ໃນ 5ປີຕໍ່​ໜ້າແມ່ນ​ໄລຍະ​ສຳຄັນ​ຂອງ​ການ​ກໍ່ສ້າງ​ປະ​ເທດ​ຈີນ​ທີ່​ສວຍ​ງາມ

ຈີນ ເລັ່ງຊຸກ​ຍູ້​ການ​ພັດ​ທະ​ນາ​ແບບຍືນຍົງ ແລະ ​ທັນ​ສະ​ໄໝ​ ເພື່ອເຮັດໃຫ້ຄົນ ແລະ ທໍາມະຊາດຢູ່​ຮ່ວມ​ກັນ​ຢ່າງ​ກົມ​ກຽວ​

ໃນ 5ປີຕໍ່​ໜ້າແມ່ນ​ໄລຍະ​ສຳຄັນ​ຂອງ​ການ​ກໍ່ສ້າງ​ປະ​ເທດ​ຈີນ​ທີ່​ສວຍ​ງາມ ຊຶ່ງສປ ຈີນ ກໍາລັງປະຕິບັດການປັບປຸງການພັດທະນາຮອບດ້ານ​ຢ່າງ​ລະອຽດ​ຖີ່​ຖ້ວນ​ກ່ຽວ​ກັບ​ແນວ​ຄິດ​ສັງຄົມນິຍົມ​ທີ່​ມີ​ລັກສະນະສະເພາະຂອງ​ຈີນ​ຍຸກ​ໃໝ່ ໂດຍຖືເອົາປະຊາຊົນ​ເປັນ​ສູນ​ກາງ​

ແລະປະຕິບັດແນວຄິດທີ່ວ່ານ້ຳໃສ ແລະ ພູເຂົາຂຽວອຸ່ມທຸ່ມ ກໍຄືພູເຂົາເງິນແລະພູເຂົາທອງ, ເອົາໃຈໃສ່ໃນການກໍ່ສ້າງປະເທດຈີນທີ່ສວຍງາມເປັນອັນດັບໜຶ່ງ, ຖືເອົາການຟື້ນຟູປະເທດຊາດເປັນຫຼັກ, ສົ່ງເສີມການປັບປຸງສະພາບແວດລ້ອມການດໍາລົງຊີວິດໃນຕົວເມືອງ ແລະ ຊົນນະບົດໃຫ້ດີຂຶ້ນຢ່າງແທ້ຈິງ, ສະໜັບສະໜູນການພັດທະນາຄຸນນະພາບຂອງສິ່ງແວດລ້ອມເພື່ອຊຸກຍູ້ການພັດທະນາໃຫ້ກ້າວໜ້າ ໂດຍກໍານົດການປະຕິບັດນະໂຍບາຍ ແລະ ຍຸດທະສາດທີ່ສຳຄັນດັ່ງນີ້:

ໜຶ່ງ, ສປ ຈີນ ຈະສືບຕໍ່ແກ້ໄຂບັນຫາມົນລະພິດ ໂດຍການຄວບຄຸມມົນລະພິດໃຫ້ຖືກຈຸດ ເປັນຕົ້ນແມ່ນການຄວບຄຸມມົນລະພິດທາງວິທະຍາສາດ, ການບັງຄັບໃຊ້ກົດໝາຍ, ຮັກສາສະຖຽນລະພາບ, ປະຕິບັດຢ່າງກວ້າງຂວາງ ແລະ ເລິກເຊິ່ງ, ສົ່ງເສີມການປ້ອງກັນແລະຄວບຄຸມມົນລະພິດໃນສິ່ງແວດລ້ອມຕື່ມອີກ, ສືບຕໍ່ປັບປຸງຄຸນນະພາບຂອງລະບົບນິເວດ;ການປົກປ້ອງທ້ອງຟ້າສີຄາມ ຖືເປັນບູລິມະສິດອັນດັບຕົ້ນ ໂດຍສຸມໃສ່ຂົງເຂດທີ່ສຳຄັນຄື: ປັກກິ່ງ-ທຽນສິນ-ເຮີເປ່ ແລະ ເຂດອ້ອມຂ້າງ, ເຂດສາມຫຼ່ຽມແມ່ນ້ຳຢາງຊີກຽງ, ເຂດທົ່ງພຽງເຟີນເວ, ເພີ່ມປະສິດທິພາບ ແລະປັບປຸງໂຄງປະກອບອຸດສາຫະກຳ, ໂຄງສ້າງດ້ານພະລັງງານ, ພື້ນຖານໂຄງລ່າງດ້ານການຄົມມະນາຄົມຂົນສົ່ງ, ຊຸກຍູ້ການປະສານງານຢ່າງຈິງຈັງ ລວມທັງຄວາມພະຍາຍາມໃນການຫຼຸດຜ່ອນການປ່ອຍທາດອາຍພິດເຮືອນແກ້ວ ເຊັ່ນ: ທາດກາກບອນໄດອ໋ອກໄຊ (CO2); ທາດເມຕານ(CH4), ໄນໂຕຣເຈນອອກໄຊ (N2O). ນອກຈາກນັ້ນ, ສປ ຈີນ ຍັງຈະສືບຕໍ່ຫຼຸດຜ່ອນຄວາມເຂັ້ມຂຸ້ນຂອງຝຸ່ນ PM2.5 ໂດຍການຍົກລະດັບການຄວບຄຸມແຫຼ່ງທີ່ມາ.ພິເສດ, ສປ ຈີນກໍາລັງເພີ່ມທະວີຄວາມພະຍາຍາມໃນການແກ້ໄຂສິ່ງລົບກວນ, ຄວັນນ້ຳມັນ, ກິ່ນເໝັນ ແລະບັນຫາອື່ນໆ “ຢູ່ໜ້າປະຕູເຮືອນ” ຂອງປະຊາຊົນ,ແກ້ໄຂຄວາມກັງວົນຂອງປະຊາຊົນ,ຕ້ອງເພີ່ມທະວີການຮ່ວມມືໃນການປ້ອງກັນ ແລະຄວບຄຸມພາກພື້ນ, ມີມາດຕະການຮອບດ້ານ, ເລັ່ງລັດລຶບລ້າງມົນລະພິດຢ່າງແຂງແຮງ, ປົກປັກຮັກສາທ້ອງຟ້າໃຫ້ສວຍງາມ. ຄຽງຄູ່ກັນນັ້ນ, ສປ ຈີນ ກໍກໍາລັງເລັ່ງແກ້ໄຂຂໍ້ບົກຜ່ອງໃນການເກັບກັກ ແລະບຳບັດນ້ຳເປື້ອນໃນຕົວເມືອງ, ດຳເນີນການຄວບຄຸມມົນລະພິດພາຍນອກ ແລະການຟື້ນຟູລະບົບສິ່ງແວດລ້ອມຕາມເງື່ອນໄຂຂອງແຕ່ລະທ້ອງຖິ່ນໂດຍການກຳຈັດນ້ຳດຳ, ກິ່ນເໝັນໃນຕົວເມືອງ ແລະຊົນນະບົດເປັນກົນໄກໄລຍະຍາວ.

ສອງ, ສປ ຈີນ ກຳລັງເລັ່ງໃຫ້ເກີດການປ່ຽນແປງວິທີການພັດທະນາທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ປ່ອຍທາດອາຍພິດເຮືອນແກ້ວຂຶ້ນສູ່ຊັ້ນບັນຍາກາດໃນປະລິມານທີ່ຕໍ່າ ໂດຍການຈັດຕັ້ງປະຕິບັດຍຸດທະສາດໃນການພັດທະນາສີຂຽວເປັນພື້ນຖານໃນການແກ້ໄຂບັນຫາລະບົບນິເວດວິທະຍາ ແລະສິ່ງແວດລ້ອມ, ເລັ່ງລັດສ້າງວິທີການຜະລິດສີຂຽວ ແລະວິຖີຊີວິດ, ສ້າງໂຄງລ່າງພື້ນຖານສີຂຽວເພື່ອການພັດທະນາທີ່ມີຄຸນນະພາບສູງ;ຕ້ອງເພີ່ມປະສິດທິພາບຮູບແບບການພັດທະນາທີ່ດິນຂອງລັດ, ຮັກສາພື້ນຖານການພັດທະນາ ແລະການປົກປັກຮັກສາທີ່ດິນຂອງລັດ, ລວມທັງຕ້ອງໄດ້ມີການປະສານສົມທົບ ແລະປັບປຸງການຈັດສັນທີ່ດິນໃຫ້ຢູ່ໃນສະພາບແຂງແຮງ, ສ້າງການທ່ອງທ່ຽວສີຂຽວ, ປະຢັດນ້ຳ ແລະ ໄຟຟ້າ, “ການດໍາລົງຊີວິດແບບສະອາດ”, ການແຍກປະເພດຂີ້ເຫຍື້ອ ແລະອື່ນໆ ໃຫ້ກາຍເປັນນິດໄສຂອງພັກ ແລະລັດຖະບານທຸກຂັ້ນ, ໂດຍລັດວິສາຫະກິດແລະສະຖາບັນຕ່າງໆຕ້ອງເປັນຕົ້ນແບບໃນການປະຕິບັດ;ສືບຕໍ່ດຳເນີນການພັດທະນາ "ປະເທດຈີນທີ່ສວຍງາມຕ້ອງເລີ່ມຈາກຕົນເອງ" ເພື່ອລະດົມໃຫ້ສະຖານທີ່ສາທາລະນະ, ວິສາຫະກິດ, ຊຸມຊົນ, ໂຮງຮຽນ, ຄອບຄົວ ແລະບຸກຄົນຢ່າງຕັ້ງໜ້າ,ເພື່ອສ້າງໃຫ້ເປັນສັງຄົມທີ່ທຸກຄົນ, ທຸກເວລາ ແລະທຸກແຫ່ງຫົນ ມີລະບຽບວິໄນ ແລະ ຄຸນສົມບັດອັນດີງາມ.ສໍາລັບການຜະລິດກະສິກຳ, ຕ້ອງໄດ້ມີການປັບປຸງລະບົບນິເວດວິທະຍາຂອງທ້ອງຖິ່ນ ແລະຕົວເມືອງ, ປັບປຸງລະບົບເຂດເທດສະບານທີ່ສໍາຄັນ ໂດຍການປົກປັກຮັກສາເຂດນິເວດວິທະຍາ, ເພີ່ມທະວີການປະຕິບັດກົດໝາຍ, ຕິດຕາມກວດກາ, ປົກປັກຮັກສາ ແລະຟື້ນຟູ, ຮັບປະກັນວ່າຈະບໍ່ມີການຜ່ອນຜັນ ຫຼື ປ່ຽນແປງການປະຕິບັດໜ້າທີ່ ແລະຄຸນສົມບັດ. ນອກນັ້ນ, ກໍຕ້ອງຮັກສາເນື້ອທີ່ດິນປູກຝັງໄດ້ປະມານ 1,2 ລ້ານ ກິໂລຕາແມັດ ໄປຄຽງຄູ່ກັບການສົ່ງເສີມການດໍາລົງຊີວິດສີຂຽວ,ລຽບງ່າຍ, ສັງຄົມສີຂຽວ, ດໍາລົງຊີວິດບົນພື້ນຖານການປ່ອຍມູນລະພິດຕ່ຳ ແລະປະຊາຊົນມີສຸຂະພາບດີ.

ສາມ, ພະຍາຍາມປັບປຸງຄວາມຫຼາກຫຼາຍ, ສະຖຽນລະພາບ, ຄວາມໝັ້ນຄົງຂອງລະບົບນິເວດ. ສປ ຈີນ ຕ້ອງຍົກສູງມາດຕະຖານການປົກປັກຮັກສາຄວາມປອດໄພດ້ານສິ່ງແວດລ້ອມແຫ່ງຊາດ, ການພັດທະນາແບບຍືນຍົງຂອງປະເທດຈີນ, ມີຄວາມຮັບຜິດຊອບຕໍ່ອາລິຍະທຳຂອງມະນຸດ, ເສີມຂະຫຍາຍການປົກປັກຮັກສາແລະຟື້ນຟູລະບົບນິເວດ, ສ້າງເຂດສິ່ງແວດລ້ອມອັນສວຍງາມໄວ້ໃຫ້ຄົນລຸ້ນຫຼັງ.ສປ ຈີນ ກໍາລັງຂະຫຍາຍເສັ້ນທາງຂອງນໍ້າໄສ,ປ່າໄມ້ສີຂຽວໃຫ້ກາຍເປັນພູເງິນພູຄໍາທີ່ມີລະບົບນິເວດທີ່ດີ, ເຊິ່ງສະທ້ອນໃຫ້ເຫັນເຖິງຄຸນຄ່າດ້ານເສດຖະກິດທີ່ບໍ່ຢຸດຢັ້ງ,ສົ່ງເສີມອຸດສາຫະກໍາສິ່ງແວດລ້ອມ ແລະ ສິ່ງແວດລ້ອມອຸດສາຫະກໍາ, ປູກຝັງຜະລິດຕະພັນທໍາມະຊາດໃຫ້ໄດ້ຈໍານວນຫຼາຍເພື່ອສົ່ງອອກສູ່ຕະຫຼາດ.

ສີ່, ຊຸກຍູ້ປັບລະດັບຄ່າກາກບອນທີ່ສູງ ແລະ ຄ່າກາກບອນກາງໃຫ້ຢູ່ໃນເກນສະຖຽນລະພາບ,ປະຕິບັດຕາມແຜນທົ່ວປະເທດ, ຖືການປະຢັດເປັນຫຼັກ, ນໍາໃຊ້ຫຼັກການຂັບເຄື່ອນ 2 ລໍ້, ເລື່ອນໄຫຼທັງໃນ ແລະ ນອກ, ການປ້ອງກັນຄວາມສ່ຽງ, ນໍາໃຊ້ນະໂຍບາຍ“1+N”(ໝາຍເຖິງ1ນະໂຍບາຍ+Nຈັດຕັ້ງປະຕິບັດ) ຕໍ່ການຄຸ້ມຄອງຄ່າກາກບອນທີ່ສູງ ແລະ ຄ່າກາກບອນກາງ;ປັບປຸງໂຄງສ້າງລະບົບພະລັງງານ ໃຫ້ກ້າວໄປສູ່ລະບົບພະລັງງານທີ່ສະອາດ, ກາກບອນຕໍ່າທີ່ປອດໄພ ແລະ ມີປະສິດທິພາບ;ນໍາໃຊ້ຖ່ານຫີນທີ່ສະອາດ ແລະ ປະສິດທິພາບສູງ, ຮັບປະກັນວ່າຈະມີບົດບາດໃນການປົກປັກຮັກສາ ແລະ ສະໜັບສະໜູນການຈັດຕັ້ງປະຕິບັດລະບຽບການພັດທະນາພະລັງງານໃຫມ່ ໂດຍການພັດທະນາພະລັງງານທົດແທນ ເຊັ່ນ: ພະລັງງານລົມ ແລະ ແສງອາທິດ, ປະສານສົມທົບກັບການພັດທະນາໄຟຟ້ານ້ຳຕົກ ແລະປົກປັກຮັກສາລະບົບນິເວດ, ຕັ້ງໜ້າພັດທະນາໄຟຟ້ານິວເຄຼຍຢ່າງປອດໄພ ແລະມີຄວາມເປັນລະບຽບຮຽບຮ້ອຍ, ເລັ່ງລັດກໍ່ສ້າງລະບົບໄຟຟ້າແບບໃໝ່ ໂດຍສຸມໃສ່ຄວບຄຸມການຊົມໃຊ້ພະລັງງານນໍ້າມັນເຊື້ອໄຟ, ສ້າງຄວາມເຂັ້ມແຂງດ້ານການຜະລິດພະລັງງານ, ການສະໜອງ, ການເກັບຮັກສາ ແລະ ການຕະຫຼາດພະລັງງານ, ຮັບປະກັນຄວາມໝັ້ນຄົງດ້ານພະລັງງານ.

ຫ້າ, ປະຕິບັດແນວທາງໃນການສ້າງປະເທດຈີນທີ່ສວຍງາມ ແລະ ປອດໄພ. ສປ ຈີນ ຕ້ອງປະຕິບັດແນວຄວາມຄິດດ້ານຄວາມປອດໄພແຫ່ງຊາດ, ຮັບມືກັບຄວາມສ່ຽງແລະສິ່ງທ້າທາຍຕ່າງໆຢ່າງມີປະສິດທິພາບ ແລະ ປະສິດທິຜົນ ລວມທັງຕ້ອງຮັບປະກັນວ່າສະພາບແວດລ້ອມ ແລະທໍາມະຊາດທີ່ພວກເຮົາເອື່ອຍອີງຈະບໍ່ຖືກຄຸກຄາມຫຼືທຳລາຍ.ພ້ອມດຽວກັນນັ້ນ, ກໍຕ້ອງໄດ້ບໍາລຸງຮັກສາຄວາມປອດໄພຂອງລະບົບນິເວດຢ່າງຈິງຈັງ;ປັບປຸງກົນໄກການປະສານງານວຽກງານຄວາມປອດໄພດ້ານສິ່ງແວດລ້ອມແຫ່ງຊາດ, ປັບປຸງລະບົບກົດໝາຍວ່າດ້ວຍຄວາມປອດໄພດ້ານສິ່ງແວດລ້ອມແຫ່ງຊາດ, ລະບົບຍຸດທະສາດ, ລະບົບນະໂຍບາຍ, ລະບົບການຄຸ້ມຄອງ, ເສີມຂະຫຍາຍການຄົ້ນຄວ້າແລະປະເມີນຄວາມສ່ຽງດ້ານຄວາມປອດໄພ, ດ້ານລະບົບນິເວດແຫ່ງຊາດ, ການຕິດຕາມແລະການແຈ້ງເຕືອນໄພລ່ວງໜ້າ, ການຮັບມືແລະການກໍາຈັດໄພພິບັດ.

ຫົກ, ປັບປຸງລະບົບການຮັບປະກັນການສ້າງປະເທດຈີນທີ່ສວຍງາມ. ຕ້ອງສົມທົບກັນສ້າງແຫຼ່ງກຳລັງໃນດ້ານຕ່າງໆ, ເຕົ້າໂຮມກຳລັງແຮງຈາກທຸກດ້ານ, ສ້າງ “ການປະສານສົມທົບກັນ” ໃນລະບຽບກົດໝາຍ, ຕະຫຼາດ, ວິທະຍາສາດເຕັກໂນໂລຊີ, ນະໂຍບາຍໜູນຊ່ວຍພື້ນຖານ ແລະ ການຮັບປະກັນໃຫ້ແກ່ການກໍ່ສ້າງປະເທດຈີນທີ່ສວຍງາມ.ສປ ຈີນ ກໍາລັງປັບປຸງນະໂຍບາຍເສດຖະກິດເພື່ອການພັດທະນາສີຂຽວ ແລະ ປ່ອຍທາດອາຍພິດເຮືອນແກ້ວໃນປະລິມານຕໍ່າ;ເພີ່ມທະວີການສະໜັບສະໜູນດ້ານການເງິນ, ເພີ່ມທະວີການຈັດສັນແຫຼ່ງທຶນເຂົ້າໃນຂົງເຂດກໍ່ສ້າງລະບົບສິ່ງແວດລ້ອມ, ຮັບປະກັນຂອບເຂດການລົງທຶນກົງກັບວຽກງານກໍ່ສ້າງ;ເພີ່ມທະວີການສະໜັບສະໜູນນະໂຍບາຍພາສີ, ປະຕິບັດກົດໝາຍວ່າດ້ວຍພາສີການປົກປັກຮັກສາສິ່ງແວດລ້ອມຢ່າງເຂັ້ມງວດ, ປັບປຸງລະບົບການເກັບພາສີ, ເລັ່ງລັດການບັນຈຸທາດປະສົມອິນຊີທີ່ລະເຫີຍຂຶ້ນໃນຂອບເຂດການເກັບກູ້; ຊຸກຍູ້ການໜູນວຽນດ້ານການເງິນ, ພັດທະນາການເງິນສີຂຽວ, ຊຸກຍູ້ບັນດາຮູບແບບການພັດທະນາທີ່ໃຫ້ຄວາມສຳຄັນແກ່ການປົກປັກຮັກສິ່ງແວດລ້ອມ, ການປະດິດສ້າງຮູບແບບການລົງທຶນ ແລະການເງິນ, ການຄົ້ນຄວ້າບັນດາຮູບແບບການໜູນຊ່ວຍດ້ານການເງິນໃຫ້ແກ່ບັນດາໂຄງການກໍ່ສ້າງການປົກປັກຮັກສາສິ່ງແວດລ້ອມໃນພາກພື້ນ, ຊີ້ນຳການລົງທຶນຂອງບັນດາສະຖາບັນການເງິນ ແລະທຶນທາງສັງຄົມ;ເພີ່ມທະວີການສະໜັບສະໜູນນະໂຍບາຍດ້ານລາຄາ, ພິຈາລະນາຢ່າງຄົບຖ້ວນກ່ຽວກັບການຊົມໃຊ້ພະລັງງານຂອງບໍລິສັດ ແລະລະດັບການປະຕິບັດງານດ້ານສິ່ງແວດລ້ອມ, ພ້ອມທັງປັບປຸງໂຄງສ້າງລາຄາໄຟຟ້າສຳລັບອຸດສາຫະກຳທີ່ໃຊ້ພະລັງງານສູງເປັນຂັ້ນໆ;ເພີ່ມທະວີການສະໜັບສະໜູນທາງວິທະຍາສາດ ແລະ ເຕັກໂນໂລຊີ,ສົ່ງເສີມການເພິ່ງພາຕົນເອງ, ກຸ້ມຕົນເອງທາງດ້ານວິທະຍາສາດເຕັກໂນໂລຊີສີຂຽວທີ່ເປັນມິດກັບສິ່ງແວດລ້ອມ, ຖືເອົາການປ່ຽນແປງດິນຟ້າອາກາດແລະການຄວບຄຸມມົນລະພິດໃໝ່ ໃຫ້ເປັນຂົງເຂດທີ່ສຳຄັນຂອງການຄົ້ນຄວ້າພື້ນຖານແຫ່ງຊາດ, ນະວັດຕະກຳວິທະຍາສາດແລະເຕັກໂນໂລຊີ, ພ້ອມທັງເອົາໃຈໃສ່ເຖິງບັນດາເຕັກໂນໂລຊີທີ່ສໍາຄັນ,ເລັ່ງລັດສ້າງລະບົບຕິດຕາມກວດກາສິ່ງແວດລ້ອມທີ່ທັນສະໄໝ ແລະປັບປຸງເຄືອຂ່າຍຕິດຕາມກວດກາເປັນລະບົບດຽວຄື: ທ້ອງຟ້າ, ພື້ນດິນ ແລະທະເລ ໂດຍການນຳໃຊ້ເຕັກໂນໂລຊີດີຈີຕອນ ເຊັ່ນ: ປັນຍາປະດິດ, ສ້າງລະບົບການປົກຄອງດ້ານດີຈີຕອນໃຫ້ປະເທດຈີນສວຍງາມ, ສ້າງອາລິຍະທຳດ້ານສິ່ງແວດລ້ອມດີຈີຕອນທີ່ມີສີຂຽວ ແລະ ອັດສະລິຍະ.

ສັງລວມແລ້ວ, ນອກຈາກເລັ່ງປະຕິບັດບັນດານະໂຍບາຍ, ກົດໝາຍ, ຍຸດທະສາດ ແລະ ມາດຕະການຕ່າງໆທີ່ກ່ຽວຂ້ອງກັບສິ່ງແວດລ້ອມ ກໍຄື ການຄວບຄຸມມົນລະພິດຢ່າງຕັ້ງໜ້າ ເພື່ອສົ່ງເສີມການພັດທະນາແບບຍືນຍົງ ແລະ ທັນສະໄໝຂອງ ສປ ຈີນ ແນໃສ່ສ້າງປະເທດຈີນໃຫ້ສວຍງາມຮັ່ງມີແລ້ວ,ສປ ຈີນ ໃນຖານະທີ່ເປັນປະເທດທີ່ມີເສດຖະກິດຂະຫຍາດໃຫຍ່ທີ່ມີປະລິມານປ່ອຍທາດອາຍພິດເຮືອນແກ້ວຂຶ້ນສູ່ຊັ້ນບັນຍາກາດຂອງໂລກຫຼາຍເປັນອັນດັບຕົ້ນຂອງໂລກ ຍັງຖືວ່າເປັນການປະກອບສ່ວນອັນສຳຄັນເຂົ້າໃນຄວາມພະຍາຍາມຢ່າງຕໍ່ເນື່ອງຂອງປະຊາຄົມໂລກໃນການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດທີ່ເປັນໜຶ່ງໃນສິ່ງທ້າທາຍຂອງໂລກ.ສປ ຈີນ ກໍເປັນໜຶ່ງໃນບັນດາປະເທດທີ່ໄດ້ໃຫ້ສັດຕະຍາບັນໃນສົນທິສັນຍາສາກົນທີ່ຕິດພັນກັບການປ່ຽນແປງດິນຟ້າອາກາດ ໂດຍສະເພາະແມ່ນ ສັນຍາປາຣີ ຊຶ່ງ ສປ ຈີນ ໄດ້ຕັ້ງເປົ້າໝາຍໃນການຫຼຸດຜ່ອນປະລິມານການປ່ອຍທາຍອາຍພິດເຮືອນແກ້ວແຫ່ງຊາດຂອງຕົນໃຫ້ກາຍເປັນ 0 (Net Zero Emissions ) ພາຍໃນປີ 2060ໂດຍການເລັ່ງລັດຈັດຕັ້ງປະຕິບັດນະໂຍບາຍ, ກົດໝາຍ, ຍຸດທະສາດ ແລະ ມາດຕະການຕ່າງໆທີ່ກ່າວມາກ່ອນໜ້ານີ້.ນອກນີ້, ຈີນຍັງໄດ້ຊຸກຍູ້ການຮ່ວມມືສາກົນຢ່າງຕັ້ງໜ້າ, ສະໜັບສະໜູນປະເທດກໍາລັງພັດທະນາອື່ນໆ ເພື່ອຮັບມືກັບບັນຫາການປ່ຽນແປງຂອງດິນຟ້າອາກາດ ໂດຍໄດ້ໃຫ້ການຊ່ວຍເຫຼືອຢ່າງຫຼວງຫຼາຍທາງດ້ານງົບປະມານ, ເຕັກນິກ ແລະ ການສ້າງຂີດຄວາມສາມາດໃນຫຼຸດຜ່ອນຜົນກະທົບທີ່ເກີດຈາກປ່ຽນແປງດິນຟ້າອາກາດ ກໍຄື ວຽກງານການປັບຕົວ. ພິເສດ, ສປ ຈີນ ໃນຖານະທີ່ເປັນປະເທດມີຂະໜາດເສດຖະກິດໃຫຍ່ເປັນອັນດັບທີ 2 ຂອງໂລກ ໄດ້ປະກອບສ່ວນຈັດສັນງົບປະມານຈໍານວນ 20 ຕື້ຢວນ ເພື່ອສະໜັບສະໜູນການຮ່ວມມືໃຕ້-ໃຕ້ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.ການເຄື່ອນໄຫວຂອງຈີນໄດ້ເປັນແບບຢ່າງທີ່ດີໃຫ້ແກ່ການຄຸ້ມຄອງດິນຟ້າອາກາດໃນທົ່ວໂລກ ແລະ ໄດ້ຮັບການຍ້ອງຍໍສັນລະເສີນຢ່າງກວ້າງຂວາງຈາກປະຊາຄົມໂລກ.

ຄໍາເຫັນ

ຂ່າວຕ່າງປະເທດ

ຣັດເຊຍ ແນະນຳຊິມກາດເດັກນ້ອຍເພື່ອຕິດຕາມຕຳແໜ່ງ

ຣັດເຊຍ ແນະນຳຊິມກາດເດັກນ້ອຍເພື່ອຕິດຕາມຕຳແໜ່ງ

ຂ່າວຕ່າງປະເທດລາຍງານຫວ່າງບໍ່ດົນມານີ້ວ່າ: ທ່ານ ມັກຊຸດ ຊາດາເຢຟ ລັດຖະມົນຕີກະຊວງພັດທະນາດີຈີຕອນ, ການສື່ສານ ແລະ ສື່ມວນຊົນຂອງຣັດເຊຍ ໄດ້ປະກາດຢ່າງເປັນທາງການກ່ຽວກັບການແນະນຳຊິມກາດເດັກນ້ອຍ ຊຶ່ງຊ່ວຍໃຫ້ພໍ່ແມ່ຜູ້​ປົກ​ຄອງສາມາດຕິດຕາມຕຳແໜ່ງທີ່ຢູ່ຂອງລູກໆໄດ້ແບບສົດໆ.
ຜູ້​ນຳຫຼາຍ​ປະ​ເທດສະໜັບສະໜູນການເພີ່ມການໃຊ້ເຊື້ອໄຟແບບຍືນຍົງ

ຜູ້​ນຳຫຼາຍ​ປະ​ເທດສະໜັບສະໜູນການເພີ່ມການໃຊ້ເຊື້ອໄຟແບບຍືນຍົງ

ຂ່າວຕ່າງປະເທດລາຍງານເມື່ອ​ບໍ່​ດົນ​ມາ​ນີ້ວ່າ: ບັນດາຜູ້ນຳທີ່ເຂົ້າຮ່ວມກອງປະຊຸມສຸດຍອດດ້ານສະພາບອາກາດຂອງສະຫະປະຊາຊາດ ຊຶ່ງໄດ້ສິ້ນສຸດລົງຫວ່າງມໍ່ໆມານີ້ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະຂະຫຍາຍການນຳໃຊ້ເຊື້ອໄຟທີ່ຍືນຍົງ(sustainable fuels)ຢ່າງໜ້ອຍ 4 ເທົ່າພາຍໃນປີ 2035, ໂດຍມີຍີ່ປຸ່ນ ແລະ ອີຕາລີ ໄດ້ເຂົ້າຮ່ວມກັບປະເທດເຈົ້າພາບບຣາຊິນໃນການສະເໜີແນວຄວາມຄິດດັ່ງກ່າວ.
ຍີ່ປຸ່ນວາງແຜນຂຶ້ນຄ່າທຳນຽມວີຊາໃນປີ 2026

ຍີ່ປຸ່ນວາງແຜນຂຶ້ນຄ່າທຳນຽມວີຊາໃນປີ 2026

ຂ່າວຕ່າງປະເທດລາຍງານ ໃນວັນທີ 10 ພະຈິກ ຜ່ານມາວ່າ: ລັດຖະບານຍີ່ປຸ່ນວາງແຜນທີ່ຈະເພີ່ມຄ່າທຳນຽມວີຊາສຳລັບຄົນຕ່າງປະເທດໃນປີງົບປະມານ 2026, ຍ້ອນວ່າຄ່າທຳນຽມໃນປັດຈຸບັນຍັງຕໍ່າເມື່ອທຽບກັບຄ່າທຳນຽມໃນສະຫະລັດ ອາເມຣິກາ ແລະ ເອີຣົບ. ໂດຍມີເປົ້າໝາຍສ່ວນໜຶ່ງແມ່ນເພື່ອແກ້ໄຂບັນຫານັກທ່ອງທ່ຽວຫຼາຍເກີນໄປສົ່ງຜົນກະທົບຕໍ່ຄົນທ້ອງຖິ່ນ.
ການເປີດປະຕູສູ່ພາຍນອກລະດັບສູງຂອງຈີນກ້າວໄປໜ້າຕື່ມອີກ

ການເປີດປະຕູສູ່ພາຍນອກລະດັບສູງຂອງຈີນກ້າວໄປໜ້າຕື່ມອີກ

ຂ່າວສານຊີອາໄອລາຍງານ ໃນວັນທີ 10 ພະຈິກ ຜ່ານມາວ່າ: ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 8 ໄດ້ດຶງດູດ 155 ປະເທດ,ເຂດແຄວ້ນ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.ໂທລະພາບສາກົນຈີນ ຫຼື CGTN ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ດຳເນີນການສຳຫຼວດຄວາມເຫັນຕໍ່ຜູ້ຕອບແບບສອບຖາມຈຳນວນ 14,000ຄົນຈາກ 46 ປະເທດໃນທົ່ວໂລກ ຜົນການສຳຫຼວດສະແດງໃຫ້ເຫັນວ່າ: ຜູ້ຕອບແບບສອບຖາມ 72.6% ເຫັນວ່າຈີນແມ່ນຕະຫຼາດເສລີທີ່ເປີດປະຕູສູ່ພາຍນອກ ແລະ ມີກຳລັງແຂ່ງຂັນ​ສູງ.
ການ​ເຕີບ​ໂຕ​ສີ​ຂຽວ ໃນ​ສັງ​ກາດ​ດີ​ຈີ​ຕອນ​​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຂອງ ຫວຽດ​ນາມ

ການ​ເຕີບ​ໂຕ​ສີ​ຂຽວ ໃນ​ສັງ​ກາດ​ດີ​ຈີ​ຕອນ​​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຂອງ ຫວຽດ​ນາມ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນວັນທີ 10 ພະຈິກ ຜ່ານມາຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມປະຈຳປີ ພາຍ​ໃຕ້ຫົວຂໍ້ “ວິສາຫະກິດ FDI ນຳໜ້າໃນການປະຕິບັດຍຸດທະສາດການເຕີບໂຕສີຂຽວ ໃນສັງກາດດີຈີຕອນ”. ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມກ່າວວ່າ: ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດມີຫົວຄິດປະດິດສ້າງແມ່ນຄວາມຮຽກຮ້ອງຕ້ອງການໂດຍພາວະວິໄສ, ແມ່ນການຄັດເລືອກຍຸດທະສາດ ແລະ ບຸລິມະສິດແຖວໜ້າຂອງ ຫວຽດນາມ.
OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ພະຈິກ ຜ່ານມາວ່າ: ອົງການປະເທດຜູ້ສົ່ງອອກນ້ຳມັນ (OPEC) ແລະ ພັນທະມິດ ຫຼື ເອີ້ນລວມກັນວ່າ OPEC+ ໄດ້ຕົກລົງທີ່ຈະເພີ່ມກຳລັງການຜະລິດນ້ຳມັນຂຶ້ນເປັນ137,000 ບາເຣວຕໍ່ມື້ໃນເດືອນທັນວານີ້.ຫຼັງຈາກປະເທດສະມາຊິກເຊັ່ນ: ຊາອຸດິດ ອາຣັບບີ, ຣັດເຊຍ, ອີຣັກ, ສະຫະລັດອາຣັບເອມິເຣດ, ກູເວດ, ກາຊັກສະຖານ, ອານເຊຣີ ແລະ ໂອມານ ປະຊຸມອອນລາຍເພື່ອທົບທວນສະພາບຕະຫຼາດໂລກ ແລະ ທ່າອ່ຽງເສດຖະກິດ.
ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ລີເຈມຽນ ປະທານາທິບໍດີ ສ ເກົາຫຼີຊຶ່ງເປັນປະທານກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32 ທີ່ເມືອງ Gyeongju ປະເທດ ສ ເກົາຫຼີໄດ້ຮຽກຮ້ອງໃຫ້ເພີ່ມການຮ່ວມມື ແລະ ຄວາມສາມັກຄີໃນພາກພື້ນອາຊີປາຊີຟິກ ເພື່ອເອົາຊະນະສິ່ງທ້າທາຍໃໝ່ໆ ໃນຂະນະທີ່ໂລກກຳລັງເຂົ້າສູ່ຈຸດປ່ຽນທີ່ສຳຄັນ.
ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີວ່າ: ກະຊວງພະລັງງານ ແລະ ຊັບພະຍາກອນບໍ່ແຮ່ຂອງອິນໂດເນເຊຍໄດ້ປະກາດເປົ້າໝາຍໃນການເພີ່ມກຳລັງການຜະລິດພະລັງງານໄຟຟ້າຈາກພະລັງງານໝູນວຽນ 42.6 ກິໂລວັດໃນໄລຍະທົດສະວັດຕໍ່ໄປ ຊຶ່ງເປັນສ່ວນໜຶ່ງຂອງຍຸດທະສາດເພື່ອເລັ່ງການຫັນປ່ຽນຈາກເຊື້ອໄຟຟອດຊິວໄປສູ່ລະບົບພະລັງງານທີ່ມີກາກບອນຕ່ຳ.
ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງແກ່ການຄຸ້ມຄອງດິນຟ້າອາກາດໂລກ

ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງແກ່ການຄຸ້ມຄອງດິນຟ້າອາກາດໂລກ

ຂ່າວສານຊີອາໄອລາຍງານໃນທ້າຍອາທິດຜ່ານມາວ່າ: ທ່ານ ໂກ່ວເຈ່ຍຄຸນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ໂດຍມີນັກຂ່າວຖາມກ່ຽວກັບກອງປະຊຸມພາຄີສົນທິສັນຍາຂອບການປ່ຽນແປງຂອງດິນຟ້າອາກາດອົງການສະຫະປະຊາຊາດຄັ້ງທີ 30 ຫຼື COP30 ທີ່ຈັດຂຶ້ນຢູ່ນະຄອນເບເລິມ ປະເທດບ​ຣາ​ຊິນ.
ຫວຽດນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ຫວຽດນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 1 ພະຈິກ ຜ່ານມາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານວາລະເຮັດວຽກທີ 2 ຂອງຄະນະຊີ້ນຳແຫ່ງຊາດຜັນຂະຫຍາຍມະຕິສະບັບເລກທີ 68 ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດເອກະຊົນ.
ເພີ່ມເຕີມ