ຈີນຈະສ້າງເຂື່ອນໄຟຟ້າຂະໜາດນ້ອຍສີຂຽວ ເພີ່ມອີກ 80 ກວ່າແຫ່ງ

ຂ່າວສານຊີອາໄອລາຍງານໃນທ້າຍອາຜ່ານມາ, ກະຊວງຊົນລະປະທານຈີນ ໄດ້ເປີດເຜີຍຈຸດສຳຄັນຂອງວຽກງານຊົນລະປະທານ ແລະ ໄຟຟ້ານໍ້າຕົກຢູ່ຊົນນະບົດໃນປີ 2024 ໂດຍລະບຸວ່າ: ຈະສືບຕໍ່ຊຸກຍູ້ການພັດທະນາພະລັງງານໄຟຟ້ານ້ຳຕົກຂະໜາດນ້ອຍສີຂຽວ ແລະ ຈະສ້າງເຂື່ອນໄຟຟ້ານ້ຳຕົກຂະໜາດນ້ອຍສີຂຽວສາທິດເພີ່ມອີກ 80 ກວ່າແຫ່ງໃນປີນີ້.
ເຈົ້າໜ້າທີ່ກົມຊົນລະປະທານ ແລະ ໄຟຟ້ານ້ຳຕົກຊົນນະບົດ ກະຊວງຊົນລະປະທານຈີນກ່າວວ່າ: ຈະເພີ່ມຄວາມເຂັ້ມງວດໃນການສ້າງເຂື່ອນໄຟຟ້ານ້ຳຕົກຂະໜາດນ້ອຍສີຂຽວສາທິດ, ເພີ່ມທະວີການຝຶກອົບຮົມກ່ຽວກັບການສ້າງເຂື່ອນໄຟຟ້ານ້ຳຕົກສາທິດ, ກວດສອບການສ້າງເຂື່ອນໄຟຟ້ານ້ຳຕົກຢ່າງເຂັ້ມງວດ ແລະ ຕິດຕາມຄຸ້ມຄອງເຂື່ອນໄຟຟ້າສາທິດຢ່າງເຂັ້ມງວດ. ໃນປີ 2024, ຈະສ້າງເຂື່ອນໄຟຟ້າຂະໜາດນ້ອຍສີຂຽວສາທິດເພີ່ມອີກ 80 ກວ່າແຫ່ງ ທັງຈະປະສານງານເພື່ອວາງນະໂຍບາຍກະຕຸກຊຸກຍູ້ຢ່າງຕັ້ງໜ້າ.
ເຂື່ອນໄຟຟ້ານ້ຳຕົກຂະໜາດນ້ອຍສີຂຽວສາທິດ ມີບົດບາດສາທິດໃນດ້ານການປົກປັກຮັກສາ ແລະ ຟື້ນຟູລະບົບນິເວດຂອງແມ່ນ້ຳ ແລະ ໜອງບຶງ, ການສ້າງມາດຕະຖານຂອງການຜະລິດຢ່າງປອດໄພ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ສ້າງຄວາມຜາສຸກໃຫ້ແກ່ປະຊາຊົນ. ການສ້າງເຂື່ອນໄຟຟ້າສາທິດແມ່ນຂໍກະແຈສໍາຄັນແຫ່ງການເລັ່ງລັດການພັດທະນາການຫັນເປັນສີຂຽວຂອງເຂື່ອນໄຟຟ້ານ້ຳຕົກຂະໜາດນ້ອຍ.

ຄໍາເຫັນ

ຂ່າວຕ່າງປະເທດ

ລາຄານໍ້າມັນແອັດຊັງ ໃນຍີ່ປຸ່ນຫຼຸດລົງຕໍ່າສຸດໃນຮອບ 5 ປີ

ລາຄານໍ້າມັນແອັດຊັງ ໃນຍີ່ປຸ່ນຫຼຸດລົງຕໍ່າສຸດໃນຮອບ 5 ປີ

ຂ່າວຕ່າງປະເທດລາຍງານໃນວັນທີ 29 ພຶດສະພາ ຜ່ານມາວ່າ: ກະຊວງ​ເສດຖະກິດ, ການ​ຄ້າ ​ແລະ ອຸດສາຫະກຳ​ຍີ່ປຸ່ນ ລາຍງານ​ວ່າ: ລາຄາ​ຂາຍຍ່ອຍ​ນ້ຳມັນແອັດຊັງທຳມະດາໃນ​ຍີ່ປຸ່ນ​ໄດ້​ຫຼຸດ​ລົງ​ຕ່ຳ​ກວ່າ 180 ​ເຢນຕໍ່​ລິດ ຊຶ່ງເປັນ​ລະດັບ​ຕ່ຳ​ສຸດໃນ​ຮອບ 5 ​ເດືອນ, ​ໄດ້​ສະທ້ອນ​ເຖິງ​ຜົນ​ດີ​ຂອງ​ໂຄງການ​ອຸດ​ໜູນ​ລາຄາ​ນ້ຳມັນ​ເຊື້ອ​ໄຟ​ຂອງ​ລັດຖະບານ.
ສະຫະພາບ​​ເອີຣົບ​​ຍົກ​ເລີກ​ການ​ລົງ​ໂທດ​ດ້ານ​ເສດຖະກິດຕໍ່​ຊີຣີ

ສະຫະພາບ​​ເອີຣົບ​​ຍົກ​ເລີກ​ການ​ລົງ​ໂທດ​ດ້ານ​ເສດຖະກິດຕໍ່​ຊີຣີ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 28 ພຶດສະພາ​ ຜ່ານມາ, ສະຫະພາບ​ເອີຣົບ​ໄດ້​ຍົກ​ເລີກ​ການ​ລົງ​ໂທດ​ດ້ານ​ເສດຖະກິດ​ທັງ​ໝົດ​ທີ່​ມີ​ຕໍ່​ຊີຣີ, ມີ​ພຽ​ງ​ແຕ່ຮັກສາ​ໄວ້​ການ​ລົງ​ໂທດ​ດ້ານຄວາມ​ໝັ້ນ​ຄົງ.

ກຳ​ລັງຕິດຕັ້ງເຄື່ອງ​ຜະ​ລິດໄຟຟ້າພະລັງງານລົມທົ່ວໄປະເທດຈີນ ສ້າງສະຖິຕິສູງສຸດໃນປະຫວັດສາດ

ກຳ​ລັງຕິດຕັ້ງເຄື່ອງ​ຜະ​ລິດໄຟຟ້າພະລັງງານລົມທົ່ວໄປະເທດຈີນ ສ້າງສະຖິຕິສູງສຸດໃນປະຫວັດສາດ

ຂ່າວສານຊີອາໄອ ລາຍງານວ່າ: ບົດລາຍງານການພັດທະນາພະລັງງານ​ໝູນວຽນຂອງຈີນໃນປີ 2024 ​ທີ່​ປະ​ກາດ​ໃນ​ວັນ​ທີ 28 ພຶດ​ສະ​ພາ ຜ່ານມານີ້​ໄດ້​ສະ​ແດງ​ໃຫ້​ເຫັນວ່າ: ໃນປີ 2024 ​ກຳ​ລັງຕິດຕັ້ງເຄື່ອງ​ຜະ​ລິດໄຟຟ້າພະລັງງານ​ໝູນວຽນໃນທົ່ວປະເທດຈີນໄດ້ສ້າງສະຖິຕິສູງສຸດ​ໃນ​ປະ​​ຫວັດ​ສາດ ​ຊຶ່ງກວມຫຼາຍກວ່າ 60% ​ໃນການຕິດຕັ້ງພະລັງງານ​ໝູນວຽນຂອງທົ່ວໂລກ. ຄາດວ່າໃນປີນີ້​ກຳ​ລັງຕິດຕັ້ງເຄື່ອງ​ຜະ​ລິດໄຟຟ້າພະລັງລົມແລະແສງຕາ​ເວັນຈະເພີ່ມຂຶ້ນອີກ 280 ລ້ານກິໂວວັດ.
Apple ສະກັດກັ້ນການເຮັດທຸລະກໍາສໍ້ໂກງ 9 ຕື້ກວ່າໂດລາ ໃນໄລຍະ 5 ປີ

Apple ສະກັດກັ້ນການເຮັດທຸລະກໍາສໍ້ໂກງ 9 ຕື້ກວ່າໂດລາ ໃນໄລຍະ 5 ປີ

ຂ່າວຕ່າງປະເທດລາຍງານ ໃນວັນທີ 28 ພຶດສະພາ ຜ່ານມາ; ບົດລາຍງານການວິເຄາະການສໍ້ໂກງ ປະຈຳປີຂອງ App Store ໂດຍບໍລິສັດ Apple ໄດ້ເປີດເຜີຍວ່າ: App Store ຊຶ່ງມີຜູ້ເຂົ້າຊົມໃຊ້ຫຼາຍກວ່າ 813 ລ້ານຄົນຕໍ່ອາທິດ ສາມາດປົກປ້ອງຜູ້ໃຊ້ງານຈາກການເຮັດທຸລະກຳການສໍ້ໂກງ ມູນຄ່າທັງໝົດ 9 ຕື້ໂດລາ ໃນໄລຍະ 5 ປີຜ່ານມາ, ໂດຍໃນປີ 2024 ພຽງປີດຽວສາມາດສະກັດກັ້ນການເຮັດທຸລະກຳສໍ້ໂກງໄດ້ຫຼາຍກວ່າ 2 ຕື້ໂດລາ.
ຄາດ​ວ່າ ຕີ​ມໍເລັ​ດສະເຕ​ ຈະ​ກາຍ​ເປັນ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ຢ່າງ​ເປັນ​ທາງ​ການພາຍ​ໃນ​ປີ​ນີ້

ຄາດ​ວ່າ ຕີ​ມໍເລັ​ດສະເຕ​ ຈະ​ກາຍ​ເປັນ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ຢ່າງ​ເປັນ​ທາງ​ການພາຍ​ໃນ​ປີ​ນີ້

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 27 ພຶດ​ສະ​ພາ ຜ່ານມາ, ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ຄັ້ງ​ທີ 46 ໄດ້​ປິດລົງ​​ຢ່າງ​ເປັນ​ທາງ​ການຢູ່​ນະ​ຄອນ​ຫຼວງ​ກົວ​ລາ​ລຳ​ເປີ ​ປະ​ເທດ​ມາ​ເລ​ເຊຍ. ທ່ານ​ ອັນ​ວາ ອິບ​ຣາ​ຮິມ ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ​​ຢືນ​ຢັນ​ວ່າ, ​ຄາດ​ວ່າຕີ​ມໍ​ເ​ລັ​ດສະ​ເຕ ​ຈະ​ກາຍ​ເປັນ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ທີ 11 ຢ່າງ​ເປັນ​ທາງ​ການ​ພາຍໃນ​ປີ​ນີ້.
ນາຍົກລັດຖະມົນຕີຈີນ ເຂົ້າຮ່ວມພິທີເປີດເວທີປຶກສາຫາລືເສດຖະກິດສາມຝ່າຍ

ນາຍົກລັດຖະມົນຕີຈີນ ເຂົ້າຮ່ວມພິທີເປີດເວທີປຶກສາຫາລືເສດຖະກິດສາມຝ່າຍ

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 27 ພຶດສະພາ ຜ່ານມາ, ທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນ, ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍ ແລະ ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ພ້ອມກັນເຂົ້າຮ່ວມພິທີເປີດເວທີປຶກສາຫາລືເສດຖະກິດສາມຝ່າຍອາຊຽນ - ຈີນ - ຄະນະກຳມະການຮ່ວມມືປະເທດອາຣັບອ່າວເປີເຊຍ ຢູ່ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ ແລະ ກ່າວຄຳປາໄສ.
ທ່ານ​ ສີ​ຈິ້ນ​ຜິງ​ ສົ່ງ​ສານ​ຊົມ​ເຊີຍ​ເຖິງກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 9 ຂອງກອງ​ເຍົາ​ວະ​ຊົນ​ບຸກ​ເບີກ​ຈີນ

ທ່ານ​ ສີ​ຈິ້ນ​ຜິງ​ ສົ່ງ​ສານ​ຊົມ​ເຊີຍ​ເຖິງກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 9 ຂອງກອງ​ເຍົາ​ວະ​ຊົນ​ບຸກ​ເບີກ​ຈີນ

ຂ່າວສານຊີອາໄອລາຍງານວ່າ: ເນື່ອງ​ໃນ​ໂອ​ກາດ​ວັນ​ເດັກ​ນ້ອຍ​ສາ​ກົນວັນ​ທີ 1 ມິ​ຖຸ​ນາ​ໃກ້​ຈະ​ໝູນ​ວຽນ​ມາ​ເຖິງ, ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 9 ຂອງກອງ​ເຍົາ​ວະ​ຊົນ​ບຸກ​ເບີກ​ຈີນໄດ້​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 27 ພຶດ​ສະ​ພາ​ນີ້ ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ.
ຫວຽດ​ນາມ ​ສົ່ງ​ອອກ​ໄຟ​ຟ້າ​ພະ​ລັງ​ງານ​ທົດ​ແທນ​ໄປ​ຍັງ ມາ​ເລ​ເຊຍ ແລະ ສິງ​ກະ​ໂປ

ຫວຽດ​ນາມ ​ສົ່ງ​ອອກ​ໄຟ​ຟ້າ​ພະ​ລັງ​ງານ​ທົດ​ແທນ​ໄປ​ຍັງ ມາ​ເລ​ເຊຍ ແລະ ສິງ​ກະ​ໂປ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນຄັ້ງທີ 46 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ມາເລເຊຍ ແລະ ທ່ານ ລໍເຣັສ ວອງ ນາຍົກລັດຖະມົນຕີ ສິງກະໂປ ໄດ້ເປັນສັກຂີພິຍານພິທີມອບ-ຮັບຂໍ້ຕົກລົງຮ່ວມມືການສົ່ງອອກໄຟຟ້າພະລັງງານທົດແທນ.
ລະບົບເງິນຕາສາກົນທີ່ຖື​ເງິນ​ໂດ​ລາເປັນພື້ນຖານ​​ພວມ​ເກີດ​​ຄວາມ​ບໍ່​ແນ່ນອນ

ລະບົບເງິນຕາສາກົນທີ່ຖື​ເງິນ​ໂດ​ລາເປັນພື້ນຖານ​​ພວມ​ເກີດ​​ຄວາມ​ບໍ່​ແນ່ນອນ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 26 ພຶດ​ສະ​ພາ ຜ່ານມາ, ທ່ານນາງ​ ຄ​ຣິ​ສ​ຕິນ ລາ​ກາດ ຜູ້​ວ່າ​ການ​ທະ​ນາ​ຄານ​​ກາງ​ເອີ​ຣົບ​ໄດ້​ກ່າວ​ປາ​ຖະ​ກະ​ຖາໃນ​ເວ​ທີ​ປຶກ​ສາ​ຫາ​ລື​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​​ແບັກ​ແລັງ​ ປະ​ເທດ​ເຢຍ​ລະ​ມັນ ​ວ່າ: ປັດ​ຈຸ​ບັນ, ລະ​ບົບ​ເງິນ​ຕາ​ສາ​ກົນ​ທີ່​ຖື​ເງິນ​ໂດ​ລາ​ເປັນ​ພື້ນ​ຖານ​ພວມ​ເກີດ​ຄວາມບໍ່​ແນ່ນອນ, ເອີ​ຣົບ​ຄວນ​ດຳ​ເນີນ​ການ​ປະ​ຕິ​ຮູບ​ຈາກຫຼາຍ​ດ້ານ ເພື່ອຫຼຸດ​ຜ່ອນ​ຜົນ​ກະ​ທົບ​ຕໍ່​ເງິນ​ໂດ​ລາ​​ໃນ​ການ​ປ່ຽນ​ແປງ​ຂອງ​ລະ​ບຽບ​ການ​ສາ​ກົນ.
ເພີ່ມເຕີມ