ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວ

ຈີນຍິນດີຮ່ວມກັບບັນດາຝ່າຍເພີ່ມທະວີການຮ່ວມມືສ້າງຄວາມໝັ້ນຄົງດ້ານສະບຽງອາຫານ

ຈີນຍິນດີຮ່ວມກັບບັນດາຝ່າຍເພີ່ມທະວີການຮ່ວມມືສ້າງຄວາມໝັ້ນຄົງດ້ານສະບຽງອາຫານ
ຂ່າວສານຊີອາໄອລາຍງານ ຫວ່າງມໍ່ໆມານີ້, ທ່ານນາງ ເມົານີງ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວ ແລະ ວັນທີ 16 ຕຸລາ

 ຜ່ານມາ ແມ່ນວັນສະບຽງອາຫານໂລກ, ໃນເວລາຕອບຄຳຖາມທີ່ກ່ຽວຂ້ອງ, ທ່ານນາງ ເມົານີງກ່າວວ່າ: ຄວາມໝັ້ນຄົງດ້ານສະບຽງອາຫານແມ່ນໜຶ່ງໃນ 8 ຂົງເຂດການຮ່ວມມືທີ່ສຳຄັນຂອງຂໍ້ລິເລີ່ມການພັດທະນາທົ່ວໂລກ. ຈີນຍິນດີຮ່ວມກັບບັນດາຝ່າຍສືບຕໍ່ເພີ່ມທະວີການຮ່ວມມືສ້າງຄວາມໝັ້ນຄົງດ້ານສະບຽງອາຫານ, ຮ່ວມກັນສ້າງໂລກທີ່ບໍ່ມີຄວາມອຶດຫີວ.

ທ່ານນາງ ເມົານີງຊີ້ໃຫ້ເຫັນວ່າ: ຈີນແມ່ນປະເທດໃຫຍ່ອັນດັບໜຶ່ງຢູ່ໃນໂລກ ດ້ານການຜະລິດສະບຽງອາຫານ, ດິນປູກຝັງຂອງຈີນມີບໍ່ຮອດ 9% ຂອງທົ່ວໂລກ, ແຕ່ຍອດປະລິມານຜົນຜະລິດກວມປະມານ 25% ຂອງໂລກ ຊຶ່ງໄດ້ແກ້ໄຂບັນຫາເຂົ້າກິນຂອງປະຊາກອນຈີນຈຳນວນ 1 ຕື້ 400 ລ້ານກວ່າຄົນ. ພ້ອມດຽວກັນນັ້ນ, ຈີນຍັງໄດ້ເອົາໃຈໃສ່ເປັນຢ່າງສູງຕໍ່ບັນຫາຄວາມໝັ້ນຄົງດ້ານສະບຽງອາຫານທົ່ວໂລກ, ໄດ້ກາຍເປັນປະເທດພວມພັດທະນາທີ່ໃຫ້ທຶນຊ່ວຍເຫຼືອຫຼາຍທີ່ສຸດ, ສົ່ງຜູ້ຊ່ຽວຊານໄປຕ່າງປະເທດຫຼາຍທີ່ສຸດ ແລະ ດຳເນີນໂຄງການຫຼາຍທີ່ສຸດພາຍໃຕ້ຂອບການຮ່ວມມືໃຕ້-ໃຕ້ຂອງອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ ຫຼື FAO.

ຄໍາເຫັນ

ຂ່າວຕ່າງປະເທດ

ທ່ານ ສີຈິ້ນຜິງ: “ຄວາມມຸ່ງຫວັງຂອງຂ້າພະເຈົ້າໃນນະທີ່ນີ້ຄືພວກຫຼານຕ່າງຈະສົມຫວັງດັ່ງໃຈປາຖະໜາ”

ທ່ານ ສີຈິ້ນຜິງ: “ຄວາມມຸ່ງຫວັງຂອງຂ້າພະເຈົ້າໃນນະທີ່ນີ້ຄືພວກຫຼານຕ່າງຈະສົມຫວັງດັ່ງໃຈປາຖະໜາ”

ເດັກນ້ອຍເຍົາວະຊົນຄື ອະນາຄົດຂອງປະເທດຊາດ, ຄືຄວາມຫວັງຂອງຊາດ. ການເຕີບໃຫຍ່ຢ່າງເຂັ້ມແຂງຂອງເດັກນ້ອຍທັງຫຼາຍເປັນສິ່ງທີ່ ທ່ານ ສີຈິ້ນຜິງ ປະທານປະເທດຈີນມີຄວາມຫ່ວງໃຍສະເໝີ. ໃນວັນທີ 29 ພຶດສະພາ 2013, ກ່ອນວັນເດັກນ້ອຍສາກົນ ທີ 1 ມິຖຸນາ ໃກ້ຈະໝູນວຽນມາເຖິງ ຊຶ່ງເປັນວັນເດັກນ້ອຍສາກົນຄັ້ງທຳອິດພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນ, ທ່ານ ສີຈິ້ນຜິງ ທີ່ຫາກໍໄດ້ຂຶ້ນດຳລົງຕຳແໜ່ງເປັນເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ໄດ້ເດີນທາງໄປຢ້ຽມຢາມວັງເຍົາວະຊົນນະຄອນຫຼວງປັກກິ່ງ ແລະ ສົ່ງຄຳອວຍພອນອັນປະເສີດໄປເຖິງເດັກນ້ອຍເຍົາວະຊົນຈຳນວນມະຫາສານໃນທົ່ວປະເທດຈີນ ໃນນາມ “ເພື່ອນມິດໃຫຍ່” ຄົນໜຶ່ງ.
4 ເດືອນຕົ້ນ​ປີ ກຳ​ໄລ​ຂອງວິ​ສາ​ຫະ​ກິດອຸດ​ສາ​ຫະ​ກຳ​​ທົ່ວ​ປະ​ເທດ​ຈີນເພີ່ມ​ຂຶ້ນ 18.2%

4 ເດືອນຕົ້ນ​ປີ ກຳ​ໄລ​ຂອງວິ​ສາ​ຫະ​ກິດອຸດ​ສາ​ຫະ​ກຳ​​ທົ່ວ​ປະ​ເທດ​ຈີນເພີ່ມ​ຂຶ້ນ 18.2%

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 27 ພຶດ​ສະ​ພາ​ ຜ່ານມາ, ອົງ​ການ​ສະ​ຖິ​ຕິ​ແຫ່ງ​ຊາດ​ຈີນ ​ໄດ້​ເຜີຍ​ແຜ່​ຂໍ້​ມູນສະ​ແດງ​ໃຫ້​ເຫັນ​ວ່າ, ນັບ​ແຕ່​ເດືອນ​ມັງ​ກອນ ຫາ ເດືອນ​ເມ​ສາ​ປີ 2026, ຄຽງ​ຄູ່​ກັບ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ມະ​ຫາ​ພາກ​ທີ່​ຕັ້ງ​ໜ້າກວ່າ​ເກົ່າ​ຢ່າງ​ມີ​ປະ​ສິດ​ທິ​ຜົ​ນ, ການ​ຜະ​ລິດ​ອຸດ​ສາ​ຫະ​ກຳ​ຂອງ​ຈີນ​ໄດ້​ບັນ​ລຸ​ການ​ເຕີບ​ໂຕ​ຂ້ອນ​ຂ້າງ​ໄວ ​ແລະ ຜົນ​ກຳ​ໄລ​ຂອງວິ​ສາ​ຫະ​ກຳ​ອຸດ​ສາ​ຫະ​ກຳ​ສືບ​ຕໍ່​ຍົກ​ສູງ​ຂຶ້ນ.
ສິງກະໂປ ກຽມຄວບຄຸມການປ່ອຍອາຍພິດຈາກລະບົບເຮັດຄວາມເຢັນ

ສິງກະໂປ ກຽມຄວບຄຸມການປ່ອຍອາຍພິດຈາກລະບົບເຮັດຄວາມເຢັນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ອົງການສິ່ງແວດລ້ອມແຫ່ງຊາດສິງກະໂປ ໄດ້ປະກາດກຽມໃຊ້ມາດຕະການໃໝ່ເພື່ອຄວບຄຸມການປ່ອຍອາຍພິດເຮືອນແກ້ວຈາກອຸປະກອນເຮັດຄວາມເຢັນ ແລະ ເຄື່ອງປັບອາກາດ, ໂດຍມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ກໍລະກົດ 2027 ເປັນຕົ້ນໄປ. ໂດຍມາດຕະການເຫຼົ່ານີ້ຂະຫຍາຍລະບຽບການທີ່ມີຢູ່ແລ້ວໃຫ້ກວມເອົາລະບົບເຮັດຄວາມເຢັນທາງການຄ້າແບບລວມສູນ, ເຄື່ອງປັບອາກາດໃນລົດສ່ວນບຸກຄົນ ແລະ ລົດຂົນສົ່ງຂະໜາດນ້ອຍ ຊຶ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມເພື່ອສະໜັບສະໜູນເປົ້າໝາຍດ້ານສະພາບອາກາດຂອງສິງກະໂປ ໃນປີ 2030 ແລະ ບັນລຸເປົ້າໝາຍການປ່ອຍອາຍພິດກາກບອນສຸດທິເປັນສູນພາຍໃນປີ 2050.
4 ເດືອນຕົ້ນປີ ຫວຽດນາມ ນຳ​ເຂົ້າ- ສົ່ງອອກ​ສິນຄ້າ ​ບັນ​ລຸ​​ເກືອບ 25%

4 ເດືອນຕົ້ນປີ ຫວຽດນາມ ນຳ​ເຂົ້າ- ສົ່ງອອກ​ສິນຄ້າ ​ບັນ​ລຸ​​ເກືອບ 25%

ວິທະຍຸກະຈາຍສຽງຫວຽດນາມລາຍງານ ຫວ່າງມໍ່ໆມານີ້ວ່າ: ຕາມ​ສະ​ຖິ​ຕິ​ຂອງ​ອົງ​ການ​ພາ​ສີ, ມູນ​ຄ່າ​ການ​ນຳ​ເຂົ້າ-​ສົ່ງ​ອອກ​ສິນ​ຄ້າ​ທັງ​ໝົດ​ຂອງ ຫວຽດ​ນາມ ໃນ 4 ເດືອນ​ຕົ້ນ​ປີ 2026 ບັນ​ລຸ​ເກືອບ 346 ຕື້ໂດລາ, ເພີ່ມ​ຂຶ້ນ​ເກືອບ 25% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກ່ອນ. ໃນ​ນັ້ນ, ການ​ສົ່ງ​ອອກ​ບັນ​ລຸ 169 ຕື້ກວ່າໂດລາ, ເພີ່ມ​ຂຶ້ນ 20.1%, ສ່ວນ​ການ​ນຳ​ເຂົ້າ​ບັນ​ລຸ​ 176 ຕື້ກວ່າໂດລາ, ເພີ່ມ​ຂຶ້ນ​ເຖິງ 29.5%.
​ຈີນ ແລະ ອາ​ຊຽນ​ຂຽນ​ປະ​ຫວັດ​ສາດ​ໜ້າ​ໃໝ່​ທີ່​ໂດດ​ເດັ່ນ​ກວ່າ​ເກົ່າ​ໃຫ້​ແກ່​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ​ອາ​ຊີ-ປາ​ຊີ​ຟິກ

​ຈີນ ແລະ ອາ​ຊຽນ​ຂຽນ​ປະ​ຫວັດ​ສາດ​ໜ້າ​ໃໝ່​ທີ່​ໂດດ​ເດັ່ນ​ກວ່າ​ເກົ່າ​ໃຫ້​ແກ່​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ​ອາ​ຊີ-ປາ​ຊີ​ຟິກ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ອົງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ອາ​ຊີ-ປາ​ຊີ​ຟິກ ຫຼື APEC ທີ່​ຊຽງ​ໄຮ້ ແລະ ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຄ້າ ​APEC ​ທີ່​ຊູ່​ໂຈ່ວ ໄດ້​ຈັດ​ຂຶ້ນ​ເມື່ອ​ບໍ່​ດົນ​ມາ​ນີ້ ຊຶ່ງໄດ້​ເຕົ້າ​ໂຮມ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ​ດ້ານ​ການ​ຮ່ວມ​ມື​ຂອງ​ພາກ​ພື້ນ ແລະ ​ການຈັດ​ຕັ້ງ​ປະ​ຕິ​ບັດ​ແນວ​ຄິດ​ລັດ​ທິຫຼາຍ​ຝ່າຍພ້ອມ​ທັງ​ໄດ້​ເພີ່ມ​ພະ​ລັງ​ຂັບ​ເຄື່ອນ​ຂອງ​ຈີນ​ເຂົ້າ​ໃນ​ການ​ທັບ​ມ້າງ​ກຳ​ແພງ​ການ​ຄ້າ ແລະ ປັບ​ປຸງ​ລະ​ບຽບ​ເສດ​ຖະ​ກິດ​ການ​ຄ້າ​ແບບ​ເປີດ​ປະ​ຕູ​ສູ່​ພາຍນອກ​ໃຫ້​ສົມ​ບູນ​ຂຶ້ນ. ໃນ​ນັ້ນ, ກາ​ນ​ຮ່ວມ​ມື​ຈີນ-ອາ​ຊຽນ​ ແມ່ນ​ພາກ​ສ່ວນ​ທີ່​ໝັ້ນ​ແກ່ນ​ທີ່​ສຸດ ແລະ ມີ​ຊີ​ວິດ​ຊີ​ວາ​ທີ່​ສຸດ​ໃນ​ແຜນ​ການດັ່ງ​ກ່າວ ຊຶ່ງໄດ້​ເພີ່ມ​ຄວາມ​ແນ່ນອນ​ເຂົ້າ​ໃນ​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ໃນ​ພາກ​ພື້ນ​ອາ​ຊີ-ປາ​ຊີ​ຟິກກໍ​ຄື​ທົ່ວ​ໂລກ.
ກົງໂກ ເປີດເຜີຍ ການລະບາດຂອງອີໂບລາຍັງຢູ່ໃນໄລຍະເລີ່ມຕົ້ນ

ກົງໂກ ເປີດເຜີຍ ການລະບາດຂອງອີໂບລາຍັງຢູ່ໃນໄລຍະເລີ່ມຕົ້ນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 26 ພຶດສະພາ ຜ່ານມາວ່າ: ທ່ານ ໂຣເຈີ ແຄມບາ ລັດຖະມົນຕີກະຊວງສາທາລະນະສຸກ ຂອງສາທາລະນະລັດ ປະຊາທິປະໄຕ ກົງໂກ ຫຼື DR ກົງໂກໄດ້ເປີດເຜີຍວ່າ: ການລະບາດຂອງພະຍາດອີໂບລາໃນ ສາທາລະນະລັດ ປະຊາທິປະໄຕ ກົງໂກ ຍັງຢູ່ໃນໄລຍະເລີ່ມຕົ້ນ, ເຖິງວ່າຈະມີການຕິດເຊື້ອ ແລະ ການເສຍຊີວິດເພີ່ມຂຶ້ນຢ່າງຕໍ່ເນື່ອງ.
ບໍລິສັດ Coca-Cola ຍີ່ປຸ່ນ ພິຈາລະນາຂຶ້ນລາຄາສິນຄ້າ 165 ລາຍການ

ບໍລິສັດ Coca-Cola ຍີ່ປຸ່ນ ພິຈາລະນາຂຶ້ນລາຄາສິນຄ້າ 165 ລາຍການ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ບໍລິສັດ Coca-Cola Bottlers Japan Inc. ໄດ້ປະກາດຈະຂຶ້ນລາຄາສິນຄ້າ 165 ລາຍການເລີ່ມຕົ້ນໃນເດືອນກັນຍາເປັນຕົ້ນໄປ ເນື່ອງຈາກຄ່າໃຊ້ຈ່າຍວັດຖຸດິບ ແລະ ພະລັງງານທີ່ເພີ່ມຂຶ້ນສູງ ຊຶ່ງເກີດຈາກຄວາມເຄັ່ງຕຶງຢ່າງຕໍ່ເນື່ອງໃນຕາເວັນອອກກາງ.
ຈີນ ​ສຳ​ເລັດ​ການ​ຍິງ​ສົ່ງ​ດາວ​ທຽມ​ທົດ​ລອງ​ເຕັກ​ໂນ​ໂລ​ຊີ​ກາ​ນ​ສື່​ສານ​ 24

ຈີນ ​ສຳ​ເລັດ​ການ​ຍິງ​ສົ່ງ​ດາວ​ທຽມ​ທົດ​ລອງ​ເຕັກ​ໂນ​ໂລ​ຊີ​ກາ​ນ​ສື່​ສານ​ 24

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນເວ​ລາ 0 ໂມ​ງ 16 ນາ​ທີ​ ຂອງວັນ​ທີ 27 ພຶດ​ສະ​ພາ​ 2026, ຈີນ​ໄດ້ສຳ​ເລັດ​ການ​ຍິງ​ສົ່ງ​ດາວ​ທຽມ​ທົດ​ລອງ​ເຕັກ​ໂນ​ໂລ​ຊີ​ກາ​ນ​ສື່​ສານ​ 24 ​ດ້ວຍ​ຈະຫຼວດ​ສົ່ງ​ຍານ ສາງ​ເຈີ່ງ 7A ຢູ່​ສະ​ໜາມ​ສົ່ງ​ຍານ​ອະ​ວະ​ກາດ​ເວີນ​ຊ່າງ. ຫຼັງ​ຈາກ​ນັ້ນ ດາວ​ທຽມ​ໄດ້​ເຂົ້າ​ສູ່​ວົງ​ໂຄ​ຈອນ​ທີ່​ກຳ​ນົດ​ໄວ້​ຢ່າງ​ສະ​ດວກ, ເຮັດ​ໃຫ້​ພາ​ລະ​ກິດ​ສົ່ງ​ຍານ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ.
ອິນໂດເນເຊຍ ຄາດວ່າການຜະລິດເຂົ້າຈະຍັງໝັ້ນຄົງ

ອິນໂດເນເຊຍ ຄາດວ່າການຜະລິດເຂົ້າຈະຍັງໝັ້ນຄົງ

ຂ່າວຕ່າງປະເທດລາຍງານ ໃນວັນທີ 26 ພຶດສະພາ ຜ່ານມາວ່າ: ທ່ານ ຊູດາຣໂຍໂນ ຮອງລັດຖະມົນຕີກະຊວງກະສິກຳອິນໂດເນເຊຍ ກ່າວວ່າ: ການຜະລິດເຂົ້າຂອງປະເທດຄາດວ່າຈະຍັງໝັ້ນຄົງ ເຖິງວ່າຈະມີຄວາມສ່ຽງຈາກໄພແຫ້ງແລ້ງທີ່ເກີດຈາກປະກົດການແອວນີໂຢ ໃນທ້າຍປີ 2026 ກໍຕາມ.
ຫວຽດ​ນາມ​ ກ​ຽມ​ຈັດ​ເວ​ທີ​ປາ​ໄສ​ອະນາ​ຄົດ ອາ​ຊຽນ 2026

ຫວຽດ​ນາມ​ ກ​ຽມ​ຈັດ​ເວ​ທີ​ປາ​ໄສ​ອະນາ​ຄົດ ອາ​ຊຽນ 2026

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 26 ພຶດ​ສະ​ພາ ຜ່ານມາ, ຢູ່​ສະ​ຖາ​ບັນ​ການ​ພົວ​ພັນຕ່າງ​ປະ​ເທດ ນະຄອນຫຼວງຮ່າ​ໂນ້ຍ, ທ່ານ ຫງວຽນ​ແມັ້ງ​ເກືອງ ​ຮອງ​ລັດ​ຖະ​ມົນ​ຕີ​ກະຊວງການ​ຕ່າງ​ປະ​ເທດຫວຽດ​ນາມ ໄດ້​ເປັນ​ປະ​ທານການຖະ​ແຫຼງ​ຂ່າວການຈັດເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ 2026 (ASEAN Future Forum 2026) ຊຶ່ງຈະ​ດຳ​ເນີນ​ໃນ​ວັນ​ທີ 9 – 10 ມິຖຸ​ນາ ນີ້ ທີ່ນະຄອນຫຼວງຮ່າໂນ້ຍ, ດ້ວຍ​ຫົວ​ຂໍ້ “ຮ່ວມ​ກັນ​ສ້າງ​ອະ​ນາ​ຄົດລວມ: ສັນ​ຕິ​ພາບ, ວັດ​ທະ​ນາ​ຖາ​ວອນ, ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ” ​ວ່າ: ເວ​ທີ​ປາ​ໄສ​ປີ​ນີ້​ມີ​ຜູ້​ເຂົ້າ​ຮ່ວມ​ຫຼາກຫຼາຍ​ພາກ​ສ່ວນ, ມີເນຶ້ອ​ໃນ​ອຸ​ດົມ​ສົມ​ບູນກວ່າເກົ່າ ແລະ ມີຫຼາຍ​ການ​ເຄື່ອນ​ໄຫວກວ່າເກົ່າ ເມືີ່ອ​ທຽບ​ໃສ່​ກັບ​ເວ​ທີ​ປາ​ໄສ​ທີ່ຈັດ​ຂຶ້ນ​ໃນ​ກ່ອນ​ນີ້.
ເພີ່ມເຕີມ