາ

ມາເລເຊຍ ມີການລົງທຶນດ້ານດີຈີຕອນຫຼາຍກວ່າ 13 ຕື້ໂດລາ

ຂ່າວຕ່າງປະເທດລາຍງານຫວ່າງບໍ່ດົນມານີ້ວ່າ: ມາເລເຊຍໄດ້ຮັບເງິນລົງທຶນທັງໝົດ 54.13 ຕື້ຣິງກິດ (ປະມານ 13.33 ຕື້ໂດລາ) ໃນໄຕມາດທີສາມຂອງປີ 2025 ພາຍໃຕ້ໂຄງການສົ່ງເສີມເສດຖະກິດດີຈີຕອນ “Malaysia Digital” ຊຶ່ງຊ່ວຍສ້າງວຽກເຮັດງານທໍາທີ່ມີຄຸນນະພາບສູງຫຼາຍກວ່າ 21,815 ຕໍາແໜ່ງໃນ 402 ບໍລິສັດດີຈີຕອນ.
ຣັດເຊຍ ຍິງດາວທຽມ 52 ດວງຂຶ້ນສູ່ວົງໂຄຈອນ

ຣັດເຊຍ ຍິງດາວທຽມ 52 ດວງຂຶ້ນສູ່ວົງໂຄຈອນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ທັນວາ ຜ່ານມາວ່າ: Roscosmos ຊຶ່ງເປັນອົງການອາວະກາດຂອງຣັດເຊຍ ໄດ້ລາຍງານການຍິງຈະຫຼວດ Soyuz-2.1b ທີ່ບັນທຸກດາວທຽມ 52 ດວງເຂົ້າສູ່ວົງໂຄຈອນທີ່ກຳນົດໄວ້ຢ່າງສຳເລັດຜົນໃນຕອນບ່າຍວັນທີ 28 ທັນວາ ຜ່ານມາ.
ອິນໂດເນເຊຍ ວາງແຜນຈະນຳເຂົ້ານໍ້າຕານອຸດສາຫະກຳ 3.1 ລ້ານໂຕນ

ອິນໂດເນເຊຍ ວາງແຜນຈະນຳເຂົ້ານໍ້າຕານອຸດສາຫະກຳ 3.1 ລ້ານໂຕນ

ຂ່າວຕ່າງປະເທດລາຍງານໃນວັນທີ 30 ທັນວາ ຜ່ານມາວ່າ: ທ່ານ ຕາຕັງ ຍູເລຍໂນ ເຈົ້າໜ້າທີ່ອາວຸໂສຈາກກະຊວງປະສານງານດ້ານອາຫານຂອງອິນໂດເນເຊຍ ໄດ້ເປີດເຜີຍວ່າ: ອິນໂດເນເຊຍ ວາງແຜນທີ່ຈະນຳເຂົ້ານ້ຳຕານ 3.1 ລ້ານໂຕນ ສຳລັບການນຳໃຊ້ໃນຂະແໜງອຸດສາຫະກຳໃນປີ 2026. ໂດຍປະລິມານການນຳເຂົ້ານີ້ແມ່ນແນໃສ່ຕອບສະໜອງຄວາມຕ້ອງການຂອງຂະແໜງການຜະລິດເປັນຫຼັກ, ໂດຍເນັ້ນໜັກວ່າລັດຖະບານບໍ່ມີແຜນການທີ່ຈະນຳເຂົ້ານ້ຳຕານສຳລັບການບໍລິໂພກໃນຄົວເຮືອນ.
ຫວຽດນາມ ຖື​ການ​ພັດ​ທະ​ນາ​ທັກ​ສະ​ດີ​ຈີ​ຕອນ​ໃຫ້​​ປວງ​ຊົນ​ແມ່ນ​ຈຸດ​ສຸມ​​ການ​ຫັນ​ເປັນ​ດີ​ຈີ​ຕອນ

ຫວຽດນາມ ຖື​ການ​ພັດ​ທະ​ນາ​ທັກ​ສະ​ດີ​ຈີ​ຕອນ​ໃຫ້​​ປວງ​ຊົນ​ແມ່ນ​ຈຸດ​ສຸມ​​ການ​ຫັນ​ເປັນ​ດີ​ຈີ​ຕອນ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນວັນທີ 29 ທັນວາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ສະຖາບັນບັນດິດວິທະຍາສາດ-ສັງຄົມ ຫວຽດນາມ ຈັດເວທີປາໄສວິທະຍາສາດ 2025 “ຄຸ້ມຄອງການພັດທະນາເສດຖະກິດ - ສັງຄົມຫວຽດນາມ ໃນສະພາບການຫັນເປັນດີຈີຕອນ” ເພື່ອແນໃສ່ບົດບາດຂອງການຫັນເປັນດີຈີຕອນ ໃນການປ່ຽນແປງໃໝ່ວິທີການຄຸ້ມຄອງ, ພັດທະນາເສດຖະກິດ - ສັງຄົມ ແລະ ສະເໜີບັນດາຂໍ້ສະເໜີແນະນະໂຍບາຍ ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາປະເທດຊາດໃນສັງກາດດີຈີຕອນ.
ສ ເກົາຫຼີ ຍ້າຍທໍານຽບປະທານາທິບໍດີກັບຄືນສູ່ຊົງວະແດ

ສ ເກົາຫຼີ ຍ້າຍທໍານຽບປະທານາທິບໍດີກັບຄືນສູ່ຊົງວະແດ

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 29 ທັນວາ ຜ່ານມາ, ສ ເກົາຫຼີ ໄດ້ສໍາເລັດການຍ້າຍສະຖານທີ່ທໍານຽບປະທານາທິບໍດີຢ່າງເປັນທາງການ ໂດຍໄດ້ຍ້າຍກັບຄືນສູ່ຊົງວະແດອີກຄັ້ງ ພາຍຫຼັງຖືກຍ້າຍໄປຢູ່ບ່ອນໃໝ່ເປັນເວລາ 3 ປີກັບ 7 ເດືອນ. ຈາກນັ້ນ, ທໍານຽບປະທານາທິບໍດີ ສ ເກົາຫຼີ ໄດ້ປ່ຽນຊື່ເປັນ “ຊົງວະແດ” ອີກຄັ້ງ.
ສິງກະໂປ ຈະເລີ່ມລົງໂທດກຸ່ມຫຼອກລວງ - ບັນຊີມ້າ ດ້ວຍການທຸບຕີດ້ວຍໄມ້ຄ້ອນ

ສິງກະໂປ ຈະເລີ່ມລົງໂທດກຸ່ມຫຼອກລວງ - ບັນຊີມ້າ ດ້ວຍການທຸບຕີດ້ວຍໄມ້ຄ້ອນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ທັນວາ ຜ່ານມາວ່າ: ກອງກຳລັງຕຳຫຼວດສິງກະໂປ (SPF) ໄດ້ເປີດເຜີຍໃຫ້ຮູ້ວ່າ: ຜູ້ກະທໍາຜິດໃນຄະດີສໍ້ໂກງ ຫຼື ອາຊະຍາກໍາທີ່ກ່ຽວຂ້ອງກັບການຫຼອກລວງໃນສິງກະໂປ ອາດຈະປະເຊີນກັບການລົງໂທດດ້ວຍການທຸບຕີດ້ວຍໄມ້ຄ້ອນ (caning) ຊຶ່ງຈະມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 30 ທັນວາ 2025 ເປັນຕົ້ນໄປ, ພາຍໃຕ້ກົດ ໝາຍອາຍາສະບັບປັບປຸງ 2025 ທີ່ໄດ້ຮັບການອະນຸມັດຈາກລັດຖະສະພາໃນເດືອນພະຈິກທີ່ຜ່ານມາ.
ເພີ່ມເຕີມ