ຕາມຂ່າວແຈ້ງໃຫ້ຮູ້ວ່າ: ໜ້າທີ່ຂອງຈຸດທົດລອງຈະສຸມໃສ່ການເປີດປະຕູຂອງຂົງເຂດການບໍລິການທີ່ສໍາຄັນ, ການພັດທະນາແບບປະດິດສ້າງຂອງອຸດສາຫະກໍາ, ການສ້າງລະບຽບການ, ການປ້ອງກັນ ແລະ ຄວບຄຸມຄວາມສ່ຽງ ແລະອື່ນໆ ຊຶ່ງໜ້າທີ່ເຫຼົ່ານີ້ຕົ້ນຕໍແມ່ນອີງໃສ່ຄວາມຮຽກຮ້ອງຕ້ອງການຕົວຈິງໃນການເຄື່ອນໄຫວຕ່າງໆຂອງຫົວໜ່ວຍທຸລະກິດ ເຊັ່ນ: ການດໍາເນີນທຸລະກິດປະຈໍາວັນ ແລະ ການລົງທຶນຂ້າມຊາດ ເປັນຕົ້ນ.
ທ່ານ ຈູ່ປິ່ງ ຫົວໜ້າກົມຄຸ້ມຄອງການລົງທຶນຕ່າງປະເທດ ກະຊວງການຄ້າຈີນ ຢືນຢັນວ່າ: ໃນດ້ານການຍົກລະດັບອໍານວນຄວາມສະດວກໃຫ້ແກ່ການຄ້າ ແລະ ການລົງທຶນ, ຈີນອະນຸຍາດໃຫ້ວິສາຫະກິດລົງທຶນຈາກນັກທຸລະກິດຕ່າງປະເທດ ລົງທຶນຊໍ້າຢູ່ຈີນໂດຍບໍ່ຕ້ອງຈົດທະບຽນເງິນຕາຕ່າງປະເທດ ທັງໄດ້ຫຼຸດຜ່ອນຂັ້ນຕອນໃຫ້ກະທັດຮັດງ່າຍຂຶ້ນ. ພ້ອມດຽວກັນນີ້, ຈີນໄດ້ຊຸກຍູ້ມາດຕະການປິ່ນອ້ອມທີ່ກ່ຽວຂ້ອງ ເພື່ອຫຼຸດຜ່ອນຂັ້ນຕອນການຄຸ້ມຄອງທຶນຂ້າມຊາດຕື່ມອີກ.
ຄໍາເຫັນ