ຂ່າວສານຊີອາໄອລາຍງານໃນວັນທີ 14 ພຶດສະພາ ຜ່ານມາວ່າ: ເພື່ອປະຕິບັດຕາມຄວາມເຫັນທີ່ເປັນເອກະພາບກັນລະຫວ່າງປະມຸກລັດຈີນ-ອາເມຣິກາໃນການພົບປະຢູ່ຊານຟຣານຊິສໂກ, ໂດຍຜ່ານການປຶກສາຫາລືລະຫວ່າງສອງຝ່າຍ, ຈີນ-ອາເມຣິກາຈະຈັດກອງປະຊຸມເຈລະຈາລະຫວ່າງລັດຖະບານກ່ຽວກັບປັນຍາປະດິດ ຫຼື AI ເປັນຄັ້ງທຳອິດຢູ່ນະຄອນເຊີແນວຂອງສະວິດ ໃນວັນທີ 14 ພຶດສະພານີ້, ເພື່ອດຳເນີນການແລກປ່ຽນກ່ຽວກັບບັນຫາຄວາມສ່ຽງຂອງເຕັກໂນໂລຊີ AI, ການບໍລິຫານທົ່ວໂລກ ແລະບັນຫາອື່ນໆທີ່ສອງຝ່າຍສົນໃຈຮ່ວມກັນ.
ປະຊາກອນເສືອມາເລ ເລີ່ມຟື້ນຕົວຫຼັງຈາກມາເລເຊຍເພີ່ມຄວາມພະຍາຍາມອະນຸລັກ
ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 30 ກັນຍາ ຜ່ານມາວ່າ: ກະຊວງຊັບພະຍາກອນທຳມະຊາດ ແລະ ຄວາມຍືນຍົງດ້ານສິ່ງແວດລ້ອມຂອງມາເລເຊຍ ໄດ້ເປີດເຜີຍວ່າ, ໂຄງການອະນຸລັກຟື້ນຟູປະຊາກອນເສືອມາເລໄດ້ບັນລຸຜົນໃນທາງບວກ ຫຼັງຈາກມາເລເຊຍດຳເນີນມາດຕະການຫຼາຍຢ່າງຕັ້ງແຕ່ປີ 2021 ເຊັ່ນ: ການຍົກລະດັບການບັງຄັບໃຊ້ກົດໝາຍເພື່ອປາບປາມການຄ້າຂາຍສັດປ່າ, ພ້ອມທັງການຕິດຕາມກວດກາ ແລະ ຟື້ນຟູປະຊາກອນເສືອ ແລະ ສັດປ່າ.
ຄໍາເຫັນ