ເພີ່ມທະວີສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ໄທທີ່ໝັ້ນຄົງກວ່າເກົ່າ, ມີຄວາມຈະເລີນຮຸ່ງເຮືອງ ແລະ ຍືນຍົງກວ່າເກົ່າ.
ເນື້ອໃນຖະແຫຼງການດັ່ງກ່າວ ລະບຸວ່າ: ສອງຝ່າຍ ເນັ້ນໜັກ, ພາຍໃຕ້ກົນໄກການຮ່ວມມື ໃນພາກພື້ນຕ່າງໆ ເປັນຕົ້ນກົນໄກການຮ່ວມມືສອງຝ່າຍ ແລະ ກົນໄກການຮ່ວມມື ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ສອງຝ່າຍ ຈະເພີ່ມທະວີປາບປາມອາຊະຍາກຳຂ້າມຊາດຕ່າງໆ ໂດຍບໍ່ມີການອົດກັ້ນຢ່າງເດັດຂາດ ເຊັ່ນ: ການຄ້າມະນຸດ, ການຫຼອກລວງຜ່ານທາງໂຄລະຄົມ, ການຄ້າຂາຍຢາເສບຕິດ, ການພະນັນຜ່ານທາງອິນເຕີເນັດທີ່ຜິດກົດໝາຍ, ການຟອກເງິນ ແລະ ອື່ນໆ, ດຳເນີນການລາດຕະເວນຮ່ວມປະຕິບັດກົດໝາຍຕາມລຳແມ່ນ້ຳຂອງ.
ສອງຝ່າຍ ຈະປຶກສາຫາລືຕື່ມອີກກ່ຽວກັບການສ້າງກົນໄກການປະສານງານ ແລະ ການຮ່ວມມືທີ່ເໝາະສົມໂດຍໄວ ເພື່ອປາບປາມການພະນັນຜ່ານທາງອິນເຕີເນັດ ແລະ ການຫຼອກລວງຜ່ານທາງໂທລະຄົມຢ່າງມີປະສິດທິຜົນ ແລະ ເຫັນດີຕັ້ງໜ້າເຂົ້າຮ່ວມ “ການເຄື່ອນໄຫວຮັກສາຄວາມສະຫງົບປອດໄພຢູ່ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ”, ຮ່ວມກັນຊຸກຍູ້ການຮ່ວມມືດ້ານຕຸລາການ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ເພື່ອປົກປັກຮັກສາຄວາມປອດໄພດ້ານຊີວິດ ແລະ ຊັບສິນຂອງ ປະຊາຊົນໃນພາກພື້ນ.
ຄໍາເຫັນ