ໂດຍຫ້ອງທົດລອງຂອງໂຄງການແຫ່ງຊາດດ້ານການວິເຄາະ ແລະ ນໍາໃຊ້ເຕັກນິກຂໍ້ມູນໃຫຍ່ທີ່ຂຶ້ນກັບມະຫາວິທະຍາໄລປັກກິ່ງ ແລະ 30 ກວ່າໜ່ວຍງານ.
ບົດລາຍງານສະບັບດັ່ງກ່າວຊີ້ໃຫ້ເຫັນວ່າ: ໃນລະຫວ່າງປີ 2022-2023, ເນື່ອງຈາກໄດ້ຮັບຜົນດີຈາກກົນໄກຮ່ວມມືໃນພາກພື້ນ ເຊັ່ນ: ເຂດການຄ້າເສລີຈີນ-ອາຊຽນ ແລະ ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”ໄດ້ຮັບການພັດທະນາລົງສູ່ລວງເລິກ, ເຮັດໃຫ້ການຮ່ວມມືດ້ານຂົງເຂດສະພາບແວດລ້ອມດີຈີຕອນລະຫວ່າງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີໃຕ້ກັບຈີນໄດ້ຮັບການເພີ່ມທະວີດີຂຶ້ນຢ່າງເດັ່ນຊັດ ໂດຍໄດ້ຊຸກຍູ້ສະພາບແວດລ້ອມດີຈີຕອນຂອງປະເທດຕ່າງໆຢູ່ໃນພາກພື້ນນີ້ໄດ້ຮັບການຍົກລະດັບໂດຍທົ່ວໄປ. ຈີນພວມກາຍເປັນກໍາລັງແຮງອັນສໍາຄັນໃນການຊຸກຍູ້ຄວາມກ້າວໜ້າຮ່ວມກັນດ້ານສະພາບແວດລ້ອມດີຈີຕອນຢູ່ພາກພື້ນອາຊີຕາເວັນອອກສຽງໃຕ້ ແລະ ອາຊີໃຕ້ເປັນກ້າວໆ.
ຄໍາເຫັນ