ແຂວງຈຳປາສັກ ຈັດກອງປະຊຸມສະຫຼຸບຕີລາຄາວຽກງານກວດກາ 5 ປີ

ແຂວງຈຳປາສັກ ຈັດກອງປະຊຸມສະຫຼຸບຕີລາຄາວຽກງານກວດກາ 5 ປີ

ແຂວງຈຳປາສັກ ຈັດກອງປະຊຸມສະຫຼຸບຕີລາຄາວຽກງານກວດກາ 5 ປີ
ໃນວັນທີ 18 ກັນຍາ 2026, ແຂວງຈຳປາສັກໄດ້ຈັດກອງປະຊຸມສະຫຼຸບຕີລາຄາວຽກງານກວດກາທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030)ຂຶ້ນ, ຢູ່ທີ່ສະໂມສອນແຂວງ ໂດຍການເປັນປະທານຂອງສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ມີສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ບັນດາສະຫາຍຄະນະປະຈຳພັກ, ກຳມະການພັກ, ປະທານ-ຮອງປະທານຄະນະກວດກາພັກແຂວງ, ເລຂາ-ຮອງເລຂາພັກບັນດາເມືອງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ແຂວງຈຳປາສກ ຈດກອງປະຊມສະຫບຕລາຄາວຽກງານກວດກາ 5 ປ - image 1
 

 

ໃນກອງປະຊຸມ ສະຫາຍ ອາລຸນໄຊ ສູນນະລາດ ໄດ້ໃຫ້ກຽດກ່າວເປີດກອງປະຊຸມ ຊຶ່ງສະຫາຍໄດ້ກ່າວວ່າວຽກງານກວດກາ ແມ່ນເນື້ອໃນສໍາຄັນຂອງວິທີການນໍາພາຂອງພັກ, ຊຶ່ງແມ່ນເຄື່ອງມືອັນແຫຼມຄົມໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ. ແຂວງຈໍາປາສັກໄດ້ພະຍາຍາມຢ່າງສູງໃນການຈັດຕັ້ງປະຕິບັດວຽກງານຕິດຕາມ, ກວດກາ, ຕ້ານການສໍ້ລາດບັງຫຼວງ ແລະ ການແກ້ໄຂຜົນຂອງການກວດກາຢ່າງແຂງແຮງ, ຊຶ່ງສາມາດສະກັດກັ້ນ ແລະ ເຮັດໃຫ້ປະກົດການຍໍ້ທໍ້ຕ່າງໆຫຼຸດນ້ອຍຖອຍລົງ, ປະກອບ ສ່ວນສໍາຄັນ ເຂົ້າໃນການຮັກສາສະຖຽນລະພາບ ທາງດ້ານການເມືອງ, ຄວາມສະຫງົບ ແລະ ການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມຂອງແຂວງ. ພ້ອມນີ້ ສະຫາຍຍັງໄດ້ເຜີຍແຜ່ເຊື່ອມຊຶມບົດໂອ້ລົມຂອງສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຕໍ່ກອງປະຊຸມວຽກງານກວດກາທົ່ວປະເທດຄັ້ງທີ V, ຈາກນັ້ນສະຫາຍ ສີສຸກ ພົງພິຈິດ ຮອງປະທານຄະນະກວດກາພັກແຂວງໄດ້ຜ່ານບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານກວດກາ 5 ປີ (2021-2025) ແລະ ທິດທາງວຽກງານຈຸດສຸມ (2026-2030) ຊຶ່ງສະຫາຍໄດ້ຍົກໃຫ້ເຫັນໄລຍະ 5 ປີຜ່ານມາ ແຂວງຈຳປາສັກໄດ້ຕິດຕາມ, ກວດກາໂຄງການລົງທຶນຂອງລັດມູນຄ່າ 10 ຕື້ກີບຂຶ້ນໄປ ແລະ 10 ຕື້ລົງມາ ຈໍານວນ 221 ໂຄງການ; ຕິດຕາມໂຄງການເລີ່ມແຕ່ຫົວທີ 2 ໂຄງການ; ຕິດຕາມການຈັດເກັບລາຍຮັບ ແລະ ການປະຕິບັດລາຍຈ່າຍ; ຕິດຕາມ, ກວດກາຕາມຜົນການກວດສອບ ແລະ ຕາມມະຕິຂອງສະພາປະຊາຊົນແຂວງ 18 ເປົ້າໝາຍ; ກວດກາຕາມມະຕິສະພາແຫ່ງຊາດເລກທີ 113/ສພຊ ແລະ 139/ສພຊ; ການຈັດຕັ້ງປະຕິບັດຄຳສັ່ງ 15/ນຍ; ຕິດຕາມ, ກວດກາການປະຕິບັດຜົນການກວດກາ; ໄດ້ດໍາເນີນການສືບສວນ-ສອບສວນຕໍ່ພະນັກງານລັດທີ່ມີພຶດຕິກຳສໍ້ລາດບັງຫຼວງ ແລະ ບຸກຄົນທີ່ມີສ່ວນພົວພັນ ຕາມກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ແລະ ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ແລະ ນິຕິກຳອື່ນໆຢ່າງເຂັ້ມງວດ ແລະ ເດັດຂາດ. ໄດ້ດໍາເນີນຄະດີທັງໝົດ 37 ຄົນ, ພະນັກງານລັດ 17 ຄົນ, ພະນັກງານບໍລິສັດ 10 ຄົນ, ພະນັກງານລັດວິສາຫະກິດ 07 ຄົນ ແລະ ປະຊາຊົນ 3 ຄົນ.

ແຂວງຈຳປາສກ ຈດກອງປະຊມສະຫບຕລາຄາວຽກງານກວດກາ 5 ປ - image 2
 

ພ້ອມນີ້, ສະຫາຍ ບົວສອນ ວົງຫາຈັກ ຮອງປະທານຄະນະກວດກາພັກແຂວງກໍໄດ້ຜ່ານຮ່າງແຜນພັດທະນາວຽກງານກວດກາທົ່ວແຂວງ ແຕ່ປີ 2026-2030 ແລະ ສະຫາຍ ບຸນຄົງ ພັນວົງສາ ຄະນະປະຈຳພັກແຂວງ, ປະທານຄະນະກວດກາພັກແຂວງ ຜ່ານມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການເພີ່ມທະວີສະກັດກັ້ນ, ຕ້ານ ແລະ ແກ້ໄຂພະຍາດອາດຍາສິດ, ການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້, ການຟຸມເຟືອຍ ໃນກົງຈັກພັກ-ລັດ ແລະ ສັງຄົມ. ຫຼັງຈາກນັ້ນ, ສະຫາຍ ວັນໄຊ ພອງສະຫວັນ ກໍໄດ້ມີຄຳເຫັນເຈາະຈີ້ມບາງບັນຫາ ພ້ອມດຽວກັນນັ້ນບັນດາສະຫາຍຜູ້ແທນກອງປະຊຸມກໍໄດ້ຜັດປ່ຽນກັນຂຶ້ນປະກອບຄຳເຫັນ.

ໃນໂອກາດນີ້ ສະຫາຍ ວັນໄຊ ພອງສະຫວັນ ກໍໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ, ຊຶ່ງສະຫາຍກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ, ຄະນະນຳ ກໍຄືຄະນະກວດກາແຂວງຈຳປາສັກ ໃນການຈັດ ຕັ້ງປະຕິບັດວຽກງານກວດກາ 5 ປີຂອງແຂວງຈົນໄດ້ຮັບຜົນສຳເລັດໃນຫຼາຍດ້ານ ພ້ອມນີ້ຍັງໄດ້ເນັ້ນຕໍ່ຄະນະພັກ, ຄະນະນຳ ຂອງແຂວງຕ້ອງໄດ້ສ້າງການຫັນປ່ຽນໃໝ່ທາງດ້ານຈິນຕະນາການກ່ຽວກັບວຽກງານກວດກາ, ໃຫ້ຖືເອົາວຽກງານກວດກາເປັນເຄື່ອງມືໃນການນຳພາ, ເປັນເຄື່ອງມືໃນການບໍລິຫານ, ການກວດ ກາແມ່ນກວດໃຫ້ເຫັນດ້ານດີຜົນສຳເລັດເພື່ອຈັດຕັ້ງຜັນຂະຫຍາຍ, ກວດໃຫ້ເຫັນດ້ານອ່ອນເພື່ອປັບປຸງແກ້ໄຂ, ວຽກງານກວດກາເປັນວຽກງານຂອງຄະນະພັກ, ຄະນະປະຈຳພັກໂດຍສະເພາະແມ່ນສະຫາຍເລຂາຄະນະພັກຕ້ອງກຳກັບຮັບຜິດຊອບໂດຍກົງໃນການນໍາພາ-ຊີ້ນຳຊຸກຍູ້ຕິດຕາມວຽກງານກວດກາເພື່ອແກ້ໄຂບັນຫາຕ່າງໆ, ແຜນການເຄື່ອນໄຫວຂອງຄະນະກວດກາຂັ້ນແຂວງ,ຂັ້ນເມືອງຕ້ອງໄດ້ຫັນມາເປັນແຜນຂອງຄະນະພັກ, ຄະນະກວດກາແມ່ນເປັນຜູ້ປະຕິບັດຕາມແຜນການຂອງຄະນະປະຈຳ, ຄະນະກວດກາແມ່ນເປັນເສນາທິການໃຫ້ຄະນະພັກ; ສະນັ້ນຕ້ອງເອົາໃຈໃສ່ເພີ່ມທະວີວຽກງານກວດກາພັກ, ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ກວດກາໝາກຜົນການຈັດຕັ້ງປະຕິບັດວຽກງານຕ່າງໆ; ວຽກງານກວດກາລັດຕ້ອງເພີ່ມທະວີໃນການກວດກາອົງການອຳນາດລັດ, ກວດກາຜູ້ບໍລິຫານລັດ ເພື່ອເປັນການສະກັດກັ້ນແຕ່ຫົວທີເພື່ອບໍ່ໃຫ້ມີການລະເມີດ, ກວດກາບັນດາໂຄງການລົງທຶນຂອງລັດ, ການຈັດຊື້-ຈັດຈ້າງ, ການຄຸ້ມຄອງນຳໃຊ້ງົບປະມານ, ກວດກາການນຳໃຊ້ແຮ່ທາດຕ່າງໆ, ກວດກາການລົງທຶນຂອງເອກະຊົນ; ເອົາໃຈ ໃສ່ແກ້ໄຂຜົນການກວດກາໃຫ້ເປັນໄປຕາມຂັ້ນຕອນທີ່ກຳນົດໄວ້ໃນກົດໝາຍກວດກາລັດ, ບັນຫາໃດທີ່ບໍ່ສາ ມາດແກ້ໄດ້ກໍໃຫ້ສະເໜີຕໍ່ຂັ້ນເທິງເພື່ອຄົ້ນຄວ້າແກ້ໄຂ; ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງຊຶ່ງເປັນໜ້າທີ່ຍຸດທະສາດຂອງພັກເຮົາທີ່ຕ້ອງໄດ້ເອົາໃຈໃສ່, ສະນັ້ນຕ້ອງໄດ້ເພີ່ມທະວີໃນການໂຄສະນາສຶກສາອົບຮົມເຮັດໃຫ້ພະນັກງານ, ທະຫານ-ຕຳຫຼວດ ແລະ ປະຊາຊົນໄດ້ເຫັນຜົນຮ້າຍຂອງການສໍ້ລາດບັງຫຼວງ.

ພ້ອມນີ້ ຍັງໄດ້ມອບເງິນຈຳນວນ 100,000,000 ກີບ ໃຫ້ຄະນະກວດກາພັກແຂວງເພື່ອນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານກວດກາຂອງແຂວງ ແລະ ມອບເງິນຈຳນວນ 100,000,000 ກີບ ໃຫ້ແຂວງເພື່ອຊ່ວຍເຫຼືອວຽກງານສະກັດກັ້ນ ແລະ ແກ້ໄຂໄພພິບັດອີກດ້ວຍ. (ຂ່າວ: ຕູ່ນ່າ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

​ ພັກ ແລະ ລັດຖະບານ ສປປ ລາວ ຍາມໃດກໍໃຫ້ຄວາມສໍາຄັນເປັນກົກຕໍ່ວຽກງານພັດທະນາຊົນນະບົດ, ຫຼຸດຜ່ອນຄວາມທຸກຍາກ ແລະ ວຽກງານໂພຊະນາການ ຊຶ່ງໃນທຸກໆປີ ປະຊາຄົມໂລກໄດ້ຮ່ວມກັນສະເຫຼີມສະຫຼອງວັນສໍາຄັນທີ່ຕິດພັນກັບວຽກງານດັ່ງກ່າວ ໂດຍອົງການອາຫານ ແລະ ການກະເສດ ຂອງສະຫະປະຊາຊາດ (FAO) ໄດ້ກໍານົດເອົາວັນທີ 16 ຕຸລາ ເປັນວັນອາຫານໂລກເລີ່ມແຕ່ປີ 1980 ແລະ ວັນທີ 17 ຕຸລາ ເປັນວັນສາກົນເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 1992 ພ້ອມທັງກຳນົດເອົາ ວັນທີ 17-24 ຕຸລາ ເປັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 2003 ເປັນຕົ້ນມາ.
ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ແຂວງບໍລິຄຳໄຊ ໄດຈັດພິທີຈູດທໍາລາຍຢາເສບຕິດ ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດຄົບຮອບ 25 ປີ ( 12 ຕຸລາ 2001 – 12 ຕຸລາ 2026 ) ຂຶ້ນໃນຕອນເຊົ້າ ວັນທີ 14 ຕຸລາ 2026 ຢູ່ທີ່ສູນບໍາບັດ ແລະ ຟຶ້ນຟູຜູ້ຕິດຢາເສບຕິດໜອງດົງ ເມືອງປາກກະດິງ ແຂວງ ບໍລິຄໍາໄຊ, ໃຫ້ກຽດທ່ານ ຄໍາແຫວນ ປັນຍານຸວົງ ປະທານຄະນະກໍາມະການປົກຄອງແຂວງ ບໍລິຄຳໄຊ ມີສະພາປະຊາຊົນຊົນແຂວງ,ຕາງໜ້າພະແນການ,ຫ້ອງການອ້ອມຂ້າງແຂວງ ມີຄະນະກໍາມະການຄວບຄຸມ ແລະ ຕ້ານຢາເສບຕິດແຂວງ, ແລະ ນ້ອງນັກຮຽນ, ຊາວໜຸ່ມ, ເຍົາວະຊົນ ເຂົ້າຮ່ວມ.
ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ໃນວັນທີ 15 ຕຸລາ 2026, ກົມຄຸ້ມຄອງການທ່ອງທ່ຽວ, ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ ໂດຍການເປັນປະທານຂອງທ່ານ ນາງ ອາລຸນນີ ປັນຍາສິດ ຮອງຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ, ກະຊວງ ວທ ແລະ ທ່ານ ມະໂນທອງ ພົງສະຫວັດ ວ່າການຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ພ້ອມດ້ວຍ ຄະນະຮັບຜິດຊອບຈາກກົມຄຸ້ມຄອງການທ່ອງທ່ຽວ ຕະຫຼອດຮອດຜູ້ຕາງໜ້າຈາກພາກລັດ, ຜູ້ປະກອບການທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ວັນທີ 15 ຕຸລາ 2026 ນີ້ ຫ້ອງການແຮງງານ ແລະ ສະຫັວດດີການສັງຄົມເມືອງ ສົມທົບກັບ ບໍລິສັດ ສົງເສີ່ມແຮງງານລາວ ໄດ້ເປີດການສໍາພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ ໄລຍະ 8 ເດືອນ ຂຶ້ນຢູ່ທີ່ສະໂມສອນຫ້ອງວ່າການ ເມືອງໝື່ນ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ເຕັງເມັ້ງ ຢາງລືໄຊ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງວຽງຈັນ, ທ່ານ ຈີ້ທ່າວ ຊົ້ງເຢີ ກໍາມະການພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ມີບັນ ດາທີມງານ ຂັ້ນເມືອງ, ແຂວງ, ບໍລິສັດ ແລະ ແຮງງານຜູ້ທີ່ສະໝັກໃຈເຮັດວຽກເຂົ້າຮ່ວມ.
ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ສະຖາບັນເລືອດແຫ່ງຊາດ, ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການໂຄສະນາປຸກລະດົມບໍລິຈາກເລືອດຜ່ານສື່ມວນຊົນ ຈັດຂຶ້ນໃນວັນທີ 15 ຕຸລານີ້ ທີ່ສະຖາບັນດັ່ງກ່າວ ພາຍໃຕ້ການເປັນປະທານຂອງທ່ານ ຈັນທະລາ ສຸກສາຄອນ ຮອງປະທານອົງການກາແດງແຫ່ງຊາດລາວ, ມີບັນດາຜູ້ຕາງໜ້າ ສື່ມວນຊົນ ທີ່ມາຈາກ ໂຄສະນາອົບຮົມສູນກາງພັກ, ໜັງສືພິມປະຊາຊົນ, ໂທລະພາບແຫ່ງຊາດ ແລະ ບັນດາສື່ມວນຊົນອ້ອມຂ້າງສູນກາງ,
ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ໃນຍຸກທີ່ສະພາບການພາກພື້ນ ແລະ ສາກົນພວມມີການຫັນປ່ຽນຢ່າງວ່ອງໄວ, ການປົກປັກຮັກສາອໍານາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ການສ້າງເສັ້ນຊາຍແດນໃຫ້ກາຍເປັນ "ຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື" ຖືເປັນໜ້າທີ່ຍຸດທະສາດອັນສຳຄັນຍິ່ງຂອງ ສປປ ລາວ. ຜ່ານຜົນງານການຈັດຕັ້ງປະຕິບັດວຽກງານຊາຍແດນໃນໄລຍະຜ່ານມາ ໂດຍສະເພາະໃນປີ 2026 ນີ້, ສປປ ລາວ ໄດ້ສຳເລັດໜ້າວຽກອັນພົ້ນເດັ່ນຫຼາຍດ້ານ ຊຶ່ງສະທ້ອນໃຫ້ເຫັນເຖິງຄວາມຕັດສິນໃຈອັນສູງສົ່ງຂອງພັກ, ລັດຖະບານ ແລະ ປະຊາຊົນບັນດາເຜົ່າ.
ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ວັນທີ 14 ຕຸລາ ນີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລືຂັ້ນສູນກາງ ກ່ຽວກັບການຕີຄວາມໝາຍ ແລະ ການນຳໃຊ້ມາດຕາ 247 ແລະ ມາດຕາ 231 ວັກ 2 ຂອງປະມວນກົດໝາຍອາຍາ, ໂດຍການເປັນປະທານຂອງ ທ່ານ ຄຳເພັດ ສົມວໍລະຈິດ ຄະນະປະຈຳພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາການນຳ, ຜູ້ຕາງໜ້າຈາກສະພາແຫ່ງຊາດ, ຫ້ອງວ່າການສູນກາງພັກ, ສຳນັກງານປະທານປະເທດ, ອົງການໄອຍະການປະຊາຊົນສູງສຸດ (ອອປສ), ສານປະຊາຊົນ, ອົງການສືບສວນ–ສອບສວນ, ກະຊວງຍຸຕິທຳ, ບັນດາສາດສະດາຈານ, ນັກວິຊາການດ້ານກົດໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ປັດຈຸບັນອົງການປົກຄອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ມີຄວາມພ້ອມຮອບ ດ້ານໃນການຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ເພື່ອຊີງຂັນປະທານຄະນະກໍາມະການປົກຄອງ ນວ. ປີນີ້ກໍມີຫຼາຍກິດຈະກໍາຕ່າງໆທາງສາສະໜາ ແລະ ກິດຈະກໍາມ່ວນຊື່ນ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ນີ້.
ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ວັນທີ 14 ຕຸລາ ນີ້, ນາງ ລິນດາມອນ ສີດາພອນ ຮັກສາການຫົວໜ້າຫ້ອງການ ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ຖະແຫຼງຜົນການຕັດສິນຄະດີ ການສໍ້ລາດບັງຫຼວງ ຊຶ່ງມີເນື້ອໃນລາຍລະອຽດດັ່ງນີ້: ໃນວັນທີ 14 ຕຸລາ 2026 ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ນໍາເອົາຄະດີ ການສໍ້ລາດບັງຫຼວງ ອອກມາພິຈາລະນາ ຈໍານວນ 1 ເລື່ອງ ຊຶ່ງມີ ຈໍາເລີຍ ຈໍານວນ 1 ຄົນ ຊື່ ທ້າວ ເກສອນ ອາຍຸ 59 ປີ, ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກະຊວງ ກສ), ປັດຈຸບັນຢູ່ບ້ານຈອມເພັດເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ຖືກຫາວ່າ: ການສໍ້ລາດບັງຫຼວງ ຊຶ່ງສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ.
ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ວັນທີ 13 ຕຸລາ ນີ້ ທີ່ຫ້ອງປະຊຸມຊັ້ນ I ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ມີກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ໄລຍະ 5 ປີຜ່ານມາ (2021-2025) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2026-2030). ໂດຍການເປັນປະທານຂອງ ສະຫາຍ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ມີບັນດາຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ຫ້ອງການ, ບັນດາກົມ, ຕາງໜ້າຈາກຈັດຕັ້ງສູນກາງພັກ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມທັງເຊິ່ງໜ້າ ແລະ ທາງອອນລາຍ.
ເພີ່ມເຕີມ