ຈີນເຕັມໄປດ້ວຍໂອກາດ ແລະ ການລົງທຶນຢູ່ຈີນແມ່ນການລົງທຶນເພື່ອອະນາຄົດ

ຈີນເຕັມໄປດ້ວຍໂອກາດ ແລະ ການລົງທຶນຢູ່ຈີນແມ່ນການລົງທຶນເພື່ອອະນາຄົດ

ຈີນເຕັມໄປດ້ວຍໂອກາດ ແລະ ການລົງທຶນຢູ່ຈີນແມ່ນການລົງທຶນເພື່ອອະນາຄົດ
ໃນງານມະຫະກຳການຄ້າການບໍລິການສາກົນຈີນປີ 2025 ທີ່ສິ້ນສຸດລົງໃນວັນທີ 14 ກັນຍາ ຜ່ານມານີ້, ນັກວິເຄາະໄດ້ສຳຜັດກັບພະລັງຊຸກຍູ້ໃໝ່ທີ່ເຕັກໂນໂລຊີທາງດ້ານດີຈີຕອນ ແລະ ອັດສະລິຍະມີຕໍ່ການຄ້າການບໍລິການ ເຊັ່ນ: ບໍລິສັດສະໄນເດີ ແອວແອັກຕຣິກ SA ຂອງຝຣັ່ງໄດ້ນຳສະເໜີ “ລະບົບການບໍລິການຄຸນນະພາບໃໝ່”; ບໍລິສັດຊີເມນ AG ຂອງເຢຍລະມັນໄດ້ວາງສະແດງເຄື່ອງ CT ຄິດໄລ່ເລກໂດຍໂຟຕອນລຸ້ນທຳອິດຂອງໂລກ; ສຳນັັກງານບັນຊີ KPMG ຂອງໂຮນລັງໄດ້ນຳສະເໜີການລາຍງານຜົນ 3 ສະບັບຂອງຕົນເປັນຄັ້ງທຳອິດ ແລະອື່ນໆ.
ຈນເຕມໄປດວຍໂອກາດ ແລະ ການລງທນຢຈນແມນການລງທນເພອອະນາຄດ - image 1
 

 

ງານມະຫະກຳການຄ້າການບໍລິການສາກົນຈີນຄັ້ງນີ້ ໄດ້ດຶງດູດ 85 ປະເທດ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ, ມີວິສາຫະກິດທີ່ນອນຢູ່ໃນ 500 ອັນດັບສຸດຍອດວິສາຫະກິດລະດັບໂລກ ແລະ ວິສາຫະກິດນຳໜ້າຂະແໜງການ ເກືອບ 500 ແຫ່ງເຂົ້າຮ່ວມ, ໄດ້ຮັບໝາກຜົນຫຼາຍກວ່າ 900 ປະການ. ເພື່ອນມິດທີ່ນັບມື້ເພີ່ມຂຶ້ນໄດ້ເປັນການຢືນຢັນເຖິງຄຳເຫັນຂອງທ່ານສີຈິ້ນຜິງ ປະທານປະເທດຈີນທີ່ກ່າວໃນສານຊົມເຊີຍເຖິງງານມະຫະກຳຄັ້ງນີ້ທີ່ວ່າ: “ຈີນຈະເປີດກວ້າງການເປີດປະຕູຕໍ່ພາຍນອກໃນລະດັບສູງຢ່າງເດັດດ່ຽວໜຽວແໜ້ນ”.

ໂຕເລກສະແດງໃຫ້ເຫັນວ່າ: ປີຜ່ານມາ, ຍອດມູນຄ່າການຄ້າການບໍລິການຂອງຈີນໄດ້ບັນລຸຫຼາຍກວ່າ 1,000 ຕື້ໂດລາເປັນຄັ້ງທຳອິດ ຊຶ່ງເປັນການສ້າງສະຖິຕິສູງສຸດໃນປະຫວັດສາດ ແລະ ເປັນອັນດັບທີ 2 ຂອງໂລກ. ໃນນັ້ນ, ມູນຄ່າການຄ້າການບໍລິການແບບເນັ້ນຄວາມຮູ້ທີ່ມີຈຸດພິເສດຕ່າງໆ ຄື: ດີຈີຕອນ, ອັດສະລິຍະ ແລະ ການພັດທະນາສີຂຽວ ໄດ້ເພີ່ມຂຶ້ນ 38% ເມື່ອທຽບໃສ່ປີ 2020, ເຮັດໃຫ້ການປະດິດສ້າງທາງດ້ານ “ດີຈີຕອນ ແລະ ອັດສະລິຍະ” ໄດ້ກາຍເປັນຄຳສຳຄັນໃນງານມະຫະກຳການບໍລິການສາກົນຈີນຄັ້ງນີ້.

ໃນງານມະຫະກຳການບໍລິການສາກົນປີນີ້, ຈີນໄດ້ປະກາດໃຊ້ມາດຕະການ ຕ່າງໆ ຊື່ງລວມທັງ “ເລັ່ງລັດດຳເນີນການທົດລອງໄປກ່ອນໃນເຂດທົດລອງການຄ້າການບໍລິການ, ເຂດສາທິດການປະດິດສ້າງການພັດທະນາການຄ້າການບໍລິການແຫ່ງຊາດ ແລະເວທີອື່ນໆ”, “ຊຸກຍູ້ການເປີດປະຕູຕະຫຼາດການບໍລິການຢ່າງເປັນລະບົບ, ຊຸກຍູ້ໃຫ້ການຄ້າການບໍລິການໄດ້ຮັບການພັດທະນາຢ່າງມີຄຸນນະພາບສູງ” ແລະອື່ນໆ. ນີ້ໄດ້ເຮັດໃຫ້ວິສາຫະກິດຕ່າງປະເທດມີຄວາມໝັ້ນໃຈຫຼາຍກວ່າເກົ່າຕໍ່ການພັດທະນາ. ທ່ານຈ້າວຈຸ່ນ ຮອງປະທານຄະນະບໍລິຫານງານບໍລິສັດຈອນສັນແອນຈອນສັນ ທີ່ຮັບຜິດຊອບນະໂຍບາຍ ແລະ ວຽກງານກ່ຽວກັບລັດຖະບານຈີນກ່າວວ່າ: ນັບຕັ້ງແຕ່ບໍລິສັດຕົນດຳເນີນທຸລະກິດຢູ່ຈີນຕະຫຼອດໄລຍະ 40 ປີມານີ້, ໄດ້ເປັນພິຍານໃຫ້ແກ່ຈີນທີ່ໄດ້ປັບປຸງສະພາບແວດລ້ອມການດຳເນີນທຸລະກິດນັບມື້ດີຂຶ້ນ ຊຶ່ງນີ້ກໍເປັນໜຶ່ງໃນເຫດຜົນສຳຄັນທີ່ບໍລິສັດຕົນຍິນດີດຳເນີນທຸລະກິດຢູ່ຈີນມາໂດຍຕະຫຼອດ.

ຈາກກອງປະຊຸມພົບປະຫາລືເພື່ອການລົງທຶນຮອດງານມະຫະກຳການຄ້າການບໍລິການ ແລະ ຕະຫຼອດຮອດງານມະຫະກຳການນຳເຂົ້າສາກົນຈີນທີ່ຈະຈັດຂຶ້ນໃນເດືອນ ພະຈິກປີນີ້, ການຈັດງານເຫຼົ່ານີ້ຈະເຮັດໃຫ້ໂລກບໍ່ພຽງແຕ່ໄດ້ເຫັນແນວ “ໃໝ່” ຫຼາຍກວ່າເກົ່າໃນເສດຖະກິດຈີນເທົ່ານັ້ນ, ແຕ່ຍັງຈະມີຄວາມຮູ້ສຶກເຖິງການຕັດສິນໃຈຂອງຈີນທີ່ສະແຫວງຫາການພັດທະນາຮ່ວມກັນກັບໂລກ ແລະ ການສ້າງເສດຖະກິດໂລກແບບເປີດກວ້າງອີກດ້ວຍ. ຄືດັ່ງຄຳເວົ້າຂອງທ່ານພອລ ບາເຕເມນ ປະທານເຈພີ ມໍເກນ ແອດເຊັດ ແມນີຈີເມນ ໂກລໂບທີ່ວ່າ: “ຢູ່ຈີນແມ່ນເຕັມໄປດ້ວຍໂອກາດ, ການລົງທຶນຢູ່ຈີນແມ່ນການລົງທຶນເພື່ອອະນາຄົດ”.

ໂດຍ: ຊີອາໄອ

ຄໍາເຫັນ

ຂ່າວຕ່າງປະເທດ

OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ພະຈິກ ຜ່ານມາວ່າ: ອົງການປະເທດຜູ້ສົ່ງອອກນ້ຳມັນ (OPEC) ແລະ ພັນທະມິດ ຫຼື ເອີ້ນລວມກັນວ່າ OPEC+ ໄດ້ຕົກລົງທີ່ຈະເພີ່ມກຳລັງການຜະລິດນ້ຳມັນຂຶ້ນເປັນ137,000 ບາເຣວຕໍ່ມື້ໃນເດືອນທັນວານີ້.ຫຼັງຈາກປະເທດສະມາຊິກເຊັ່ນ: ຊາອຸດິດ ອາຣັບບີ, ຣັດເຊຍ, ອີຣັກ, ສະຫະລັດອາຣັບເອມິເຣດ, ກູເວດ, ກາຊັກສະຖານ, ອານເຊຣີ ແລະ ໂອມານ ປະຊຸມອອນລາຍເພື່ອທົບທວນສະພາບຕະຫຼາດໂລກ ແລະ ທ່າອ່ຽງເສດຖະກິດ.
ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ລີເຈມຽນ ປະທານາທິບໍດີ ສ ເກົາຫຼີຊຶ່ງເປັນປະທານກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32 ທີ່ເມືອງ Gyeongju ປະເທດ ສ ເກົາຫຼີໄດ້ຮຽກຮ້ອງໃຫ້ເພີ່ມການຮ່ວມມື ແລະ ຄວາມສາມັກຄີໃນພາກພື້ນອາຊີປາຊີຟິກ ເພື່ອເອົາຊະນະສິ່ງທ້າທາຍໃໝ່ໆ ໃນຂະນະທີ່ໂລກກຳລັງເຂົ້າສູ່ຈຸດປ່ຽນທີ່ສຳຄັນ.
ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີວ່າ: ກະຊວງພະລັງງານ ແລະ ຊັບພະຍາກອນບໍ່ແຮ່ຂອງອິນໂດເນເຊຍໄດ້ປະກາດເປົ້າໝາຍໃນການເພີ່ມກຳລັງການຜະລິດພະລັງງານໄຟຟ້າຈາກພະລັງງານໝູນວຽນ 42.6 ກິໂລວັດໃນໄລຍະທົດສະວັດຕໍ່ໄປ ຊຶ່ງເປັນສ່ວນໜຶ່ງຂອງຍຸດທະສາດເພື່ອເລັ່ງການຫັນປ່ຽນຈາກເຊື້ອໄຟຟອດຊິວໄປສູ່ລະບົບພະລັງງານທີ່ມີກາກບອນຕ່ຳ.
ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງແກ່ການຄຸ້ມຄອງດິນຟ້າອາກາດໂລກ

ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງແກ່ການຄຸ້ມຄອງດິນຟ້າອາກາດໂລກ

ຂ່າວສານຊີອາໄອລາຍງານໃນທ້າຍອາທິດຜ່ານມາວ່າ: ທ່ານ ໂກ່ວເຈ່ຍຄຸນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ໂດຍມີນັກຂ່າວຖາມກ່ຽວກັບກອງປະຊຸມພາຄີສົນທິສັນຍາຂອບການປ່ຽນແປງຂອງດິນຟ້າອາກາດອົງການສະຫະປະຊາຊາດຄັ້ງທີ 30 ຫຼື COP30 ທີ່ຈັດຂຶ້ນຢູ່ນະຄອນເບເລິມ ປະເທດບ​ຣາ​ຊິນ.
ຫວຽດນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ຫວຽດນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 1 ພະຈິກ ຜ່ານມາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານວາລະເຮັດວຽກທີ 2 ຂອງຄະນະຊີ້ນຳແຫ່ງຊາດຜັນຂະຫຍາຍມະຕິສະບັບເລກທີ 68 ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດເອກະຊົນ.
ຜົນການສຶກສາພົບວ່າ ມະນຸດເຄື່ອນໄຫວຫຼາຍກວ່າສັດປ່າເຖິງ 40 ເທົ່າ

ຜົນການສຶກສາພົບວ່າ ມະນຸດເຄື່ອນໄຫວຫຼາຍກວ່າສັດປ່າເຖິງ 40 ເທົ່າ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ຖະແຫຼງການຈາກສະຖາບັນວິທະຍາສາດ Weizmann (WIS) ຂອງອິດສະຣາເອນ ລະບຸວ່າ: ທີມນັກຄົ້ນຄວ້າສາກົນໄດ້ຄົ້ນພົບວ່າການເຄື່ອນໄຫວຂອງມະນຸດໂດຍລວມນັ້ນຫຼາຍກວ່າ ສັດລ້ຽງລູກດ້ວຍນົມເທິງບົກ, ສັດປີກ ແລະ ແມງໄມ້ ໃນທຳມະຊາດທັງໝົດລວມກັນປະມານ 40 ເທົ່າ.
WHO ເປີດເຜີຍ ການບໍ່ສົນໃຈວິກິດການດິນຟ້າອາກາດ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍລ້ານຄົນ

WHO ເປີດເຜີຍ ການບໍ່ສົນໃຈວິກິດການດິນຟ້າອາກາດ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍລ້ານຄົນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ຕຸລາ ຜ່ານມາວ່າ: ອົງການອະນາໄມໂລກ (WHO) ໄດ້ເຜີຍແຜ່ບົດລາຍງານລະດັບໂລກປະຈຳປີ 2025 ກ່ຽວກັບສຸຂະພາບ ແລະ ການປ່ຽນແປງສະພາບອາກາດ ຊຶ່ງເຮັດຮ່ວມກັບໜັງສືພິມ The Lancet ລະບຸວ່າ: ການເພິ່ງພາອາໄສເຊື້ອໄຟຟອດຊິວຫຼາຍເກີນໄປ ແລະ ຄວາມລົ້ມເຫຼວໃນການປັບຕົວເຂົ້າກັບໂລກທີ່ຮ້ອນຂຶ້ນຢ່າງຕໍ່ເນື່ອງ ກຳລັງສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ສຸຂະພາບຂອງມະນຸດ.
ທ່ານ ສີຈິ້ນຜິງ ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32

ທ່ານ ສີຈິ້ນຜິງ ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32

ຂ່າວສານຊີອາໄອລາຍງານວ່າ: ໃນຕອນເຊົ້າວັນທີ 31 ຕຸລາ ຜ່ານມາ, ກອງປະຊຸມຜູ້ນຳເສດຖະກິດອົງການຮ່ວມມືເສດຖະກິດອາຊີປາຊີຟິກ ຫຼື APEC ຄັ້ງທີ 32 ໄດ້ຈັດຂຶ້ນຢູ່ສູນປະຊຸມສາກົນຈອງຈູ ປະເທດ ສ ເກົາຫຼີ. ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສສຳຄັນຕໍ່ກອງປະຊຸມຄັ້ງນີ້.
ທ່ານ ເລືອງເກື່ອງ ພົບປະສົນທະນາກັບທ່ານປະທານາທິບໍດີ ສ ເກົາຫຼີ

ທ່ານ ເລືອງເກື່ອງ ພົບປະສົນທະນາກັບທ່ານປະທານາທິບໍດີ ສ ເກົາຫຼີ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຂອບເຂດການປະຕິບັດງານຢູ່ ສ ເກົາຫຼີ ແລະ ເຂົ້າຮ່ວມສັບປະດາຂັ້ນສູງເວທີປາໄສການຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) 2025, ໃນຕອນບ່າຍວັນທີ 30 ຕຸລາ ຜ່ານມາ (ຕາມເວລາທ້ອງຖິ່ນ) ຢູ່ນະຄອນ Gyeongju ສ ເກົາຫຼີ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ດຳເນີນການພົບປະສົນທະນາກັບທ່ານ ລີແຈມຽງ ປະທານາທິບໍດີ ສ ເກົາຫຼີ.
ອິນໂດນີເຊຍ ຈະເປີດໃຊ້ໂຮງໄຟຟ້ານິວເຄລຍແຫ່ງທຳອິດພາຍໃນປີ 2032

ອິນໂດນີເຊຍ ຈະເປີດໃຊ້ໂຮງໄຟຟ້ານິວເຄລຍແຫ່ງທຳອິດພາຍໃນປີ 2032

ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ຕຸລາ ຜ່ານມາວ່າ: ທ່ານ ຢູລິອອດ ຕັນຈຸງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ຊັບພະຍາກອນແຮ່ທາດຂອງອິນໂດເນເຊຍ ໄດ້ເປີດເຜີຍວ່າ: ອິນໂດເນເຊຍຄາດວ່າຈະເລີ່ມດໍາເນີນງານໂຮງໄຟຟ້ານິວເຄລຍແຫ່ງທຳອິດຂອງປະເທດພາຍໃນປີ 2032 ຊຶ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການບັນລຸເປົ້າໝາຍການປ່ອຍອາຍແກ໊ສເຮືອນແກ້ວສຸດທິເປັນສູນພາຍໃນປີ 2060.
ເພີ່ມເຕີມ