ຈີນໄດ້ຍິງສົ່ງດາວທຽມ ຊ່ຽນຟ່ານຈີກຸຍ ກຸ່ມ 01 ຂຶ້ນສູ່ອະວະກາດດ້ວຍຈະຫຼວດສົ່ງຍານ ຊາງເຈີ່ງ 6A ຢູ່ສູນສົ່ງດາວທຽມທ້າຍຢວນຢ່າງສຳເລັດຜົນ, ດາວທຽມໄດ້ເຂົ້າສູ່ວົງໂຄຈອນທີ່ຄາດໄວ້ຢ່າງສະດວກ, ໜ້າທີ່ຍິງສົ່ງດາວທຽມໃນຄັ້ງນີ້ໄດ້ປະສົບຜົນສຳເລັດຢ່າງຈົບງາມ.
ທ່ານ ສີຈິ້ນຜິງ: “ຄວາມມຸ່ງຫວັງຂອງຂ້າພະເຈົ້າໃນນະທີ່ນີ້ຄືພວກຫຼານຕ່າງຈະສົມຫວັງດັ່ງໃຈປາຖະໜາ”
ເດັກນ້ອຍເຍົາວະຊົນຄື ອະນາຄົດຂອງປະເທດຊາດ, ຄືຄວາມຫວັງຂອງຊາດ. ການເຕີບໃຫຍ່ຢ່າງເຂັ້ມແຂງຂອງເດັກນ້ອຍທັງຫຼາຍເປັນສິ່ງທີ່ ທ່ານ ສີຈິ້ນຜິງ ປະທານປະເທດຈີນມີຄວາມຫ່ວງໃຍສະເໝີ.
ໃນວັນທີ 29 ພຶດສະພາ 2013, ກ່ອນວັນເດັກນ້ອຍສາກົນ ທີ 1 ມິຖຸນາ ໃກ້ຈະໝູນວຽນມາເຖິງ ຊຶ່ງເປັນວັນເດັກນ້ອຍສາກົນຄັ້ງທຳອິດພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນ, ທ່ານ ສີຈິ້ນຜິງ ທີ່ຫາກໍໄດ້ຂຶ້ນດຳລົງຕຳແໜ່ງເປັນເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ໄດ້ເດີນທາງໄປຢ້ຽມຢາມວັງເຍົາວະຊົນນະຄອນຫຼວງປັກກິ່ງ ແລະ ສົ່ງຄຳອວຍພອນອັນປະເສີດໄປເຖິງເດັກນ້ອຍເຍົາວະຊົນຈຳນວນມະຫາສານໃນທົ່ວປະເທດຈີນ ໃນນາມ “ເພື່ອນມິດໃຫຍ່” ຄົນໜຶ່ງ.
ຄໍາເຫັນ